“ຫວຽດນາມ - ບ່ອນທີ່ຂ້າພະເຈົ້າດຳລົງຊີວິດ” - ຂໍ້ສັງເກດໃໝ່ ກ່ຽວກັບ ຫວຽດນາມ

(VOVWORLD) - ຄວາມຮັກຕໍ່ບ້ານເກີດເມືອງນອນຍາມໃດກໍ່ແມ່ນແຫຼ່ງອາລົມໃຫ້ບັນດານັກສິລະປິນ, ຜູ້ນິຍົມສິລະປະ. ຜ່ານການເສັງຄວາມເກັ່ງກ້າສາມາດໃນການອອກແບບໜຸ່ມ “ຫວຽດນາມ - ບ່ອນທີ່ຂ້າພະເຈົ້າດຳລົງຊີວິດ” ຄັ້ງທີ 2, ໂດຍໜັງສືພິມ ນັກສຶກສາ ຫວຽດນາມ ພ້ອມກັບສະຖາບັນອອກແບບ ແລະ ແຟຊັນ ລອນດອນ ຢູ່ ຮ່າໂນ້ຍ ຈັດຕັ້ງ ໄດ້ສະແດງໃຫ້ເຫັນບັນດາຮູບແຕ້ມທີ່ປະທັບໃຈກ່ຽວກັບ ຫວຽດນາມ ທີ່ມີຄວາມງາມແບບເລິກລັບມະຫັດສະຈັນ. ບົດສາລະຄະດີ “ຫວຽດນາມ - ບ່ອນທີ່ຂ້າພະເຈົ້າດຳລົງຊີວິດ- ຂໍ້ສັງເກດໃໝ່ກ່ຽວກັບ ຫວຽດນາມ”, ຂອງນັກຂ່າວ ບູ່ຍຮັ່ງ.
“ຫວຽດນາມ - ບ່ອນທີ່ຂ້າພະເຈົ້າດຳລົງຊີວິດ” - ຂໍ້ສັງເກດໃໝ່ ກ່ຽວກັບ ຫວຽດນາມ - ảnh 1 ຫວູທິແທງທື, ຜູ້ຍາດໄດ້ລາງວັນສູງສຸດໃນການເສັງ

ການເສັງຄວາມເກັ່ງກ້າສາມາດໃນການອອກແບບໜຸ່ມ “ຫວຽດນາມ - ບ່ອນທີ່ຂ້າພະເຈົ້າດຳລົງຊີວິດ” ບໍ່ພຽງແຕ່ແມ່ນການເສັງແຕ້ມພາບເທົ່ານັ້ນ, ຫາກຜ່ານການເສັງຄັ້ງນີ້ກໍ່ເພື່ອມຸ່ງໄປເຖິງການຊອກຫາຮູບພາບການອອກແບບທີ່ມີລັກສະນະສັນຍາລັກ ແລະ ສັງເກດກ່ຽວກັບປະເທດຊາດອີກດ້ວຍ. ເພື່ອນໜຸ່ມຫຼາຍຄົນໄດ້ສະແດງຄວາມເມົາມົວຢ່າງມີຫົວຄິດປະດິດສ້າງ ແລະ ຄວາມຮັກຕໍ່ປະເທດຊາດຂອງຕົນຜ່ານບັນດາພາບແຕ້ມທີ່ມີຄວາມປະທັບໃຈທີ່ສຸດ. ມີພາບແຕ້ມນັບຮ້ອຍແຜ່ນທີ່ສົ່ງມາຈາກທຸກແຖບຖິ່ນຂອງປະເທດຊາດໄດ້ເຂົ້າຮ່ວມການເສັງໃນໄລຍະຜ່ານມາ, ໃນນັ້ນ, ມີ ພາບແຕ້ມຫຼາຍແຜ່ນດີເດັ່ນທີ່ສຸດ.      

