ວິທະຍຸກະຈາຍສຽງຫວຽດນາມພະຍາຍາມຮັກສາແລະເສີມຂະຫຍາຍຄຸນຄ່າຂອງພາສາຫວຽດ

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ “ຮັກສາຄວາມ​ບໍລິສຸດ​ຂອງ​ພາສາ​ຫວຽດ​ນາມໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນ“ ​ໂດຍ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ (VOV) ສົມທົບ​ກັບ​ສະມາຄົມ​ພາສາ​ສາດ ຫວຽດນາມ, ສະມາຄົມ​ນັກ​ຂ່າວ ຫວຽດນາມ ຈັດ​ຕັ້ງ, ​ເຊິ່ງຫາ​ກໍ່​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ. ສິ່ງ​ດັ່ງກ່າວ​ໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ວ່າ, VOV ມີ​ບົດບາດ​ສຳຄັນ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ອັນ​ດີງາມ​ຂອງ​ພາສາ ຫວຽດນາມ, ​ເຮັດ​ໃຫ້​ພາສາ ຫວຽດນາມ​ ນັບ​ມື້​ນັບ​ຮັ່ງມີ ​ແລະ ມີ​ຊີວິດ​ຊີວາ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ກັບ​ສາກົນ.

ວິທະຍຸກະຈາຍສຽງຫວຽດນາມພະຍາຍາມຮັກສາແລະເສີມຂະຫຍາຍຄຸນຄ່າຂອງພາສາຫວຽດ - ảnh 1
ທ່ານ ຫງວຽນ​ເທ໋ກີ, ຜູ້ອຳນວຍການ​ໃຫຍ່ VOV

        ພາສາ ຫວຽດນາມ ​ແມ່ນ​ພາສາ​ຂອງ​ປະ​ເທດ, ​ແມ່ນ​ພາສາ​ຂອງ​ປະ​ເທດ ​ເອກະລາດ ​ເຊິ່ງປະທານ ​ໂຮ່ຈີ​ມິນ ​ໄດ້​ອ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດ, ສະຖາປະນາ​ປະ​ເທດ​​ເມື່ອ​ວັນ​ທີ 2/9/1945. ຍ້ອນ​ເຫດ​ນັ້ນ, ຍາມ​ໃດ​ບັນດາ​ຜູ້​ທີ່​ເຮັດ​ວຽກ​​ໃນ VOV ກໍ່​ມີ​ສະຕິ​ຮັກສາ, ຖະນຸຖະໜອມ, ​ເພື່ອ​ໃຫ້​ພາສາ ຫວຽດນາມ ນັບ​ມື້​ນັບ​ບໍລິສຸດ. ທ່ານ ຫງວຽນ​ເທ໋ກີ, ຜູ້ອຳນວຍການ​ໃຫຍ່ VOV, ​ໃຫ້​ຮູ້​ວ່າ:

        “ຕ້ອງ​ມີ​ລາຍການ​ຝຶກ​ອົບຮົມ​ກ່ຽວ​ກັບ​ການ​ນຳ​ໃຊ້​ພາສາ​ທາງ VOV . ນອກຈາກ​ບັນນາທິການ, ນັກ​ຂ່າວ​ແລ້ວ, ບັນດາ​ໂຄສົກ, ນັກ​ວິຈານ​ກໍ່​ຕ້ອງ​ມີ​ທັກ​ສະ​ໃນ​ການ​ປາກ​ເວົ້າ. ​ເພາະ​ວ່າ​ເມື່ອ​ປາກເວົ້າ, ​ແມ່ນ​ຕ້ອງ​ພົ້ນ​ອອກ​ຈາກ​ເອກະສານ, ຕ້ອງ​ສະ​ແດງ​ດ້ວຍ​ການ​ຜັນ​ສຽງ. ສະ​ນັ້ນ​ຕ້ອງ​ເຮັດ​ແນວ​ໃດ​​ເພື່ອໃຫ້​ພາສາ​ນັ້ນ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ຈະ​ແຈ້ງ“.

