ລາງວັນ ບຸ່ຍຊວນຟ໋າຍ - ເພື່ອຄວາມຮັກຮ່າໂນ້ຍ, ເຊີດຊູບັນດາຄວາມຮັກຕໍ່ຮ່າໂນ້ຍ

(VOVWORLD) - ພິທີມອບລາງວັນ ບຸ່ຍຊວນຟ໋າຍ - ເພື່ອຄວາມຮັກ ຮ່າໂນ້ຍ ຄັ້ງທີ 10 ປີ 2017 ໄດ້ດຳເນີນໄປໃນກາງເດືອນສິງຫາ ຢູ່ສູນຂ່າວສານແຫ່ງຊາດ, ຮ່າໂນ້ຍ, ເປັນຂີດໝາຍໄລຍະທາງຂອງໜຶ່ງທົດສະວັດແຫ່ງການເຕີບໂຕ ແລະ ພັດທະນາຂອງລາງວັນ. ລາງວັນນີ້ໄດ້ເຊີດຊູບັນດານັກປະພັນ, ບົດປະພັນ, ວຽກງານ, ແນວຄວາມຄິດມີລັກສະນະສິລະປະ ແລະ ວິທະຍາສາດສູງ, ຕິດພັນກັບຊີວິດດ້ານຕ່າງໆຢູ່ຮ່າໂນ້ຍ ແລະ ມີຄວາມຮັກຕໍ່ຮ່າໂນ້ຍ. ບົດຂຽນຂອງບຸ່ຍຮັ່ງ, ນັກຂ່າວ VOV.
ລາງວັນ ບຸ່ຍຊວນຟ໋າຍ - ເພື່ອຄວາມຮັກຮ່າໂນ້ຍ, ເຊີດຊູບັນດາຄວາມຮັກຕໍ່ຮ່າໂນ້ຍ - ảnh 1 ທ່ານ ເລຊວນແທ່ງ, ບັນນາທິການໃຫຍ່ໜັງສືພິມ ກິລາ ແລະ ວັດທະນະທຳ, ຫົວໜ້າຄະນະຈັດຕັ້ງ ກ່າວຄຳເຫັນທີ່ພິທີ

ໂດຍໄດ້ຮັບການກຳເນີດແຕ່ປີ 2008, ລາງວັນ “ບຸ່ຍຊວນຟ໋າຍ - ເພື່ອຄວາມຮັກຮ່າໂນ້ຍ” ແມ່ນຂໍ້ລິເລີ່ມຂອງໜັງສືພິມກິລາ, ວັດທະນະທຳ ແລະ ຄອບຄົວຂອງຈິດຕະກອນ ບຸ່ຍຊວນຟ໋າຍ. ນີ້ແມ່ນລາງວັນລຽບງ່າຍ, ເຊີດຊູບັນດານັກປະພັນ, ບົດປະພັນ, ແນວຄວາມຄິດ, ວຽກງານທີ່ປຸກລຸກຄວາມຮັກຕໍ່ຮ່າໂນ້ຍ ທີ່ມີຢູ່ແລ້ວໃນແຕ່ລະຄົນ. ລາງວັນລວມມີ 4 ລາຍການ: ລາງວັນໃຫຍ່, ລາງວັນແນວຄວາມຄິດ, ລາງວັນກ່ຽວກັບໜ້າທີ່ວຽກງານ ແລະ ລາງວັນບົດປະພັນ.

        ລາງວັນໃຫຍ່ຂອງ ບຸ່ຍຊວນຟ໋າຍ -ເພື່ອຄວາມຮັກຮ່າໂນ້ຍ ປີ 2017 ໄດ້ມອບໃຫ້ນັກປະພັນວັນນະຄະດີ ຫືວງອັກ. ນີ້ແມ່ນລາງວັນທີ່ເໝາະສົມເພື່ອແນໃສ່ເຊີດຊູນັກປະພັນວັນນະຄະດີໃຫຍ່ຂອງປະເທດຊາດ, ມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຂົງເຂດພົວພັນວັດທະນະທຳພາຍໃນ ແລະ ພົວພັນວັດທະນະທຳກັບຕ່າງປະເທດ. ກ່ວາ 60 ປີໄດ້ຈັບປາກກາຂີດຂຽນ, ນັກປະພັນວັນນະຄະດີ ຫືວງອັກ ໄດ້ຂຽນປື້ມ 34 ຫົວ, ໃນນັ້ນ, ກ່ຽວກັບດ້ານວັດນະທະນຳ ຮ້າໂນ້ຍ ກວມເອົາທີ່ຕັ້ງບົດບາດສຳຄັນ. ປີ 2010, ເນື່ອງໃນໂອກາດສະເຫຼີມສະຫຼອງ 1000 ປີແຫ່ງທັງລອງ - ຮ່າໂນ້ຍ, ທ່ານໄດ້ຈ່ອງຮຽບຮຽງປື້ມ 10 ຫົວທີ່ມີຊື່ວ່າ “Hanoi, who are you?” (ຮ່າໂນ້ຍ, ເຈົ້າແມ່ນໃຜ) ດ້ວຍພາສາ ອັງກິດ ເພື່ອຮັບໃຊ້ວຽກງານພົວພັນຕ່າງປະເທດ. ນອກຈາກນັ້ນ, ບັນດາອາລົມຈິດຂອງທ່ານທີ່ສະຫງວນໃຫ້ແກ່ ຮ່າໂນ້ຍ ກໍ່ໄດ້ສະແດງອອກຢ່າງເລິກເຊິ່ງຜ່ານຫົວປື້ມ “ຮ່າໂນ້ຍ ຂອງຂ້າພະເຈົ້າ”. ທ່ານ ເລຊວນແທ່ງ, ບັນນາທິການໃຫຍ່ໜັງສືພິມ ກິລາ ແລະ ວັດທະນະທຳ, ຫົວໜ້າຄະນະຈັດຕັ້ງ, ໃຫ້ຮູ້ວ່າ:

        “ບັນດາກິດຈະກຳຄົ້ນຄ້ວາຂອງນັກປະພັນວັນນະຄະດີ ຫືວງອັກ ກ່ຽວກັບຮ່າໂນ້ຍ ແມ່ນເລິກເຊິ່ງທີ່ສຸດ ແລະ ມີແງ່ມູນດີພໍສົມຄວນເມື່ອທຽບໃສ່ບັນດານັກປະພັນວັນນະຄະດີຜູ້ອື່ນໆ. ທ່ານໄດ້ໃຫ້ຂ່າວ ແລະ ໂຄສະນາບັນດາຄຸນຄ່າວັດທະນະທຳຂອງຊາວ ຮ່າໂນ້ຍ ໃຫ້ແກ່ເພື່ອນຜູ້ອ່ານຊາວຕ່າງປະເທດ ດ້ວຍເລື່ອງໂຄສະນາວັດທະນະທຳ ຮ່າໂນ້ຍ ໃຫ້ແກ່ຊາວ ຫວຽດນາມ ຢູ່ພາຍໃນປະເທດ. ພວກຂ້າພະເຈົ້າໄດ້ຕີລາສູງບັນດາການປະກອບສ່ວນຂອງນັກປະພັນວັນນະຄະດີ ຫືວງອັກ ສຳລັບພື້ນຖານວັດທະນະທຳ ຫວຽດນາມ ເວົ້າລວມ ແລະ ຂອງຮ່າໂນ້ຍ ເວົ້າສະເພາະ.”

        ນອກຈາກລາງວັນໃຫຍ່ແລ້ວ, ຄະນະຈັດຕັ້ງຍັງໄດ້ມອບຂອງຂວັນ ແລະ ເຊີດຊູບັນດາແນວຄວາມຄິດ, ໜ້າທີ່ວຽກງານ, ຜະລິດຕະພັນລະອຽດສະຫງວນໃຫ້ແກ່ ຮ່າໂນ້ຍ. ລາງວັນແນວຄວາມຄິດ - ເພື່ອຄວາມຮັກຮ່າໂນ້ຍ ໄດ້ມອບໃຫ້ພະແນກຄົມມະນາຄົມຂົນສົ່ງ ຮ່າໂນ້ຍ ດ້ວຍແຜນຮ່າງ “ເພີ່ມທະວີການຄຸ້ມຄອງຄົມມະນາຄົມທາງບົກເພື່ອແນໃສ່ຫລຸດຜ່ອນສະພາບລົດຕິດ ແລະ ມົນລະພິດສິ່ງແວດລ້ອມໃນບໍລິເວນ ຮ່າໂນ້ຍ, ໄລຍະ 2017 – 2020, ວິໄສທັດຮອດປີ 2030 ດ້ວຍຄາດໝາຍຮອດປີ 2030, “ຄົນຍ່າງບໍ່ເກີນ 500 ແມັດ ຈະພົບລົດປະຈຳທາງ”. ທ່ານ ເລຊວນແທ່ງ, ໃຫ້ຮູ້ວ່າ:

“ປີ 2017, ເປັນຂີດໝາຍໄລຍະທາງ 10 ປີຂອງລາງວັນ, ແມ່ນໄລຍະທາງບໍ່ໄກ ແລະ ກໍ່ບໍ່ແມ່ນສັ້ນ. ປີ 2017, ມີ 2 ລາຍການເຊິ່ງ ແຕ່ລະລາຍການ ພວກຂ້າພະເຈົ້າໄດ້ເລືອກເຟັ້ນ 2 ຜະລິດຕະພັນ ຫຼື 2 ຄົນເພື່ອຮັບລາງວັນ. ຕາມປົກກະຕິແລ້ວ, ໃນການມອບລາງວັນໃນຊຸມປີກ່ອນ, ແຕ່ລະລາຍການມີພຽງລາງວັນໜຶ່ງເທົ່ານັ້ນ.”

