ວັນບຸນ ຫວູລານ ຕອບບຸນແທນຄຸນພໍ່ແມ່

(VOVWORLD) -ເດືອນ 7 ໄລ່ຕາມຈັນທະປະຕິທິນ  ແມ່ນບຸນ ຫວູລານ ຕອບບຸນແທນຄຸນພໍ່ແມ່ວຽນມາ. ໃນຊຸມວັນນີ້, ບັນດາວັດຢູ່ ຫວຽດນາມ ລ້ວນແຕ່ຈັດຕັ້ງວັນບຸນ ຫວູລານ ພາວະນາຂໍໃຫ້ດວງວິຍານຂອງຜູ້ທີ່ລ່ວງລັບໄປແລ້ວໃຫ້ໄປສູ່ພົບພູນທີ່ດີ ແລະ ພາວະນາຂໍໃຫ້ພໍ່ແມ່ມີຊີວິດສັນຕິສຸກ.

 ວັນບຸນ ຫວູລານ ແມ່ນໂອກາດເພື່ອໃຫ້ລູກຫຼານທຸກຄົນຕອບບຸນແທນຄຸນພໍ່ແມ່, ເພື່ອກັບຄືນສູ່ກົກເຄົ້າເຫງົ້າກໍ, ຄືດັ່ງມູນເຊື້ອອັນຍາວນານຂອງປະຊາຊົນ ຫວຽດນາມ ເຊິ່ງໄດ້ຖືເປັນສຳຄັນບັນດາຈິດໃຈໂອບອ້ອມອາລີ, ເອື້ອເຟື້ອເພື່ອແຜ່…

ວັນບຸນ ຫວູລານ ຕອບບຸນແທນຄຸນພໍ່ແມ່ - ảnh 1 ວັນບຸນ ຫວູລານ ຕອບບຸນແທນຄຸນພໍ່ແມ່

ເມື່ອສາສະໜາພຸດໄດ້ແຊກຊຶມເຂົ້າມາ ຫວຽດນາມ ນັບແຕ່ພັນປີກ່ອນ ວັດວາອາຮາມຕ່າງໆ ເຄີຍຈັດຕັ້ງວັນບຸນ ຫວູລານ. ຕາມປະເພນີພຸດທະສາສະໜາຢູ່ ຫວຽດນາມ ແລ້ວ, ວັນເພັງເດືອນ 7 ຂອງທຸກໆປີ ແມ່ນວັນບຸນ ຫວູລານ ຕອບບຸນແທນຄຸນ. ປັດຈຸບັນນີ້, ວັນບຸນ ຫວູລານ ພໍ່ພຽງແຕ່ແມ່ນພິທີທາງສາສະໜາທີ່ມີຄວາມເຄັ່ງຂຶມ, ຍ້ອງຍໍຄວາມກະຕັນຍູຮູ້ບຸນຄຸນຂອງລູກຫຼານທີ່ມີຕໍ່ພໍ່ແມ່, ພໍ່ເຖົ້າແມ່ເຖົ້າ, ປູ່ຍ່າຕາຍາຍເທົ່ານັ້ນ ຫາກງານບຸນຍັງມີລັກສະນະວັດທະນະທຳມະນຸດຢ່າງເລິກເຊິ່ງ ເວົ້າເຖິງຄວາມກະຕັນຍູຮູ້ບຸນຄຸນ ແລະ ຄວາມເຄົາລົບນັບຖືຂອງທຸກຄົນທີ່ມີຕໍ່ທັງພໍ່ທັງແມ່ທີ່ຍັງມີຊີວິດຢູ່ ຫຼື ພໍ່ແມ່, ພໍ່ເຖົ້າແມ່ເຖົ້າ, ປູ່ຍ່າຕາຍາຍທີ່ໄດ້ລ່ວງລັບໄປແລ້ວ. ຄວາມເຄົາລົບນັບຖື, ຄວາມກະຕັນຍູຮູ້ບຸນຄຸນພໍ່ແມ່, ບູຊາເສັ່ນໄຫວ້ບັນພະບຸລຸດ ແມ່ນສາຍໃຍເຊື່ອມຕໍ່ລະຫວ່າງຜູ້ທີ່ຍັງມີຊີວິດຢູ່ກັບຜູ້ທີ່ເສຍຊີວິດແລ້ວ, ນັ້ນແມ່ນມູນເຊື້ອອັນສູງສົ່ງ, ຍົກສູງນ້ຳໃຈຮັກແພງຜູ້ຄົນຂອງຊາດ ຫວຽດນາມ. ພະອາຈານ ທິກຕີ໊ງທ່ຽນ, ຮອງເຈົ້າອະທິການວັດ ຊຸ່ງຟຸກ, ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ວັນບຸນ ຫວູລານ ຕອບບຸນແທນຄຸນພໍ່ແມ່ ແມ່ນໜຶ່ງໃນບັນດາຮີດຄອງປະເພນີອັນດີງາມຂອງປະຊາຊົນ ຫວຽດນາມ.

