ສີສັນການສະແດງສິລະປະສາກົນຢູ່ Festival ເຫ້ວ

(VOVWORLD) -ມີນັກສິລະປິນ, ນັກສະແດງເກືອບ 400 ຄົນທີ່ມາຈາກ 24 ຄະນະສິລະປະກອນສາກົນ  ໄດ້ສ້າງຄວາມປະທັບໃຈຢ່າງແທ້ຈິງໃນຄ່ຳຄືນ Festival ເຫ້ວ. ເຂົ້າເຈົ້າໄດ້ນຳມາເຊິ່ງສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດຕ່າງໆຢູ່ທົ່ວທຸກທະວີບ, ປະກອບສ່ວນເພີ່ມສີສັນຢູ່Festival ໃຫ້ອຸດົມສົມບູນກວ່າອີກ.

ສີສັນການສະແດງສິລະປະສາກົນຢູ່ Festival ເຫ້ວ - ảnh 1 ມີນັກສິລະປິນ, ນັກສະແດງເກືອບ 400 ຄົນທີ່ມາຈາກ 24 ຄະນະສິລະປະກອນສາກົນ 

ໄດ້ສ້າງຄວາມປະທັບໃຈຢ່າງແທ້ຈິງໃນຄ່ຳຄືນ Festival ເຫ້ວ

(ພາບ: thuathienhue.gov.vn)

ໃນຕອນຄ່ຳຄືນສະແດງສິລະປະວັນທີ 30 ເມສາ ຢູ່ສວນສາທາລະນະ ຕື໋ເຕື້ອງ, ຄະນະນັກສິລະປິນຈີນ ທີ່ມາຈາກສະຖາບັນສິລະປະ ຈຽນແຈ໋ງ ຂອງ ຈີນໄດ້ສະແດງບັນດາລາຍການສິລະປະທີ່ເປັນເອກະລັກສະເພາະ, ດີເດັ່ນທີ່ສຸດຂອງໂຮງຮຽນ. ນັ້ນແມ່ນລາຍການຟ້ອນ ທີ່ປະດິດແຕ່ງມາຈາກຄວາມຄິດຂອງບົດກະວີທີ່ມີຊື່ດຽວກັນ, ເຊິ່ງເປັນ ປື້ມກະວີເກົ່າແກ່ກວ່າໝູ່ຂອງຈີນ; ພ້ອມກັບບັນດາລາຍການຮ້ອງລຳທຳເພງ, ສະແດງເຄື່ອງດົນຕີພື້ນເມືອງອື່ນໆຂອງຄະນະ. ອັນໄດ້ນຳມາໃຫ້ງານບຸນ Festival ເຫ້ວ 2018 ແຫຼ່ງອາລົມໃໝ່, ເຂັ້ມຂົ້ນໄປດ້ວຍກະວີ, ຄວາມອ່ອນຊ້ອນ ສວຍງາມຂອງເຂດແມ່ນ້ຳ ຈຽນແຈ໋ງ. ທ່ານຫົວໜ້າຄະນະສິລະປະກອນແຂວງຈຽນແຈ໋ງ, ຈີນໃຫ້ຮູ້ວ່າ.

        “ບັນດາລາຍການດັ່ງກ່າວແມ່ນເຂັ້ມຂຸ້ນໄປດ້ວຍສີສັນຂອງ ແຈ໋ງໜານ, ປະເທດຈີນ. ບັນດາເຄື່ອງດົນຕີພິນບາງ ແລະ ບັນດາເຄື່ອງດົນຕີອື່ນໆທີ່ໄດ້ນຳມາສະແດງໃນຄັ້ງນີ້ແມ່ນເຂັ້ນຂຸ້ນໄປດ້ວຍວັດທະນະທຳຂອງ ແຈ໋ງໜານ, ຈີນ.”

        ໃນຊຸມມື້ດຳເນີນ Festival ເຫ້ວ 2018 “Sounds From the Norther Winds” ວົງດົນຕີມາຈາກແດນມາກ, ໄດ້ມີການປະສານສົມທົບສຽງ piano ກັບດົນຕີເອເລັກໂຕນິກ ໄດ້ຢ່າງກົມກ່ຽວ, ຮ້ອງເພງແລກປ່ຽນກັບບັນດານັກສິລະປິນແຂກຖືກເຊີນອື່ນ. ບັນດາບົດເພງຂອງວົງດົນຕີດັ່ງກ່າວສະແດງເຊິ່ງແມ່ນບັນດາບົດເພງຂຶ້ນກັບປະເພດ world music ສົມທົບກັບສຽງສັ່ນສະເທື່ອນຂອງສຽງດົນຕີເອເລັກໂຕນິກ  ແລະ ສຽງຂອງ piano. ນັກຮ້ອງ, ທັງເປັນນັກປະພັນດົນຕີ Michael Moller, ສະມາຊິກຂອງວົງດົນຕີ “Sounds From the Norther Winds” ໄດ້ແບ່ງປັນພາຍຫຼັງທຳການສະແດງຢູ່ວັງເກົ່າ ອານດິ້ງ, ນະຄອນເຫ້ວ, ວ່າ.

