ຫໍສະໝຸດພິພິທະພັນ DX: ຄວາມຮັກຂອງ Hazarin R Junep ກັບວິທະຍຸກະຈາຍສຽງ ຫວຽດນາມ

(VOVWORLD) - ປື້ມ 4000 ຫົວດ້ວຍ 45 ພາສາ, ວັດຖຸພັນກ່ວາ 1.000 ຢ່າງຂອງບັນດາວິທະຍຸກະຈາຍສຽງໃນໂລກ, ໃນນັ້ນມີວັດຖຸພັນກ່ວາ 100 ຢ່າງແມ່ນມາຈາກວິທະຍຸກະຈາຍສຽງ ຫວຽດນາມ ແມ່ນບັນດາຕົວເລກທີ່ເປັນໜ້າປະທັບໃຈເຊິ່ງຫໍພິພິທະພັນ ແລະ ຫໍສະໝຸດເອກະຊົນ DX (DX Museum&Library) ພວມເກັບຮັກສາໄວ້. 

ໂດຍນອນໃນເຂດຊານນະຄອນເກົ່າ Yogyakarta, ປະເທດ ອິນໂດເນເຊຍ, DX Museum&Library ມີເນື້ອທີ່ກ້ວາງພຽງປະມານ 60 ຕາເມັດເທົ່ານັ້ນ ແຕ່ໃນນັ້ນແມ່ນເຕັມໄປດ້ວຍຄວາມຮັກ ແລະ ອະນຸສອນຂອງທ່ານຜູ້ຟັງ Hazarin R Junep ທີ່ມີຕໍ່ວິທະຍຸກະຈາຍສຽງໃນທົ່ວໂລກເວົ້າລວມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ເວົ້າສະເພາະ ໃນຮອບເວລາກ່ວາ 30 ປີທີ່ຜ່ານມາ.

ຫໍສະໝຸດພິພິທະພັນ DX: ຄວາມຮັກຂອງ Hazarin R Junep ກັບວິທະຍຸກະຈາຍສຽງ ຫວຽດນາມ - ảnh 1 ທ່ານ Hazarin R Junep (ເບື້ອງຊ້າຍ) 

        ເມື່ອມາຢ້ຽມຢາມຫໍພິພິທະພັນ DX Museum&Library ໃນວັນທ້າຍອາທິດ, ພວກຂ້າພະເຈົ້າສາມາດເຫັນວ່າບັນຍາກາດຢູ່ທີ່ນີ້ມີຄວາມຟົດຟື້ນທີ່ສຸດ. ມີນັກສຶກສາໝູ່ໜຶ່ງພວມຊອກຫາເອກະສານເພື່ອຮັບໃຊ້ການຮ່ຳຮຽນຂອງຕົນຢູ່ແຈຫໍສະໝຸດ. ບັນດາປື້ມໄດ້ຮັບການຈັດວາງຢ່າງເປັນລະບຽບຢູ່ເທິງຖ້ານ, ໄດ້ໝາຍເລກລຳດັບ ແລະ ຕິດປ້າຍຈຳແນກປະເພດເພື່ອຮັບໃຊ້ການຊອກຫາໄດ້ງ່າຍ. ເພື່ອນ Liana, ນັກສຶກສາມະຫາວິທະຍາໄລ Gadja Mada ໄດ້ແບ່ງປັນວ່າ:

“ນ້ອງສັງກັດພະແນກຄົ້ນຄ້ວາກ່ຽວກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ມື້ພັກຮຽນ,  ນ້ອງພ້ອມກັບໝູ່ເພື່ອນທີ່ຮຽນຢູ່ໂຮງຮຽນດຽວກັນ ມາທີ່ນີ້ເພື່ອຢືມປື້ມເມື່ອອ່ານເປັນປະຈຳ, ພິເສດແມ່ນປື້ມຮຽນພາສາ ຫວຽດ ແລະ ວັດທະນະທຳ ຫວຽດນາມ. ຊ້ຳບໍ່ໜຳ, ຢູ່ທີ່ນີ້ຍັງມີທັງແຜ່ນຊີດີ ແນະນຳກ່ຽວກັບທັດສະນີຍະພາບທີ່ສວຍງາມ ແລະ ແຜ່ນຊີດີເພງ ຫວຽດນາມ ອີກດ້ວຍ. ນ້ອງຮູ້ສຶກມ່ວນທີ່ສຸດ.”