        ຈາກກອງ​ປະຊຸມ​ສຳ​ມະ​ນາ “ຮັກສາຄວາມ​ບໍລິສຸດ​ຂອງ​ພາສາ​ຫວຽດ​ນາມໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນ“ VOV ​ໄດ້​ກຳນົດ​ໜ້າ​ທີ່​ໃຫ້​ຕົນ​ນັ້ນ​ແມ່ນ, ບໍ່​ພຽງ​ແຕ່​ນຳ​ໃຊ້​ພາສາ ຫວຽດນາມ ​ໃຫ້​ດີ​ເທົ່າ​ນັ້ນ, ຫາກ​ຍັງ​ແຜ່​ຂະຫຍາຍ​ສະຕິ​ຮັກສາຄວາມ​ບໍລິສຸດ​ຂອງ​ພາສາ​ຫວຽດ​ນາມໃນທົ່ວ​ປວງ​ຊົນ​ອີກ​ດ້ວຍ. ພ້ອມ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບ​ເນື້ອ​ໃນ, ຮູບ​ການ​ເມື່ອ​ໃຫ້​ຂ່າວ​ແລ້ວ, VOV ຍັງຝຶກ​ຝົນ​ດ້ານພາສາ​ຫວຽດນາມ, ພະຍາຍາມ​ບໍ່​ນຳ​ໃຊ້​ພາສາ​ຕ່າງປະ​ເທດໃນ​ບັນດາ​ລາຍການ​ກະຈາຍສຽງ​ຂອງ​ຕົນອີກ.

        ​ໂດຍ​ແມ່ນ​ນັກ​ຂ່າວຜູ້​ໜຶ່ງ​ທີ່​ເຄີຍ​ປະຕິບັດ​ງານ​ຢູ່ VOV, ​ເຖິງ​ວ່າ​ມີ​ອາຍຸ 70 ກວ່າ​ປີ​ແລ້ວ, ​ແຕ່​ທ່ານ ຫງວຽນ​ດິ່ງ​ແທງ ຍັງ​ຄົງ​ແມ່ນ​ຜູ້​ຟັງ​ບັນດາ​ລາຍການ​ກະຈາຍສຽງ​ເປັນ​ປະຈຳ. ທ່ານ​ກໍ່​ແມ່ນ​ຜູ້​ທີ່​ໄດ້​ປະກອບ​ຫຼາຍ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ນຳ​ໃຊ້​ພາສາ​ຂອງ​ໂຄສົກ, ບັນນາທິການ VOV ​ແຕ່ລະຄົນ. ນັກ​ຂ່າວ ຫງວຽນ​ດິ່ງ​ແທງ, ຖື​ວ່າ​ພາສາ ຫວຽດນາມ ມີ​ຄວາມ​ອຸດົມສົມ​ບຸນ​ທີ່​ສຸດ, ດັ່ງ​ນັ້ນ​ບັນດາ​ລາຍການ​ກະຈາຍສຽງ​ຂອງ​ VOV ຕ້ອງ​ເວົ້າ​ໃຫ້​ຖືກ, ຮັບປະກັນຖືກ​ຫຼັກ​ໄວຍາກອນ.

        “ມາດຕະຖານ​ທຳ​ອິດ​ແມ່ນ​ຕ້ອງ​ໃຊ້​ພາສາ​ໃຫ້​ຖືກ, ຫຼັງ​ຈາກ​ນັ້ນ​ຈຶ່ງ​ແມ່ນ​ມ່ວນ. ​ແຕ່​ຍັງ​ເກີດ​ມີສະພາບ​ບໍ່​ເຂົ້າ​ໃຈ​ແຕ່​ກໍ່ຍັງ​ເວົ້າຢູ່… ບາງ​ເທື່ອ​ກໍ່ເວົ້າ​ຜິດ, ​ເວົ້າ​ຊ້ຳ​ໄປ​ຊ້ຳ​ມາ. ດັ່ງ​ນັ້ນນັກ​ຂ່າວ​ຕ້ອງ​ມີ​ສະຕິ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສິ່ງ​ດັ່ງກ່າວ​“.

