ລະດູບານໃໝ່ຢູ່ບ້ານເກີດເມືອງນອນໃນຈິດໃຈ ຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ

ບຸນ​ປີ​ໃໝ່​ປະ​ຈຳ​ຊາດ(ໝາຍ​ເຖິງ​ບຸນ​ເຕັດ)​ແມ່ນ​ວັນ​ບຸນ​ທີ່​ສັກ​ກະ​ລະ​ບູ​ຊາ​ທີ່​ສຸດ​ໃນ​ປີ​ຂອງ​ຊາວ​ຫວຽດ​ນາມ​ທຸກໆ​ຄົນ. ແຕ່​ລະ​ປີ​ເມື່ອບຸນ​ປີ​ໃໝ່​ປະ​ຈຳ​ຊາດ​​ວຽນ​ມາ, ພໍ່​ແມ່​ພີ​ນ້ອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃຜໆ​ກໍ​ເບີກ​ບານ​ມ່ວນ​ຊື່ນ, ຊື້​ເຄື່ອງ​ຂອງ​ເມືອ​ຕ້ອນ​ຍາດ​ຕິ​ພີ​ນ້ອງ​ເນື່ອງ​ໃນ​ໂອ​ກາດ ບຸນ​ປີ​ໃໝ່​ປະ​ຈຳ​ຊາດ.

ລະດູບານໃໝ່ຢູ່ບ້ານເກີດເມືອງນອນໃນຈິດໃຈ ຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1
ລາຍ​ການລະ​ດູ​ບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ

    ແຕ່​ລະ​ປີ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ເຄີຍ​ຈັດ​ຕັ້ງ​ລາຍ​ການ “ລະ​ດູ​ບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ” ເນື່ອງ​ໃນ​ໂອ​ກາດບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ເພື່ອ​ຕ້ອນ​ຮັບ​ບັນ​ດາ​ລູກ​ຮັກຫຼານ​ແພງ​ຫວຽດ​ນາມ​ຈາກ​ແດນ​ໄກກັບ​ຄືນ​ຢາມ​ບ້ານ​ເກີດ​ເມືອງນອນ. ດ້ວຍ​ລາຍ​ການລະ​ດູ​ບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ ປີ 2015, ຊຶ່ງ​ເປັນ​ຄັ້ງ​ທຳ​ອິດ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນນັ້ນ, ຊາວ​ຫວຽດ​ນາມ​ນັບ​ພັນ​ຄົນ​ທີ່ອາ​ໄສ​ຢູ່​ຕ່າງ​ປະ​ເທດໄດ້​ຈົດ​ຊື່​ເຂົ້າຮ່ວມລາຍ​ການ ແລະ ມີ​ຄວາມ​ພູ​ມໃຈເມື່ອ​ໄດ້​ກັບ​ຄືນ​ຕ້ອນ​ຮັບລະ​ດູ​ບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ. ທ່ານ​ໝໍ, ດ​ຣ​ຂະ​ແໜງ​ແພດ​ສາດ, ຝ້າມ​ທຽນ​ຮຶງ ປະ​ທານ​ສະ​ມາ​ຄົມ​ແພດ​ພື້ນ​ເມືອງ​ຫວຽດ​ນາມ​ປະ​ຈຳ​ສະ​ຫະ​ພັນ​ລັດ​ເຊຍ  ໃຫ້​ຮູ້​ວ່າ : 

   “ຊາວ​ຫວຽດ​ນາມຈາກ​ດິນ​ແດນ​ຂອງ​ຕົນ​ໄດ້​ອອກ​ໄປ​ຕ່າງ​ປະ​ເທດ​ອອກ​ແຮງ​ງານ, ເຮັດ​ວຽກ, ແລ້ວ​ກໍ​ກັບ​ເມື​ອ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນໃຫ້​ຮັ່ງ​ມີ​ສວຍ​ງາມຫຼາຍ​ຂຶ້ນ. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນ​ຫວັງ​ໃຫ້​ລາຍ​ການລະ​ດູ​ບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ​ຖືກ​ຈັດ​ຂຶ້ນ​ໃນ​ແຕ່​ລະ​ປີ ເພື່ອ​ທົບ​ທວນ​ຄືນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ​ຫວຽດ​ນາມ ”

