ລະດູບານໃໝ່ວຽນມາສູ່ທຸກຄອບຄົວຫວຽດນາມ

ລະ​ດູ​ບານ​ໃໝ່​ໄດ້​ວຽນ​ມາ​ສູ່​​ປະ​ເທດ​ຊາດ​ຫວຽດ​ນາມ. ປະ​ຊາ​ຊົນ​ຢູ່ທຸກ​ແຖບ​ຖິ່ນ​ມີ​ຄວາມ​ພາກ​ພູມ​ໃຈ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ດ້ວຍ​ຄວາມ​ຫວັງ​ເມື່ອ​ກ້າວ​ເຂົ້າ​ສູ່​ປີ​ໃໝ່, ຄອບ​ຄົວ​ມີ​ຄວາມ​ສຸກ, ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດ​ທະ​ນາ.

 

 ລະດູບານໃໝ່ວຽນມາສູ່ທຸກຄອບຄົວຫວຽດນາມ - ảnh 1
ລະ​ດູ​ບານ​ໃໝ່​ໄດ້​ວຽນ​ມາ​ສູ່​​​ເຂດ ໄຕ​ບັກ ໝາຍ​ເຖິງ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ

        ຢູ່​ທຸກ​ໝູ່​ບ້ານ​ໃນ​ເຂດ ໄຕ​ບັກ ໝາຍ​ເຖິງ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ໃນ​ມື້​ຕົ້ນ​ລະ​ດູ​ບານ​ໃໝ່, ດອກ​ຄາຍ, ດອກ​ໝັ້ນ​ພາ​ກັນ​ບານ​ສະ​ພັ່ງ​ເອ້​ຄວາມ​ງາມ. ຢູ່​ບ້ານ​ສີ່​ເທົາ​ຈາຍ, ຕາ​ແສງ​ໂຮ່​ເທົ່າ, ເມືອງ​ຕາມ​ເດືອງ, ແຂວງ​ລາຍ​ເຈົາ, ລະ​ດູ​ບານ​ໃໝ່​ປີນີ້, ພໍ່​ແມ່​ພີ​ນ້ອງ​ໃນ​ໝູ່​ບ້ານ​ມີ​ຄວາມ​ມ່ວນ​ຊື່ນຫຼາຍ​ຢ່າງ. ທ່ານ ລູ່​ອາ​ງີ ນາຍ​ບ້ານ ບ້ານ​ສີ່​ເທົາ​ຈາຍ, ຕາ​ແສງ​ໂຮ່​ເທົ່າ, ເມືອງ​ຕາມ​ເດືອງ, ແຂວງ​ລາຍ​ເຈົາ ໃຫ້​ຮູ້​ວ່າ : 

     “ ປີນີ້, ບ້ານ​ຂອງ​ເຮົາ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ. ໝູ່​ບ້ານໄດ້​ຮັບ​ການຢັ້ງ​ຢືນ​ແມ່ນ​ໝູ່​ບ້ານ​ທ່ອງ​ທ່ຽວ​ເຂດຊຸມ​ຊົນ, ບຸນ​ເຕັດ​ປີນີ້, ພໍ່​ແມ່​ພີ​ນ້ອງ​ພາຍ​ໃນ​ບ້ານ​ມີ​ຄວາມ​ມ່ວນ​ຊື່ນ​ກ່​ວາ​ທຸກໆ​ປີ ”

   ທັງ​ຕາ​ແສງ​ໂຮ່​ເທົ່າ, ເມືອງ​ຕາມ​ເດືອງ​ມີກວ່າ 660 ຄອບ​ຄົວ , ແຕ່​ມີ​ເຖິງ 90% ແມ່ນ​ຊົນ​ເຜົ່າ​ຢ້າວ. ໃນ​ປີ​ຜ່ານ​ມ​າ,  ພໍ່​ແມ່​ພີ​ນ້ອງ​ພາຍ​ໃນ​ຕາ​ແສງ​ໄດ້​ຮັບ​ຊົມ​ໃຊ້ຫຼາຍ​ນະ​ໂຍ​ບາຍ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ຄື: ຫນູນ​ຊ່ວຍ​ປະ​ກອບ​ເຄື່ອງ​ຈັກ, ຫນູນ​ຊ່ວຍ​ແນວ​ພັນ​ປູກ, ໄດ້​ຮັບ​ການ​ກູ້​ຢືມ​ທຶນ​ດ້ວຍ​ຄ່າ​ດອກ​ເບ້ຍ​ຕ່ຳ​ຈາກ​ທະ​ນາ​ຄານ​ນະ​ໂຍ​ບາຍ​ສັງ​ຄົມ. ທ່ານ ແກັກຕາ​ຖ້ຽນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນຕາ​ແສງ ​ໂຮ່​ເທົ່າ, ເມືອງ​ຕາມ​ເດືອງ, ແຂວງ​ລາຍ​ເຈົາ ເປີດ​ເຜີຍ​ວ່າ : 