ລາງວັນ ບຸ່ຍຊວນຟ໋າຍ - ເພື່ອຄວາມຮັກຮ່າໂນ້ຍ, ເຊີດຊູບັນດາຄວາມຮັກຕໍ່ຮ່າໂນ້ຍ - ảnh 2ນັກຖ່າຍຮູບ ຫງວຽນຫືວບ໋າວ 

ປີນີ້, ມີ 2 ລາງວັນໜ້າທີ່ວຽກງານ - ເພື່ອຄວາມຮັກຮ່າໂນ້ຍ. ທຳອິດ, ລາງວັນໄດ້ມອບໃຫ້ອຳນາດການປົກຄອງຮ່າໂນ້ຍ ດ້ວຍການສ້າງຖະໜົນທາງອ້ອມໜອງ ໂຮ່ເກືອມ. ລາງວັນ ໜ້າທີ່ວຽກງານ - ເພື່ອຄວາມຮັກຮ່າໂນ້ຍ ອີກລາງວັນໜຶ່ງແມ່ນໄດ້ມອບໃຫ້ທ່ານ Paul George Harding, ທະຫານຜ່ານເສີກ ອາເມລິກາ.

ລາງວັນບົດປະພັນ - ເພື່ອຄວາມຮັກຮ່າໂນ້ຍ ປີນີ້ກໍ່ໄດ້ມອບໃຫ້ນັກປະພັນ 2 ຄົນ. ນັ້ນແມ່ນອະດີດນັກປະພັນວັນນະຄະດີ ບັງເຊີນ ດ້ວຍປຶ້ມມີຊື່ວ່າ: “ຄວາມນິຍົມທ່ຽວເລາະຫຼິ້ນຂອງຊາວ ຮ່າໂນ້ຍ”, “ຄວາມນິຍົມລະຫຼິ້ນຂອງຊາວ ຮ່າໂນ້ຍ”. ແລະ ນັກຖ່າຍຮູບ ຫງວຽນຫືວບ໋າວ ດ້ວຍປຶ້ມທີ່ມີຊື່ວ່າ: “ຮ່າໂນ້ຍທີ່ຮັກແພງ” (2016). ນັກຖ່າຍຮູບ ຫງວຽນຫືວບ໋າວ ແບ່ງປັນວ່າ:

“ປື້ມຫົວນີ້ແມ່ນບັນດາຮູບພາບໃນຕະຫຼອດຫຼາຍສິບປີທີ່ຂ້າພະເຈົ້າໄດ້ຖ່າຍກ່ຽວກັບຮ່າໂນ້ຍ ຢູ່ຖະໜົນສາຍຕ່າງໆ ພິເສດແມ່ນຄຸ້ມຖະໜົນເກົ່າ, ບ່ອນທີ່ຂ້າພະເຈົ້າໄດ້ກຳເນີດ ແລະ ເຕີບໃຫຍ່. ລາງວັນກໍ່ໄດ້ລະດົມກຳລັງໃຈໃຫ້ຂ້າພະເຈົ້າຫຼາຍທີ່ສຸດ.”

10 ປີຜ່ານມາ, ລາງວັນບຸ່ຍຊວນຟ໋າຍ - ເພື່ອຄວາມຮັກຮ່າໂນ້ຍ ໄດ້ເປັນແຫຼ່ງສະອອນໃຈໃຫ້ບັນດານັກປະພັນ, ແນວຄວາມຄິດ, ໜ້າທີ່ວຽກງານທີ່ປະກອບສ່ວນໃຫ້ແກ່ຮ່າໂນ້ຍ ຕາມຫຼາຍວິທີທີ່ແຕກຕ່າງກັນ. ແຕ່, ທັງໝົດເຫຼົ່ານີ້ ລ້ວນແຕ່ມີຈຸດລວມນັ້ນແມ່ນ: ຄວາມຮັກຕໍ່ຮ່າໂນ້ຍ. ຄວາມຮັກຮ່າໂນ້ຍ ແມ່ນກຳລັງໜູນທີ່ກະຕຸກຊຸກຍູ້ເຂົາເຈົ້າດຳລົງຊີວິດ, ປະດິດຄິດສ້າງ ແລະ ມີການກະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