   ລຸງ​ໝາກວັນ​ເຕີ້ນ ບ້ານ​ເກີດ​ຢູ່​ນະ​ຄອນ​ຫາຍ​ຟ່ອງ , ໄດ້​ໄປ​ເຢັຍ​ລະ​ມັນ​ແຕ່​ຕົ້ນ​ທົດ​ສະ​ວັດ 80. ກັບ​ຄືນ​ເມືອ​ປະ​ເທດ​ຊາດ​ເນື່ອງ​ໃນ​ໂອ​ກາດ​ຊາວ​ຫວຽດ​ນາມ​ພວມ​ຕ້ອນ​ຮັບລະ​ດູ​ບານ​ໃໝ່​, ລາວ​ຮູ້​ມີ​ຄວາມ​ອົບ​ອຸ່ນພາຍຫຼັງ​ຢູ່​ພັດ​ພາກ​ຈາກບ້ານ​ເກີດ​ເມືອງນອນເປັນ​ເວ​ລາ 34 ປີ, ເພາະ​ສຳ​ລັບ​ ລຸງ​ໝາກວັນ​ເຕີ້ນແລ້ວ, ການ​ຕ້ອນ​ຮັບ​ບຸນ​ເຕັດຢູ່​ແດນ​ໄກ ກໍ​ບໍ່​ອາດ​ສົມ​ທຽບ​ກັບ​ບຸນ​ເຕັດ​ຢູ່​ບ້ານ​ເກີດ​ເມືອງນອນໄດ້. ລຸງ​ໝາກວັນ​ເຕີ້ນ ​ໄດ້​ແຕ່ງ​ກາບກອນເພື່ອ​ສະ​ແດງ​ຄວາມ​ໃນ​ໃຈ​ຂອງ​ຕົນ​ວ່າ : 

   “ ​ຄຳ​ກອນ​ມີ​ຄວາມ​ໝາຍ​ວ່າ : ການ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ຕ່າງ​ປະ​ເທດບໍ່​ຄື​ຢູ່ບ້ານ​ເກີດ​ເມືອງນອນ, ເພາະ​ຢູ່​ຕ່າງ​ປະ​ເທດບໍ່​ມີ​ດອກ​ຄາຍບານ, ຈັກ​ຈັນ​ຮ້ອງ​ຍາມ​ລະດູ​ຮ້ອນ. ພັດ​ພາກ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມລຳ​ບາກ. ​ຄວາມ​ຮັກ​ແພງ​ ກັບ​ປະ​ເທດ​ຊາດແມ່ນ​ລົ້ນ​ເຫຼືອ. ຫວັງ​ຢາກ​ກັບ​ຄືນບ້ານ​ເກີດ​ເມືອງນອນ”

   ປ້າ ຕື້​ລິງ, ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ອາ​ເມ​ລິ​ກາ​ເລົ່າ​ສູ່​ຟັງວ່າ ລາວ​ໄດ້​ໄປ​ດຳ​ລົງ​ຊີ​ວິດ​ຢູ່​ອາ​ເມ​ລິ​ກາ​ໄດ້ຫຼາຍ​ປີ, ແຕ່​ຄວາມ​ຄິດ​ຮອດ​ຄິດ​ເຖິງບ້ານ​ເກີດ​ເມືອງນອນແມ່ນ​ສຸດ​ຊຶ້ງ. ຢູ່​ຕ່າງ​ປະ​ເທດ, ໄປ​ຊອກ​ຫາ​ອາ​ຫານ, ວັດ​ຖຸ​ດິບ​ເພື່ອ​ປຸງ​ແຕ່ງ​ເຍືອງ​ອາ​ຫານ​ຫວຽດ​ນາມ​​ໃນ​ຍາມ​ບຸນ​ເຕັດແມ່ນ​ມີ​ຢູ່ , ແຕ່ບໍ່​ສາ​ມາດ​ຊອກ​ຫາ​ບັນ​ຍາ​ກາດ​ທີ່​ອົບ​ອຸ່ນ​ຄື​ຢູ່ບ້ານ​ເກີດ​ເມືອງນອນໄດ້. ການ​ຕ້ອນ​ຮັບ​ບຸນ​ເຕັດ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ຕໍ່ ປ້າ ຕື້​ລິງ, ນັ້ນ​ແມ່ນ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ພ້ອມ​ກັບ​ຍາດ​ຕິ​ພີ​ນ້ອງ​ຢູ່​ບ້ານ​ເກີດ​ເມືອງນອນ ແລະ ພິ​ເສດ​ໄດ້​ເຂົ້າ​ຮ່ວມ​ລາຍ​ການລະ​ດູ​ບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນໂດຍ​ລັດ​ຈັດ​ຕັ້ງ​ສະ​ເພາະ​ແກ່ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ປ້າ ຕື້​ລິງ ເວົ້າ​ວ່າ

   “ ລູກ​ຂ້າ​ພະ​ເຈົ້າ​ບໍ່ຢາກໃຫ້​ຊ້າ​ພະ​ເຈົ້າ​ເມືອເພາະ​ຢ້ານ​ເຮົາ​ສຸ​ຂະ​ພາບບໍ່​ແຂງ​ແຮງ. ແຕ່​ບ້ານ​ເກີດ​ເມືອງນອນຂອງ​ຂ້າ​ພະ​ເຈົ້າ, ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຕ້ອງ​ເມືອ. ຂ້າ​ພະ​ເຈົ້າ​ຕື້ນ​ຕັນ​ໃຈຫຼາຍ ”

