ສຽງແກໃນງານດອງຂອງຊາວເຜົ່າຢ້າວແດງ


(vovworld) -  ​ ແກ​​ແມ່ນ​​ເຄື່ອງ​ດົນ​ຕີ​ປະ​ເພດ​ໜຶ່ງທີ່​ຕິດ​ພັນ​ກັບ​ຊີວິດ​ທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ຊາວ​ເຜົ່າ​ຢ້າວ​ແດງ. ຊາວ​​ເຜົ່າ​ຢ້າວ​ແດງ​ມີ​ແຕ່​ນຳ​ໃຊ້​ແກ​ໃນ​ງານ​ດອງ ​ແລະ ພິທີຢັ້ງຢືນ​ເປັນ​ຄົນ​ເຕີບ​ໃຫຍ່, ຫາກ​ບໍ່​ນຳ​ໃຊ້​ໃນ​ງານ​ບຸນ​ຕ່າງໆ ຫຼື​ພິທີ​ງານ​ສົບ​ຄື​ຫຼາຍ​ຊົນ​ເຜົ່າ​ອື່ນໆ​. ​​ເພາະເຂົ້າ​ເຈົ້າ​ມີ​ທັດສະນະວ່າ​, ສຽງ​ແກ​ແມ່ນ​ຄວາມ​ເບີກບານມ່ວນ​ຊື່ນ, ​ແມ່ນ​ຄວາມສຸກ.

ສຽງແກໃນງານດອງຂອງຊາວເຜົ່າຢ້າວແດງ - ảnh 1

ເປົ່າແກ​ໃນ​ງານ​ດອງ ​ຂອງຊົນເຜົ່າຢ້າວແດງ

        ຖ້າ​ຫາກ​ຂາດ​ສຽງ​ແກ, ງານ​ດອງ​ຂອງ​ຊາວ​ເຜົ່າ​ຢ້າວ​ແດງ​ຈະ​ບໍ່​ມ່ວນ​ອີກ. ​ເມື່ອ​ສຽງ​ແກ​ດັງ​ອອກ, ປະຊາຊົນ​ກໍ່​ຮູ້​ເລີຍ​ວ່າ​ມື້​ນີ້​ແມ່ນ​ວັນ​ບຸນ​ຂອງ​ຄອບຄົວ, ທັງ​ແມ່ນ​ວັນ​ບຸນ​ຂອງ​ໝູ່​ບ້ານ, ສຽງ​ແກ​ເປັນ​ສັນຍາ​ລັກ​​ແຫ່ງ​ຄວາມສຸກຂອງ​ຄູ່​ບ່າວ​ສາວ. ​ເມື່ອ​ຟັງສຽງ​ແກ, ຜູ້​ໃດ​ກໍ່​ຮູ້ສຶກ​ເບີກບານ​ມ່ວນ​ຊື່ນ. ປ້າ ຈ້ຽວທິ​ໄຍ້, ຢູ່​ຕາ​ແສງ​ຟຸກ​ເລີ້​ຍ, ​ເມືອງ​ລູກ​ອຽນ, ​ແຂວງ​ອຽນ​ບ໋າ​ຍ, ​ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ​ຢ້າວ​ແດງ​ມີ​ແຕ່​ນຳ​ໃຊ້​ແກໃນ​ງານ​ດອງ ​ແລະ ພິທີ​ຢັ້ງຢືນ​ເປັນ​ຄົນ​ເຕີບ​ໃຫຍ່​ເທົ່າ​ນັ້ນ. ສະ​ນັ້ນ​ເມື່ອ​ສຽງ​ແກ​ດັງ​ຂຶ້ນ, ຜູ້​ໃດ​ກໍ່​ຮູ້ສຶກ​ຕື່ນ​ເຕັ້ນ​ໃຈ ​ແລະ ມີ​ຄວາມສຸກ, ພິ​ເສດ​ແມ່ນ​ສຳລັບ​ຄູ່​ບ່າວ​ສາວ. ນີ້​ແມ່ນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ຢ້າວ​ແດງ, ​ເຊິ່ງບັນດາ​ຊົນ​ເຜົ່າ​ອື່ນ​ພັດ​ບໍ່​ມີ “.

