ຟາມກະສີກຳຂອງອ້າຍ ເລີມແຫ້ງ ຢູ່ຮາວາຍ ປະເທດອາເມລິກາ

ແຖວ​ຕົ້ນ​ໝາກ, ໃບ​ພູ, ແຖວ​ຕົ້ນ​ໝາກ​ມີ້ຂຽວ​ອຸ່ມ​ທຸ່ມສົ່ງ​ກິນ​ຫອມ​ໄປ​ທົ່ວ… ທັດ​ສະ​ນີ​ຍະ​ພາບ​ທີ່​ເປັນ​ເອ​ກະ​ລັກ​ພິ​ເສດນີ້, ຄິດ​ວ່າ​ຈະ​ມີ​ຢູ່​ຕາມເຂດ​ສວນ​​ ທາງ​ພາກ​ໃຕ້​ຫວຽດ​ນາມນັ້ນ, ແຕ່​ຊ້ຳ​ພັດ​ປະ​ກົດ​ຂຶ້ນ​ລັດ​ ຮາ​ວາຍ ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ. ນັ້ນ​ແມ່ນ​ຝາມ​ຂອງ​ອ້າຍ ເລີມ​ແຫ້ງ ຊາວ​ອາ​ເມ​ລິ​ກາ​ເຊື້ອ​ຊາດ​ຫວຽດ​ນາມ​ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ ຮາ​ວາຍ.

                                       

ຟາມກະສີກຳຂອງອ້າຍ ເລີມແຫ້ງ ຢູ່ຮາວາຍ ປະເທດອາເມລິກາ - ảnh 1
ອ້າຍ​ແຫ້ງ​ພວມ​ເດັດ​ເອົາ​ໃບ​ພູ​ໃນ​ສວນ​ຂອງ​ຕົນ

    ຟາມ​ຂອງ​ອ້າຍ ເລີມ​ແຫ້ງ ກວ້າງ​ປະ​ມານ 1 ແຮັກ​ຕາ ຖືກ​ຕັ້ງ​ຢູ່​ຕີນ​ພູ​ຂຶ້ນ​ກັບ Oahu ຊຶ່ງ​ແມ່ນ​ເກາະ​ແຫ່ງ​ໜຶ່ງ​ທີ່​ມີ​ພົນ​ລະ​ເມືອງຫຼາຍກວ່າ​ໝູ່​ໃນ​ລັດ​ຮາ​ວາຍ. ຝາມ​ຂອງ​ອ້າຍ ເລີມ​ແຫ້ງ ມີ​ຜັກ, ໝາກ​ໄມ້ຫຼາ​ຍ​ຊະ​ນິດ, ປຽບ​ເໝືອນ​ຕະຫຼາດ​ກະ​ສີ​ກຳ​ຮັດ​ແຄບ​ຢູ່​ຫວຽດ​ນາມ. ​ອ້າຍ ເລີມ​ແຫ້ງ ແບ່ງ​ປັນ​ວ່າ : 

     “ຢູ່ ຟາມ​ແຫ່ງນີ້, ມີ​ຜັກ, ໝາກ​ໄມ້ຄົບ​ທຸກ​ຢ່າງ, ຢູ່​ຫວຽດ​ນາມ​ມີ​ຫຍັງ​ແດ່, ຢູ່ນີ້​ກໍ​ມີ​ໝົດ. ຍົກ​ຕົວ​ຢ່າງ​ຄື ຜັກ​ຊີ, ຜັດ​ອີ່​ຕູ່, ໃບ​ພູ, ໝາກ​ນ້ຳ​ນົມ, ໝາກ​ລຳ​ໄຍ, ໝາກ​ລະມຸດ… ”

    ໃນ​ເບື້ອງ​ຕົ້ນ​, 2 ຜົວ​ເມຍ​ອ້າຍ​ແຫ້ງ​ພຽງ​ແຕ່​ປູກ​ຜັກ​ເພື່ອ​ຂາຍ​ໃຫ້​ຊາວ​ອາ​ເມ​ລິ​ກາ​ເຊື້ອ​ສາຍ​ອາ​ຊີ​ຢູ່ ຮາ​ວາຍ, ເພາະ​ປູ​ກ​ຜັກ​ກໍ​ມີ​ເງື່ອນ​ໄຂ​ສະ​ດວກ, ການ​ເກັບ​ກູ້​ກໍ​ໄວ. ໄລ​ຍະ​ຕໍ່​ມາ, ເຫັນ​ວ່າ​ຍັງ​ມີ​ດິນ​ເປົາ​ວ່າງຫຼາຍ, ດັ່ງ​ນັ້ນ, ອ້າຍ​ກໍ​ຄິດ​ໄລ​ເຖິງ​ການ​ປູກ​ຕົ້ນ​ໄມ້​ໃຫ້​ໝາກ, ທຳ​ອິດ​ແມ່ນ​ປູກ​ກ້ວຍ, ໝາກມີ້, ໝາກ​ນ້ຳ​ນົມ…..

