ຢູ່ເຂດບ້ານນາຊາວກະສິກອນເຮັດອາຊີບເປັນຜູ້ນຳທ່ຽວ

(vovworld)- ຊາວ​ກະ​ສິ​ກອນຢູ່​ຕາ​ແສງ ອຽນ​ດືກ ເທດ​ສະ​ບານ ດົງ​ຈ່ຽວ ແຂວງ ກວ໋າງ​ນີງ, ແຕ່​ລະ​ມື້ ຍັງ​ດຳ​ນາ, ປູກ​ຜັກ ແຕ່​ເມື່ອ​ມີ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ ເຂົາ​ເຈົ້າ ພັດ​ກາຍ​ເປັນ​ຜູ້​ນຳ​ທ່ຽວ, ນັກ​ສະ​ແດງ​ສິ​ລະ​ປະ​ສະ​ຫມັກ​ຫລິ້ນ ເພື່ອ​ຮັບ​ໃຊ້​ນັກທ່ອງ​ທ່ຽວ. ບາງ​ຄົນ​ໃນ​​ມື້​ຫນຶ່ງ ເຂົາ​ເຈົ້າ​ສາ​ມາດ​ຮັບ​ແຂກ​ ຂັບ​ລົດ​ໄຟຟ້າ ໃນ​ຕອນ​ເຊົ້າ, ​ຕອນ​ສວາຍ ເຂົ້າ​ເຮືອນ​ຄົວ​ປຸງ​ແຕ່ງ​ບັນ​ດາ​ເຍື່ອງ​ອາ​ຫານ​ຂອງ​ເຂດ​ບ້ານ​ນາ​ໃຫ້​ນັກ​ທ່ອງ​ທ່ຽວ, ​ຮອດຕອນ​ຄ່ຳ​ເຂົາ​ເຈົ້າ​ກາຍ​ເປັນ​ນັກ​ສະ​ແດງ​ສິ​ລະ​ປະ ຂັບ​ກວາ​ນ​ຫໍ້ ຫລື​ສະ​ແດງ​​ລະ​ຄອນຕຸກ​ກະ​ຕາ​ນ້ຳ. ບັນ​ດາ​ຊາວ​ກະ​ສິ​ກອນ​ເຫລົ່າ​ນັ້ນ ພວມ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ເຂດ​ບ້ານ​ນາ​ ອ​ຽນດືກ​ ທີ່​ສະ​ຫງົບ​ສຸກ​ສວຍ​ງາມກວ່າ.
ຢູ່ເຂດບ້ານນາຊາວກະສິກອນເຮັດອາຊີບເປັນຜູ້ນຳທ່ຽວ - ảnh 1
ຊາວ​ກະ​ສິ​ກອນ​ຢູ່ ອຽນ​ດືກ ​ກາຍ​ເປັນ​ຜູ້​ນຳ​ທ່ຽວ

