ຫວຽດນາມຜ່ານການສັງເກດຂອງນັກຂ່າວ ຝລັ່ງ

(vovworld)- ງານ​ວາງ​ສະ​ແດງ “ຫວຽດ​ນາມ​ໃນ​ຊຸ​ມ​ປີ 80” ຂອງ​ນັກ​ຂ່າວ ຝ​ລັ່ງ  Michel Blanchard ພວມ​ດຳ​ເນີນ​ໄປ​ຢູ່ສູນ​ວັດ​ທະ​ນະ​ທຳ ຝ​ລັ່ງ ​ເລກ​ທີ 24 ຖະ​ຫນົນ ຈາງ​ຕຽນ ຮ່າ​ໂນ້ຍ ໄດ​້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງມະ​ຫາ​ຊົນ ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ມີ​ພາບຖ່າຍ​ເກືອບ 60 ແຜ່ນ ຄື​ດັ່ງ​ຮູບ​ເງົາ​ເລື່ອງ​ຫນຶ່ງ​​ທີ່ສ່ອງ​ແສງ​​ເຖິງຫລາຍ​ດ້ານ​​ໃນຊີ​ວິດ​​ປະ​ຈຳ​ວັນຂອງ​​ຊາວຫວຽດ​ນາມ ກ່ອນນີ້ເກືອບ 40 ປີ​ ໄດ້​ນຳ​ມາ​ເຊິ່ງ​ຄວາມ​ຮູ້​ສຶກ​ຫລາຍ​ຢ່າງ​ທີ່​ແຕກ​ຕ່າງ​ກັນ​ໃຫ້​ແກ່​ຜູ້​ຊົມ​ກ່ຽວ​ກັບ​ໄລ​ຍະ​ທີ່​ຫຍຸ້ງ​ຍາກ ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຮົ່ງ​ບັກ ທີ່​ມີ​ຫົວ​ຂໍ້​ວ່າ: ຫວຽດ​ນາມ​ຜ່ານ​ການ​ສັງ​ເກດ​ຂອງ​ນັກ​ຂ່າວ ຝ​ລັ່ງ.

 

ຫວຽດນາມຜ່ານການສັງເກດຂອງນັກຂ່າວ ຝລັ່ງ - ảnh 1
ງານ​ວາງ​ສະ​ແດງ “ຫວຽດ​ນາມ​ໃນ​ຊຸ​ມ​ປີ 80
ພາບ:dangcongsan

        “​ຄວາມ​ຊົງ​ຈຳ​​ກ່ຽວ​ກັບ​ໄລ​ຍະ​ຍັງ​ຫນຸ່ມ​ນ້ອຍບໍ່​ອາດ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຫລົງ​ລືມ​ໄດ້. ຮູບ​ພາບ​ກ່ຽວ​ກັບ​ລົດ​ໄຟ, ຮ້ານ​ຂາຍ​ເຄື່ອງ​ຢູ່​ຕະ​ຫລາດ ດົງ​ຊວນ ຫລື ບັນ​ຍາ​ກາດ​ຢູ່​ຫນອງ ທ່​ວຽນ​ກວາງ ໃນ​ເມື່ອ​ກ່ອນຍາມ​ໃດ​ກໍ​ຝັງ​ເລິກ​​ໃນດວງໃຈ​ຂອງ​ຂ້າ​ພະ​ເຈົ້າ.”