   ບໍ່​ມີ​ຫຍັງທີ່​ມີ​ຄວາມສຸກ​ເໜືອກວ່າເລື່ອງ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ບ້ານ​ເກີດ​ເມືອງນອນ ແລະ ເຫັນ​ປະ​ຈັກ​ຕາ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ. ຮ່ວມ​ມ່ວນ​ຊື່ນ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ , ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດກໍ​ພູມ​ໃຈ​ເມື່ອ​ໃນ​ປີ​ທີ່​ຜ່ານ​ມາ, ເສດ​ຖະ​ກິດ​ຫວຽດ​ນາມ​ໄດ້​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ເກີນ​ຄາດ​ຄະ​ເນ. ລະ​ດູ​ບານ​ໃໝ່​ປີ​ມະ​ແມພວມ​ວຽນ​ມາ, ພັດ​ໝັ້ນ​ໝາຍ​ມີຫຼາຍ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ, ຫຼາຍ​ສັນ​ຍານ​ທີ່​ດີ​ກ່ຽວ​ກັບ​ປີ​ໃໝ່​ທີ່​ມີ​ຄວາມ​ສະ​ດວກຫຼາ​ຍຢ່າງ. ນີ້​ກໍ​ແມ່ນ​ກຳ​ລັງ​ຊຸກ​ຍູ້​ເພື່ອ​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ເມືອງ​ລົງ​ທຶນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ລຸງ Jonathan ແຫ້ງ​ຫງວຽນ, ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຟີ​ລິບ​ປີນ, ປະ​ທານ​ສ​ະພາບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ​ລະ​ຫວ່າ​ງ​ປາ​ຊີ​ຝິກ​ເວົ້າ​ວ່າ : 

   “ ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຮ​ົາ​ຍັງ​ມີ​ເງິນ ກໍ​ສາ​ມາດ​ເຮັດ​ໄດ້. ຍັງ​ມີຫຼາຍ​ຄົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແມ່ນ​ຕ້ອງ​ການ​ເງິນ​ທຶນ. ຍ້ອນ​ເຫດນີ້, ຂ້າ​ພະ​ເຈົ້າ​ເຄີຍ​ລັງ​ໄປ​ເຂດ​ຫ່າງ​ໄກ​ສອກຫຼີກ​ຂອງ​ປະ​ເທດ​ຊາດ. ໃນ​ລາຍ​ການ : “ເພື່ອ​ໃຫ້​ນ້ອງບໍ່​ປະ​ຮຽນ”, ຂ້າ​ພະ​ເຈົ້າ​ໄປ​ລົງ​ໄປ 60 ແຂວງ ແລະ ນະ​ຄອນ. ຂ້າ​ພະ​ເຈົ້າ​ເຫັນ​ໄດ້​ເຖິງ​ຄວາມ​ຈຳ​ເປັນ ແລະ ຄວາມ​ຮັບ​ຜິດ​ຊອບ​ຕ້ອງ​ຊ່ວຍ​ເຫຼືອ​ພວກ​ນ້ອງ​ນັກ​ຮຽນ​ນີ້”

    ຈິດ​ໃຈ​ຄວາມ​ຮັກ​ແພງ​ຕໍ່​ບ້ານ​ເກີດ​ເມືອງນອນຂອງຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ລົ້ນ​ເຫຼືອ. ຄວາມ​ສຸກ​ຂອງ​ເຂົາ​ເຈົ້າ ແມ່ນ​ຢາກ​ໄດ້​ມີ​ຊີ​ວິດ​ໃນ​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ, ລະ​ດູ​ບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ ແລະ ນ້ຳ​ໃຈ​ຄວາມ​ຮັກ​ແພງນັ້ນ ໄດ້​ກາຍ​ເປັນ​ກຳ​ລັງ​ຊຸກ​ຍູ້​ເພື່ອ​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະ​ເທດ​ຊາດ. ເຂົາ​ເຈົ້າ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ປີ​ມະ​ແມ​ພ້ອມ​ກັບ​ຊາວ​ຫວຽດ​ນາມ​ນັບ​ລ້ານໆ​ຄົນ​ຢູ່​ພາຍ​ໃນ​ປະ​ເທດ ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ປະ​ເທດ​ຊາດ​ຈະ​ນັບ​ມື້​ນັບ​ຮັ່ງ​ມີ​ເຂັ້ມ​ແຂງ .

ຕອບກັບ

ຂ່າວ/ບົດ​ອື່ນ