        ຕາ​ແສງ ອຽນ​ດືກ ບໍ່​ພຽງ​ແຕ່​ແມ່ນ​ເຂດ​ບ້ານ​ນາທີ່​ມີ​ມູນ​ເຊື້ອ​ປະ​ຕິ​ວັດ ແລະ ​ມີ​ຊື່​ສຽງດ້ວຍ​ບັນ​ດາ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ, ທັດ​ສະ​ນີ​ຍະ​ພາບ​ທີ່ສວຍ​ງາມ​ສະ​ຫງົບ​ສຸກ, ທົ່ງ​ນາ​ທີ່ກວ້າງ​ໃຫຍ່​ຂຽວ​ອຸ່ມ​ທຸ່ມ… ເທົ່າ​ນັ້ນ ຫາກ​ຍັງ​ມີ​ວັດ​ວາ​ອາ​ຮາມ, ຖ້ຳ, ​ພູຜາ ​ຫລາຍ​ສາຍອີກ​ດ້ວຍ. ນອກນັ້ນ ແຫ່ງນີ້ ຍັງ​ມີ​ທ່າ​ໄດ້​ປຽບ​ແມ່ນນອນ​ບົນ​ເສັ້ນ​ທາງ​ຈາກ ຮ່າ​ໂນ້ຍ ເຖິງ ຮ້າ​ລອງ. ແຕ່​ປີ  2011,  ບໍ​ລິ​ສັດ​ທ່ອງ​ທ່ຽວ ດົງ​ເຢືອງ (ອິນ​ດູ​ຈີນ) ​ໄດ້​ຫັນ ອຽນ​ດືກ ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ເຂດ​ບ້ານ​ນາ ທີ່​ດູດ​ດື່ມ ພິ​ເສດ ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ ຝ່າຍ​ຕ​າ​ເວັນ​​ຕົກ. ນັກ​ທ່ອງ​ທ່ຽວ​​ເຂົ້າ​ຮ່ວມ​ລາຍ​ການ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້​ຈະກາຍ​ເປັນ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ, ເຂົາ​ເຈົ້າຈະ​​ພ້ອມ​ກັບ​ຊາວ​ກະ​ສິ​ກອນ ດຳ​ນາ, ປູກ​ຜັກ, ຫາ​ປາ ແລະ ພັກ​ຜ່ອນ​ໃນ​ຫລັງ​ຄາ​ເຮືອນ​ບູ​ຮານ​ຂອງ ປະ​ຊາ​ຊົນ​ພາກ​ເຫນືອ​ຫວຽດ​ນາມ, ພ້ອມ​ກັນ​ຊົມ​ລາຍ​ການ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ, ຮັບ​ຟັງ​ຂັບ​ກວານ​ຫໍ້, ເຂົ້າ​ຊົມ​ເຮືອນ​ບູ​ຮານ ທີ່ມີ​ອາ​ຍຸ​ເກືອບ 200 ປີ. ອ້າຍ ຫຽນ, ຊາວ​ກະ​ສິ​ກອນ​ເຂດ​ບ້ານ​ນາ ອຽນ​ດຶກ, ທັງ​ເປັນ​ຜູ້​ນຳ​ທ່ຽວ ໃຫ້​ຮູ້​ວ່າ:

        “ກ່ອນນີ້ ຂ້າ​ພະ​ເຈົ້າ​ເຮັດ​ອາ​ຊີບ​ກະ​ສິ​ກຳ, ເມື່ອ​ຫັນ​ມາ​ເຮັດ​ບໍ​ລິ​ການ​ທ່ອງ​ທ່ຽວ ທຳ​ອິດ​ກໍ​ຄິດ​ວ່າ ຕົນ​ເອງບໍ່​ສາ​ມາດ​ເຮັດ​ໄດ້ ແຕ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ ຮຽນ​ວິ​ທີ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ ຈາກ​ການ​ໂອ້​ລົມ​ສົນ​ທະ​ນາ ຕະ​ຫລອດ​ຮອດ​ກິ​ລິ​ຍາ​ທ່າ​ທ່າງ, ການ​ນຸ່ງ​ຖືຕ້ອງ​ຮຽບ​ຮ້ອຍ ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ສາຍ​ຕາຂອງ​ນັກ​ທ່ອງ​ທ່ຽວ.”

        ສະ​ຫະ​ກອ​ນ​ບ້ານ​ນາ ອຽນ​ດືກ ມີສະ​ມາ​ຊິກ 30 ຄົນ ,  ເຂົາ​ເຈົ້າ​ລ້ວນ​ແຕ່​ສາ​ມາດເຮັດ​​ວຽກ​ງານ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວທຸກ​ຢ່າງ​ໄດ້. ເອື້ອຍ ຫງວຽນ​ທິ​ເຮືອງ, ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຜູ​້​ນຳ​ທ່ຽວ​​ໃຫ້​ຄະນະ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ ອຽນ​ດືກ. ນາງ​ເຮືອງ ເວົ້າ​ພາ​ສາ​ອັງ​ກິດ​ຫລ່ຽນ​ໄຫລ. ສະ​ນັ້ນ ເອື້ອຍ​ໄດ້​ຮັບ​ຫນ້າ​ທີ່​ເປັນ​ຄູ​ສອນ​ພາ​ສາ​ອັງ​ກິດ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ຫະ​ກອນ. ເອື້ອຍ ເຮືອງ ໃຫ້​ຮູ້​ວ່າ:

        “ການ​ສອນ​ພາ​ສາ​ອັງ​ກິດ ແມ່ນ​ຫຍຸ້ງ​ຍາກ​ທີ່​ສຸດ ແຕ່​ເມື່ອບ​ັນ​ດາ​ສະ​ມາ​ຊິກ​ໃນ​ສະ​ຫະ​ກອນສາ​ມາດໂອ້​ລົມ​ກັບ​ນັກ​ທ່ອງ​ທ່ຽວ​ໄດ້ ເຂົາ​ເຈົ້າ​ຮູ​້​ສຶກ​ດີ​ໃຈ​ຫລາຍ ຜູ້​ໃດ​ກໍ​ພະ​ຍາ​ຍາມ​ຮ່ຳ​ຮຽນ. ຊາວ​ກະ​ສິ​ກອນ​ຢູ່​ທີ່ນີ້ຜູ້​ໃດ​ກໍ່​ຮູ້ສຶກ​​ແປກ​ປະ​ຫລາດ​ຕໍ່​ຕົນ​ເອງ, ປະ​ຈຸ​ບັນ ເຂົາ​ເສົ້າ​ສາ​ມາດ​ເວົ້າ​ພາ​ສາ​ອັງ​ກິດ, ໂອ້​ລົມ​ກັບ​ນັກ​ທ່ອງ​ທ່ຽວ​ໄດ້. ນັກ​ທ່ອງ​ທ່ຽວ​ກໍ​ຮູ້​ສຶກ​ປະ​ທັບ​ໃຈ ເພາະ​ເຂົາ​ເຈົ້າ​ມີ​ຄວາມ​ໃກ້​ຊິດ​ກັບ​ຊາວ​ທ້ອງ​ຖິ່ນກວ່າ.”

ຢູ່ເຂດບ້ານນາຊາວກະສິກອນເຮັດອາຊີບເປັນຜູ້ນຳທ່ຽວ - ảnh 2
ນັກ​ທ່ອງ​ທ່ຽວ​ສາ​ກົນ ຫາ​ປາ

        ເຮັດ​ບໍ​ລິ​ການ​ທ່ອງ​ທ່ຽວ, ຊາວ​ກະ​ສິ​ກອນ ອຽນ​ດືກ ໄດ້​ຮັບ​​ບຸ​ລິ​ມະ​ສິດ​ຢ່າງ​ເໝາະ​ສົມ, ເຂົາ​ເຈົ້າ​ໄດ້​​ຊົມ​ໃຊ້​ບໍ​ລິ​ການປະ​ກັນ​ໄພ ທັງ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ເປັນ​ປະ​ຈຳ​ເພື່ອ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ດ້ານ​ພາ​ສາ​ຕ່າງ​ປະ​ເທດ​ຂອງ​ຕົນ. ນອກ​ຈາກ​ການ​ເຮັດ​ນາ​ປູກ​ຜັກ, ເຂົາ​ເຈົ້າ​ຍັງມີ​ຄວາມ​ພາກພູມ​ໃຈ​ຕື່ມ​ອີກ​ເມື່ອ​​ໄດ້ເຮັດ​ບໍ​ລິ​ການ​ທ່ອງ​ທ່ຽວ ແລະ ສິ່ງ​ສຳ​ຄັນ​ກວ່ານັ້ນ​ແມ່ນ ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ເມື່ອ​ມີ​ລາຍ​ຮັບ 3 ລ້ານ​ດົງ/ເດືອນ ຈາກ​ບໍ​ລິ​ການ​ທ່ອງ​ທ່ຽວ. ເອື້ອຍ ເຢືອງ​ທິ​ເມນ, ຫົວ​ຫນ້າ​ສ​ະ​ຫະ​ກອນ ຕາ​ແສງ ອຽນ​ດືກ ໃຫ​້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ເລືອກ​ເຟັ້ນ​ຊາວ​ທ້ອງ​ຖິ່ນ​ເປັນ​ຜູ້​ນຳ​ທ່ຽວ ຈະ​ມີ​ທ່າ​ໄດ້​ປຽບ​ກວ່າເມື່ອ​ທຽບ​ໃສ່​ຜູ້​ທີ່​ມາ​ຈາກ​ແຫ່ງ​ອື່ນ, ເພາະ ຊາວ​ທ້ອ​ງ​ຖິ່ນ ແມ່ນ​ຜູ້​ເຂົ້າ​ໃຈ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ກໍ​ຄື​ເສັ້ນ​ທາງ​ໄປ​ມາ​ໃນ​ບ້ານກວ່າ.”

