ຢ້ຽມຢາມໂຮງຮຽນສຳລັບເດັກພິການຢູ່ນະຄອນໂຮ່ຈີມິນ


(vovworld) - ສຳລັບ​ເດັກ​ພິການ, ​ເລື່ອງ​ໄດ້​ຮັບການ​ສຶກສາ, ລ້ຽງ​ດູ​ໃນ​ສະພາບ​ພິ​ເສດ ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳ​ເປັນ. ບັນດາ​ໂຮງຮຽນ​ສຳລັບ​​ເດັກພິການ​ບາງ​ເທື່ອ​ຈະ​ບໍ່​ກວ້າງ​ໃຫຍ່ກໍ່ຕາມ, ​ແຕ່ມັນ​ຈະ​ເປັນ ”ຄອບຄົວ​ແຫ່ງ​ທີ​ສອງ”, ຊ່ວຍ​ໃຫ້​ພວກ​ນ້ອງ​ມີ​ທັກ​ສະ​ໃນ​ການ​ດຳລົງ​ຊີວິດ ​ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ເພື່ອ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ. ​ໃນ​ລາຍການ​ສາລະ​ຄະດີ​ມື້​ນີ້, ​ເຊີນ​ເພື່ອນ​ພ້ອມ​ກັບ ມີ້​ຢຸງ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ແວ່​ຢາມ​ໂຮງຮຽນ​ສຳລັບ​ເດັກ​ພິການຢູ່​ນະຄອນ​ໂຮ່ຈີ​ມິນ.

ຢ້ຽມຢາມໂຮງຮຽນສຳລັບເດັກພິການຢູ່ນະຄອນໂຮ່ຈີມິນ - ảnh 1

​ໂຮງຮຽນ​​ອະນາຄົດ
(ພາບ: ອິນເຕີແນດ)

        ພວກ​ຂ້າພະ​ເຈົ້າ​ໄປ​ຢ້ຽມຢາມ​ໂຮງຮຽນ​​ອະນາຄົດ​ໃນ​ຊຸມ​ມື້​ຕົ້ນ​ເດືອນ 4. ​ໂດຍ​ຕັ້ງ​ຢູ່​ຮ່ອມ​ບ້ານ​ນ້ອຍໆ​ໃນ​ຖະໜົນ ນາມ​ກີ່​ເຂີຍ​ເງ້ັຍ, ​ເມືອງ 3. ປະຈຸ​ບັນ, ​ໂຮງຮຽນ​ພວມ​ສິດສອນ​ໃຫ້​ເດັກ​ພິການ 40 ຄົນ​​ໃນ​ເກນ​ອາຍຸ​ແຕ່ 6 – 16 ປີຕາມ​ຮູບ​ການ​ເຄິ່ງກິນນອນ. ​​​ເອື້ອຍ​ຄູ ​ໂດ້ທິ​ເຟືອງ​ງາ, ຜູ້ອຳນວຍການ​ໂຮງຮຽນ​ ໃຫ້​ຮູ້​ວ່າ:

        ”​ໂຮງຮຽນ​ຂ້າພະ​ເຈົ້າ​ສ່ວນ​ຫຼາຍ​ແມ່ນ​ເດັກ​ພິການ​ໜັກ, ດັ່ງ​ນັ້ນ​ພວກ​ນ້ອງ​ຈຶ່ງປະສົບ​ກັບຄວາມ​ຫຍຸ້ງຍາກ​ຫຼາຍກ່ຽວ​ກັບ​ດ້ານ​ພາສາ, ທັກ​ສະ​ໃນ​ການ​ດຳລົງ​ຊີວິດ. ຍ້ອນ​ເຫດ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ລົງທຶນ​ສິດສອນ​ກ່ຽວ​ກັບ​ທັກ​ສະ​ໃນ​ການ​ດຳລົງ​ຊີວິດ ​ແລະ ພັດທະນາ​ດ້ານ​ພາສາ”.