ນັ້ນແມ່ນການກະທຳອັນສູງສົ່ງ ແລະ ຈົບງາມຂອງຜູ້ທີ່ເປັນລູກເຕົ້າຕໍ່ບັນດາຄົນໃນຄອບຄົວ. ຍ້ອນເຫດນັ້ນ, ໃນປະເພນີມີເລື່ອງລາວທີ່ໄດ້ເລົ່າຂານກັນມາວ່າ ວັນບຸນ ຫວູລານ ແມ່ນວັນບຸນບູຊາບັນພະບຸລຸດ. ນີ້ແມ່ນຮູບການວັດທະນະທຳທາງພຸດທະສາສະໜາ ເພື່ອກໍ່ສ້າງມະນຸດໃຫ້ມີຄວາມກະຕັນຍູຮູ້ບຸນຄຸນ.

ໃນຈິດສຳນຶກຂອງຊາວ ຫວຽດນາມ ແຕ່ລະຄົນ, ງານບຸນໃຫຍ່ ຫວູລານ ບໍ່ພຽງແຕ່ແມ່ນວັນບຸນທາງພຸດທະສາສະໜາສະເພາະເທົ່ານັ້ນ ຫາກຍັງໄດ້ກາຍເປັນວັນບຸນລວມອີກດ້ວຍ ເພື່ອໃຫ້ລູກຫຼານສະແດງຈິດໃຈຄວາມກະຕັນຍູຮູ້ບຸນຄຸນຕໍ່ບັນດາຜູ້ໃຫ້ກຳເນີດ ແລະ ລ້ຽງດູ. ວັນບຸນ ຫວູລານ ກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາແຕ່ລະຄົນດຳລົງຊີວິດກະເສມສຳລານ, ຮັກແພງກັນຫລາຍກ່ວາ, ຝາກຝັງນ້ຳໃຈ ແລະ ການກະທຳຢ່າງແທດຈິງຕໍ່ພໍ່ແມ່ ແລະ ຜູ້ທີ່ຢູ່ອ້ອມຂ້າງຕົນ.

ວັນບຸນ ຫວູລານ ຕອບບຸນແທນຄຸນພໍ່ແມ່ - ảnh 2 ວັນບຸນ ຫວູລານ ຕອບບຸນແທນຄຸນພໍ່ແມ່

ໃນຊຸມວັນເດືອນ 7 ໄລ່ຕາມຈັນທະປະຕິທິນ, ບັນດາວັດວາອາຮາມທີ່ຢູ່ບໍລິເວນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງວັນບຸນ ຫວູລານ ຢ່າງເຄັ່ງຂຶມ. ຢູ່ຕາມວັດ ເຈິ໊ນກວກ, ວັດ ກວນຊື໊…ໄດ້ດຶງດູດພຸດທະສາສະນິດກະຊົນ, ແຂກມາຈາກສາລະທິດ ແລະ ຊາວທ້ອງຖິ່ນນັບຫລາຍພັນຄົນ ເຂົ້າຮ່ວມບັນດາການເຄື່ອນໄຫວໃນງານບຸນ ຫວູລານ.

ນີ້ແມ່ນໂອກາດທີ່ຂ້າພະເຈົ້າໄດ້ໄປວັດ ເພື່ອພາວະນາຂໍໃຫ້ພໍ່ແມ່ໄດ້ຢູ່ເຢັນເປັນສຸກ. ພາວະນາຂໍໃຫ້ລູກຫຼານໃນຄອບຄົວມີຄວາມສະຫງົບສຸກ, ມີຄວາມໂຊກດີ.

ເນື່ອງໃນໂອກາດບຸນ ຫວູລານ ຕອບບຸນແທນຄຸນພໍ່ແມ່ ຂ້າພະເຈົ້າໄປວັດ ເພື່ອພາວະນາຂໍໃຫ້ຄອບຄົວມີຄວາມສະຫງົບສຸກ, ຂໍໃຫ້ພໍ່ແມ່ມີຄວາມຜາສຸກ.

ຄົນເຮົາເຄີຍເວົ້າກັນວ່າ ໃນຊີວິດຂອງຕົນ ບໍ່ມີຄວາມຜາສຸກໃດ ໃຫຍ່ກ່ວາຄວາມຜາສຸກເມື່ອພໍ່ແມ່ຍັງມີຊີວິດຢູ່ ແລະ ບໍ່ມີຄວາມອາພັບໃດ ໃຫຍ່ກ່ວາຄວາມອາພັບຂອງຜູ້ທີ່ເປັນກຳພ້າ. ເມື່ອໃຜເຄີຍຜ່ານມາແລ້ວ ຈຶ່ງມີຄວາມຮູ້ສຶກຊາບຊຶມກັບສິ່ງດັ່ງກ່າວ.

