ລາຍການທ່ອງທ່ຽວ: ຄວາມຮູ້ສຶກກ່ຽວກັບຮ່າໂນ້ຍ

ເລີ່ມ​ແຕ່​ເດືອນ 6/2016 ເປັນ​ຕົ້ນ​ໄປ, ລາຍ​ການ​ທ່ອງ​ທ່ຽວ “ຄ​ວາມ​ຮູ້​ສຶກ​ກ່ຽ​ວ​ກັບ​ຮ່າ​ໂນ້ຍ ” ໄດ້​ເລີ່ມ​ເຄື່ອນ​ໄຫວ​ຢ່າງ​ເປັນທາງ​ການ, ອັນ​ໄດ້​ພາ​ແຂກ​ທ່ອງ​ທ່ຽວ​ຈາກ​ພາກ​ກາງ ແລະ ພາກ​ໃຕ້​ມາ​ທ່ອງ​ທ່ຽວ​ຢູ່​ຮ່າ​ໂນ້ຍ. ລາຍ​ການ​ທ່ອງ​ທ່ຽວນີ້ ແມ່ນ​ຄວ​າມ​ແຕກ​ຕ່າງກັບ​ບັນ​ດາ​ ລາຍ​ການ​ທ່ອງ​ທ່ຽວອື່ນໆ​ເມື່ອ​ສາ​ມາດ​ປຸກ​ລຸກ​ບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ນະ​ຄອນຫຼວງ​ຮ່າ​ໂນ້ຍພັນ​ປີ​ແຫ່ງ​ອາລີຍະ​ທຳ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ຮູບ​ພາບ ລາຍ​ການ​ທ່ອງ​ທ່ຽວ​ຢູ່​ຮ່າ​ໂນ້ຍ.

ລາຍການທ່ອງທ່ຽວ: ຄວາມຮູ້ສຶກກ່ຽວກັບຮ່າໂນ້ຍ - ảnh 1
ໜອງ​ຮ່​ວານ​ກຽມ ທີ່​ຮ່າ​ໂນ້ຍ

     ໃນ​ຊ​ຸມມື້ນີ້, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ວັນ​ມ້ຽວ ກ໋ວກ​ຕື​ຢ້າມ​ທີ່​ຮ່າ​ໂນ້ຍ, ຊຶ່ງ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳອິດ​ຢູ່​ຫວຽດ​ນາມ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ມາ​ທັດ​ສະ​ນະ​ສຶກ​ສາ, ໃນ​ນັ້ນ, ມີ​ແຂກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ຮ່ວມ ລາຍ​ການ​ທ່ອງ​ທ່ຽວ “ຄ​ວາມ​ຮູ້​ສຶກ​ກ່ຽ​ວ​ກັບ​ຮ່າ​ໂນ້ຍ ”                                     

    ລາຍ​ການ​ທ່ອງ​ທ່ຽວ “ຄ​ວາມ​ຮູ້​ສຶກ​ກ່ຽ​ວ​ກັບ​ຮ່າ​ໂນ້ຍ ” ແມ່​ມ​ລາຍ​ການ​ໂດຍ​ສັງ​ລວມ, ກົມ​ກ່ຽວ, ຂຸດ​ຄົ້ນ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ມີ​ຮູບ​ຮ່າງ ແລະ ບໍ່​ມີ​ຮູບ​ຮ່າງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່ນະ​ຄອນຫຼວງ​ຮ່າ​ໂນ້ຍ ເຊັ່ນ: ທິວ​ທັດ​ທຳ​ມະ​ຊາດ, ບັນ​ດາ​ກິດ​ຈະ​ກຳ​ສາ​ສະ​ໜາ, ເຫຼື້ອມ​ໃສ, ປູ​ຊະ​ນີ​ຍະ​ສະ​ຖານປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ໝູ່​ບ້ານ​ອາ​ຊີ​ບ​ຫັດ​ຖະ​ກຳ, ບັນ​ດາ​ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງ, ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​ຮ່າ​ໂນ້ຍ. ທ່ານ​ເຈີນ​ດຶກ​ຫາຍ ຮອງ​ຫົວ​ໜ້າ​ພະ​ແນກ​ທ່ອງ​ທ່ຽວຮ່າ​ໂນ້ຍ ໃຫ້​ຮູ້​ວ່າ : 

    “ລາຍ​ການ​ທ່ອງ​ທ່ຽວ “ຄ​ວາມ​ຮູ້​ສຶກ​ກ່ຽ​ວ​ກັບ​ຮ່າ​ໂນ້ຍ ”ຍັງ​ຄົງ​ນຳ​ໃຊ້​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລຶ້ງ​ເຄີຍ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ. ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ລາຍ​ການທ່ອງ​ທ່ຽວນີ້ ແມ່ນ​ພາ​ແຂກ​ໄປ​ຍັງ ບາ​ວີ່ ຊຶ່ງ​ແມ່ນ​ແຫ່ງ​ທີ່​ບູ​ຊາ​ພະ​ອໍ​ລະ​ຫັນ ຕານ​ວຽນ, ບູ​ຊາ​ປະ​ທານ​ໂຮ່​ຈິ​ມິນ. ນີີ້​ຮັບ​ຖື​ວ່າ ແມ່ນ​ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດ​ຂອງ​ຫວຽດ​ນາມ. ພ້ອມ​ກັນ​ນັ້ນ, ແຂກ​ທ່ອງ​ທ່ຽວຍັງ​ໄດ້​ໄປ​ຢ້ຽມ​ຊົມ, ທັດ​ສະ​ນະ​ສຶກ​ສາ​ຢູ່​ເຂດ ປູ​ຊະ​ນີ​ຍະ​ສະ​ຖານ K 9 ຊຶ່ງ​ແມ່ນ​ແຫ່ງ​ໄດ້​ຮັກ​ສາ​ສົບ​ຂອງ​ທ່ານ ປະ​ທານ​ໂຮ່​ຈິ​ມິນໃນ​ຊຸມ​ປີ​ແຫ່ງ​ສົງ​ຄາມ ”