    “ ກ້າວ​ເຂົ້າ​ສູ່​ປີ 2017, ພວກ​ຂ້າ​ພະ​ເຈົ້າສຸມ​ໃສ່​ຜະ​ລິດ​ກະ​ສີ​ກຳ​ປ່າ​ໄມ້, ພິ​ເສດ​ແມ່ນ​ພັດ​ທະ​ນາ​ຕົ້ນ​ໄມ້​ກິນ​ໝາກ​ຄື: ຕົ້ນ​ຄາຍ…ເພື່ອຊ່ວຍ​ພໍ່​ແມ່​ພີ​ນ້ອງ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ”

     ຕ້ອນ​ຮັບ​ ລະ​ດູ​ບານ​ໃໝ່ປີ​ຣະ​ກາ 2017, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ຕາ​ແສງ ດັກ​ຢາ ເມືອງ ມາງ​ຢາງ ແຂວງ​ຢາ​ລາຍ ມີ​ຄວາມ​ປາດ​ຖະ​ໜາວ່າ ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຈະ​ໄດ້​ຮັບ​ການ​ປົວ​ແປງ​ຢ່າງບໍ່​ຢຸດຢັ້ງ. ອ້າຍ​ ເດີຊີນ  ຊາວ​ບ້ານ​ດັກ​ຢາ, ຕາ​ແສງ​ດັກ​ຢາ ໃຫ້​ຮູ້​ວ່າ :

   “ ກ່ອນນີ້, ມີ​ພຽງບາງ​ຄອບ​ຄົວຈັດ​ຕັ້ງ​ການຕ້ອນ​ຮັບ​ບຸນ​ເຕັດ​ເທົ່າ​ນັ້ນ, ໃນ 2-3 ປີມໍ່ໆ​ມານີ້, ມີ​ຄອບ​ຄົວ​ຈັດ​ຕັ້ງຕ້ອນ​ຮັບ​ບຸນເຕັດນັບມື້​ນັບຫຼາຍ​ຂຶ້ນ ແລະ ໃນ​ປີນີ້, ທຸກໆ​ຄອບ​ຄົວ​ກໍ​ລ້ວນ​ແຕ່​ຈັດ​ຕັ້ງ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ. ບຸນ​ເຕັດ​ປີນີ້, ພໍ່​ແມ່​ພີ​ນ້ອງ​ພາຍ​ໃນ​ບ້ານ​ມີ​ຄວາມ​ມ່ວນ​ຊື່ນ​ກ່​ວາ​ທຸກໆ​ປີເພາະ​ຕາ​ແສງ​ໄດ້​ຮັບ​ການຢັ້ງ​ຢືນ​ເປັນ​ຕາ​ແສງ​ຊົນ​ນະ​ບົດ​ໃໝ່. ກາຍ​ວັນ​ທີ 3 ຂອງ​ບຸນ​ເຕັດ, ພໍ່​ແມ່​ພີ​ນ້ອງ​ຊາວ​ບ້ານ​ຈະ​ລ​ົງ​ນາ, ເຮັດ​ສວນ ”

    ໃນ​ເຮືອນຫຼັງ​ໃໝ່​ທີ່​ຫາ​ກໍ​ໄດ້​ຮັບ​ການ​ປຸກ​ສ້າງ, ເຈົ້າ​ກົກ ປອກ​ບີ, ຜູ້​ນຳ​ໜ້າ​ໃນ​ການ​ບໍ​ລິ​ຈາກ​ທີ່​ດິນ​ເພື່ອກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ໃຫ້​ຄຳ​ຕັກ​ເຕືອນ​ວ່າ : 

    “ ປີ​ໃໝ່, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ພໍ່​ແມ່​ພີ​ນ້ອງ​ໃນບ້ານຜູ້​ຢູ້​ໃກ້ຫຼື​ໄກ ຈົ່ງ​ອອກ​ແຮງ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ​ໃຫ້​ຮັ່ງ​ມີ​ສວຍ​ງາມ. ໃຜ​ມີ​ວັດ​ຖຸ​ກໍ​ປະ​ກອບ​ສ່ວນ​ວັດ​ຖຸ, ໃຜ​ມີ​ທີ່​ດິນ ກໍ​ບໍ​ລິ​ຈາກ​ທີ່​ດິ​ນ ແລະ ປະ​ກອບ​ສ່ວນ​ແຮງ​ງານ​ເພື່ອ​ໃຫ້​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ປະ​ສົບ​ຜົນ​ສຳ​ເລັດ ແລະ ​ ບຸນ​ເຕັດ​ປີນ​ີ້​ຈະ​ມ່ວນ​ຊື່ນ​ກ່​ວາ ”