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ແມ່ນ​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ​ສຳ​ລັບ​ຊາວ​ຮ່າ​ໂນ້ຍ. ລຸ້ນ​ຄົນ​ທີ່​ເກີດ​ຫລັງ​ຊຸມ​ປີ 1980 ຄື​ພວກ​ຂ້າ​ພະ​ເຈົ້າ ມີ​ໂອ​ກາດ​ໄດ້​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຈຸດ​ວັດ​ທະ​ນະ​ທຳ ຈາກ​ຊຸດອາ​ພອນ​ຕະ​ຫລອດ​ຮອດ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳຂອງ​ຊາວ​ຮ່າ​ໂນ້ຍ​ກ່ອນ​ນີ້​ເກືອບ 40 ປີ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ໃນ​ຊຸມ​ປີມໍ່ໆ​ມານີ້ ໄວ 

​ຫ​ນຸ່ມ ຫວຽດ​ນາມ ມີ​ຄວາມ​ສົນ​ໃຈ​​ເຖິງ​ດ້ານ​ວັດ​ທະ​ນະ​ທຳ ແລະ ຄວາມ​ງາມ​ໃນ​ອະ​ດີດ​ຕະ​ການ​ຂອງ​ຊາວ​ຫວ​ຽດ​ນາມ. ນັ້ນ​ແມ່ນ​ສາຍ​ເຫດ​ທີ່​ເຮັດ​ໃຫ້​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ດຶງ​ດູດ​ເພື່ອ​ນ​ຫນຸ່​ມມາ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.”

        ​​ ພາບຖ່າຍແຕ່​ລະ​ແຜ່ນ​ໃນ​ຈຳ​ນວນ​ເກືອບ 60 ແຜ່ນ​​ທີ່ນຳ​ມາວາງ​ສະ​ແດງຄັ້ງ​ນີ້​ແມ່ນ​ສ່ອງ​ແສງ​ເຖິງ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມຂອງ​ປະ​ເທດ​ຊາດ, ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຫວຽດ​ນາມ, ຄວາມ​ງາມແບບດັ້ງ​ເດີມ​​ຂອງ​ຖະ​ຫນົນ​ເກົ່າ​ຢູ່ ຮ່າ​ໂນ້ຍ ຫລື ທັດ​ສະ​ນີ​ຍະ​ພາບ​ສວຍ​ງາ​ມ​ຢູ່ ອ່າວ​ຮ້າ​ລອງ, ວັດ ໄຖ່ (Chua Thay), ຮູບ​ພາບ​ຊາວ​ກະ​ສິ​ກອນ​ເຮັດ​ໄຮ່​ໄຖ​ນາ ຫລື ຕະ​ຫລາດດອກ​ໄມ້​ຖະ​ຫນົນ ຫງວຽນ​ເຫ້ວ ຢູ່ ນະ​ຄອນ ໂຮ່​ຈິ​ມີນ. ໃນ​ນັ້ນ ບັນ​ດາ​ພາບ​ຖ່າຍ​ກ່ຽວ​ກັບ​ຊາວ​ຮ່າ​ໂນ້ຍ ໄປ​ຊື້​ເຄື່ອງ​ຂອງ​ເພື່ອ​ກະ​ກຽມ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ ແລະ ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ ໄຊ​ງ່ອນ​ໃນ​ເມື່ອ​ກ່ອນ ໄດ້​ ​ຄວາມ​ປະ​ທັບ​ໃຈ ແລະ ຄວາມ​ຮູ້​ສຶກ​ພິ​ເສດ ນຳ​ມາ​ໃຫ້​ຜູ້​ຊົມ.

