ວຽກງານນ້ອຍແຕ່ມີຄວາມໝາຍສຳຄັນ, ສະໜິດຕິດພັນທັງວົງຄະນະຍາດ

(vovworld) - ແນ່ນອ​ນ​ວ່າ​ທຸກ​ຄົນ​ຍັງ​ຈື່​ຈຳທ້າວ James Joseph Kendall, ​ອ້າຍ​ບ່າວຊາວ ອາ​ເມ​ລິ​ກາ 
ໄດ້, ​ເຊິ່ງເປັນ​ຜູ້​ທີ່​ມີ​ຊື່​ສຽງ​ໂດຍ​ບັງ​ເອີນ​ພາຍຫຼັງ​​ທີ່​ລາວໄດ້​ລົງ​ໄປຄອງ​ເໝືອງ​​ຖືກ​ມົນ​ລະ​ພິດ​ຍ້ອນ​ມີຂີ້​​ເຫຍື້ອ​ຫຼາຍຢູ່​ເມືອງ​ເກົ່າ​ໄຢ, ​ນະ​ຄອນຫຼ​ວງ ຮ່າ​ໂນ້ຍ ເພື່ອ​​ເກັບ​ຂີ້​ເຫຍື້ອໃນ​ເດືອນ 5/2015. ​ມາ​ຮ​ອດປະ​ຈຸ​ບັນ, ທ້າວ James ​ພ້ອມ​ກັບ​ກຸ່ມ Keep Hanoi Clean, ເຊິ່ງ​ແມ່ນກຸ່ມ​ອາ​ສາ​ສ​ະ​ໝັກເພື່ອ​ສິ່ງ​ແວດ​ລ້ອມ​ໂດຍ​ລາວ ​ເປັນ​ຜູ້​ສ້າງຕັ້ງ, ຍັງ​ຄົງ​ສຸມ​ຈິດ​ສຸມ​ໃຈ​ກັບບັນ​ດາ​ໂຄງ​ການ​ເພ​ື່ອ​​ແນ​ໃສ່ເຮັດ​ໃຫ້​ນະ​ຄອນຫຼວງ ຮ່າ​ໂນ້ຍ ສະ​ອ​າດ, ຂຽວ, ສວຍ​ງາມ​ກ່​ວາ. ບົດ​ຂຽນ​ຂອງ ຖູຍ​ຕຽນ, ດ້ວຍ​ຫົວ​ຂໍ້​ວ່າ “ວຽກ​ງານ​ນ້ອຍ​ແຕ່​ມີຄວາມໝາຍ​ສຳ​ຄັນ, ສະ​ໜິດ​ຕິດ​ພັນ​​ທັງວົງ​ຄະ​ນະ​ຍາດ”.

ວຽກງານນ້ອຍແຕ່ມີຄວາມໝາຍສຳຄັນ, ສະໜິດຕິດພັນທັງວົງຄະນະຍາດ - ảnh 1
ທ້າວ James Joseph Kendall, ​ອ້າຍ​ບ່າວຊາວ ອາ​ເມ​ລິ​ກາ 


       ​
ຈາກບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ດ້ານ​ການ​ເງິນ ແລະ ການ​ຂາດ​ປະ​ສົບ​ການ​ໃນ​ການ​ຄຸ້ມ​ຄອງ​ສະ​ມາ​ຄົມ, ມາ​ຮອດ​ປະ​ຈຸ​ບັນ, ທ້າວ James ແລະ ​ກຸ່ມ Keep Hanoi Clean ເຮັດ​ໄດ້​ວຽກ​ງານຫຼາຍ​ຢ່າງ​ທີ່​ເປັນ​ໜ້າ​​ນິ​ຍົມ​ນັບ​ຖື. ຄາດ​ວ່າ, ມີ​ຂີ້​ເຫຍື້ອ​ປະ​ມານ 200 ໂຕ​ນ​ໂດຍ​ບັນ​ດາ​ນັກ​ອາ​ສາ​ສະ​ໝັກ​ເກັບ​​ໂຮມມາ​ໄດ້​ຈາກ​ສວນ​ສາ​ທາ​ລະ​ນະ ແລະ ໜອງຫຼາຍ​ແຫ່ງ. ພ້ອມ​ກັນ​ນັ້ນ, ກຸ່ມ​ຍັງ​ໄດ້​ທຳ​ການ​ໂຄ​ສະ​ນາ​ໃຫ້​ປະ​ຊາ​ຊົນ​ບໍ່​ໃຫ້​ເຮັດ​ເປື້ອນ​ຖິ້ມ​ຂີ້​ເຫຍື້ອ​ຊະ​ຊາຍ​ຢູ່​ຖະ​ໜົນ​ສາຍ​ຕ່າງໆ​ທີ່​ໄດ້​ເຮັດ​ອະ​ນາ​ໄມ​ສະ​ອາດ​ແລ້ວ.

