ສຳເນົາເອກະສານ ຫວຽດນາມ - ລາວ, ຮ່ວມມືມຸ່ງໄປສູ່ອະນາຄົດ

(VOVWORLD) - ກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ແລະ ກົມສຳເນົາເອກະສານແຫ່ງຊາດລາວ ມີການພົວພັນຮ່ວມມືກັນມາແຕ່ດົນນານ. ການພົວພັນຮ່ວມມືນັບມື້ນັບພັດທະນາຜ່ານການເຄື່ອນໄຫວແລກປ່ຽນຂອງຄະນະຜູ້ແທນ, ການຝຶກອົບຮົບໃຫ້ພະນັກງານ, ກອງປະຊຸມສຳມະນາຫົວເລື່ອງສະເພາະ… ປີ 2017 - ເຊິ່ງແມ່ນປີມິດຕະພາບ ຫວຽດນາມ - ລາວ, 2 ຝ່າຍໄດ້ເຊັນບົດບັກທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ແລະ ກົມສຳເນົາເອກະສານແຫ່ງຊາດລາວ ປີ 2018 ຢູ່ຮ່າໂນ້ຍ. ເນື້ອໃນສຳຄັນທີ່ສຸດແມ່ນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນຄະນະ. ບົດຂຽນຂອງຢ້ຽວຮົ່ງ, ນັກຂ່າວ VOV.
ສຳເນົາເອກະສານ ຫວຽດນາມ - ລາວ, ຮ່ວມມືມຸ່ງໄປສູ່ອະນາຄົດ - ảnh 1 ຄະນະຜູ້ແທນ 2 ຝ່າຍໄດ້ຖ່າຍຮູບເປັນທີ່ລະນຶກພາຍຫຼັງພິທີລົງນາມບົດບັນທຶກຊ່ວຍຈຳ

ກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ແລະ ກົມສຳເນົາເອກະສານແຫ່ງຊາດລາວ ແມ່ນອົງການຂຶ້ນກັບກະຊວງພາຍໃນ, ປະຕິບັດພາລະໜ້າທີ່ເປັນເສນາທິການ, ຊ່ວຍໃຫ້ລັດຖະມົນຕີກະຊວງພາຍໃນຄຸ້ມຄອງແຫ່ງລັດ ກ່ຽວກັບເອກະສານ, ສຳເນົາໃນຂອບເຂດທົ່ວປະເທດ, ຄຸ້ມຄອງເອກະສານສຳເນົາແຫ່ງຊາດ ແລະ ປະຕິບັດບັນດາການບໍລິການແຫ່ງລັດຕາມຂໍ້ກຳນົດຂອງກົດໝາຍ. ເພື່ອເຄື່ອນໄຫວຢ່າງມີປະສິດທິຜົນ, ແຕ່ລະປີ, ກົມສຳເນົາ 2 ປະເທດ ຫວຽດນາມ ແລະ ລາວ ໄດ້ຜັດປ່ຽນກັນສົ່ງພະນັກງານໄປປະຕິບັດງານ, ແລກປ່ຽນບົດຮຽນ. ລະອຽດຄື, ປີ 2012, ກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ໄດ້ສົ່ງນັກຊ່ຽວຊານ 2 ຄົນໄປລາວເພື່ອຊ່ວຍສອນກ່ຽວກັບ “ການເກັບກຳ ແລະ ຄຸ້ມຄອງເອກະສານດ້ວຍເຕັກໂນໂລຢີດີຈີຕອນ”. ໃນປີ 2014, 2015, ກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ໄດ້ຮັບບັນດາພະນັກງານຂອງ ກົມສຳເນົາເອກະສານແຫ່ງຊາດລາວ ມາຝຶກອົບຮົມກ່ຽວກັບການປັບປຸງ, ແຕ່ງເອກະສານເກົ່າເປັນເອກະສານໃໝ່ ແລະ ຈັດຕັ້ງຂຸດຄົ້ນການນຳໃຊ້ເອກະສານສຳເນົາຢູ່ບັນດາຫົວໜ່ວຍທີ່ຂຶ້ນກັບ ກົມເອກະສານ ແລະ ສຳເນົາແຫ່ງລັດ. ປີ 2014, ເນື່ອງໃນໂອກາດການໄປປະຕິບັດງານຢູ່ ກົມສຳເນົາເອກະສານແຫ່ງຊາດລາວ, ບັນດານັກຊ່ຽວຊານຂອງ ກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ໄດ້ຈັດການແນະນຳຫົວເລື່ອງສະເພາະ “ບາງບົດຮຽນຈາກວຽກງານສຳເນົາເອກະສານ ຢູ່ ຫວຽດນາມ” ໂດຍມີພະນັກງານກ່ວາ 50 ຄົນເຊິ່ງແມ່ນຫົວໜ້າຫ້ອງການ ແລະ ບັນດາພະນັກງານຄຸ້ມຄອງວຽກງານສຳເນົາເອກະສານຂອງບັນດາກະຊວງ, ອົງການທຽບເທົ່າກະຊວງຂອງລາວ ເຂົ້າຮ່ວມ… ທ່ານນາງ ທອງຈັນ ແກ້ວແສນຫອມ, ຫົວໜ້າກົມສຳເນົາເອກະສານແຫ່ງຊາດລາວ ໃຫ້ຮູ້ວ່າ:

        ເທບສຽງປະກອບທ່ານນາງ ທອງຈັນ

        ໃນບົດບັນທຶກຊ່ວຍຈຳທີ່ສອງຝ່າຍໄດ້ລົງນາມນັ້ນມີ 6 ຂໍ້, ໃນນັ້ນ, ສຳຄັນທີ່ສຸດແມ່ນໄດ້ເນັ້ນໜັກກ່ຽວກັບບັນຫາແລກປ່ຽນຄະນະ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ສິ່ງດັ່ງກ່າວໄດ້ສະແດງດ້ວຍບັນດາຕົວເລກທີ່ລະອຽດ, ນັ້ນແມ່ນໄດ້ຮັບ, ບຳລຸງສ້າງປະລິຍາຕີ 3 ຄົນ ແລະ ປະລິຍາໂທ 1 ຄົນຂະແໜງສຳເນົາເອກະສານ. ນອກຈາກນັ້ນ, ຍັງຮັກສາໄວ້ການຈັດກອງປະຊຸມ, ກອງປະຊຸມສຳມະນາຫົວເລື່ອງສະເພາະ ຕາມທີ່ຝ່າຍລາວມີຄວາມຕ້ອງການ. ທ່ານນາງ ທອງຈັນ ແກ້ວແສນຫອມ, ຫົວໜ້າກົມສຳເນົາເອກະສານແຫ່ງຊາດລາວ ໃຫ້ຮູ້ຕື່ມອີກວ່າ:

        ເທບສຽງປະກອບທ່ານນາງ ທອງຈັນ

        ກ່າວຄຳເຫັນທີ່ພິທີລົງນາມບົດບັນທຶກຊ່ວຍຈຳລະຫວ່າງອົງການສຳເນົາເອກະສານ 2 ປະເທດ, ທ່ານ ດັ້ງແທງຕູ່ງ, ຫົວໜ້າກົມສຳເນົາເອກະສານແຫ່ງລັດ ຫວຽດນາມ ໄດ້ເນັ້ນໜັກວ່າ:

        “ບົດບັນທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມືໃນຂົງເຂດເອກະສານ, ສຳເນົາໄດ້ຮັບການລົງນາມລະຫວ່ງກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ - ກະຊວງພາຍໃນ ຫວຽດນາມ ແລະ ກົມສຳເນົາເອກະສານແຫ່ງຊາດລາວ - ກະຊວງພາຍໃນລາວ ຈະສ້າງກຳລັງໜູນໃຫມ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ອົງການສຳເນົາເອກະສານ 2 ປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ -ລາວ. ຂ້າພະເຈົ້າຫວັງວ່າ, ບັນດາເນື້ອໃນການຮ່ວມມືທີ່ໄດ້ລົງນາມໃນມື້ນີ້ຈະຮັບການປະຕິບັດຈາກອົງການສຳເນົາ 2 ປະເທດ ຫວຽດນາມ - ລາວ ຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.”

        ໃນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຄັ້ງນີ້, ນອກຈາກການທົບທວນຄືນການເຄື່ອນໄຫວລະຫວ່າງ 2 ປະເທດ, ລົງນາມບົດບັນທຶກຊ່ວຍຈຳແຜນການເຄື່ອນໄຫວປີ 2018, ຄະນະຜູ້ແທນຂອງ ກົມສຳເນົາເອກະສານແຫ່ງຊາດລາວ ຍັງໄດ້ໄປຢ້ຽມຢາມທັດສະນີຍະພາບທີ່ລືຊື່ຢູ່ທາງພາກເໜືອ ຫວຽດນາມ ບາງແຫ່ງອີກດ້ວຍ. ໃນປີຈະມາເຖິງ, ພິທີລົງນາມບົດບັນທຶກຊ່ວຍຈຳກ່ຽວກັບແຜນການເຄື່ອນໄຫວໃນປີຕໍ່ໄປຈະໄດ້ຮັບການຈັດຕັ້ງຢູ່ ສປປ ລາວ. ຫວັງວ່າ, ບັນດາຈຸດໝາຍທີ່ 2 ຝ່າຍໄດ້ວາງອອກໃນປີ 2018 ຈະບັນລຸຜົນງານສູງສຸດຕາມຄວາມມຸ່ງຫວັງ.

ຕອບກັບ

ຂ່າວ/ບົດ​ອື່ນ