ລາຍການທ່ອງທ່ຽວເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ 30/4

ໂດຍ​ໄດ້​ກາຍ​ເປັນ​ຄວາມ​ຊິນ​ເຄີຍ​ແລ້ວ, ແຕ່​ລະ​ປີ​ຮອດ​ພິ​ທີ​ສະ​ເຫຼີ​ມ​ສະຫຼອງ ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຄ​ື​ວັນ​ທີ 30/4 ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ຄື​ວັນ​ທີ 1/5, ຕະຫຼາດ​ທ່ອງ​ທ່ຽວ​ຫວຽດ​ນາມພັດ​ຟົດ​ຟື້ນ​ຍິ່ງ​ຂຶ້ນ. ປີນີ້​ວັນ​ພັກ​ການ​ສຳ​ລັບ​ເຫດ​ການນີ້​ແມ່ນ 4 ວັນ, ດັ່ງ​ນັ້ນຫຼາຍ​ຄົນ​ມັກ​ເລືອກ​ເອົາ​​ລາຍການ​​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ ແລະ ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນີ້​ກໍ​ແມ່ນ​ຈຸດ​ເວ​ລາ​ເລີ່ມ​ຕົ້ນ​ລະ​ດູ​ການ​ທ່ອງທ່ຽວຍາມ​ລະ​ດູ​ຮ້ອນ​ປີ 2016 ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ.

ລາຍການທ່ອງທ່ຽວເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ 30/4 - ảnh 1
ລາຍ​ການ​ທ່ອງ​ທ່ຽວ​ເຂດ​ແຄມ​ທະ​ເລ​ພາກ​ໃຕ້

          ແຂກ​ທ່ອງ​ທ່ຽວສ່ວນຫຼາຍມັກ​ເລືອກ​ເອົາ​ ລາຍການ​​ທ່ອງ​ທ່ຽວ​ຢູ່ພາກ​ກາງ​ຫວຽດ​ນາມ​ເຊັ່ນ : ດານັ້ງ, ຍາ​ຈາງ, ດາຫຼາດ, ເຫ້ວ…ຊຶ່ງແມ່ນບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ດ້ວຍ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ, ເປັນ​ບ່ອນ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ທີ່​ດີ ພ້ອມ​ທັງ​ມີ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ, ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ລະ​ດັບ​ຊາດ ແລະ ສາ​ກົນ. ມາ​ທ່ອງ​ທ່ຽວ​ຢູ່​ສະ​ຖານ​ທີ່​ເຫຼົ່າ​ນັ້ນ, ແຂກ​ທ່ອງ​ທ່ຽວຈະ​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ງານ Festival ເຫ້ວ ຄັ້ງ​ທີ 9, ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່ ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກເຊັ່ນ: ຄຸ້ມ​ເມືອງ​ເກົ່າ​ໂຫ້ຍ​ອານ, ​ປູ​ຊະ​ນີ​ຍະ​ສະ​ຖານ ມີ້​ເຊີນ…ອ້າຍ​ໂດ້​ຍືກວາງ ຊາວ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ : 

     “ ເນື່ອງ​ໃນ​ໂອ​ກາດ​ໄດ້​ພັກ​ການ​ເພື່ອ​ລະ​ນຶກວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຄ​ື​ວັນ​ທີ 30/4 ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ຄື​ວັນ​ທີ 1/5 ປີນີ້, ຄອບ​ຄົວ​ຂ້າ​ພະ​ເຈົ້າໄດ້​ເລືອກ​ເອົາ​ ລາຍການ​​ທ່ອງ​ທ່ຽວ​ຢູ່ຍາ​ຈາງ ແລະ ຟູ້​ກ໋ວກ, ເພາະ​ຢູ່​ແຫ່ງນີ້ ມີ​ທິວ​ທັດທຳ​ມະ​ຊາດ​ທີ່​ຮົກ​ເຮື້ອ​ສວຍ​ສົດ​ງົດ​ງາມ​ທີ່​ສຸດ ດ້ວຍ​ທະ​ເລ​ທີ່​ມີ​ນ້ຳ​ຂຽວ​ເຢັນ ພ້ອມ​ກັບ​ພູ​ຜາ​ປ່າ​ໄມ້ ແລະ ພຶກ​ສາ​ຊາດ​ທີ່​ອຸ​ດົມ​ສົມ​ບູນ. ພິ​ເສດ ອາ​ກາດ​ຢູ່ນີ້​ເຢັນ​ສະ​ບາຍ, ບັນ​ດາ​ການ​ບໍ​ລິ​ການ​ຮັບ​ໃຊ້​ປະ​ຊາ​ຊົນ​ດີ​ທີ່​ສຸດ  ”