        ໃນ​ເວ​ລາ​ທ້າຍ​ອາ​ທິດ, ​ກຸ່ມ Keep Hanoi Clean ມີ​ການ​ເຄື່ອນ​ໄຫວຍ່າງເກັບ​ຂີ້​ເຫຍື້ອ​ຢູ່​ບາງ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ເປັນ​ປະ​ຈຳ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ອາ​ສາ​ສະ​ໝັກ​ປະ​ມານ 50 ຄົນຢູ່​ໃນ​ທ​ຸ​ກ​ເກນ​ອາ​ຍຸ, ເຮັດ​ວຽກ​ໃນ​ທຸກ​ຂະ​ແໜງອາ​ຊີບ ແລະ ​​ຖືກທ​ຸກ​ສັນ​ຊາດ.

        ທ່ານ ຫງວຽນ​ວຽດ​ຮູ່ງ, ເຊິ່ງ​ແມ່ນ​ສະ​ມາ​ຊິກ​ຄືນ​ໃໝ່​ຫາກໍ່​ເຂົ້າ​ຮ່ວມ​ກຸ່ມ​, ​ໄດ້​ໃຫ້​ຮູ້​ເມື່ອ​ເຂົ້າ​ຮ່ວມ​ການ​ເກັບ​ຂີ້​ເຫຍື້ອ​ໃນ​ຕອນ​ເຊົ້າ​ວ່າ:

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຕົນ​ເອງຍັງບໍ່​ທັນ​ໄດ້​ເຂົ້າ​ຮ່ວມ​ບັນ​​ວຽກ​ງານ​ເຊັ່ນ​ນີ້ຫຼາຍ​​ພໍປານ​ໃດ, ດັ່ງ​ນັ້ນ, ​ຂ້າ​ພະ​ເຈົ້າ​ຈຶ່ງ​ຕັດ​ສິນ​ໃຈວ່າ​ ທັງ 3 ​ພໍ່​ລູກ​ຕ້ອງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍນີ້. ຂ້າ​ພະ​ເຈົ້າ​ຄິດ​ວ່າ, ບັນ​ດາ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ​ໜູນ​ຊ່ວຍ​ສັງ​ຄົມ​ຄື​ແນວນີ້​ທຸກໆ​ຄົນ​​ຄວນເຂົ້າ​ຮ່ວມ. ລູກ 2 ຄົນ​ຂອງ​ຂ້າ​ພະ​ເຈົ້າ​ມີ​ຄວາມ​​ກະ​ຕຶ​ລື​ລົ້ນ​ທີ່​ສຸດ.”

        ປ້າ ຫງວຽນ​ຖ​ູ໋ຍ​ຮ່າ, ພາ​ລະ​ກອນເຮັດ​ອະ​ນາ​ໄມ​ຢູ່​ສວນ​ສາ​ທາ​ລະ​ນະ ເຫງັຍ​ໂດ, ໄດ້​ແບ່ງ​ປັນ​ວ່າ:

        “ເຂົາ​ເຈົ້າ​ໄດ້​​ເຮັດອະ​ນາ​ໄມ​​ທຳ​ຄວາມ​ສະ​ອາດ​ໃຫ້ສວນ​ສາ​ທາ​ລະ​ນະ ແລະ ຂ້າ​ພະ​ເຈົ້າ​ກໍ່​ມ​ີ​ຄວາ​ມ​ເພິ່ງ​ພໍ​ໃຈ​​ທີ່​ສຸດເມື່ອ​ເຂົາ​ເຈົ້າ​ຊ່ວຍ​ພວກ​ຂ້າ​ພະ​ເຈົ້າ​ບັນ​ເທົາ​ຄວາມ​ໜັກ​ໜາ​ຂອງວຽກ​ງານໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ”