        ​ນັກ​ຂ່າວ Michel Blanchard ເກີດ​ປີ 1949 ແມ່ນ​ນັກ​ຂ່າວ​ເຮັດ​ວຽກ​ຢູ່​ສຳ​ນັກ​ຂ່າວ​ສານ AFP ຂອງ​ຝ​ລັ່ງ ແຕ່​ປີ 1976 ຮອດ​ປີ 2006, ຜູ້​ອຳ​ນວຍ​ການ​ຫ້ອງ​ການ AFP ປະ​ຈຳ ຮ່າ​ໂນ້ຍ ແຕ່​ປີ 1981 ຮອດ​ປີ 1983. ໃນ​ພາບ​ເອ​ກະ​ສານ​​ກ່ຽວ​ກັບ​ຫວຽດ​ນາມນັບ​ພັນໆ​ແຜ່ນ​ຢູ່ ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ທ່ານ Michel Blanchard ຢາກ​ສົ່ງ​ເຖິງ​ປະ​ຊ​າ​ຊົນ​ຫວຽດ​ນາມ ບັນ​ດາ​ຮູບ​ພາບ​ທຳ​ມະ​ດາ​ສາ​ມັນ​ທີ່​ປະ​ກົດ​ຂຶ້ນ​ໃນ​ຊີ​ວິດ​ປະ​ຈຳ​ວັນ​. ປະ​ຈຸ​ບັນ​ ຫວຽດ​ນ​າມ ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ເມື່ອ​ທຽບ​ໃສ່​ກ່ອນນີ້​ເກືອບ 40 ປີ  ແຕ່​ທ່ານບໍ່​ອາດ​ຫລົງ​ລືມ​ຮູບ​ພາບນະ​ຄອນ​ຫລວງ​ຮ່າ​ໂນ້ຍ, ປະ​ເທດ​ຫວຽດ​ນາມ​ທີ່​ສະ​ຫງົບ​ສຸກ, ເກົ່າ​ແກ່​ໃນ​ຊຸ​ມ​ປີ 1980​ໄດ້.ເຖິງວ່າ​ໄລ​ຍະ​ນັ້ນ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ຂາດ​​ແຄນ​ ພາຍ​ຫລັງ​ສົງ​ຄາມ​ກໍ​ຕາມ ແຕ່​ໃບ​ຫນ້າ​ຂອງ​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ​ຍາມ​ໃດ​ກໍ​ຍິ້​ມ​ແຍ້ມ​ແຈ່ມ​ໃສດ້ວຍຄວາມ​ຜາ​ສຸກ ແລະ ຄວາມ​ເສ​ລິ​ພາບ. ກ່າວ​ຄຳ​ເຫັນ​ທີ່​ງານ​ວາງ​ສະ​ແດງ, ທ່ານ Michel Blanchard ເວົ້າ​ວ່າ:

        “ຂ້າ​ພະ​ເຈົ້າ​ມັກ​ຖ່າຍ​ຮູບ​ເຄິ່ງ​ຄີງທີ່​ສຸດ ເພາະ​ວ່າ ນັ້ນ​ແມ່ນ​ບັນ​ດາ​ພາບ​ຖ່າຍ​ຫນຶ່ງ​ດຽວ​ທີ່​ບັນ​ທຶກ​ຊ່ວງ​ເວ​ລາ​ດັ່ງ​ກ່າວບໍ່​ສາ​ມາດ​ຖ່າຍ​ອີກຄັ້ງ​ໃຫມ່​ໄດ້. ສ່ວນ​ຮູບ​​ພາບກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ ພວກ​ເຮົາ​ສາ​ມາດ​ໄປ​ເຖິງ​ສະ​ຖານ​ທີ່​ຢາກ​ໄດ້​ຮູບ​ເພື່ອ​ຖ່າຍ​ເອົາ​ຮູບ​ທີ່​ສວຍ​ງາມ. ຍິ່ງໄປກວ່ານັ້ນ ຮູບ​ເພາບ​ເຄິ່ງ​ຄີງ ແມ່ນ​ສະ​ແດງ​ໃຫ້​ເຫັນ​ເລື່ອງ​ລາວ​ເລື່ອງ​ຫນຶ່ງ ແລະ ຂ້າ​ພະ​ເຈົ້າ​ທັງ​​ແມ່ນນັກ​ຖ່າຍ​ຮູບ​ທັງ​​ແລະ​ກໍ​ທັງແມ່ນ​ຜູ້​ສະ​ສົມ​ບັນ​ດາ​ເລື່ອງ​ລາວ​ພ້ອມ.”