     ແລະ ກໍເນື່ອງ​ໃນ​ໂອ​ກາດ​ໄດ້​ພັກ​ການ​ເພື່ອ​ລະ​ນຶກວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຄ​ື​ວັນ​ທີ 30/4 ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ຄື​ວັນ​ທີ 1/5 ປີນີ້, ພວກໄວ​ໜຸ່ມ, ເປັນ​ຕົ້ນ​ແມ່ນ​ພວກ​ນັກ​ຮຽນ, ນັກ​ສຶກ​ສາ​ພັດ​ເລືອກ​ເອົາ​ການ​ທ່ອງ​ທ່ຽວ​ຢູ່​ເຂດ​ຊຸມ​ຊົນ, ​ຄົ້ນ​ຫາການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ພູ​ສູງ​ທາງ​ທິດ​ເໜືອ​ເຊັ່ນ: ເຊີນ​ລາ, ດ້ຽນ​ບຽນ, ຮ່າ​ຢາງ, ດົງ​ວັນ….ເພື່ອ ຝ້າມ​ເລ​ມາຍ, ນັກ​ສຶກ​ສາ​ຢູ່​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ :

    “ ໃນ​ຊຸມວັນພັກ​ການ​ປີນີ້, ຂ້າ​ພະ​ເຈົ້າພ້ອມ​ກັບ​ໝູ່​ເພື່ອນ​ໄດ້​ຂຶ້ນ​ແຜນ​ການ​ໄປ​ທ່ອງ​ທ່ຽວ​ຢູ່​ແຂວງ​ຮ່າ​ຢາງ, ເພາະ​ຢູ່​ແຫ່ງນີ້ ມີ​ທິວ​ທັດທຳ​ມະ​ຊາດ​ທີ່​ຮົກ​ເຮື້ອ​ສວຍ​ສົດ​ງົດ​ງາມ​ທີ່​ສຸດ. ໄປ​ຮອດ​ຫັ້ນ, ຂ້າ​ພ​ະ​ເຈົ້າ​ຈະ​ເຊົາເອົາ​ລົ​ດ​ຈັກ ເພື່ອ​ຂີ່​ເອງ​ໄປ​ເຂດ​ຊຸມ​ຊົນ​ຕ່າ​ງໆ ”

     ໃນ​ຂະ​ນະ​ນັ້ນ, ແຂກ​ທ່ອງ​ທ່ຽວ​ໄວ​ກາງ ແລະ ອາ​ຍຸ​ສູງ​ພັດ​ມີ​ແນວ​ໂນ້ມ​ເລືອກ​ເອົາ ລາຍການ​​ທ່ອງ​ທ່ຽວ​ຢູ່​ຕ່າງ​ປະ​ເທດ​ເຊັ່ນ: ຍີ​ປຸ່ນ, ສ.ເກົາຫຼີ, ຈີນ, ຮົງ​ກົງ, ໄທ, ລາວ…ທ່ານ ຫງວຽນ​ບ້າ​ຕວານ ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ ຄາດ​ວ້ອງ​ຫວຽດ ໃຫ້​ຮູ້​ວ່າ : 

   “ ປີ​ນີ້, ລາ​ຄາ​ບັນ​ດາລາຍການ​​ໄປທ່ອງ​ທ່ຽວ​ຢູ່​ຕ່າງ​ປະ​ເທດແມ່ນ​ຖືກ​ກ່​ວາ​ທຸກໆ​ປີ. ໄປ​ທ່ອງ​ທ່ຽວ​ຢູ່ ສ.ເກົາຫຼີ ແມ່ນ​ຕ້ອງ​ຈ່າຍ​ເງິນ 10 ລ້ານ​ດົງ, ຍ​ີ​ປຸ່ນ​ແມ່ນ 20; ລ້ານ​ດົງ ”

    ຄວາມ​ຟົດ​ຟື້ນ​ຂອງ​ບັນ​ດາ ລາຍການ​​ທ່ອງ​ທ່ຽວ​​ເເນື່ອງ​ໃນ​ໂອ​ກາດ​​ວັນ​ພັກ​ການ​ເພື່ອ​ລະ​ນຶກວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຄ​ື​ວັນ​ທີ 30/4 ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ຄື​ວັນ​ທີ 1/5 ປີນີ້ ກໍ​ເປັນ​ສັນ​ຍານ​ທີ່​ດີ, ເປີດ​ສາກ​ໃຫ້​ແກ່​ລະ​ດູ​ການ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ຮ້ອນ 2016 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