ໄປຄຽງຄູ່ກັບການກະທຳອັນສູງສົ່ງ ແລະ ຈົບງາມ, ມີຄວາມກະຕັນຍູຮູ້ບຸນຄຸນຕໍ່ພໍ່ເຖົ້າແມ່ເຖົ້າ, ປູ່ຍ່າຕາຍາຍ, ພໍ່ແມ່ໃນໂອກາດງານບຸນ ຫວູລານ, ການໄປວັດ, ກິນເຈ ໄດ້ກາຍເປັນຈຸດວັດທະນະທຳອັນດີງາມໃນວັນເພັງເດືອນ 7 ຂອງແຕ່ລະປີ. ຫລາຍຄອບຄົວມີຄວາມຊິນເຄີຍແຕ່ງເຍື່ອງອາຫານເຈໃສ່ພາເຂົ້າບູຊາຕື່ມອີກ ແລະ ກໍ່ມີຫລາຍຄົນໄດ້ຖືເອົາເດືອນ 7 ແມ່ນເດືອນກິນເຈ. ແມ່ເຖົ້າ ຫງວຽນທິຮ່າ, ເມືອງ ຫາຍບ່າຈຶງ, ນະຄອນ ຮ່າໂນ້ຍ ແບ່ງປັນວ່າ:

ຄອບຄົວຂ້າພະເຈົ້າຖືສາສະໜາພຸດ ການປຸງແຕ່ງເຍື່ອງອາຫານຄາວຕາມຮີດຄອງປະເພນີນັ້ນ ຂ້າພະເຈົ້າໄດ້ເຮັດມາບູຊາແຕ່ວັນທີ 11 ແລ້ວ ແລະ ຮອດວັນເພັງຄອບຄົວຂ້າພະເຈົ້າກໍ່ເຮັດພາເຂົ້າດ້ວຍອາຫານເຈເພື່ອບູຊາໃຫ້ພໍ່ແມ່, ພໍ່ເຖົ້າແມ່ເຖົ້າ, ປູ່ຍ່າຕາຍາຍບັນພະບຸລຸດ. ຕາມຂ້າພະເຈົ້າແລ້ວ ບໍ່ຄວນຖືເປັນສຳຄັນຫລາຍຕໍ່ເລື່ອງພາເຂົ້າທີ່ມີອາຫານແຊບນົວຫລາຍເຍື່ອງເກີນໄປ. ສຳຄັນຕົ້ນຕໍແມ່ນຕົນເອງໄດ້ສະແດງຈິດໃຈຮູ້ບຸນຄຸນຕໍ່ພໍ່ແມ່ ເນື່ອງໃນໂອກາດນີ້.

ໃນວັນບຸນ ຫວູລານ ຕອບບຸນແທນຄຸນພໍ່ແມ່, ນອກຈາກພິທີກຳຕາມປົກກະຕິຄື: ສອນບົດສູດກ່ຽວກັບຄວາມກະຕັນຍູ, ໂຜດສັດແລ້ວ, ບັນນດາຜູ້ທີ່ໄປຮ່ວມພິທີຢູ່ວັດ ລ້ວນແຕ່ໄດ້ເໜັບດອກກຸຫຼາບນ້ອຍໃສ່ໜ້າເອິກ. ຜູ້ໃດ ມີແມ່ຍັງມີຊີວິດຢູ່ນັ້ນ ແມ່ນເໜັບດອກກຸຫຼາບສີແດງ, ຜູ້ໃດ ທີ່ແມ່ເສຍຊີວິດແລ້ວແມ່ນເໜັບດອກກຸຫຼາບສີຂາວ ເພື່ອໃຫ້ທຸກຄົນຄິດເຖິງຜູ້ເປັນແມ່ຂອງຕົນເອງ. ການປະຕິບັດຄືແນວນີ້ ແມ່ນເພື່ອແນໃສ່ພາວະນາຂໍໃຫ້ພໍ່ແມ່ທີ່ລ່ວງລັບໄປແລ້ວນັ້ນ ໄປສູ່ສຸຂະຕິ ແລະ ເປັນການຕັກເຕືອນໃຫ້ຜູ້ທີ່ຍັງມີພໍ່ແມ່ ຈົ່ງດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມນັບຖືຮັກແພງ. ງານບຸນ ຫວູລານ ຕອບແທນບຸນຄຸນພໍ່ແມ່ ໄດ້ກາຍເປັນຈຸດຄວາມງາມວັດທະນະທຳຂອງຊາວ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