ວັນບຸນແຫ່ງຄວາມຮັກ


(vovworld) - ພ້ອມ​ກັບ​ບັນຍາກາດ​ຟົດ​ຟື້ນມ່ວນ​ຊື່ນຂອງ​ລະດູບານ​ໃໝ່, ວັນ​ບຸນ​ແຫ່ງ​ຄວາມ​ຮັກ (valentine) ກໍ່​ມາ​ຮອດ. Valentine ປີ​ນີ້​ກົງ​ກັບ​ບຸນປີ​ໃໝ່​ປະຈຳ​ຊາດ​ (ບຸນ​ເຕັດ) ຂອງ​ຫວຽ​ດນາມ, ດັ່ງ​ນັ້ນ​ຖະໜົນ​ຫົນທາງ​ຄື​ວ່າຄັບຄາ​ໜາ​ແໜ້ນ​ກວ່າ. ບັນ​ດາ​ຄູ່ບ່າວ​ສາວທັງ​ກະກຽມ​ຕ້ອນຮັບ​ລະດູບານ​ໃໝ່, ທັງ​ຈູບ​ຈ້າວ​ຫ້າວຫັນໃນ​ບັນຍາກາດ​ຂອງ​ວັນ​ບຸນ​ແຫ່ງ​ຄວາມ​ຮັກ​ພ້ອມ​ກັບບັນດາ​ຄູ່​ບ່າວ​ສາວ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢູ່​ໃນ​ໂລກ​​.

ວັນບຸນແຫ່ງຄວາມຮັກ - ảnh 1

ຂອບຂວັນໃນວັນແຫ່ງຄວາມຮັກ

        ​ໃນ​ຊຸມ​ມື້​ນີ້, ຢູ່​ຕາມຖະໜົນສາຍ​ຕ່າງໆ​ທີ່​ນະຄອນຫຼວງຮ່າ​ໂນ້ຍຄື: ​ໂຕນ​ເທິ​ດຕຸ່ງ, ​ເກົ່າ​ໄຢ໋, ຮ່າງ​ບ່ວມ, ທ໋າຍ​ຮ່າ, ຈົ່ວ​ບົກ... ​​ແມ່ນເຕັມ​ໄປ​ດ້ວຍຂອງ​ຕ້ອນ​ຂອງຂວັນຫຼາຍປະ​ເພດ​ເຊັ່ນ: chocolate, ​ຕຸກກະຕາ​ໝີ​, ໝອນ​ຮູບ​ຫົວ​ໃຈ, ​ເຄື່ອງ​ໃຊ້​ເປັນ​ຄູ່​ຄື​: ຈອກ, ​ຂອບ​ຮູບໂມງຖືກ​ວາງ​ຂາຍ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ພວກ​ເພື່ອນ​ໜຸ່ມ​​ນະຄອນຫຼວງ​ໃນ​ໂອກາດ​ວັນ​ບຸນ​ແຫ່ງ​ຄວາມ​ຮັກ. ຢູ່ຮ້ານ​ຂາຍ​ເຄື່ອງ​ເປັນ​ທີ່​ລະ​ລຶກ​ໃນ​ຖະໜົນ ​ໂຕນ​ເທິ​ດຕຸ່ງ, ມີ​ແຂກ​ຫຼາຍ​ຄົນມາ​ຊື້​ຂອງຂວັນ​ໃຫ້​ຄົນ​ຮັກ​ຂອງ​ຕົນ. ດ້ວຍ​ສີ​ໜ້າ​ສົດ​ໄສ​ຂອງ​ຜູ້​ພວມມີ​ຄວາມ​ຮັກ, ອ້າ​ຍ ​ເລືອ​ງດຶກ​ອານ, ພາລະ​ກອນ​ທະນາຄານ Ocean Bank, ​ໃຫ້​ຮູ້​ວ່າ:

        “Valentine  ​ແມ່ນ​ມື້​ພິ​ເສດ. ​ໃນ​ມື້​ນີ້, ຜູ້ບໍ່​ທັນ​ມີ​ແຟນກໍ່​​ຫວັງ​ໄດ້ມີ​​ແຟນ. ຄວາມ​ຮັກ​ອາດ​ຈະ​ປະກົດ​ຂຶ້ນ​ບໍ່​ວ່າ​ຢູ່​ແຫ່ງ​ໃດໃນ​ໂລກ. ຂ້າພະ​ເຈົ້າ​ຢາກ​ຊື້​ຂອງຂວັນ​ນ້ອຍໆ​ເພື່ອ​ມອບ​ໃຫ້​ເພື່ອນ​ຍິງ​ໃນ​ໂອກາດ Valentine “.