        ເພື່ອ​ຕອບ​ສະ​ໜອງ​ເຫດ​ການມອດ​ໄຟ​ໜ​ຶ່​ງ​ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກ​ປີນີ້, ທ້າວ James ໄດ້​ປຸກ​ລະ​ດົມ​ກາ​ນ​ເຄື່ອນ​ໄຫວ​ທີ່​ປະ​ທັບ​ໃຈ ແລະ ມີ​ຜົນ​ປະ​ໂຫຍດຫຼາຍ​ຢ່າງ. ຄ​ຽງ​ຂ້າງ​ເລື່ອງ​ໄດ້​ປະ​ກົດ​ຕົວ​ໃນ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ ເພື່ອ​ໂຄ​ສະ​ນາ​ກ່ຽວ​ກັບ​ວຽກ​ງານ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ທ້າວ James ແລະ ກຸ່ມ​ໄດ້​ສ້າງ​​ແຜນ​ການ​ຈັດ​ຕັ້ງ​ເຫດ​ການ​ຕ່າງໆ​ຄື: ປ່ອຍ​ໂຄມ​ໄຟ​ເຮັດ​ດ້ວຍ​ວັດ​ສະ​ດຸ​ທີ່ເປັນ​ມິດ​ກັບ​ສິ່ງ​ແວ​ດ​ລ້​ອມ​ໃນ​ເວ​ລາ​ມອດ​ໄຟ​ໜຶ່ງ​ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກ, ເກັບ​ມ້ຽນ​ຂີ້​ເຫຍື້ອ​ໃນ​ບໍ​ລິ​ເວນ​ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ຍ່າງ​ເພື່ອ​ສິ່ງ​ແວດ​ລ້ອມ. ຕາມ​ທ້າວ James ແລ້ວ, ນີ້​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ຫງວນ​ໃຫ້​ທຸກ​ເພດ​ທຸກ​ໄວ, ໃຜໆ​ກໍ່​ສາ​ມາດ​ເຂົ້າ​ຮ່ວມ​ໄດ້ ແລະ ລາວ​ຫວັງ​ວ່າ​ຈະ​ມີຫຼາຍ​ຄົນ​ສົນ​ໃຈ ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ເຂົ້າ​​ໃນບັນ​ດາ​ເຫດກ​ານນີ້.

        James ​ປາດ​ຖະ​ໜາ​ຢາກ ຈະ​ເປີດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ເຄື່ອນ​ໄຫວຂອງ​ກຸ່ມ Keep Hanoi Clean ອອກ​ສູ່​ທົ່ວ​ປະ​ເທດ. ປະ​ຈຸ​ບັນ, ລາວ ພວມ​ປະ​ຕິ​ບັດ​ໂຄງ​ການ​ທີ່​ໄດ້​ກະ​ກຽມ​​ມາແຕ່​ດົນ​ແລ້ວ​ນັ້ນແມ່ນ​ອອກ​ແບບ​ຖັງ​​ໃສ່ຂີ້​ເຫຍື້ອ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວ​ດ​ລ້ອມ ແລະ ​ງາມ​ຕາ​ເພື່ອ​ເອົາ​ໄປຕັ້ງ​ຢູ່​ຕາມ​ບັນ​ດາ​ໂຮງ​ຮຽນ​, ຫຼັງ​ຈາກນັ້ນ, ​ຈຶ່ງຮ່ວມ​ສຳ​ພັນ​ກັບ​ບໍ​ລິ​ສັດ​​ສິ່​ງ​ແວດ​ລ້ອມ​ຕົວ​ເມືອງ ຮ່າ​ໂນ້ຍ ຈຳ​ກັດ​ຜູ້​ດຽວ (URENCO) ເພື່ອ​ເປີດ​ກ້​ວາງ​ໂຄງ​ການ​ອອກ​ສູ່​ທົ່ວ​ນະ​ຄອນ:

        “ໃຜ​ໆກໍ່​ສາ​ມາດ​​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໄດ້, ບໍ່​ພຽງ​ແຕ່​ແມ່ນ​ຂ້າ​ພະ​ເຈົ້າ ຫຼື ອົງ​ການ​​ເຄື່ອນ​ໄຫວອາ​ສາ​ສະ​ໝັກ​ເພື່ອ​ສິ່ງ​ແວດ​ລ້ອມ​ໃດ​ໜຶ່ງ. ສິ່ງ​ແວດ​ລ້ອມ​ຖືກ​ມົນ​ລະ​ພິດ​ແລ້ວ ແຕ່ບໍ່​​ ໝາຍ​ຄວາມ​ວ່າ​ພວກ​ເຮົາ​ບໍ່​ສາ​ມາດ​ເຮັດອະ​ນາ​ໄມ​ໃຫ້​ສະ​ອາດ​ໄດ້. ຍາມ​ໃດ​ຂ້າ​ພະ​ເຈົ້າ​ກໍ່​ຄິດ​ເຖິງ​ອະ​ນາ​ຄົດ, ອະ​ນາ​ຄົດ​ຂອງ ຫວຽດ​ນາມ, ອະ​ນາ​ຄົດ​ຂອງ​ມວນມະ​ນຸດ ແລະ ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ທ​ຸກ​ຄົນ​ຕ້ອງ​ຄິດ​ເຖິງ​ເລື່ອງນີ້ ຍ້ອນ​ວ່າ​​ຖ້າສິ່ງ​ແວດ​ລ້ອມ​ຖືກ​ທຳ​ລາຍ ​ໝາຍ​ຄວາມ​ວ່າມະ​ນຸດ​ຈະ​ຖືກ​ທຳ​ລາຍ​ຄ້າຍ​ຄື​ກັນ. ຍາມ​ໃດ​ກໍ່​ມີ​ວິ​ທີ​ເພື່ອ​ແກ​້​ໄຂ​ທຸກໆ​ບັນ​ຫາ ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ​ເລື່ອງ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້​ອມບໍ່​ແມ່ນ​ວ່າ​​ມັນ​ແມ່ນວຽກ​ງານ​​ທີ່​ຍັງ​ຍາກ ແຕ່​ວ່າ​ມັນ​ຕ້ອງ​ໄດ້​ຮັບ​ການປະ​ຕິ​ບັດ.”

        ບັນ​ດາ​ວຽກ​ງານ​ທີ່ James ​ພວ​ມ​ພະ​ຍາ​ຍາມປະ​ຕິ​ບັດ​ລ້ວນ​ແຕ່​ເລີ່ມ​ມາ​ຈາກ​ຄວາມ​ຮັກ​​ທີ່​ມີຕໍ່​ປະ​ເທດ ຫວຽດ​ນາມ, ​​ເຊິ່ງ​ລາວ​​ຖື​ວ່າ​ແມ່ນ​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ 2 ຂອງ​ຕົນ. ດ້ວຍ​ຄວາມ​ຫວັງ​ວ່າ ຢາກ​ໃຫ້​ປະ​ຊາ​ຊົນ​​ເຫັນ​ໄດ​້​ຄວາມ​ສຳ​ຄັນ​ຂອງ​ການ​​ຮັກ​ສາ​ສິ່ງ​ແວດ​ລ້ອມ ກໍ່​ແມ່ນ​ປົກ​ປັກ​ຮັກ​ສາ​ໃຫ້ອະ​ນາ​ຄົດ​ພັດ​ທະ​ນາ​ຍືນ​ຍົງ, ອະ​ນາ​ຄົດ​ອັນ​ດີ​ງາມ​ໃຫ້​ແກ່​ລຸ້ນ​ລູກ​ລຸ້ນຫຼາ​ນ, ສານ​ຂອງ James ໄດ້​​ຖືກ​​ສົ່ງໄປ​ທົ່ວ​ທຸກ​ແຫ່ງ ແລະ ໄດ້​​ມີ​ຜົນ​ກະ​ທົບ​ຢ່າງ​ແຮງ​ເຖິງ​ປະ​ຊາ​ຄົມ. ຮອດ​ເວ​ລາ​ແລ້ວ, ​ທີ່​ພວກ​ເຮົາ​ຕ້ອງ​ຍົ​ກ​ສູງ​ຄ​ວາມ​ຮັບ​ຜິດ​ຊອບ ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​​ກັນ​ເພື່ອ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຂຽວ, ສະ​ອາດ ແລະ ສວຍ​ງາມ.


ຕອບກັບ

ຂ່າວ/ບົດ​ອື່ນ