ຫວຽດນາມຜ່ານການສັງເກດຂອງນັກຂ່າວ ຝລັ່ງ - ảnh 2
ຜູ້​ຊົມ​ຮ່າ​ໂນ້ຍ ສົນ​ໃຈ​ບັນ​ດາ​ພາບ​ຖ່າຍ​ຂອງ​ນັກ​ຂ່າວ​ຝ​ລັ່ງ
ພາບ:internet

        ໃນ​ໄລ​ຍະ​ທີ່​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ເມື່ອ​ມີ​ເວ​ລາ​ຫວ່າງ ທ່ານ Michel Blanchard ເຄີຍຂີ່​ລົດ​ຖີບ​ໄປ​ເລາະ​ຫລິ້ນ​ເພື່ອ​ຖ່າຍ​ຮູບ​ບັນ​ດາ​ຖ​ະ​ຫນົນ​ຫົນ​ທາງ​ຢູ່​ຮ່າ​ໂນ້ຍ.  ນອກນັ້ນ ທ່ານ​ຍັງ​ໄປ​ຢ້ຽມ​ຢາມ​ບັນ​ດາ​ແຂວງ ນະ​ຄອນ ຈາກ​ພາກ​ເຫນືອ​​ລົງຮອດ​ພາກ​ໃຕ້​ຫວຽດ​ນາມ ຄື​ຈາກ​​ແຂວງ ລ້ານ​ເຊີນ ໄປຮອດ​ນະ​ຄອນ​ໂຮ່​ຈິ​ມີນ ເພື່ອ​ຄົ້ນ​ຫາ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ.

        ພາຍ​ຫລັງ​ສິ້ນ​ສຸດ ອາ​ຍຸ​ການ​ 3 ປີ​ທີ່​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ, ນັກ​ຂ່າວ Michel Blanchard ເຄີຍ​ກັບ​ຄືນ​ມາຫວຽດ​ນາມ ດ້ວຍ​ບົດ​ບາດ​ແມ່ນ​ຜູ້​ນຳ​ທ່ຽວ. ໃນ​ບັນ​ດາ​ການ​ຢ້ຽມ​ຢາມນັ້ນ, ທ່ານ​ລ້ວນ​ແຕ່​ຍາດ​ເວ​ລາ​ໄປ​ຢ້ຽມ​ຢາມ​ໝູ່​ເພື່ອນ​ຫວຽດ​ນາມ ແລະ ບັນ​ດາ​ຖະ​ຫນົນ​ຫົນ​ທາງ​ຕ່າງໆ​ທີ່​ສະ​ຫນິດ​ຕິດ​ພັນ​ກັບ​ທ່ານ. ນອກ​ນັ້ນ ທ່ານ​ໄດ້​ພິມ​ຈຳ​ຫນ່າຍ​ປື້ມ​ຄູ່​ມື​ທ່ອງ​ທ່ຽວ​ແນະ​ນຳທັດ​ສະ​ນີ​ຍະ​ພາບ​ສວຍ​ງາມ​ຂອງ​ປ​ະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ, ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ເປັນ​ສອງ​ຄັ້ງ​ຢູ່ ຫໍ​ອິນ​ດູ​ຈີນ​ທີ່ ປາ​ຣີ ແນະ​ນຳ​ກ່ຽວ​ກັບ​ຫວຽດ​ນາມ ກັບ​ຜູ້​ຊົມ​ຝ​ລັ່ງ. ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ຮູບ​ຖ່າຍ​ຂອງ​ທ່ານ ກ່ຽວ​ກັບ “ຫວຽດ​ນາມ ໃນ​ຊຸມ​ປີ 80” ຈະ​ໄດ້​ນຳ​ວາງ​ສະ​ແດງ​ຢູ່​ນະ​ຄອນ ໂຮ່​ຈິ​ມີນ. ນີ້​ກໍ​ແມ່ນ​ວິ​ທີ​ເພື່ອ​ໃຫ້ທ່ານ Michel Blanchard ສະ​ແດງ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ຊື່ງ​ແມ່ນ​ສະ​ຖານ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງ​ໃຫ້​ທ່ານ.

 

ຕອບກັບ

ຂ່າວ/ບົດ​ອື່ນ