ຫົວໜ້າຜູ້ບັນຊາການທີ່ດີເດັ່ນຢູ່ເຈື່ອງຊາ

(VOVWORLD) - ໃນຈຳນວນ 40 ແບບຢ່າງທີ່ດີເດັ່ນຂອງເຫຼົ່າທັບເຮືອ ໄດ້ຮັບການຍ້ອງຍໍຊົມເຊີຍໃນບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດສ່ວນຄວາມເກັ່ງກ້າສາມາດ, ສົມເປັນທະຫານລຸງໂຮ່ - ນັກຮົບກອງທັບເຮືອ” ມີນາຍທະຫານຜູ້ໜຶ່ງບັນລຸໄດ້ຜົນງານດີເດັ່ນໃນການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ. ນັ້ນແມ່ນພັນຕີ ຮ່ວາງມີງເຊີນ, ຫົວໜ້າຜູ້ບັນຊາການເກາະ ນາມອຽດ ຂຶ້ນກັບໝູ່ເກາະ ເຈື່ອງຊາ, ແຂວງ ແຄ໋ງຮ່ວາ. ບົດຂຽນ “ຫົວໜ້າຜູ້ບັນຊາການທີ່ດີເດັ່ນຢູ່ເຈື່ອງຊາ” ຂອງຕວຽດມາຍ, ນັກຂ່າວ VOV.
ຫົວໜ້າຜູ້ບັນຊາການທີ່ດີເດັ່ນຢູ່ເຈື່ອງຊາ - ảnh 1 ພັນຕີ ຮ່ວາງມີງເຊີນ

ປີ 2017, ພັນຕີ ຮ່ວາງມີງເຊີນ, ທີ່ປະຕິບັດງານໃນເຫຼົ່າທັບເຮືອມາເປັນເວລາ 25 ປີ. ເວລາສ່ວນຫຼາຍຂອງອ້າຍໃນໄລຍະທາງ 1/4 ສະຕະວັດແມ່ນໄດ້ຕິດພັນກັບເຂດທະເລ, ໝູ່ເກາະ. ດັ່ງນັ້ນ, ບໍ່ຄືກັບການວາດພາບຂອງຫຼາຍຄົນກ່ຽວກັບນາຍທະຫານເຮືອດ້ວຍຮູບຮ່າງໃຫຍ່ສູງ, ເຄີຍຜ່ານຜ່າຄວາມຫຍຸ້ງຍາກຢູ່ເຂດທະເລ ໝູ່ເກາະດ້ວຍພາຍຸລົມແຮງ, ພັນຕີ ຮ່ວາງມີງເຊີນ ແມ່ນຜູ້ສະໜິດສະໜົມ, ສຽງນີ້ມນວນອ່ອນຫວານ, ສຸພາບຄືດັ່ງນັກການເມືອງຜູ້ໜຶ່ງ. ອ້າຍໄດ້ເລົ່າໃຫ້ຟັງວ່າ:

“ຂ້າພະເຈົ້າໄດ້ໄປປະຕິບັດງານຢູ່ເກາະ ນາມອຽດ ແຕ່ຕົ້ນປີ 2015, ຂ້າພະເຈົ້າເຫັນວ່າ, ເກາະນາມອຽດ ແມ່ນເກາະທີ່ມີອານຸສອນທີ່ເລິກເຊິ່ງຫຼາຍຢ່າງ. ອະນຸສອນເລິກເຊິ່ງທີ່ສຸດແມ່ນນ້ຳໃຈເພື່ອນຮ່ວມກົມກອງ, ນ້ຳໃຈອ້າຍນ້ອງ. ທະຫານແຕ່ລະຄົນໄດ້ກຳເນີດຢູ່ທ້ອງຖິ່ນຕ່າງໆທີ່ແຕກຕ່າງກັນ, ແຕ່ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດແມ່ນນ້ຳໃຈມະນຸດ.”