        ດ້ວຍບັນດາຮູບພາບທີ່ລຽບງ່າຍ, ທີ່ໄດ້ວາດພາບເຖິງ “ຮ່າໂນ້ຍ ໃນຈຸດເວລາໜຶ່ງ” ຂອງ ຫວູທິແທງທື (ເກີດປີ 1997) ແມ່ນບັນດາຄວາມຊົງຈຳທຳອິດໃນຈິດໃຈຂອງແຕ່ລະຄົນເມື່ອໄດ້ຄິດເຖິງ ຮ່າໂນ້ຍ. ນະຄອນຫຼວງແຫ່ງທີ່ເກົ່າແກ່, ສວຍງາມ, ເປັນໝາກຫົວໃຈຂອງປະເທດຊາດ, ບ່ອນທີ່ໄດ້ເຕົ້າໂຮມບັນດາສະຖານທີ່, ອາຫານການກິນທີ່ເປັນເອກະລັກສະເພາະຂອງ ຈ່າງອານ. ຮູບພາບໄດ້ນຳໃຊ້ສີຂຽວ - ເຊິ່ງແມ່ສີສັນເປັນເອກະລັກສະເພາະໃຫ້ນະຄອນແຫ່ງສະຫງົບສຸກ ແລະ ສັນຕິພາບ ແລະ ສີແດງແມ່ນສະແດງຄວາມສຸດຈິດສຸດໃຈ, ນ້ຳໃຈຢ່າງເລິກເຊິ່ງຂອງແຕ່ລະຄົນສຳລັບ ຮ່າໂນ້ຍ - ຫວຽດນາມ. ດ້ວຍບັນດາລວດລາຍທີ່ສ້າງຄວາມປະທັບໃຈ ແລະ ແນວຄວາມຄິດທີ່ເປັນເອກະລັກສະເພາະທີ່ໄດ້ຮັບການສະແດງໃນພາບແຕ້ມ, ພາບແຕ້ມ “ຮ່າໂນ້ຍ ໃນຈຸດເວລາໜຶ່ງ” ຂອງ ຫວູທິແທງທື ຍາດໄດ້ລາງວັນທີໜຶ່ງໃນການເສັງ. ແທງທື ໃຫ້ຮູ້ວ່າ:

        “ຂ້າພະເຈົ້າໄດ້ແຕ້ມພາບແຜ່ນນີ້ປະລາໄຊ 2 ເທື່ອ. ຮູບພາບທຳອິດກໍ່ຄ້າຍຄືພາບແຕ້ມຍາດໄດ້ລາງວັນແຕ່ມັນບໍ່ງາມປານໃດ. ທຳອິດຂ້າພະເຈົ້າໄດ້ທ່ານ້ຳສີ ແຕ່ສີມັນຈືດບໍ່ງາມປານໃດ ດັ່ງນັ້ນຂ້າພະເຈົ້າຕ້ອງແຕ້ມຄືນເປັນ 2 ເທື່ອ ແລະ ໃນເວລາ 2 ວັນຈຶ່ງແຕ້ມສຳເລັດຮູບພາບນີ້.”

        ໂດຍມີແຫຼ່ງອາລົມມາຈາກແມ່ທີ່ເຄົາລົບຮັກຂອງຕົນ, ເຈີ່ນມີງຟາ (ເກີດປີ 1999) ສາມາດເກ້ຍກອມຄະນະກຳມະການໄດ້ ດ້ວຍບັນດາລວດລາຍທີ່ປະທັບໃຈໃນພາບແຕ້ມທີ່ມີຊື່ວ່າ “ລອງອານ” ຜ່ານຮູບພາບຜູ້ສາວຄົນໜຶ່ງ. ມີງຟາ ໄດ້ສະແດງຄວາມຮັກຂອງຕົນຕໍ່ແມ່ - ເຊິ່ງເປັນຜູ້ສຸດຈິດສຸດໃຈ ທັງວັນ ແລະ ຄືນ ເພື່ອເບິ່ງແຍງ, ລ້ຽງດູຕົນເອງ. ມີງຟາ ໄດ້ແບ່ງປັນວ່າ “ພວກເຮົາມີຫຼາຍສະຖານທີ່ເພື່ອໄປຢາມ ແຕ່ ມີສະຖານທີ່ໜຶ່ງດຽວເພື່ອກັບຄືນສູ່ນັ້ນແມ່ນບ້ານເກີດເມືອງນອນ ແລະ ແມ່ກໍ່ແມ່ນບ້ານເກີດເມືອງນອນ”.

        “ຖົ່ວດິນແມ່ນອາຫານທີ່ເປັນເອກະລັກສະເພາະຂອງແຂວງ ລອງອານ ດັ່ງນັ້ນຂ້າພະເຈົ້າໄດ້ນຳໃຊ້ໝາກຖົ່ວດິນ ເພື່ອຈັດໃນຜົມຂອງຜູ້ສາວ. ຜ່ານນັ້ນ, ໄດ້ປະກອບສ່ວນເຮັດໃຫ້ຮູບແຕ້ມນາງສາວ ລອງອານ ມີຊີວິດຊີວາຕື່ມອີກ”