  ການ​ພັດທະນາ​ຢ່າງ​ແຮງ​ຂອງ​ຮູບ​ການ​ສື່​ມວນ​ຊົນ ​ໄດ້​ເຮັດ​ໃຫ້ພາສາ​ຫວຽດນາມ​ມີ​ຊີວິດຊີວາ​ກວ່າ, ມີ​ພະລັງຊີວິດຂອງ​ຍຸກ​ສະ​ໄໝ​ກວ່າ. ຈຳນວນ​ສັບ​ກໍ່​ເພີ່ມ​ເຕີມ​ຜ່ານ​ການ​ທັກ​ທາຍປະຈຳ​ວັນ, ​ເຊິ່ງສື່​ມວນ​ຊົນ​ໄດ້​ອັບ​ເດັດ ​ແລະ ສ່ອງ​ແສງ​ຢ່າງ​ທັນ​ການ. ຕາມ ປອ. ຟ້າ​ມວັນ​ຕິ່ງ, ສະ​ຖາ​ບັນ ວັດຈະນານຸກົມ​ສາດ ​ແລະ ຊັບ​ພະ​ວິຊາຫວຽດນາມ, ​ໃນ​ໄລຍະ 20 ປີ​ມາ​ນີ້​ມີ​ພາສາ ອັງກິດ​ ປະມານ 4.000-5.000 ສັບ​ຖືກ​ນຳ​ເຂົ້າ​ໃນຈຳນວນສັບ​ຂອງ​ ຫວຽດນາມ. ​ເປັນ​ອັນວ່າ, ​ເລື່ອງ​ເພີ່ມ​ເຕີມ, ປ່ຽນ​ໃໝ່​ວິທີ​ນຳ​ໃຊ້​ພາສາ ຫວຽດນາມ​ໃນ​ຄື້ນກະຈາຍສຽງ VOV ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳ​ເປັນ, ຮັບປະກັນ​ການ​ພັດທະນາ​ຂອງ​ພາສາ​, ​ເຮັດ​ໃຫ້​ພາສາ​ ຫວຽດນາມມີ​ຄວາມ​ຮັ່ງມີ​ຕື່ມ​ອີກ​ແຕ່​ຍັງ​ຄົງ​ຮັກສາ​ສີສັນ​ສະ​ເພາະ​ຂອງ​ຕົນ​ໄວ້.

ວິທະຍຸກະຈາຍສຽງຫວຽດນາມພະຍາຍາມຮັກສາແລະເສີມຂະຫຍາຍຄຸນຄ່າຂອງພາສາຫວຽດ - ảnh 2
ກອງ​ປະຊຸມ​ສຳ​ມະ​ນາ “ຮັກສາຄວາມ​ບໍລິສຸດ​ຂອງ​ພາສາ​

