ຟານແທງລຽມ - ຜູ້ເມົາມົວກັບສິລະປະຕຸກກະຕານ້ຳ

(VOVWORLD) - ໃນ 2,3 ປີມໍ່ໆມານີ້, ຢູ່ ຫວຽດນາມ ໄດ້ປະກົດມີຮູບແບບເວທີສະແດງຟ້ອນຕຸກກະຕານ້ຳໃນເວທີນ້ອຍ ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມທັງຢູ່ພາຍໃນ ແລະ ຕ່າງປະເທດ. ດ້ວຍຈຸດດີແມ່ນເບົາ, ນ້ອຍ, ມີຄວາມສະດວກໃນການເຄື່ອນຍ້າຍ, ເວທີສະແດງຟ້ອນຕຸກກະຕານ້ຳນີ້ ສາມາດຮັບໃຊ້ໃຫ້ຜູ້ຊົມຢູ່ກັບທີ່ ຫາກບໍ່ຕ້ອງໄປໂຮງລະຄອນຄືເມື່ອກ່ອນອີກ. 

 

ນັບແຕ່ເມື່ອໄດ້ຮັບການກຳເນີດ, ເວທີສະແດງນີ້ໄດ້ນຳໄປສະແດງຢູ່ຫຼາຍປະເທດໃນໂລກ ແລະ ໄດ້ຮັບການລະດົມກຳລັງໃຈຢ່າງສຸດຈິດສຸດໃຈຂອງຜູ້ຊົມ.  ບົດຂຽນ ຟານແທງລຽມ -  ຜູ້ເມົາມົວກັບສິລະປະຕຸກກະຕານ້ຳ ຂອງງອກງ່າ, ນັກຂ່າວ VOV.

ຟານແທງລຽມ - ຜູ້ເມົາມົວກັບສິລະປະຕຸກກະຕານ້ຳ - ảnh 1ທ່ານ ຟານແທງລຽມ ບັນຊາຕຸກກະຕານ້ຳບົນເວທີຂະໜາດນ້ອຍ 

ສິລະປະຟ້ອນຕຸກກະຕານ້ຳຢູ່ ຫວຽດນາມ ໄດ້ເລີ່ມມາຈາກເຂດບ້ານນາ. ເພື່ອສະແດງບັນດາວາດຟ້ອນຢູ່ໃນນ້ຳຕ້ອງສ້າງເວທີສະແດງ ຫຼື ສາລາຢູ່ໃຈກາງໜອງຂອງບ້ານ. ບັນດານັກສິລະປິນຕ້ອງຢືນຢູ່ໃນນ້ຳເພື່ອບັນຊາຕຸກກະຕາ. ຜູ້ຊົມຢາກເບິ່ງຕ້ອງກັບເມືອບັນດາເຂດບ້ານນາ ຫຼື ໄປເຖິງບັນດາເວທີສະຫງວນສະເພາະໃຫ້ແກ່ການສະແດງຟ້ອນຕຸກກະຕານ້ຳ. ເຊິ່ງເຄີຍແມ່ນນັກສິລະປິນເຂົ້າຮ່ວມການສະແດງຟ້ອນຕຸກກະຕານ້ຳ, ຟານແທງລຽມ ໄດ້ເຫັນເຖິງສິ່ງຈຳກັດຂອງຮູບແບບເວທີສະແດງຟ້ອນຕຸກກະຕານ້ຳທີ່ເປັນມູນເຊື້ອ. ເວທີສະແດງນັ້ນບໍ່ພຽງແຕ່ໃຫຍ່, ຍາກທີ່ເຄື່ອນຍ້າຍໄປບ່ອນອື່ນໄດ້ເທົ່ານັ້ນ ຫາກຍັງບໍ່ເໝາະສົມກັບຄະນະທີ່ບໍ່ມີສະມາຊິກຫຼາຍຄົນອີກດ້ວຍ. ຈາກນັ້ນ, ນັກສິລະປິນໄດ້ຄິດໄປຄິດມາເພື່ອປະດິດສ້າງຮູບແບບເວທີສະແດງຕຸກກະຕານ້ຳຂະໜາດນ້ອຍ ເພື່ອສາມາດນຳສິລະປະຟ້ອນຕຸກກະຕານ້ຳໄປເຖິງທຸກໆບ່ອນ. ນັກສິລະປິນ ຟານແທງລຽມ, ແບ່ງປັນວ່າ:

“ຄວາມຫຍຸ້ງຍາກທີ່ສຸດແມ່ນບັນຫາເຄື່ອນຍ້າຍ, ຖ້າຫາກເວທີສະແດງມູນເຊື້ອແມ່ນເສຍເງິນຄຳຫຼາຍ, ດັ່ງນັ້ນ ການໂຄສະນາສິລະປະຟ້ອນຕຸກກະຕານ້ຳຖືກຈຳກັດ ຍ້ອນເສຍເງິນຄຳຫຼາຍ. ບັນດາຜູ້ຈັດລາຍການບໍ່ມີແຫຼ່ງການເງິນພຽງພໍເພື່ອເຊື້ອເຊີນຄະນະໃຫຍ່ມີນັກສິລະປິນ 20, 30 ຄົນ ພ້ອມກັບບັນດາເຄື່ອງອຸປະກອນ.  ດັ່ງນັ້ນ, ຂ້າພະເຈົ້າໄດ້ປັບປຸງ ເຮັດແນວໃດ ເພື່ອໃຫ້ສິລະປະນີ້ອອກສູ່ໂລກ. ຮູບແບບເວທີສະແດງຂະໜາດນ້ອຍຂອງຂ້າພະເຈົ້ານີ້ງ່າຍດາຍທີ່ສຸດ, ຕົວຢ່າງຄື ຄອບຄົວຊາວ ອາເມລິກາ ທີ່ຮັ່ງຄອບຄົວໜຶ່ງມີກໍ່ສາມາດເຊື້ອເຊີນຄະນະມາສະແດງໄດ້, ໂດຍບໍ່ເສຍເງິນຄຳຫຼາຍຄືເມື່ອກ່ອນ.”

ຮູບແບບເວທີສະແດງນ້ອຍນີ້ຊ່ວຍໃຫ້ບັນດານັກສິລະປິນໄປສະແດງເພື່ອຮັບໃຊ້ຜູ້ຊົມຢູ່ບັນດາອົງການ, ໂຮງຮຽນ, ຢູ່ຄອບຄົວ, ໄປເຖິງບັນດາເຂດຫ່າງໄກຊອກຫຼີກ ແລະ ເຄື່ອນຍ້າຍເວທີສະແດງຟ້ອນຕຸກກະຕານ້ຳທີ່ເປັນມູນເຊື້ອຂອງ ຫວຽດນາມ ໄປແນະນຳກັບເພື່ອນມິດສາກົນເປັນຈຳນວນຫຼວງຫຼາຍ. ດ້ວຍຮູບແບບເວທີສະແດງຂະໜາດນ້ອຍນີ້, ນັກສິລະປິນ ສາມາດສະແດງບັນດາວາດຟ້ອນທີ່ເປັນມູນເຊື້ອຄື: ເທວະດາ 8 ພະນາງ, ເຊີດສິງໂຕ, ແຫ່ວໍ, ມວຍປ້ຳ…

ຈຸດທີ່ດຶງດູດຂອງຮູບແບບເວທີນ້ອຍນີ້, ຜູ້ຊົມໄດ້ຢືນຢູ່ໃກ້ກັບເວທີສະແດງກ່ວາ, ຊ່ອງຫວ່າງລະຫວ່າງມືຂອງນັກສິລະປິນ ແລະ ຕຸກກະຕາກໍ່ຢູ່ໃກ້ກ່ວາ. ຜູ້ຊົມໄດ້ເຫັນປະຈັກຕາຕົວຕຸກກະຕາ, ຊອກຮູ້ວິທີເຮັດຕຸກກະຕາ, ສາມາດບັນຊາຕຸກກະຕາໂດຍກົງ.

ໂດຍກາຍເປັນຄວາມຊິນເຄີຍແລ້ວ, ທ່ານ ຫງວຽນເທ໋ຄວາ ໄດ້ພາສະມາຊິກໃນຄອບຄົວທີ່ໄປຊົມການຟ້ອນຕຸກກະຕານ້ຳຢູ່ເຮືອນຫຼັງນ້ອຍຢູ່ຮ່ອມບ້ານໃນຕະຫຼາດ ເຄີມທຽນ ຂອງນັກສິລະປິນ ຟານແທງລຽມ. ເຖິງວ່າໄດ້ໄປຊົມຟ້ອນຕຸກກະຕານ້ຳຢູ່ຫຼາຍບ່ອນແລ້ວກໍ່ຕາມ, ແຕ່ທ່ານ ຄວາ ກໍ່ຕິດຕາມບັນດາວາດຟ້ອນໃໝ່ກ່ຽວກັບວັດທະນະທຳຄົມມະນາຄົມ, ອະທິປະໄຕທະເລ, ໝູ່ເກາະ, ສິ່ງແວດລ້ອມ, ເຮັດໃຫ້ລູກຫຼານທີ່ໄປຊົມນຳມີຄວາມມ່ວນຊື່ນຫຼາຍກ່ວາ. ທ່ານ ຫງວຽນເທ໋ຄວາ, ໃຫ້ຮູ້ວ່າ:

“ເຖິງວ່າແມ່ນເວທີນ້ອຍ ແລະ ຢູ່ໃນຮ່ອມແຕ່ວ່າ ອາທິດໃດກໍ່ໄດ້ຕ້ອນຮັບແຂກສາກົນ, ອາທິດໄດ້ກໍ່ສະແດງ 4, 5 ເທື່ອ. ທ່ານ ລຽມ ເກັ່ງຫຼາຍ, ທັງເຮັດຕຸກກະຕາເພື່ອຂາຍ ທັງສະແດງຕຸກກະຕາ, ນອກຈາກມີເວທີສະແດງເຄື່ອນທີ່ແລ້ວ ຍັງມີເວທີສະແດງຖາວອນອີກດ້ວຍ ແລະ ແຂກມາຊົມເປັນຈຳນວນຫຼວງຫຼາຍ, ເວທີນັ້ນມີຄວາມດູດດື່ມຫຼາຍຈຶ່ງດຶງດູດບັນດາບໍລິສັດທ່ອງທ່ຽວພາແຂກໄປຊົມເປັນຈຳນວນຫຼາຍ.”

ນັບແຕ່ເມື່ອເວທີສະແດງຂະໜາດນ້ອຍໄດ້ກຳເນີດຂຶ້ນ, ທ່ານ ຟານແທງລຽມ ຈຶ່ງມີເງື່ອນໄຂນຳຕົວຕຸກກະຕານ້ຳໄປແນະນຳຢູ່ບັນດາປະເທດຄື: ສ. ເກົາຫຼີ, ອີຕາລີ, ໂປໂລຍ, ໄທ, ຝຣັ່ງ, ເຢຍລະມັນ, ຍີ່ປຸ່ນ, ອາເມລິກາ. ບໍ່ພຽງແຕ່ມີການສະແດງເທົ່ານັ້ນ ຫາກນັກສິລະປິນຍັງມີໂອກາດໃຫ້ຜູ້ຊົມໄດ້ພົວພັນແລກປ່ຽນ, ຊອກຮູ້ກ່ຽວກັບສິລະປະຟ້ອນຕຸກກະຕານ້ຳທີ່ເປັນມູນເຊື້ອ, ກໍ່ຄືແນະນຳກ່ຽວກັບປະຫວັດສາດ, ວັດທະນະທຳຂອງຊາວ ຫວຽດນາມ ອີກດ້ວຍ. ສາດສະດາຈານ ຮ່ວາງເຈືອງ, ຜູ້ອຳນວຍການສູນຄົ້ນຄ້ວາອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຊົນເຜົ່າ ໄດ້ຕີລາຄາວ່າ:

“ຈາກແນວຄວາມຄິດເຮັດແນວໃດເພື່ອໂຄສະນາສິລະປະຟ້ອນຕຸກກະຕານ້ຳອັນເປັນເອກະລັກສະເພາະທີ່ເປັນມູນເຊື້ອໃຫ້ແກ່ປະຊາຊົນທຸກຄົນ, ທ່ານ ຟານແທງລຽມ ໄດ້ມີຫົວຄິດປະດິດສ້າງສິ່ງດັ່ງກ່າວ. ໃນເບື້ອງຕົ້ນ, ເມື່ອທ່ານ ຟານແທງລຽມ ປະດິດສ້າງຮູບແບບຟ້ອນຕຸກກະຕານ້ຳ ຄິດວ່າຈະບໍ່ໄດ້ໂຄສະນາໃນທົ່ວໂລກດອກ, ຫາກພຽງແຕ່ຄິດເຖິງເລື່ອງເຮັດແນວໃດເພື່ອຮັບໃຊ້ໃຫ້ເຍົາວະຊົນ, ແຕ່ວ່າກຳລັງແຜ່ລາມຂອງມັນແມ່ນໃຫຍ່ຫຼວງ, ຍ້ອນປະເພດສິລະປະນີ້ບໍ່ພຽງແຕ່ປະຊາຊົນ ຫວຽດນາມ ນິຍົມເທົ່ານັ້ນ ຫາກປະຊາຊົນຢູ່ໃນໂລກ ກໍ່ນິຍົມອີກດ້ວຍ.”

ດ້ວຍຄວາມເມົາມົວກັບອາຊີບ ດັ່ງນັ້ນ ໃນການພົບປະເປັນຄັ້ງທຳອິດໃຜກໍ່ໄດ້ຮັບການຖ່າຍທອດຢ່າງສຸດຈິດສຸດໃຈ ແລະ ການອຸທິດສ່ວນບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງທ່ານ ຟານແທງລຽມ. ທ່ານແມ່ນນັກສິລະປິນຟ້ອນຕຸກກະຕາເອກະລາດພຽງຄົນດຽວຢູ່ ຫວຽດນາມ ເທົ່ານັ້ນທີ່ບັນລຸໄດ້ຜົນງານທັງຢູ່ພາຍໃນ ແລະ ຕ່າງປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