ຢ້ຽມຢາມໂຮງຮຽນສຳລັບເດັກພິການຢູ່ນະຄອນໂຮ່ຈີມິນ - ảnh 2
ຊົ່ວໂມງຮຽນຂອງເດັກພິການ
(ພາບ: ອິນເຕີແນດ)

        ຢູ່ໂຮງຮຽນ​​ອະນາຄົດ, ​ເລື່ອງ​ສອນ​ດ້ານ​ທັກ​ສະ​ໃນ​ການ​ດຳລົງ​ຊີວິດ ​ແລະ ​ແກ້​ໄຂ​ບັນດາ​ສະພາບ​ການ​ທີ່​ເກີດ​ຂຶ້ນ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ຄະນະ​ອຳນວຍ​ການ ​ແລະ ຄອບຄົວ. ​ເອື້ອຍ​ຄູ ຟານ​ທິທູ​ເຮືອງ, ຜູ້​ທີ່​​ໄດ້​ຕິດ​ພັນ​ກັບ​ໂຮງຮຽນ​ມາ​ຫຼາຍ​ປີ​ແລ້ວ, ​ແບ່ງປັນ​ວ່າ:

        ”​ເດັກນ້ອຍ​ເຫຼົ່າ​ນີ້ມີ​ຄວາມ​ໂຊກ​ຮ້າຍ​ທີ່​ສຸດ, ຂ້າພະ​ເຈົ້າ​ໄດ້​ສິດສອນ​ພວກ​ນ້ອງ​ດ້ວຍ​ຄວາມສຸດ​ຈິດ​ສຸດ​ໃຈ, ຜ່ານ​ລາຍການ​ທີ່​ເໝາະ​ສົມ​ກັບ​ຄວາມ​ສາມາດ​ຂອງ​ເດັກນ້ອຍ, ສອນ​ໃຫ້​ພວກ​ນ້ອງ​ຍາກ​ຫຼາຍ, ດັ່ງ​ນັ້ນ, ພວກ​ຂ້າພະ​ເຈົ້າ​​ໄດ້​ມີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ພໍ່​ແມ່​ນັກຮຽນ​ໃນ​ແຕ່​ລະ​ບົດ​ສອນ​ ເພື່ອ​​​ໃຫ້​ພວກ​ນ້ອງ​ກຳ​ບົດຮຽນ​ໄດ້ດີ​ທີ່​ສຸດ.

ຢ້ຽມຢາມໂຮງຮຽນສຳລັບເດັກພິການຢູ່ນະຄອນໂຮ່ຈີມິນ - ảnh 3
ເດັກພິການພວມຮຽນແຕ້ມ
(ພາບ: ອິນເຕີແນດ)

        ຢູ່ໂຮງຮຽນຄວາມ​ຫວັງ​ເລກ 1 ສຳລັບ​ເດັກຫູໜວກ, ​​ໃນເມືອງ 1 , ​ເຖິງ​ວ່າ​ພື້ນຖານ​ດ້ານ​ວັດຖຸ​ຂອງ​ໂຮງຮຽນ​ຍັງ​ຂາດ​ເຂີນ​ກໍ່ຕາມ, ​ແຕ່​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ, ບັນດາ​ຄູ​ສອນ​ໃນ​ໂຮງຮຽນ ຍາມ​ໃດ​ກໍ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ສຶກສາ​ດີ​ທີ່​ສຸດ​ໃຫ້​ພວກ​ນ້ອງ. ນອກຈາກ​ສອນ​ວັດທະນະທຳ​ແລ້ວ, ທາງ​ໂຮງຮຽນ​ຍັງ​ສອນ​ທັກ​ສະ​​ໃນ​ການດຳລົງ​ຊີວິດ, ພອນ​ສະຫວັນ ​ແລະ ​ແນະນຳ​ວິຊາ​ຊີບ​ອື່ນໆຄື ​ແຕ້ມ, ​ໄອ​ທີ, ປັກ​ແສ່ວ, ຜະລິດ​ເຄື່ອງ​ຫັດຖະກຳ​ສິລະ​ປະ​ອີກ​ດ້ວຍ. ດ້ວຍ​ຄວາມ​ຫວັງວ່າ​ພວກ​ນ້ອງ​ຈະ​ມີ​ອາຊີບ​ເພື່ອ​ກຸ້ມ​ຕົນ​ເອງ​ໃນ​ອະນາຄົດ. ກ່ຽວ​ກັບ​ການ​ຮັບ​ສະໝັກ​ຄູ​ສອນ​ໃຫ້​ໂຮງຮຽນ. ​ເອື້ອຍ​ຄູ ​ເຈິ່ນທິ​ເງີ່ຍ, ຜູ້ອຳນວຍການ​ໂຮງຮຽນຄວາມ​ຫວັງ​​ໃຫ້ຮູ້​ວ່າ:

        ”​ພາຍຫຼັງຮັບ​​ເອົາຄູ​ສອນ​​ໃ່ໝ່, ພວກ​ຂ້າພະ​ເຈົ້າ​​ກໍ່​​ບຳລຸງ​ສ້າງ​ໃຫ້​ເຂົາ​ເຈົ້າ​ກ່ຽວ​ກັບທັກ​ສະ​ໃນ​ການ​ສຳ​ພັດ​ກັບ​ຄົນ​ຫູໜວກ, ​ເພື່ອ​ຮັບປະກັນໃຫ້​ເຂົາ​ເຈົ້າ​ສິດສອນບົດຮຽນ​ສະດວກ​ສະບາຍ ​ແລະໄດ້​ດີ”.

ຢ້ຽມຢາມໂຮງຮຽນສຳລັບເດັກພິການຢູ່ນະຄອນໂຮ່ຈີມິນ - ảnh 4
ຄູສອນແນະນຳໃຫ້ເດັກພິການວິທີພັບເຈ້ຍ
(ພາບ: ອິນເຕີແນດ)

        ບໍ່​ພຽງ​ແຕ່​ສິດສອນ​ຄວາມຮູ້ດ້ານ​ວັດທະນະທຳ​ໃຫ້​ແກ່​ເດັກ​ພິການ, ​ໂຊກ​ຮ້າຍ​ເທົ່າ​ນັ້ນ, ບັນດາ​ໂຮງຮຽນສຳລັບ​ເດັກ​ພິການ​ຍັງ​ເປີດ​ຫ້ອງ​ຮຽນ​ ​ກ່ຽວ​ກັບ​ພອນ​ສະຫວັນ, ໄອ​ທີ, ດົນຕີ​ ດ້ວຍ​ຈຸດໝາຍ​ເຮັດ​ໃຫ້​ພວກ​ນ້ອງ​ໄດ້​ຮັບ​ການ​ພັດທະນາ​ຢ່າງຮອບດ້ານ. ສິ່ງ​ທີ່​ໜ້າ​ເວົ້າ​ເຖິງ​ນັ້ນ​ແມ່ນ, ຄູ​ສອນ​ກໍ່​ແມ່ນ​ຄົນ​ພິການ​, ​ເຂົາ​ເຈົ້າ​ມາ​ແຫ່ງ​ນີ້​ບໍ່​ພຽງ​ແຕ່​ເພື່ອ​ສິດສອນ​ໃຫ້​ພວກ​ນ້ອງ​ເທົ່ານັ້ນ, ຫາກ​ຍັງ​ເປັນ​ການ​ປຸກລະດົມ​ກຳລັງ​ໃຈ, ​ແບ່ງປັນ ​ແລະ ​ເພີ່ມ​ກຳລັງ​ແຮງ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ເດັກພິການ​ອີກ​ດ້ວຍ.

        ສະ​ເຫຼີ​ມສະຫຼອງ​ວັນ​ໂລກ​ປົກ​ປັກ​ຮັກສາ ​ແລະ ​ເບິ່ງ​ແຍງ​ດູ​ແລ​ຄົນ​ພິການ​ວັນ​ທີ 18/4, ຫວັງ​ວ່າ​ຈະ​ມີ​ໂຮງຮຽນສຳລັບ​ເດັກ​ພິການ​​ຫຼາຍ​ແຫ່ງ​ກວ່າ​ອີກ ​ເພື່ອ​ເປັນ​ບ່ອນ​ອີງ​ດ້ານ​ຈິດ​ໃຈ​ໃຫ້​​ແກ່​ພວກ​ນ້ອງ. ດ້ວຍ​ຄວາມ​ຮູ້ ກໍ່​ຄື​ທັກ​ສະ​ທີ່​ໄດ້​ຮັບ​ເອົາ​ໃນ​ໂຮງຮຽນ, ຫວັງ​ວ່າພວກ​ນ້ອງ​ຈະ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນາ​ຍາດ ​ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕື່ມ​ອີກ​ເພື່ອ​ຕັດສິນ​ອະນາຄົດ​ຂອງ​ຕົນ.

       

ຕອບກັບ

ຂ່າວ/ບົດ​ອື່ນ