        ຈາກວິທີນຶກຄິດ, ແບບແຜນການດຳລົງຊີວິດຖືນ້ຳໃຈມະນຸດເປັນສຳຄັນຕົ້ນຕໍ, ພັນຕີ ຮ່ວາງມີງເຊີນ ຍາມໃດກໍ່ຖືພະນັກງານ, ນັກຮົບໃນກົມກອງຄືດັ່ງສະມາຊິກໃນຄອບຄົວ, ໃກ້ຊິດຕິດພັນກັບອ້າຍນ້ອງທັງໃນວິວັດການຜັນຂະຫຍາຍໜ້າທີ່ຕະຫຼອດຮອດຊີວິດການເປັນຢູ່, ເຂົ້າໃຈຄວາມມຸ່ງມາດປາດຖະໜາຂອງອ້າຍນ້ອງ. ດັ່ງນັ້ນ, ອ້ານໄດ້ລະດົມກຳລັງໃຈ, ເສີມຂະຫຍາຍກຳລັງພາຍໃນຂອງພະນັກງານ, ນັກຮົບແຕ່ລະຄົນຍາມໃດກໍ່ຮັກສາຄຸນນະທາດ, ຮັກສາມືປືນເພື່ອປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດຢ່າງສູງສຸດ. ພາຍໃຕ້ການຊີ້ນຳຂອງ ພັນຕີ ຮ່ວາງມີງເຊີນ, ປີ 2016, ເກາະນາມອຽດ ໄດ້ເຫຼົ່າທັບເຮືອ ຮັບຮອງວ່າແມ່ນຫົວໜ່ວຍຕັດສິນໃຈໄຊຊະນະ, ກະຊວງປ້ອງກັນປະເທດໄດ້ມອບໃບຍ້ອງຍໍແມ່ນຫົວໜ່ວຍຝຶກຝົນຫລໍ່ຫຼອມທີ່ດີ. ບັນດານັກຮົບໜຸ່ມໄດ້ຖື ພັນຕີ ຮ່ວາງມີງເຊີນ ຄືດັ່ງຜູ້ເປັນອາວ, ອ້າຍທີ່ເປັນແບບຢ່າງ ແລະ ຍາມໃດກໍ່ເວົ້າເຖິງອ້າຍດ້ວຍຄວາມເຄົາລົບນັບຖື, ຄວາມຮັກແພງ ແລະ ຄວາມເອກອ້າງທະນົງໃຈ. ນັກຮົບໜຸ່ມ ຫງວຽນແທ່ງຟອງ, ບ້ານເກີດເມືອງນອນຢູ່ຕາແສງ ໝີອານ, ເມືອງ ຝູ່ໝີ, ແຂວງ ນາມດິງ ໄດ້ປະຕິບັດງານຢູ່ເກາະ ນາມອຽດ ເປັນເວລາ 4 ເດືອນ, ແບ່ງປັນວ່າ:

        “ເຖິງວ່າໄດ້ເຮັດວຽກກັບຫົວໜ້າເປັນເວລາບໍ່ດົນປານໃດ ແຕ່ເຫັນວ່າ ອາວແມ່ນຜູ້ໃຈດີ. ພວກນ້ອງໄດ້ເຂົ້າເຮັດວຽກໃໝ່ດັ່ງນັ້ນປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ຫົວໜ້າພາໄປແນະນຳຢູ່ສະຖານທີ່ເຮັດວຽກ. ປະຕິບັດງານພາຍໃຕ້ການບັນຊາຂອງອາວ ຮ່ວາງມີງເຊີນ ແມ່ນຄວາມເປັນກຽດ ແລະ ເອກອ້າງທະນົງໃຈ. ອາວເປັນຜູ້ບັນຊາການທີ່ດີ ແລະ ນຳພາພະນັກງານ, ນັບຮົບໃນເກາະບັນລຸຜົນສຳເລັດໃນໜ້າທີ່ວຽກງານເປັນຢ່າງດີ.”