    ລາຍ​ການ​ທ່ອງ​ທ່ຽວ “ຄ​ວາມ​ຮູ້​ສຶກ​ກ່ຽ​ວ​ກັບ​ຮ່າ​ໂນ້ຍ ” ຈ​ະ​ພາ ແຂກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ບັນ​ດາ​ສະ​ຖາ​ນ​ທີ່​ເປັ​ນ​ສັນ​ຍາ​ລັກຂອງ​ຮ່າ​ໂນ້ຍ​ເຊັ່ນ: ສຸ​ສານປະ​ທານ​ໂຮ່​ຈິ​ມິນ, ວັດ​ເສົາ​ດຽວ, ວັນ​ມ້ຽວ ກ໋ວກ​ຕື​ຢ້າມ​ຊຶ່ງ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳອິດ​ຢູ່​ຫວຽດ​ນາມ, ພະ​ລາດ​ຊະ​ວັງ​ທັງ​ລອງ, ໜອງ​ຮ່​ວານ​ກ້ຽມ, ໝູ່​ບ້ານ​ເຄື່ອງ​ປັ້ນ​ດິນ​ເຜົາ​ບາດ​ຈ່າງ, ໝູ່​ບ້ານ​ແພ​ໄໝ​ວ້ານ​ຟຸກ… ນອກ​ຈາກນັ້ນ ຍັງ​ໄດ້​ໄປ ວັດ​ບ້າຍດິ້ງ ຢູ່​ແຂວງ​ນິງ​ບິນ. ແຂກ​ທ່ອງ​ທ່ຽວ​ຄົນ​ໜຶ່ງ​ທີ່​ເຂົ້າຮ່ວມ ລາຍ​ການ​ທ່ອງ​ທ່ຽວ ເປີດ​ເຜີຍ​ວ່າ : 

    “ ຂ້າ​ພະ​ເຈົ້າ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ທີ່​ສຸດ, ລາຍ​ການ​ທ່ອງ​ທ່ຽວ “ຄ​ວາມ​ຮູ້​ສຶກ​ກ່ຽ​ວ​ກັບ​ຮ່າ​ໂນ້ຍ ” ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ. ພິ​ເສດ ແຂກ​ທ່ອງ​ທ່ຽວ​​ຈະ​ໄດ້​ໄປ​ຢ້ຽມ​ຊົມ​ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ, ປູ​ຊະ​ນີ​ຍະ​ສະ​ຖານປະ​ຫວັດ​ສາດ​ທີ່​ລື່​ຊື່​ຂອງ​ຮ່າ​ໂນ້ຍ, ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ. ລາຍ​ການ​ທ່ອງ​ທ່ຽວນີ້​ຍັງ​ໄດ້​ພາ​ແຂກ​ໄປ​ຢ້ຽມ​ຊົມ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃໝ່ ເຊັ່ນ ວັດ​ເຮືອງ​ອີກ​ດ້ວຍ”

      ລາຍ​ການ​ທ່ອງ​ທ່ຽວ “ຄ​ວາມ​ຮູ້​ສຶກ​ກ່ຽ​ວ​ກັບ​ຮ່າ​ໂນ້ຍ” ໄດ້​ສ້າງ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະເມື່ອ​ທຽບກັບ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວອື່ນໆ​ ຊຶ່ງ​ສາ​ມາດ​ປຸກ​ລຸກ​ບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ນະ​ຄອນຫຼວງ​ຮ່າ​ໂນ້ຍພັນ​ປີ​ແຫ່ງ​ອາລີຍະ​ທຳ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ຮູບ​ພາບ ລາຍ​ການ​ທ່ອງ​ທ່ຽວ​ຢູ່​ຮ່າ​ໂນ້ຍ. ພ້ອມ​ກັນ​ນັ້ນ, ບັນ​ດາ​ຄວາມ​ງາມ​ຂອງ​ທຳ​ມະ​ຊາດ, ວັດ​ທະ​ນະ​ທຳ ແລະ ຊາວນະ​ຄອນຫຼວງ​ຮ່າ​ໂນ້ຍ ກໍ​ສາ​ມາດ​ແຜ່​ລາມ​ຢ່າງ​ແຂງ​ແຮງ​ໃນ​ຈິດ​ໃຈ​ຂອງແຂກ​ທ່ອງ​ທ່ຽວ​​ທັງ​ຢູ່​ໃກ້ ແລະ ໄກ.

ຕອບກັບ

ຂ່າວ/ບົດ​ອື່ນ