ວັນບຸນແຫ່ງຄວາມຮັກ - ảnh 2

ເຂົ້າໜົມເຄັກໃນວັນແຫ່ງຄວາມຮັກ

        ສຳລັບ​ເພື່ອນ ຫງວຽນ​ວັນ​ເກື່ອງ, Valentine ​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ກັບ​ເພື່ອນ​ຍິງ​ຂອງ​ຕົນ. ຂອງຂວັນ​ເຊິ່ງ ​ເກື​່ອງ​ ເລືອກ​ຊື້​ເພື່ອ​ມອບ​ໃຫ້​ເພື່ອນ​ຍິງ​​ແມ່ນ​ປອກ​ແຂນ​ມີ​ຮູບ​ຫົວ​ໃຈ, ​ເຊິ່ງ​ແມ່ນ​ສັນຍາ​ລັກ​ແຫ່ງ​ຄວາມ​ຮັກ.

        “Valentineກໍ່ແມ່ນ​ວັນ​ສະ​ເຫຼີ​ມສະຫຼອງມື້​ພວກ​ນ້ອງ​​ເລີ່​ມຮັກ​ກັນ, ດ່ັງ​ນ້ັນ​ນ້ອງ​ຈະ​ເຮັດ​​ແນວ​ໃດໃຫ້​ມື້​ນີ້​ມີ​ຄວາມ​ເພີດ​ເພີນ​​ ແລະ ມີ​ຄວາມສຸກ, ພວກ​ນ້ອງຈະ​ຮັກ​ກັນ​ຕະຫຼອດ​ຊີວິດ. ​ໃນ​ມື້​ນີ້​ຜູ້​ຊາຍ​ມັກ​ເອົາ​ໃຈຜູ້ຍິງ​ກວ່າ​ທຸກ​ວັນ“.

ວັນບຸນແຫ່ງຄວາມຮັກ - ảnh 3

ຕຸກກະຕາໝີທີ່ເປັນຂອງຂວັນໃນວັນແຫ່ງຄວາມຮັກ

        ​ໃນ​ມື້​ນີ້, ສານ​ແຫ່ງ​ຄວາມ​ຮັກ​ບໍ່​ພຽງ​ແຕ່​ສະ​ແດງ​ອອກ​ຜ່ານ​ບັນດາ​ຂອງຕ້ອນ, ຂອງຂວັນ,ຄຳ​ເວົ້າ​ທີ່​ອົບ​ອຸ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ອອກ​ດ້ວຍ​ວິທີ​ສະ​ເພາະ​ຂອງ​ເພື່ອນ​ຫນຸ່ມ​ແຕ່ລະຄົນ​ຄື: ​ເຮັດ​ຂອງຂວັນ​ດ້ວຍ​ຕົນເອງ​ເພື່ອ​ມອບ​ໃຫ້​​ແຟນ​ໃນ​ວັນ​ທີ 14/2. ​ປີ​ນີ້, ​ເຢືອງທິຮ່ວຽນ ​ໄດ້​ເຮັດ​ເຂົ້າໜົມ ​ເຄັກຮູບ​ຫົວ​ໃຈ​​ຫຸ້ມ​ດ້ວຍ chocolate ​ແລະ ຖັກ​ຜ້າ​ພັນ​ຄໍ​​​ແລນເພື່ອ​ມອບ​ໃຫ້​ເພື່ອນ​ຊາຍ​ຂອງ​ຕົນ. ທູ​ຮ່ວຽນ ​ແບ່ງປັນ​ວ່າ:

        “ຄວາມ​ຮັກ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​​​ເລີ່​ມຈາກກະ​ເພາະ​​ໄປ​ສູ່​ຫົວ​ໃຈ, ດັ່ງ​ນັ້ນ, ປີ​ນີ້​ຂ້າພະ​ເຈົ້າ​ຈະ​ແຕ່ງອາຫານ​ບາງ​ເຍື່ອງ​ທີ່​ແຟນນິຍົມ. ຈັດ​ຕັ້ງ Valentine ​ຢູ່​ເຮືອນ​ທັງ​ມີ​ຄວາມ​ອົບ​ອຸ່ນ, ທັງ​ສະ​ແດງ​​ຄວາມ​ຮັກ​ຂອງ​ຕົນ​ຜ່ານ​ຂອງຂວັນ​ໂດຍ​ຕົນ​ເຮັດ​ເອງ“.

