ວັດຈະນານຸກົມ ເຊັກໂກ -ຫວຽດ


(vovworld)- ດ້ວຍ​ຄວາມ​ປາດ​ຖະ​ຫນາ​ຢາກ​ຊ່ວຍ​ໃຫ້​ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່ ເຊັກ​ໂກ ຫລຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກກວ່າ ເມື່ອ​ຮຽນ​ພາ​ສາ​ຂອງ​ປະ​ເທດ​ເພື່ອນ​ມິດ, ນັກ​ຄົ້ນ​ຄ້​ວາ​ພາ​ສາ 2 ທ່ານ, ຜູ້​ຫນຶ່ງ​ມາ​ຈາກ ຫວຽດ​ນາມ, ສ່ວນ​ຜູ້​ຫນຶ່ງ​ແມ່ນ​ຢູ່ ເຊັກ​ໂກ ໄດ້​ຕັດ​ສິນ​ໃຈ​ຮຽບ​ຮຽງ ວັດ​ຈະ​ນາ​ນຸ​ກົມ ເຊັກໂກ -ຫວຽດ.  ປະ​ຈຸ​ບັນ 2 ເຫລັ້ມ​ທຳ​ອິດ ດ​້ວຍ 1300 ຫນ້າ ໄດ້​ສະ​ເຫນີ​ຕົວ​ໃຫ້​ວົງ​ຄະ​ນາ​ຍາດ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ເຊັກ​ໂກ. ກິດ​ຈະ​ກຳ​ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ສັນ​ຍາ​ລັກ​ແຫ່ງ​ຖານເພື່ອນ​ມິດ​​ບໍ​ລິ​ສຸດ​ຜຸດ​ຜ່ອງ, ຂອງ​ຄວາມ​ຮັກ​ສຳ​ລັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ ແລະ ເຊັກ ໂກ.

ວັດຈະນານຸກົມ ເຊັກໂກ -ຫວຽດ - ảnh 1
ທ່ານຫງວຽນ​ກວຽດ​ຕຽນດ​ຣ ​ແລະ ດ​ຣ Ivo Vasilijev

        ແນວ​ຄ​ວາມ​ຄິດ​ຮຽບ​ຮຽງ​ວັດ​ຈະ​ນາ​ນຸ​ກົມ ເຊັກໂກ - ຫວຽດ ຂອງ​ ວິ​ສາ​ວະ​ກອນ​ ຫງວຽນ​ກວຽດ​ຕຽນ, ເມົາ​ມົວ​ຄົ້ນ​ຄ້​ວາ ແລະ ຄິດ​ເຖິງ​ມາ​ແຕ່​ໄລ​ຍະ​ຫາ​ກໍ​ມາຮ່ຳ​ຮຽນ​ຢູ່ ສ. ເຊັກໂກ. ຊຸມມື້​​ຢູ່ຫ່າງ​ໄກ​ຈາກ​ປະ​ເທດ​ຊາດ, ນອກ​ຈາກ​ເວ​ລາ​ຮ່ຳ​ຮຽນ ແລະ ຄົ້ນ​ຄ້​ວາ, ທ່ານ ໄດ້​ຍາດ​ເວ​ລາ​ສິ​ດ​ສອນ​ພາ​ສາ​ຫວຽດ ແລະ ພາ​ສາ ເຊັກໂກ ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ທີ່ນີ້. ຈາກ​ການ​ສິດ​ສອນນັ້ນ, ທ່ານ ຫງວຽ​ນກວຽດ​ຕຽນ ຍາມ​ໃດ​ກໍ​ຄິດ​ເຖິງ​ຄວາມ​ຫຍຸ້ງ​ຍາກ​ຂອງ ຊາວ​ຫວຽດ​ນາມ ເມື່ອ​ເຂົາ​ເຈົ້າ​ຮຽນ​ພາ​ສາ ເຊັກໂກ. ສະ​ນັ້ນ ທ່ານ​ຈຶ່ງ​ຄິດ​ເຖິງ​ການ​ຮຽບ​ຮຽງ ວັດ​ຈະ​ນາ​ນຸ​ກົມ ເຊັກໂກ -ຫວຽດ ເພື່ອ​ຊ່ວຍ​ຊາວ​ຫວຽດ​ນາມ ກວ່າ 65.000 ຄົນ ພວມ​ດຳ​ລົງ​ຊີ​ວິດ​ຢູ່​ທີ່ນີ້ ຫລຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຮຽນ​ພາ​ສາ​ ເຊັກໂກ. ເມື່ອ​ເລີ່ມ​ຕົ້ນ​ການ​ຮຽບ​ຮຽງ​ວັດ​ຈະ​ນາ​ນຸ​ກົມ, ທ່ານ ຫງວຽນ​ກວຽດ​ຕຽນ ຄິດ​ເຖິງ ດ​ຣ Ivo Vasilijev, ຜູ​້​ຊ່ຽວ​ຊານ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ປະ​ເທດຊາດ, ວັດ​ທະ​ນະ​ທຳ ແລະ ພາ​ສາ​ຫວຽດ​ ມາ​ເປັນ​ເວ​ລາ​ຫລາຍ​ປີ. ຈາກນັ້ນ ຕົ້ນ​ປີ 2012 ທ່ານ​ຫງວຽນ​ກວຽດ​ຕຽນ ແລະ ດ​ຣ Ivo Vasilijev ເລີ່ມ​ຕົ້ນ​ການ​ຮຽບ​ຮຽງ​ວັດ​ຈະ​ນາ​ນຸ​ກົມ.ເພື່ອ​ປະ​ຕິ​ບັດ​ກິດ​ຈະ​ກຳ​ນີ້,   ເຂົ​າ​ເຈົ້າ​ຕ້ອງ​ຊອກ​ອ່ານ, ຄົ້ນ​ຄ້​ວາ​ເອ​ກະ​ສານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ພູມ​ສາດ, ພາ​ສາ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