      ໃນ​ທ່າມ​ກາງ​ຄວາມ​ເບ​ີກ​ບານມ່ວນ​ຊື່ນ​ຕ້ອນ​ຮັບລະ​ດູ​ບານ​ໃໝ່ຢູ່​ເຂດ​ແຫ້ງ​ແລ້ງ​ນິງ​ຖ້ວນ, ອ້າຍ​ເຄ້​ວັນ​ດ້​ວານ ໃຫ້​ຮູ້​ວ່າ ໃນການຜະ​ລິດ​ເຂົ້າຍາມ​ລະ​ດູ​ໜາວ​ຕໍ່​ລະ​ດູ​ບານ​ໃໝ່​, ດ້ວຍ​ເນື້ອ​ທີ່​ດິນ 5 ໄລ, ລາວ​ເອົາ​ເຄິ່ງ​ໜຶ່ງ​ເພື່ອ​ປູກ​ຖົ່ວ​ຂຽວ, ສ່ວນ​ທີ​ຍັງ​ເຫຼືອ​ແມ່ນ​ປູກ​ຫຍ້າ​ລ້ຽງແກະ, ດັ່ງ​ນັ້ນ​ ຊີ​ວິດ​ການ​ເປັນ​ຢູ່​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ. ອ້າຍ​ເຄ້​ວັນ​ດ້​ວານ ເວົ້າວ່າ:

    “ ປີນີ້, ຍ້ອນ​ທຳ​ການປູກ​ຖົ່ວ​ຂຽວ ແລະ ​ປູກ​ຫຍ້າ​ລ້ຽງແກະ, ດັ່ງ​ນັ້ນ​ລາຍ​ຮັບ​ຂອງ​ຄອບ​ຄົວ​ກໍ​ໄດ້​ຮັບ​ການ​ປົວ​ແປງ​ດີ​ຂຶ້ນ. ບຸນ​ເຕັດ​ປີນີ້, ພໍ່​ແມ່​ພີ​ນ້ອງ​ກໍ​ພາກ​ພູມ​ໃຈຫຼາຍ ”

    ປະ​ສິດ​ທິ​ຜົນ​ຈາກ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ແນວ​ປູກ​ເພື່ອ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ ໄດ້​ເຮັດ​ໃຫ້​ການ​ຕ້ອນ​ຮັບ​ບຸນ​ເຕັດ​ປີນີ້ຂອງ​ປະ​ຊາ​ຊົນ​ມີ​​ຄວາມ​ສົມ​ບູນກວ່າ. ທ່ານ​ເຈີນ​ກ໋ວກ​ນາມ ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນແຂວງ​ນິງ​ຖ້ວນ ໃຫ້​ຮູ້​ວ່າ :

    “ ​ກິດ​ຈະ​ການ​ຫັນ​ປ່ຽນ​ແມ່ນ​ຕ້ອງ​ສືບ​ຕໍ່​ປະ​ຕິ​ບັດ. ຖ້າ​ຫາກ​ບໍ່ຫັນ​ປ່ຽນ ແມ່ນບໍ່​ສາ​ມາດ​ຜະ​ລິດ​ໄດ້​ບົນ​ດິ​ນ​ແດນ​ແຫ້ງ​ແລ້ງນີ້. ແລະ ເມື່ອ​ຫັນ​ປ່ຽນ​ແລ້ວ, ບັນ​ດາ​ຜະ​ລິດ​ຕະ​ພັນ​ຈະ​ຖືກວິ​ສາ​ຫະ​ກິດ​ເກັບ​ຊື້ ແລະ ນຳ​ມາ​ເຊິ່ງ​ຜົນ​ກຳ​ໄລ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊ​າ​ຊົນ​ເປັນ​ປົກ​ກະ​ຕິ ”

      ສຳ​ລັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ແລ້ວ, ໃນ​ຊຸມມື້​ຕົ້ນ​ລະ​ດູ​ບານ​ໃໝ່, ມີຄວາມ​ຄາດ​ຫ​ວັງສືບ​ຕໍ່​ອຸ​ທິດ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດຫຼາຍ​ຂຶ້ນ. ອ້າຍ​ເລີມ​ຫ້ຽນ​ທິ້ງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ HIT ຈຳ​ກັດ ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແບ່ງ​ປັນ​ວ່າ :