        Valentine ບໍ່​ພຽງ​ແຕ່​ແມ່ນ​ວັນ​ເພື່ອ​ໃຫ້​ບັນດາ​ພວກ​ເພື່ອນ​ໜຸ່ມ​ສະ​ແດງ​ຄວາມ​ຮັກ​ເທົ່າ​ນັ້ນ. ສຳລັບຄູ່​ບ່າວ​ສາວ ຫ່າ​ເຟືອງ​ຈາງ - ​ໂດ້ຕຸ່ງ​ເຢືອງ ແລ້ວ, ວັນ​ທີ 14/2 ປີ​ນີ້, ​ແທນ​ທີ່​ຈະ​ມອບ​ຂອງຂວັນ​ໃຫ້​ກັນ, ທັງ​ສອງ​ຄົນ​ພວມ​ກະກຽມ​ຈັດ​ງານ​ແຕ່ງດອງ​. ​ເຟືອງ​ຈາງ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຈັດ​ງານ​ແຕ່ງດອງ​ໃນ​ວັນ​ທີ 14/2 , ​ເພາະວ່າ​ນີ້​ແມ່ນ​ວັນ​ພິ​ເສດ​ທີ່​ສຸດ​ສຳລັບ​ຜົວ​ເມຍ​ຂ້າພະ​ເຈົ້າ. ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ວັນ​ນີ້​ແມ່ນ​ແຫວນ​ເຊິ່ງສອງ​ຄົນ​ໄດ້​ມອບ​ໃຫ້​ກັນ.“

ວັນບຸນແຫ່ງຄວາມຮັກ - ảnh 4ວັນບຸນແຫ່ງຄວາມຮັກ - ảnh 5

ຈອກເປັນຄູ່ທີ່ເປັນຂອງຂວັນໃນວັນແຫ່ງຄວາມຮັກ

        ສຳລັບ​ຜູ້​ບໍ່​ທັນ​ມີ​ແຟນ, ​ເຂົາ​ເຈົ້າ​ມີ​ທັດສະນະ​ວ່າ, Valentine ບໍ່​ພຽງ​ແຕ່​ແມ່ນ​ວັນ​ແຫ່ງຄວາມ​ຮັກ​ລະຫວ່າງ​ບ່າວ​ສາວ,​ ຫາກຍັງ​ແມ່ນ​ວັນ​​ສະ​ແດງ​ຄວາມ​ຮັກ​ຕໍ່​ຄອບຄົວອີກ​ດ້ວຍ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ຊື້​ຂອງຂວັນ​ເພື່ອ​ມອບ​ໃຫ້​ພໍ່​ແມ່, ອ້າຍ​ນ້ອງ, ຫຼື​ເຊີນ​ທຸກ​ຄົນ​ໃນຄອບຄົວ​ໄປ​​ເບິ່ງ​ຮູບ​ເງົາ. ​ໃນ​ມື້​ນີ້, ມີບາງ​ຄົນກໍ່​ໄປ​ທ່ອງ​ທ່ຽວ​ໄລຍະ​ສັ້ນ. ບາງ​ຄົນ​ກໍ່ສ້າງ​ຄວາມ​ມ່ວນ​ຊື່ນ​ຕາມ​ວິທີ​ສະ​ເພາະ​ຂອງຕົນ. ​ເພື່ອນ ​ເຈິ່ນທູ​ຮ່າ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ:

        “​ໃນ​ມື້​ນີ້, ຂ້າພະ​ເຈົ້າ​​ເອງຈະ​ມອບ​ຂອງຂວັນ​ໃຫ້​​ແກ່ຕົນ ດ້ວຍ​ເຄື່ອງ​ຂອງ​​ໃດ​ໜຶ່ງ, ຫຼື​ຮັບ​ປະທານ​ອາຫານ​ເຍື່ອງ​ທີ່​ຕົນ​ນິຍົມ, ດື່ມ​ກາ​ເຟ, ຊົມ​ຮູບ​ເງົາ, ອ່ານ​ເລື່ອງ ຫຼື​ຟັງ​ດົນຕີ“.

        Valentine ​ໄດ້​ວຽນມາ, ຂອງຂວັນ​ແຕ່ລະ​ຢ່າງ​ທີ່​ມອບ​ໃຫ້​ແຟນ, ​ເມຍ ຫຼື​ຜົວ ລ້ວນ​ແຕ່​ເປັນສານ​ແຫ່ງ​ຄວາມ​ຮັກ. ​ເຖິງ​ວ່າ​ແຕ່ລະຄົນ​ຈະ​ມີ​ວິທີ​ສະ​ແດງ​ສະ​ເພາະ​ກໍ່ຕາມ, ​ແຕ່ Valentine ​ຍາມ​ໃດ​ກໍ່​ແມ່ນ​ວັນ​ແຫ່ງ​ຄວາມ​ຮັກ. ​ໃນ​ໂອກາດ Valentine ວຽນມາ, ຂໍ​ອວຍພອນ​ໃຫ້​ທຸກ​ຄົນ​ມີ​ຄວາມ​ຜາ​ສຸກ​ໃນ​ຕະຫຼອດ 365 ວັນ, ​ເພື່ອ​ເຮັດ​ໃຫ້​ໂລກ​ນີ້​ພຽງ​ແຕ່​ມີ​ຄວາມ​ຮັກ ​ແລະ ການ​ແບ່​ງປັນ​ກັນ​ເທ່ົາ​ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