        ຢູ່ໃກ້ໆນັ້ນ, ມີຜົວເມຍຊາວ ລັດເຊຍ ຄູ່ໜຶ່ງພວມຊົມບັນດາຊຸດສະສົມວັດຖຸພັນ, ເງິນທະນາບັດ, ຂອງຂວັນທີ່ລະນຶກຂອງບັນດາສະຖານີວິທະຍຸຢູ່ໃນໂລກ ໄດ້ນຳມາວາງສະແດງໃນຕູ້ແກ້ວທີ່ສະອາດ, ໃສແຈ້ງດີ. ຍ້ອນໄດ້ຮັບຟັງວິທະຍຸ ແລະ ຂຽນຈົດໝາຍສົ່ງໃຫ້ບັນດາສະຖານີວິທະຍຸທີ່ກະຈາຍໃນໄລຍະສັ້ນ ແລະ ໄລຍະກາງເກືອບທັງໝົດຢູ່ໃນໂລກ ດັ່ງນັ້ນ, ທ່ານ Hazarin R Junep ຮັບຂອງຂວັນທີ່ລະນຶກຫຼາຍຢ່າງ. ເຄື່ອງທີ່ລະນຶກທັງໝົດນັ້ນ ເຊິ່ງທ່ານໄດ້ເກັບຮັກສາໄວ້ເປັນຢ່າງດີ ແລະ ຈັດແບ່ງຕາມພາກພື້ນ:

        “ຂ້າພະເຈົ້າໄດ້ຮັບຟັງ ວິທະຍຸແຕ່ຄາວຍັງນ້ອຍ. ປີ 1987, ຂ້າພະເຈົ້າໄດ້ເລີ່ມດຳເນີນການສະສົມວັດຖຸພັນຈາກແຫ່ງຕ່າງໆໃນໂລກ. ຂ້າພະເຈົ້າຢາກເກັບຮັກສາບັນດາວັດຖຸພັນນີ້ ແລະ ຫັນເປັນແຫຼ່ງວັດຖຸເພື່ອສຶກສາໃຫ້ລຸ້ນໜຸ່ມ. ເປັນໜ້າເສຍດາຍຫຼາຍຍ້ອນປີ 2010, ໄດ້ເກີດເຫດແຜ່ນດິນໄຫວ, ມີເອກະສານທີ່ລ້ຳຄ່າຫຼາຍຢ່າງຖືກສູນເສຍໄປ. ຫຼັງຈາກນັ້ນຂ້າພະເຈົ້າໄດ້ເລີ່ມສະສົມຄືນໃໝ່. ແລະ ຫໍພິພິທະພັນ DX Museum&Library  ໄດ້ຮັບການສ້າງສຳເລັດເມື່ອປີ 2015.”

        ທ່ານ Hazarin R Junep , ມີອາຍຸ 56 ປີ, ເປັນຜູ້ມີຄວາມເມົາມົວກັບການທ່ອງທ່ຽວ, ມັກຟັງວິທະຍຸ ແລະ ມັກຮຽນພາສາ. ທ່ານສາມາດເວົ້າໄດ້ 5 ພາສາຕ່າງປະເທດໄດ້ດີນັ້ນແມ່ນ: ອັງກິດ, ລັດເຊຍ, ຝຣັ່ງ, ແອັດສະປາຍ ແລະ ພາສາຂອງບາງຊົນເຜົ່າ ອິນໂດເນເຊຍ. ຄວາມເມົາມົວກັບການທ່ອງທ່ຽວ ແລະ ການຟັງວິທະຍຸຊ່ວຍໃຫ້ທ່ານໄດ້ໄປຫຼາຍປະເທດ, ເກັບສະສົມວັດຖຸພັນໄດ້ຫຼາຍຢ່າງ, ໃນນັ້ນມີຫຼາຍວັດຖຸພັນແມ່ນຂອງ ຫວຽດນາມ. ຄາວຍັງນ້ອຍ, ທ່ານເຄີຍພ້ອມກັບອ້າຍຄີງຂອງຕົນຟັງບັນດາລາຍການກະຈາຍສຽງພາສາ ອິນໂດເນເຊຍ, ພາສາ ອັງກິດ ແລະ ພາສາ ຝຣັ່ງ ຂອງວິທະຍຸກະຈາຍສຽງ ຫວຽດນາມ:

        “ຂ້າພະເຈົ້າໄດ້ໄປພາກເໜືອ ຫວຽດນາມ ເປັນຄັ້ງທຳອິດເມື່ອປີ 2012, ຂ້າພະເຈົ້າໄດ້ໄປຢາມ VOV ທັນທີ. ຂ້າພະເຈົ້າ ໄປນຳລູກຊາຍຂອງຕົນ ແລະ ຢາກໃຫ້ລູກຂອງຕົນເຫັນວ່າປະເທດ ຫວຽດນາມ ສວຍງາມຄືແນວໃດ. ຫຼັງຈາກນັ້ນ ຂ້າພະເຈົ້າກໍ່ໄດ້ກັບຄືນມາຢາມ ຫວຽດນາມ ບາງຄັ້ງອີກ. ຂ້າພະເຈົ້າມັກປະຫວັດສາດ ຫວຽດນາມ ທີ່ສຸດ ແລະ ຜູ້ທີ່ຂ້າພະເຈົ້າມີຄວາມເຄົາລົບນັບຖືທີ່ສຸດນັ້ນແມ່ນ ລຸງໂຮ່, ຊຶ່ງເປັນເພື່ອນຂອງປະທານາທິບໍດີ Soekrno. ແລະປະຈຸບັນ, ຂ້າພະເຈົ້າຢາກສະແດງຄວາມຮັກຂອງຕົນຕໍ່ປະເທດຊາດ, ປະຊາຊົນ, ປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ.”

ຫໍສະໝຸດພິພິທະພັນ DX: ຄວາມຮັກຂອງ Hazarin R Junep ກັບວິທະຍຸກະຈາຍສຽງ ຫວຽດນາມ - ảnh 2ແຈສະແດງກ່ຽວກັບ ຫວຽດນາມ 

        ມູມວາງສະແດງວັດຖຸພັນກ່ຽວກັບ ຫວຽດນາມ, ທ່ານໄດ້ວາງສະແດງບັນດາວັດຖຸພັນຂອງ VOV ໃສ່ໃນຕູ້ແກ້ວຍາວໃນນັ້ນມີ: ໃບຢັ້ງຢືນຟັງວິທະຍຸ, ຮູບປັ້ນນາງສາວນຸ່ງຊຸດເສື້ອຍາວ, ໝວກ, ເສື້ອ, ເງິນທະນາບັດ ຫວຽດນາມ… ໃນຕູ້ແກ້ວຊັ້ນເທິງແມ່ນວາງສະແດງທຸງແດງດາວເຫຼືອງ ໄດ້ຈັດໄວ້ຢູ່ຕຳແໜ່ງສູງສຸດ, ຢູ່ທາງລຸ່ມແມ່ນຮູບປະທານ ໂຮ່ຈີມິນ.

        ຫໍສະໝຸດ ແລະ ຫໍພິພິທະພັນ DX ໄດ້ຮັບການສ້າງຕັ້ງໃນເຂດທີ່ດິນແດນທີ່ເປັນກຳມະສິດຂອງຄອບຄົວທ່ານ Hazarin ແລະ ເປີດປະຕູທຸກໆວັນໃນສັບປະດາ. ພິເສດຫໍສະໝຸດນີ້ບໍ່ໄດ້ເກັບຄ່າບໍລິການ. ທ່ານ Hazarin ຍັງຢາກເປີດສູນຄົ້ນຄ້ວາ ຫວຽດນາມ ວິທະຍາ. ນີ້ຈະແມ່ນບ່ອນທີ່ບັນດານັກສຶກສາຢູ່ Yogyakarta ຊອກຫາບັນດາເອກະສານກ່ຽວກັບ ຫວຽດນາມ, ຊົມເບິ່ງແຜ່ນ ຊີດີ ກ່ຽວກັບວັດທະນະທຳ ຫວຽດນາມ ແລະ ຊອກຮູ້ກ່ຽວກັບອາຫານການກິນຂອງປະເທດ ຫວຽດນາມ ທີ່ທ່ານເຄີຍໄປຢາມຫຼາຍເທື່ອ ຢ່າງສະບາຍ.

ຕອບກັບ

ຂ່າວ/ບົດ​ອື່ນ