    “ ຂ້າ​ພະ​ເຈົ້າ​ຢາກ​ຜະ​ລິດ​ອອກ​ບັນ​ດາຜະ​ລິດ​ຕະ​ພັນ, ລາຍ​ການ​ຊອບ​ແວ​ຄື: ການ​ຈັດ​ລຳ​ດັບ​ດີ​ຈີ​ຈອນ, ລະ​ບົບ​ຄຸ​້ມ​ຄອງ​ສັງ​ລວມ​ໂຮງ​ໝໍ, ໃຫ້​ຄຳ​ປຶກ​ສາ​ປົວ​ແປງ​ໂຄງ​ລ່​າງ​ໂຮງ​ໝໍ. ຂ້າ​ພະ​ເຈົ້າ​ຢາກ​ປະ​ກອບ​ສ່ວນ​ໜຶ່ງ​ເຂົ້າ​ໃນ​ການ​ພັດ​ທ​ະ​ນາ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ນະ​ຄອນ​ໂຮ່​ຈິ​ມິນ  ”

     ບັນ​ດາ​ວິ​ສາ​ຫະ​ກິດ​ກໍ​ຝາກ​ຄວາມ​ຫວັງ​ຕໍ່​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອ​ງ​ຖິ່ນ​ຂັ້ນ​ຕ່າງໆໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກໃຫ້​ແກ່​ວິ​ສາ​ຫະ​ກິດ. ທ່ານ​ນາງ ຮ່າ​ທູ​ແທງ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ກວດ​ສອບ​ບັນ​ຊີ ແລະ ໃຫ້​ຄຳ​ປຶກ​ສາ Deloitte ຫວຽດ​ນາມ ຖື​ວ່າ : 

    “ ຄວາມ​ຫວັງ​ຢ່າງໃຫ​ຍ່​ທີ່​ສຸດ​ຂອງວິ​ສາ​ຫະ​ກິດ​ແມ່ນ​ທຸກ​ສິ່ງ​ທີ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ກ່າວ​ມາ, ດັ່ງ​ນັ້ນ​ກົງ​ຈັກ​ຕ້ອງ​ຫນູນຊ່ວຍ​ຢ່າງ​ແທ້​ຈິງ ”

    ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສາ​ຫະ​ກິດ, ການ​ນຳຫຼາຍ​ທ້ອງ​ຖິ່ນ​ໄດ້​ໝັ້ນໝາຍ​ນັບ​ແຕ່​ຕົ້ນ​ປີ 2017 ວ່າ ຈະ​ສືບ​ຕໍ່ຍູ້​ແຮງ​ການ​ປະ​ຕິ​ຮູບ​ດ້ານ​ລະ​ບຽບ​ການບ​ໍລິ​ຫານ, ເປັນ​ເຈົ້າ​ການແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ໜູນ​ຊ່ວຍ​ທຶນ​ຮອນ, ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຄົງ​ຕົວ ແລະ ຂະ​ຫຍາຍ​ຕົວ. ທ່ານ ເຈີນວິ້ງ​ຕ້​ວຽນ ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ :

    “ ພວກ​ຂ້າ​ພະ​ເຈົ້າ​ຄົ້ນ​ຄ້​ວາ ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ​ດ້ວຍ​ບັນ​ດາ​ການ​ກະ​ທຳ​ລະ​ອຽດ ບໍ່​ພຽງ​ແຕ່​ທາງ​ດ້ານ​ທຶນ​ຮອນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຕະຫຼາດ ແລະ ສ້າງ​ໃຫ້​ມີ​ກົນ​ໄກ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຊ່ວຍ​ເຫຼືອ​ກັນ. ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ປະ​ສົບ​ການ, ມີ​ເງື່ອນ​ໄຂ​ທາງ​ດ້ານ​ທຶນ​ຮອນ ແມ່ນ​ຈະ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ອື່ນໆ​ເລີ່ມ​ທຸ​ລະ​ກິດ, ພັດ​ທະ​ນາ​ຕະຫຼາດ. ນີ້​ແມ່ນ​ຄວາມ​ສາ​ມາ​ດບົ່ມ​ຊ້ອນ, ທ່າ​ແຮງ​ເພື່ອ​ສ້າງແຫຼ່ງ​ງົບ​ປະ​ມານ​ທັງ​ເຂັ້ມ​ແຂງ​ທັງໝັ້ນ​ຄົງ​ຍາວ​ນານ ”

     ປີ​ໃໝ່​ດ້ວຍ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່, ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ​ດ້ວຍ​ຄວາມ​ປະ​ເອີບ​ໃຈ​ທີ່​ມີ​ຢູ່​ແລ້ວ, ດ້ວຍ​ບັນ​ດາ​ການ​ກະ​ທຳ​ລະ​ອຽດ ຍາມ​ໃດ​ກໍ​ມຸ່ງ​ໄປ​ສູ່​ອະ​ນາ​ຄົດ​ເພື່ອ​ພ້ອມ​ກັນ​ສ້າງ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານກວ່​າ​ປີ​ເກົ່າ ແລະ ປະ​ເທດ​ຊາດ​ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