ຫວຽດ​ນາມໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນ

        ປະຈຸ​ບັນ, ຢູ່​ບັນດາ​ສະຖານີ​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ​ຍັງ​ມີ​ທ່າ​ອ່ຽງ​ໃຫ້​ບັນນາທິການ​ອ່ານ, ດ້ວຍ​ຄວາມ​ປາຖະໜາ​ຢາກ​ສ້າງ​ຄວາມ​ຊື່​ຕົງ. ພິ​ເສດ​ແມ່ນ​ບັນດາ​ບົດ​ປະພັນ​ສື່​ມວນ​ຊົນ​ທີ່​ປະຕິບັດ​ຢູ່​ບ່ອນ​ເກີດ​ເຫດ. ປອ. ຫວູທິຊາວ​ຈີ, ຮອງ​ບັນນາທິການ​ໃຫຍ່, ຮັບຜິດຊອບ​ວາລະສານ​ພາສາ​, ມະຫາບັນດິດ​ວິທະຍາສາດ​ສັງຄົມ ຫວຽດນາມ​ຖື​ວ່າ: ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບການ​ຂຽນ​ທວາຍ ​ແລະ ຕົວ​ໜັງສື​ທີ່​ສະ​ແດງ​ອອກ​ໃນ​ປື້​ມ, ປື້​ມຂຽນ, ​ໃນ​ວັດຈະນານຸກົມ​ພາສາ ຫວຽດນາມ ​ໄດ້​ຮັບ​ຖື​ວ່າ​ບັນລຸ​ມາດຕະຖານ. ດັ່ງ​ນັ້ນ​ເຖິງ​ວ່າ​ຈະ​ແມ່ນ​ຜູ້​ມີ​ຄວາມ​ຊິນ​ເຄີຍ​ຜັນ​ສຽງ​ຕາມ​ພາສາ​ທ້ອງ​ຖີ່​ນ​ແລ້ວກໍ່ຕາມ, ​ແຕ່​ເມື່ອ​​ເປັນ​ໂຄສົກ, ບັນນາທິການ​ຂອງ VOV ກໍ່​ຕ້ອງ​ດັດ​​ສຽງ​ໃຫ້​ຖືກ​ຕາມ​ພາສາ​ສາມັນ:

        “ສະຖານີ​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ​ຂອງ​ສູນ​ກາງ​ຕ້ອງ​ມຸ່ງ​ໄປ​ເຖິງ​ພາສາ​ຂອງ​ທົ່ວ​ປວງ​ຊົນ, ພິ​ເສດ​ແມ່ນ​ບັນດາ​ລາຍການ​ກະຈາຍສຽງ​ທີ່​ສຳຄັນ​ເຊັ່ນ: ລາຍການ​ສະຖານະ​ການ​ການ​ເມືອງ, ​ແມ່ນ​ຕ້ອງຜັນ​ສຽງ​ເປັນ​ພາສາສາມັນ​ຂອງ​ທົ່ວ​ຊາວ​ ຫວຽດນາມ. ມັນ​ເປັນ​ພາສາ​ທາງ​ການ​ດ້ວຍ​ການ​ສົມທົບ​ບັນດາ​ປັດ​ໃຈດີ​ເລີດ​ທີ່​ສຸດ​ຂອງ​ພາສາ ຫວຽດນາມ​ຢູ່​ທັງ​ສາມ​ພາກນຳ​ກັນ“.

        ພາສາ ຫວຽດນາມ ​ແມ່ນ​ພາສາທີ່​ເປັນ​ເອກະ​ພາບ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ. ຂຽນ​ຖືກ, ​ເວົ້າ​ຖືກ​ຕາມ​ມາດ​ຕະຖານ​ຂອງ​ພາສາ ຫວຽດນາມ ​ໃນ​ຄື້ນກະຈາຍສຽງ​ຂອງ VOV ​ເວົ້າ​ສະ​ເພາະ ​ແລະ ບັນດາ​ພາຫະນະ​ສື່​ມວນ​ຊົນ​ເວົ້າ​ລວມ ​ແມ່ນ​ເສັ້ນທາງ​ເພື່ອ​ໃຫ້​ສື່​ມວນ​ຊົນ​ຍັບ​ເຂົ້າ​ໃກ້ກວ່າ​ກັບ​ມະຫາຊົນ ທັງ​ແມ່ນ​ວິທີ​ເພື່ອ​ປະກອບສ່ວນ​ຮັກສາ​ຄວາມ​ບໍລິສຸດ​ຂອງ​ພາສາ​ ຫວຽດນາມ ​ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