        “ໃນFestival ເຫ້ວ ຄັ້ງທຳອິດ, ຂ້າພະເຈົ້າຮ້ອງເພງພຽງແຕ່ 3 ບົດເທົ່ານັ້ນ, ແຕ່ວ່າໃນຄັ້ງນີ້, ຂ້າພະເຈົ້າໄດ້ມີ concert ຢ່າງແທ້ຈິງ. ພຽງຜ່ານການຕອບສຳພາດເທົ່ານັ້ນຈະບໍ່ມີຮູບພາບເພື່ອໃຫ້ທຸກຄົນວາດພາບເບິ່ງວ່າ ຕອນສະແດງນັ້ນແມ່ນຟົດຟື້ນ, ເປັນມືອາຊີບຊ່ຳໃດ. ຢູ່ເອີລົບ ບໍ່ມີ concert ໄດ້ຮັບການລົງທຶນຫຼາຍຄືແນວນີ້. ຄວາມຮູ້ສຶກຂອງຂ້າພະເຈົ້າໃນຕອນນີ້ແມ່ນມີຄວາມເອກອ້າງທະນົງໃຈ ແລະ ດີໃຈທີ່ສຸດທີ່ໄດ້ມາສະແດງຢູ່ທີ່ນີ້”.

        Festival ເຫ້ວ 2018, ຄະນະສິລະປະກອນ Urpin – BanskaBystrica ແມ່ນມີຄວາມເມົາມົວກັບວາດຟ້ອນທີ່ເປັນສັນຍາລັກໃຫ້ແກ່ຄວາມເບີກບ່ານມ່ວນຊື່ນເມືຶ່ອອອກແຮງງານ, ຄວາມມັກ - ຮັກສິລະປະຂອງຊາວ ສະໂລວາກີ. ໃນຂະນະນັ້ນ, ບັນດາລາຍການສະແດງຂອງຄະນະສິລະປະກອນ Kaloob ຢູ່Festival ເຫ້ວ 2018 ພັດແມ່ນດົນຕີທີ່ມີສີສັນຫຼາກຫຼາຍຂອງບັນດາພື້ນຖານວັດທະນະທຳທ່ີມາຈາກບັນດາເຂດພາກຂອງປະເທດ ຟິລິບປິນ ແລະ ບັນດາວັດທະນະທຳດັ່ງກ່າວເຊິ່ງປະເທດນີ້ໄດ້ຮັບຜົນສະທ້ອນ.

        ເຊິ່ງເຄີຍເປັນຕົວແທນໂຄສະນາພາບພົດຂອງສີລັງກາ ຢູ່ກວ່າ 50 ເຫດການສາກົນສຳຄັນ. ສະຖາບັນຟ້ອນ Ranrangaໄດ້ຮັບການຮັບຮູ້ໃນການປະກອບສ່ວນອະນຸລັກຮັກສາບັນດາວາດຟ້ອມພື້ນເມືອງທີ່ເປັນມູນເຊື້ອຂອງປະເທດຊາດ. ບັນດາລາຍການສະແດງຢູ່ Festival ເຫ້ວ ໃນຄັ້ງນີ້ຂອງສີລັງກາ ໂດຍບັນດານັກສິລະປິນຂອງສະຖາບັນສະແດງ ຍາມໃດກໍ່ໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ໄດ້ຮັບການຕີລາຄາສູງ. H.Diem Blo, ນັກສິລະປິນຂອງຄະນະສິລະປະກອນຊົນເຜົ່າດັກລັກ, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ຄະນະສິລະປະກອນຂອງ ຈີນ. ວິທີການສະແດງ ແລະ ການຮັບໃຊ້ຂອງເຂົາເຈົ້າແມ່ນສຸດຈິດສຸດໃຈ, ເຂົາເຈົ້າຟ້ອນງາມທີ່ສຸດ. ຄະນະສິລະປະກອນສີລັງກາ ກໍ່ຄືກັນ. ເຂົາເຈົ້າໂດດເດັ່ນຍ້ອນສີສັນວັດທະນະທຳທີ່ເຂັ້ມຂຸ້ນ. ຊຸດອາພອນຂອງເຂົາເຈົ້າກໍ່ພົ້ນເດັ່ນ, ເປັນມູນເຊື້ອທີ່ສຸດ”.

        ບັນດານັກສິລະປິນທີ່ມາຈາກລັດເຊຍ ສວຍງາມພັດນຳມາໃຫ້ງານ Festival ເຫ້ວ ດ້ວຍຄຳທັກທາຍສະບາຍດີ ແລະ ບັນດາຮູບພາບຍຸດວະນາລີເຂດບ້ານນາຟ້ອນກັບຮວງເຂົ້າບະເລ່ ແລະ ເຂົ້າຈີ່, ເຊິ່ງແມ່ນຂອງຂວັນມາຈາກການອອກເຫື່ອເທແຮງຂອງປະຊາຊົນ ໃນຄຳຄືນສະແດງຂອງ “ລວດລາຍຈິດຕະກຳ Sibiri”, ຢູ່ເວທີສະແດງສວນສາທາລະນະ ຕື໋ເຕື້ອງ, Festival ເຫ້ວ 2018. ບັນດາລາຍການຂອງຄະນະສິລະປະກອນພື້ນເມືອງ “ລວດລາຍຈິດຕະກຳ Sibiri” ໄດ້ເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວເຫ້ວ ຍິ່ງມີຄວາມຮັກ ແລະ ຄວາມເຂົ້າໃຈຕໍ່ປະເທດລັດເຊຍ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