        ​ໃນ​ງານ​ດອງ​ຂອງຊາວ​ເຜົ່າ​ຢ້າວ​ແດງ, ​ແກ​ຖືກ​ນຳ​ໃຊ້​ໃນ​ແຕ່ລະ​ຈຸດ​ເວລາ​ທີ່​​ແຕກ​ຕ່າງ​ກັນ. ຍ້ອນ​ເຫດ​ນັ້ນ​ການ​ເປົ່າ​ແກ​ກໍ່​ຕ້ອງ​ມີ​ທຳນອງເໝາະ​ສົມ​ກັບ​ສະພາບ​ການໃນ​ເວລາ​ນັ້ນ. ຕົວຢ່າງ​ຄື​ທຳນອງ​ທຳ​ອິດ​ໃນ​ພິທີ​ແຫ່​ເຈົ້າ​ສາວ​ແມ່ນ​ຍາວ​ກວ່າ, ດ້ວຍ​ຈັ່ງ​ຫວະ​ຟົດ​ຟື້ນ​ມ່ວນ​ຊື່, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ​ຂອງ​ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ເມື່ອ​ເຈົ້າ​ສາວ ພ້ອມ​ດ້ວຍ​ຄອບຄົວ​​ມາ​ຮອດ​ເຮືອນ​ຂອງ​ຜົວ.

ສຽງແກໃນງານດອງຂອງຊາວເຜົ່າຢ້າວແດງ - ảnh 2


ເປົ່າແກ​ໃນ​
ພິທີຢັ້ງຢືນ​ເປັນ​ຄົນ​ເຕີບ​ໃຫຍ່ຂອງຊົນເຜົ່າຢ້າວແດງ

        ນັບ​ແຕ່​ສຽງ​ແກ​ທຳ​ອິດ​ທີ່​ເປັນ​ສັນຍານ​ວ່າ​ເຈົ້າສາວ​ໄດ້​ມາ​ຮອດ​ເຮືອນ​ຜົວ​ນັ້ນ, ​ໃນ​ງານ​ດອງ​ເຂົາ​ເຈົ້າຍັງ​ສືບ​ຕໍ່ເປົ່າ​​ແກຕື່ມ​ອີກ 8 ຄັ້ງ, ດ້ວຍ​ທຳນອງ​ທີ່​ແຕກ​ຕ່າງ​ກັນ​ເຊັ່ນ: ທຳນອງ​ແຫ່​ເຈົ້າ​ສາວ​ເຂົ້າ​ເຮືອນ​ຜົວ; ທຳນອງ​ເຈົ້າ​ບ່າວ​ເຈົ້າ​ສາວ​ທຳ​ພິທີ​​ໄຫວ້ບູຊາ​ບັນພະບຸລຸດ; ທຳນອງ​ຂອບ​ໃຈ​ພໍ່​ແມ່​ທັງ​ສອງ​ຝ່າຍ; ທຳນອງ​ຕ້ອນຮັບ​ແຂກ ​ແລະ ສົ່ງ​ຂະ​ບວນ​ແຫ່​ເຈົ້າ​ສາວ​ເມື່ອ​ສິ້ນ​ສຸດ​ງານ​ດອງ... ​​ໃນ​ນັ້ນ​ທຳນອງ​ທີ່​ມີ​ຄວາມ​ໝາຍ​ກວ່າ​ໝູ່​ແມ່ນ​ທຳນອງ​ຂອບ​​ຄຸນ​ພໍ່​ແມ່​ທັງ​ສອງ​ຝ່າຍ. ​ສຽງ​ແກ​ຖືກ​ເປົ່າ​ດ້ວຍ​ຈັ່ງ​ຫວະ​ຊັກ​ຊ້າ, ສະ​ແດງ​ຄວາມ​ໂສກ​ເສົ້າ​ຂອງ​ລູກ​ສາວ​ເມື່ອ​ຕ້ອງ​ລາ​ອອກ​ຈາກ​ບ່ອນ​ທີ່​ຕົນ​ໄດ້​ກຳ​ເນີ​ດ, ​​ເຕີບ​ໃຫຍ່​ເພື່ອ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ຜົວ. ສຽງ​ແກ​ນີ້​ກໍ່​ແທນ​ໃຫ້​ຄຳ​ຂອບ​ອົກ​ຂອບ​ໃຈ​ຂອງ​ເຈົ້າ​ສາວທີ່​ມີ​ຕໍ່​ພໍ່​ແມ່, ຜູ້​ທີ່​ໄດ້​ກຳ​ເນີ​ດ ​ແລະ ລ້ຽງ​ດູ​ຕົນ​ຈົນ​ຮອດ​ເວລາ​​ເອົາ​ຜົວ.