“ຫວຽດນາມ - ບ່ອນທີ່ຂ້າພະເຈົ້າດຳລົງຊີວິດ” - ຂໍ້ສັງເກດໃໝ່ ກ່ຽວກັບ ຫວຽດນາມ - ảnh 2

ຫວູທິແທງທື ພ້ອມກັບໝູ່ເພື່ອນ

        ພາບແຕ້ມ “ໝີທໍ” ຂອງ ຟ້າມທຽນຟູ໋ (ເກີດປີ 1994), ໄດ້ວາດພາບເຖິງຮູບພາບນະຄອນ ໝີທໍ, ເຊິ່ງແມ່ນສະຖານທີ່ມີແມ່ນ້ຳ ຕ່ຽນ ອ້ອມຮອບເຂດຊຸມຊົນ, ຄືດັ່ງຮູບພາບແມ່ພວມ ໄດ້ອຸ້ມລູກສາວຂອງຕົນ. ພາບແຕ້ມເຫຼົ່ານີ້ ໄດ້ຮັບການຕີລາຄາສູງຍ້ອນໄດ້ປະສານບັນດາຮູບພາບ ແລະ ສັນຍາລັກບ້ານເກີດເມືອງນອນ, ທັງມີເລື່ອງລາວ ກ່ຽວກັບປະຫວັດສາດ, ສະຖາປັດຕະຍາກຳ, ວັດທະນະທຳ, ມະນຸດ… ເມື່ອແນະນຳເຖິງເພື່ອນມິດສາກົນ. ທຽນຟູ໋ ໄດ້ແບ່ງປັນວ່າ:

        “ໃນຄວາມຄິດຂອງຕົນ, ໝີທໍ ແມ່ນນະຄອນບໍ່ພຽງແຕ່ງາມແບບມູນເຊື້ອເທົ່ານັ້ນ ຫາກຍັງມີບັນດາຄວາມງາມແບບທັນສະໄໝ ຜ່ານຮູບພາບແມ່ນ້ຳ ຕ່ຽນ ໄຫຼອ້ອມຮອບ ໝີທໍ, ໃຫ້ດິນສັນດອນ ຄືດັ່ງຮູບພາບແມ່ອຸ້ມລູກສາວຂອງຕົນ.”

        ເມື່ອແບ່ງປັນຂໍ້ມູນຂ່າວສານກ່ຽວກັບການເສັງ, ທ່ານນາງ ຮ່າທິຮັ່ງ, ຜູ້ອຳນວຍການບໍລິຫານງານສະຖາບັນອອກແບບ ແລະ ແຟຊັນ ລອນດອນ, ໃຫ້ຮູ້ວ່າ:

        “ປະເທດ ຫວຽດນາມ ຂອງພວກເຮົາງາມຫຼາຍ ແລະ ດຶວດູດໃຈຜູ້ທີ່ໄດ້ມາຢ້ຽມຢາມ ຫວຽດນາມ ແລ້ວ, ແຕ່ພວກເຮົາບໍ່ທັນມີຮູບພາບທີ່ເປັນສັນຍາລັກ, ເປັນເອກະລັກສະເພາະສຳລັບແຕ່ລະເຂດ, ພາກໃນທົ່ວປະເທດ. ດ້ວຍການເສັງນີ້ ພວກຂ້າພະເຈົ້າຫວັງວ່າ: ຫວຽດນາມ ຈະສ້າງບັນດາຮູບພາບທີ່ເປັນເອກະລັກສະເພາະຄືປະເທດຕ່າງໆ.”

        ຮູບພາບກ່ວາ 500 ແຜ່ນຢູ່ທຸກແຖບຖິ່ນຂອງປະເທດຊາດໄດ້ປະກອບສ່ວນສ້າງຮູບພາບກ່ຽວກັບ ຫວຽດນາມ ເຕັມໄປດ້ວຍຫົວຄິດປະດິດສ້າງ, ໃໝ່ອ່ຽມ ແລະ ມີລັກສະນະນຳໃຊ້ສູງໃນຂົງເຂດອອກແບບ ແລະ ໂຄສະນາດ້ວຍຮູບພາບ.  ຄືດັ່ງຄຳເວົ້າຂອງທ່ານ Richard Child, ຄະນະກຳມະການກວດສອບການເສັງ ຫວຽດນາມ - ບ່ອນທີ່ຂ້າພະເຈົ້າດຳລົງຊີວິດ, ມີຫຼາຍພາບແຕ້ມມີຫົວຄິດປະດິດສ້າງ, ພິເສດ ມີຫຼາຍພາບແຕ້ມຍາດໄດ້ລາງວັນມີລັກສະນະໂຄສະນາເປັນຢ່າງດີ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຂົງເຂດອອກແບບຈິດຕະກຳຢູ່ ຫວຽດນາມ ພວມພັດທະນາແຮງ ແລະ ອະນາຄົດຂອງຂະແໜງນີ້ຢູ່ ຫວຽດນາມ ຈະມີຄວາມສາມາດບົ່ມຊ້ອນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