​ອ້າຍ ເລີມ​ແຫ້ງ ເວົ້າວ່າ :     

     “ ດິນ​ຟ້າ​ອາ​ກາດ​ຢູ່ນີ້​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກຫຼາຍກວ່າ​ຢູ່​ຫວຽດ​ນາມ. ຖ້າ​ຫາກ​ປູກ​ຢູ່​ຫວຽດ​ນາມ ຕ້ອງ​ການ​ເວ​ລາ 5 ປີ, ສ່ວນ​ຢູ່ນີ້, ຕ້ອງ​ການ​ເວ​ລາພຽງ 3 ເທົ່າ​ນັ້ນ, ກໍ​ສາ​ມາດ​ໃຫ້​ໝາກ​ແລ້ວ ”

     ອ້າຍ ເລີມ​ແຫ້ງ ເຈົ້າຂອງ​ຟາມ​ໃຫ້​ຮູ້​ວ່າ : ຢູ່​ໃສ​ກໍ​ເຊັ່ນ​ດຽວ​ກັນ, ການ​ເຮັດ​ໄຮ່​ນາ​ຮົ້ວ​ສວນ ຍາມ​ໃດ​ກໍ​ມີ​ຄວາມ​ລຳ​ບາກ, ສຳ​ລັບລາຍ​ຮັບກໍ​ສາ​ມາດ​ໃຊ້​ຈາຍ​ພຽງ​ພໍ​ໃນ​ຊີ​ວິດ​ປະ​ຈຳ​ວັນ. ແຕ່​ເມື່ອ​ຖືກ​ຖາມ​ວ່າ ຢາກ​ແລກ​ວຽກ​ງານນີ້ເອົາ​ວຽກ​ງານ​ເຮັດ​ຢູ່​ຫ້ອງ​ການທີ່​ມີ​ລາຍ​ຮັບ​ສູງກວ່າຫຼືບໍ່ ? ອ້າຍ ເລີມ​ແຫ້ງກໍ​ບໍ່​ຍອມ​ຮັບເລີຍ. ອ້າຍ ເລີມ​ແຫ້ງ ເປີດ​ເຜີຍ​ວ່າ : 

    “ ເຮົາ​ມັກ​ເຮັດ​ວຽກ​ຢູ່​ກາງ​ແຈ້ງ, ມັກ​ລົມ, ມັກ​ຝົນ, ມັກ​ທຳ​ມະ​ຊາດ. ຖ້າ​ຫາກ​ເຮັດ​ວຽກ​ໃນ​ບໍ​ລິ​ສັດ, ໂຮງ​ຈັກ​ໂຮງ​ງານ, ເຮົາ​ເຫັນ​ວ່າ​ຖືກ​ບັງ​ຄັບ, ຊົ່ວ​ໂມງ​ເຮັດ​ວຽກ​ກໍ​ຂຶ້ນ​ກັບ​ເຂົາ, ເຮັກ​ວຽກ​ກໍ​ຢູ່​ໃນ​ຮົ່ມ. ເຮົາ​ເຄີຍ​ເຮັດວຽກ​ຢູ່​ກາງ​ແຈ້ງ​, ເຮັດ​ໃນ​ບັນ​ຍາ​ກາດ​ທຳ​ມະ​ຊາດມາ​ແຕ່​ນ້ອຍ , ດັ່ງ​ນັ້ນ​ການ​ເຮັດ​ສວນ ກໍ​ຮູ້​ສຶກວ່າ ສະ​ດວກສະ​ບາຍຫຼາຍ ”

     ໂອ້ລົ​ມ​ກັບ​ພວກ​ຂ້າ​ພະ​ເຈົ້າແລ້ວ, ​ອ້າຍ ເລີມ​ແຫ້ງ ຟ້າວ​ຂຶ້ນ​ລົດ ຕ​ິດ​ເຄື່ອງ. ເຖິງ​ເວ​ລາ​ແລ້ວ ທີ່​ອ້າຍ ເລີມ​ແຫ້ງ ຕ້ອງ​ໄປ​ສົ່ງ​ເຄື່ອງ, ແລ້ວ​ກໍ​ແວຮັບ​ລູກຢູ່​ໂຮງ​ຮຽນ. ແສງ​ແດດ​ກໍ​ໄດ້​ຫາຍ​ໄປ​.

ຕອບກັບ

ຂ່າວ/ບົດ​ອື່ນ