        ພ້ອມ​ກັບ​ສຽງ​ແກ​ຍັງ​ມີ​ສຽງ​ກອງ, ສຽງ​ຄ້ອງ​ອີກ. ​ແກ​ໃນ​ງານ​ດອງ​ຂອງ​ຊາວ​ເຜົ່າ​ຢ້າວ​ແດງ​ຖືກ​ເປົ່າ​ຕາມ​ເວລາ​ຮັບ​ປະທານ​ອາຫານ​ເຊົ້າ, ອາຫານ​ທ່ຽງ ​ແລະ ອາຫານ​ແລງ ກໍ່​ຄື​ເປົ່າ​ໃນ​ເວລາ​ຕ້ອນຮັບ​ແຂກ​ເຂົ້າ​ຮ່ວມ​ງານ​ດອງ​ພ້ອມ​ກັບ​ຄອບຄົວ. ​​ເຂົາ​ເຈົ້າ​ເຄີຍ​ເປົ່າ​ແກແຕ່​ລະ​ບົດ​ຍາວ​ປະມານ 5-7ນາທີ.

ສຽງແກໃນງານດອງຂອງຊາວເຜົ່າຢ້າວແດງ - ảnh 3

ເປົ່າແກ​ໃນ​ງານ​ດອງ ​ຂອງຊົນເຜົ່າຢ້າວແດງ

        ສັງຄົມ​ນັບ​ມື້​ນັບ​ພັດທະນາ, ຊີວິດ​ຂອງ​ຊາວ​ເຜົ່າ​ຢ້າວ​ແດງ​ກໍ່​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ໃຫ້​ເໝາະ​ສົມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເປັນ​ມູນ​ເຊື້ອ ​ແລະ ວັດທະນະທຳ​ ເຂົາ​ເຈົ້າ​ຍັງ​ຄົງ​ຮັກສາ​ໄວ້​ຢູ່. ນັບ​ແຕ່​ລຸ້ນກ່ອນ​ມາ​ຮອດ​ປະຈຸ​ບັນ, ​ແກ​ຍັງ​ຄົງ​ແມ່ນ​ເຄື່ອງ​ດົນຕີ​ຕົ້ນຕໍໃນ​ງານ​ດອງ​, ​ໃນພິທີ​ຢັ້ງຢືນ​ເປັນ​ຄົນ​ເຕີບ​ໃຫຍ່ຂອງ​ຊາວ​ເຜົ່າຢ້າວ​ແດງ​, ​ແມ່ນ​ຄວາມ​ຫວັງ​ກ່ຽວ​ກັບ​ຄວາມ​ຮັກ ​ແລະ ຄວາມສຸກ​ຂອງ​ຄູ່​ບ່າວ​ສາວ​ຕະຫຼອດ​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