        ພາຍ​ຫລັງຊອກ​ຮູ້ ແລະ ຄົ້ນ​ຄ​ວ​້າ​ພາ​ສາ ເຊັກໂກ ແລະ ຫວຽດ​ນາມ ມາ​ເປັນ​ເວ​ລາ​ຫລາຍ​ປີ,  ​ຕົ້ນ​ປີ 2014, ນັກ​ວິ​ສາ​ວະ​ກອນ ຫງວຽນ​ກວຽດ​ຕຽນ ແລະ ດ​ຣ Ivo Vasilijev ໄດ້​ຮຽບ​ຮຽງ​ສຳ​ເລັດ​ວັດ​ຈະ​ນາ​ນຸ​ກົມ ເຊັກໂກ -ຫວຽດ ເຫລັ້ມ​ທຳ​ອິດ ດ້ວຍ 1.300 ຫນ້າ. ເມື່ອ​ໄດ້​ອ່ານ​ປື້ມ​ວັດ​ຈະ​ນາ​ນຸ​ກົມ​, ທ່ານ ເຈືອງ​ແມ້ງ​ຮຸ່ງ, ຜູ້​ດຳ​ລົງ​ຊີ​ວິດ​ຢູ່ ເຊັກ​ມາ​ເປັນ​ເວ​ລາ​ຫລາຍ​ປີ ແບ່ງ​ປັນ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

        “ໄລ​ຍະ​ທຳ​ອິດ​ພວກ​ຂ້າ​ພ​ະ​ເຈົ້າ​ມາ​ເຮັດ​ວຽກ​ຢູ່ ເຊັກໂກ, ເລື່ອງ​ຮຽນ​ພາ​ສາ ເຊັກໂກ ແມ່ນ​ຫຍຸ້ງ​ຍາກ​ຫລາຍ. ປະ​ຈຸ​ບັນ ບາງ​ຄອບ​ຄົວ ຊາວ​ຫວຽດ​ນາມ ຢູ່ ເຊັກໂກ ມີ 3 ລຸ້ນ​ຄົນ,  ເຮັດ​ແນວ​ໃດ​ເພື່ອໃຫ້​ທຸກ​ຄົນ​ໄດ້​​ຕິດ​ພັນກັນ​ດ້ວຍ ພາ​ສາ​ຫວຽດ ແລະ ເຊັກໂກ ແມ່ນ​ບັນ​ຫາ​ທີ່​ພວກ​ຂ້າ​ພະ​ເຈົ້າ​ເຄິຍ​ຄິດ​ເຖິງ, ແລະ ມີ​ວັດ​ຈະ​ນາ​ນຸ​ກົມ​ ເຊັກໂກ - ຫວຽດ ແມ່ນ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ​ສຳ​ລັບ​ພວກ​ຂ້າ​ພະ​ເຈົ້າ.”