        ຈາກ​ຊາວ​ກະ​ສິ​ກອນ​ແທ້​ໆ ປະ​ຈຸ​ບັນ ຊາວ​ບ້ານ ອຽນ​ດືກ ​ໄດ້ກາຍ​ເປັນ​ຜູ້​ເຮັດ​ບ​ໍ​ລິ​ການ​ທ່ອງ​ທ່ຽວ​​ອາ​ຊີບກວ່າ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ຮູບ​ແບບ​ທ່ອງ​ທ່ຽວ​ຢູ່ບ້ານ​ເກີດ​ເມືອງນອນ​ຕົນ. ສະ​ເລ່ຍ ແຕ່​ລະ​ປີ ຕາ​ແສງ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 8000 ເທື່ອ​ຄົນ. ອ້າຍ Jay Garret, ນັກ​ທ່ອງ​ທ່ຽວ​ມາ​ຈ​າກ ອົດ​ສະ​ຕາ​ລີ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ແປກ​ປະ​ຫລາດ​ຕໍ່​ຄວາມ​ສາ​ມາດ​ຂອງ​ຊາວ​ກະ​ສິ​ກອນ​ຢູ່​ທີ່ນີ້. ເຂົາ​ເຈົ້າ​ຕ້ອນ​ຮັບ​ແຂກ​ຢ່າງ​ສຸດ​ອົກ​ສຸດ​ໃຈ ແລະ ມີ​ອາ​ຊີບ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕົນ​ເອງແມ່ນແຂກ​ພິ​ເສດ​ທີ່​ສຸດ. ແນ່ນອນ​ວ່າ ​ຂ້າ​ພະ​ເຈົ້າ ແລະ ຄອບ​ຄົວ ຈະ​ກັບ​ຄືນ​ຢ້ຽມ​ຢາມ​ແຫ່ງນີ້​ອີກເທື່ອ​ຫນຶ່ງ.”

        ໄລ​ຍະ​ຈະ​ມາ​ເຖິງ, ເຂດ​ບ້ານ​ນາ ອຽນ​ດືກ ຈະ​ເປີດກວ້າງ​ຮູບ​ແບບ homestay, ນັກ​ທ່ອງ​ທ່ຽວ ຈະ​ດຳ​ລົ​ງ​ຊີ​ວິດ​ຮ່ວມ​ກັບ​ຊາວ​ທ້ອງ​ຖິ່ນ​ໃນ​ເຮືອນສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ. ປະ​ຊາ​ຊົນ ອຽນ​ດຶກ ທຸກ​ຄົນ ລ້ວນ​ແຕ່​ມີ​ກາ​ລະ​ໂອ​ກາດ​ເພື່ອ​ເຂົ້າ​ຮ່ວມ​ການ​ທ່ອງ​ທ່ຽວ​ວົງ​ຄະ​ນາ​ຍາດ, ບໍ່​ພຽງ​ແຕ່​ສ້າງລາຍ​ຮັບ​ໃຫ້​ຄອບ​ຄົວ​ຂອງ​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ສ້າງ​ບ້​ານ​ເກີດ​ເມືອງນອນ​ໃຫ້​ສິ​ວິ​ໄລ, ຮັ່ງ​ມີ​ ​ແລະ ສວຍ​ງາມກວ່າອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