        ເມື່ອໄດ້ປະຕິບັດງານຢູ່ບັນດາເຂດທະເລທີ່ຫ່າງໄກ, ຊີວິດການເປັນຢູ່ທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ຍາມໃດກໍ່ຕ້ອງຮັບປະກັນ ການກຽມພ້ອມປົກປັກຮັກສາອະທິປະໄຕ, ທະເລ, ໝູ່ເກາະ ໄດ້ຝຶກອົບຮົບໃຫ້ ພັນຕີ ຮ່ວາງມີງເຊີນ ມີແບບແຜນ, ວິທີເຮັດວຽກມີວິທະຍາສາດທີ່ສຸດ. ອ້າຍກໍ່ແມ່ນໜຶ່ງໃນບັນດາຜູ້ມີຂໍ້ລິເລີ່ມໃນການຝຶກອົບຮົມ, ວຽກງານ ແລະ ກຽມພ້ອມສູ້ຮົບເປັນປະຈຳ. ຍ້ອນເຫດນັ້ນ, ຄຸນນະພາບການຝຶກອົບຮົມຂອງກົມກອງໄດ້ຮັບປະກັນຄວາມຮຽກຮ້ອງຕ້ອງການຂອງວຽກງານໄດ້ຮັບມອບໝາຍເປັນຢ່າງດີ. ພັນເອກ ດ່າວຢາງຫາຍ, ຮອງຫົວໜ້າຄະນະພັກກອງພົນນ້ອຍທະຫານເຮືອເຂດ 4, ໄດ້ໃຫ້ຂໍ້ສັງເກດວ່າ:

        “ພວກຂ້າພະເຈົ້າໄດ້ຕີລາຄາຄວາມສາມາດ, ການບັນຊາຂອງພັນຕີ ຮ່ວາງມີງເຊີນ, ພິເສດ ໃນການຝຶກອົບຮົມກຽມພ້ອມສູ້ຮົບ ແລະ ໃນການແກ້ໄຂບັນຫາ. ປີ 2016, ພັນຕີ ຮ່ວາງມີງເຊີນ ແມ່ນຫົວໜ້າເກາະດີເດັ່ນທີ່ສຸດໃນບັນດາຫົວໜ້າເກາະຢູ່ເຈື່ອງຊາ. ໃນວິວັດການປະຕິບັດງານຢູ່ໝູ່ເກາະທີ່ຫ່າງໄກນັ້ນ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ລຳບາກກາກກຳກໍໍ່ຕາມ ແຕ່ລາວຮູ້ວິທີແບ່ງປັນ, ລະດົມກຳລັງໃຈແກ່ຂັ້ນລຸ່ມ, ພິເສດແມ່ນບັນດານັກຮົບ, ແມ່ນໜຶ່ງໃນບັນດາປັດໄຈຕັ້ງໜ້າໃນການຊີ້ນຳ, ນຳພາກົມກອງປະຕິບັດໜ້າທີ່ກຽມພ້ອມສູ້ຮົບ ແລະ ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະເປັນຢ່າງດີ.”

        ໂດຍໄດ້ຮັບໃຊ້ໃນເຫຼົ່າທັບເຮືອມາເປັນເວລາ 25 ປີ, ເວລາສ່ວນຫຼາຍໃນໄລຍະປະຕິບັດງານນັ້ນແມ່ນຕິດພັນກັບ ເຈື່ອງຊາ, ແຕ່ເງື່ອນໄຂດິນຟ້າອາກາດ, ແດດຮ້ອນ, ລົມແຮງພ້ອມກັບຄວາມຫຍຸ້ງຍາກຫຼາຍຢ່າງຢູ່ໝູ່ເກາະນີ້ບໍ່ເຮັດໃຫ້ເຈດຈຳນົງ ແລະ ມານະຈິດທີ່ກ້າແກ່ນຂອງທະຫານເຮືອຜູ້ນີ້ຖືກທີ່ຖອນໄປ. ຫົວໜ້າຜູ້ບັນຊາການ, ພັນຕີ ຮ່ວາງມີງເຊີນ, ພ້ອມກັບບັນດາສະຫາຍ, ເພື່ອນຮ່ວມກົມກອງຂອງຕົນພວມຈັບແໜ້ນມືປືນ ເພື່ອປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