ວັດຈະນານຸກົມ ເຊັກໂກ -ຫວຽດ - ảnh 2
​ວັດ​ຈະ​ນາ​ນຸ​ກົມ​ ເຊັກໂກ - ຫວຽດ

        ທ່ານ ເຈືອງ​ແມ້ງ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເຊັກ ຖື​ວ່າ: ມີ​ວັດ​ຈະ​ນາ​ນຸ​ກົມ​ ເຊັກໂກ - ຫວຽດ  ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ຊາວ​ຫວຽດ​ນາມ ຮຽນ​ພາ​ສາ ເຊັກໂກ ເທົ່າ​ນັ້ນ ຫາກ​ຜ່ານ​ກິດ​ຈະ​ກຳ​ນີ້ ຜູ້​ອ່ານ​ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີວິດ ແລະ ວັດ​ທະ​ນະ​ທຳ​ຂອງ​ສອງ​ປະ​ເທດຫລາຍກວ່າ​ອີກ​ດ້ວຍ.

        ເມື່ອຮຽບ​ຮຽງ​ສຳ​ເລັດ 2 ເຫລັ້ມ​ທຳ​ອິດ​ຂອງ ວັດ​ຈະ​ນາ​ນຸ​ກົມ​ ເຊັກໂກ - ຫວຽດ, ນັກ​ພາ​ສາ​ສາດ ຫງວຽນ​ກວຽດ​ຕຽນ ແລະ ດ​ຣ Ivo Vasilijev ສືບ​ຕໍ່​ຮຽບ​ຮຽງ​ເຫລັ້​ມ​ຕໍ່​ໄປ. ທ່ານ ຫງ​ວຽນ​ກວຽດ​ຕຽນ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ ຢາກ​ຮັບ​ໃຊ້​ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາມ ບໍ່​ພຽງ​ແຕ່​ອາ​ໄສ​ຢູ່ ເຊັກໂກ ເທົ່າ​ນັ້ນ ຫາກ​ຢູ່​ພາຍ​ໃນ​ປະ​ເທດ​ອີກ​ດ້ວຍ. ແລະ ຢາກ​ໃຫ້​ກ​ິດ​ຈະ​ກຳ​ນີ້​ແມ່ນ​ສັນ​ຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.”

        ເຖິງວ່າ ການ​ຮຽບ​ຮຽງວັດ​ຈະ​ນາ​ນຸ​ກົມ ເຊັກໂກ - ຫວຽດ ແມ່ນ​ຫຍຸ້ງ​ຍາກ​ລຳ​ບາກ​ກໍ​ຕາມ, ແຕ່ ນັກ​ວິ​ສາ​ວະ​ກອນ ຫງວຽນ​ກວຽດ​ຕຽນ ແລະ ດ​ຣ Ivo Vasilijev ຍາມ​ໃດ​ກໍ​ເຊື່ອ​ໝັ້ນ​ວ່າ ກິດ​ຈະ​ກຳ​ນີ້​ຈະ​ສຳ​ເລັດ​​ໂດຍໄວ​​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ສອງ​ປະ​ເທດ ແ​ລະ ກໍ​ແມ່ນ​ກິດ​ຈະ​ກຳ​ຖານ​ເພື່ອນ​ມິດ​ທີ່ບໍ​ລິ​ສຸດ​ຜຸດ​ຜ່ອງ, ຄວາມ​ຮັກ​ດ້ານ​ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ເຊັກ​ໂກ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