ຫ້ອງຮຽນ “ເດັກຍິງທີ່ສົມບູນ”

(VOVWORLD) -ເພື່ອນຈະໃຫ້ລູກຂອງຕົນເຮັດຫຍັງໃນ 2 ເດືອນພັກແລ້ງນີ້? ໄປທ່ອງທ່ຽວ, ກັບເມືອຢາມບ້ານເກີດ ຫຼື ຮ່ຳຮຽນເອົາທັກສະກ່ຽວກັບການດຳລົງຊີວິດຢູ່ຫ້ອງຮຽນຕ່າງໆ? ເພື່ອນຈະເລືອກເອົາຮູບການໃດ? ນັ້ນແມ່ນຄຳຖາມເຊິ່ງບັນດາຜູ້ເປັນພໍ່ເປັນແມ່ ມີລູກຢູ່ໃນເກນອາຍຸເຍົາວະຊົນຕ້ອງນຶກຄິດໃນຊຸມເດືອນພັກແລ້ງນີ້.

ເພື່ອໃຫ້ມີຄຳຕອບຕໍ່ບັນຫາດັ່ງກ່າວ, ໃນລາຍການສາລະຄະດີອາທິດນີ້, ຈົ່ງພ້ອມກັບ ຢ້ຽວຮົ່ງ ນັກຂ່າວ VOV ເຂົ້າຮ່ວມຫ້ອງຮຽນທີ່ສະຫງວນໃຫ້ບັນດາ “ເດັກຍິງ” ເພື່ອພ້ອມກັນໂອ້ລົມກ່ຽວກັບຄວາມມຸ່ງມາດປາດຖະໜາຂອງບັນດາເດັກຍິງທີ່ຢູ່ໃນເກນອາຍຸເຍົາວະຊົນ, ເພື່ອພ້ອມກັນແອບປຸງແຕ່ງບັນດາເຍື່ອງອາຫານພວມນິຍົມ ຫຼື ງ່າຍດາຍແມ່ນຮຽນວິທີເພື່ອເບິ່ງແຍງຕົວເອງຄືແນວໃດເພື່ອໃຫ້ຖືກວິທີ.

ຫ້ອງຮຽນ “ເດັກຍິງທີ່ສົມບູນ” - ảnh 1(ເອື້ອຍ ມາຍຮົ່ງ ສອນວິທີເຮັດເຂົ້າໜົມ tiramisu)

ເອື້ອຍ ມາຍຮົ່ງ, ເຊິ່ງເປັນນັກຂ່າວ ແລະ ກໍແມ່ນແມ່ຄົວທີ່ມີສີມືດີ, ພວມແນະນຳວິທີເຮັດເຂົ້າໜົມ tiramisu ໃຫ້ເດັກຍິງ 10 ຄົນ, ເຂົ້າໜົມນີ້ມີແຫຼ່ງກຳເນີດມາຈາກຍີ່ປຸ່ນ. ບັນດາເດັກຍິງເຫຼົ່ານັ້ນໄດ້ເຕົ້າໂຮມກັນຢູ່ອ້ອມໂຕະມົນທີ່ຕັ້ງຢູ່ໃຈກາງເຮືອນຄົວມີລວງກວ້າງປະມານ 30 ຕາແມັດ. ເຖິງວ່າ, ເຮັດເຂົ້າໜົມອັນໜຶ່ງພຽງແຕ່ໃຊ້ໄຂ່ໄກ່ແດງ 3 ໜ່ວຍເທົ່ານັ້ນ, ແຕ່ເດັກຍິງແຕ່ລະຄົນໄດ້ທັບໄຂ່ ແລະ ແຍກເອົາໄຂ່ແດງອອກ 2 ໜ່ວຍເພື່ອໃຫ້ລື້ງມື. ພາຍຫຼັງແຍກໄຂ່ແດງອອກແລ້ວ, ບັນດານ້ອງນ້ອຍຈະໃຊ້ຈັກຕີໄຂ່ໃຫ້ແຕກດີ ເພື່ອເອົາມາຕີໃສ່ກັບວັດຖຸດິບທີ່ກຽມໄວ້ແລ້ວ. ເອື້ອຍ ມາຍຮົ່ງ ທັງຊ່ວຍຈັບມືພວກນ້ອງນ້ອຍຈັບຈັກຕີໄຂ່ແດງ, ເປີດຈັກ ທັງອະທິບາຍວິທີເຮັດແນວໃດເພື່ອບໍ່ໃຫ້ວັດຖຸດິບຟົ້ງອອກນອກ. ເຖິງວ່າວຽກງານແມ່ນງ່າຍດາຍທີ່ສຸດ, ແຕ່ສຳລັບບັນດາເດັກຍິງທີ່ບໍ່ເຄີຍແຕ່ງກິນແລ້ວ ນີ້ແມ່ນວຽກງານທີ່ຍາກຫຼາຍ.

        ຈຸດປະສົງເປີດຫ້ອງຮຽນດັ່ງກ່າວແມ່ນຍ້ອນເອື້ອຍມາຍຮົ່ງ ເອງ ກໍ່ມີລູກສາວອາຍຸ 10 ປີ ແລະ ເອື້ອຍຢາກໃຫ້ລູກສາວຮູ້ວິທີແຕ່ງກິນ, ເບິ່ງແຍງຕົວເອງ ແຕ່ບໍ່ມີຫ້ອງຮຽນໃດສອນກ່ຽວກັບບັນຫາດັ່ງກ່າວ. ເອື້ອຍໄດ້ປຶກສາຫາລືກັບເພື່ອນຂອງຕົນ ແລະ ຕົກລົງເປີດຫ້ອງຮຽນນີ້ ແລະ ບັນດາເດັກຍິງທີ່ເຂົ້າຮ່ວມຫ້ອງຮຽນນີ້ລ້ວນແຕ່ຢູ່ໃນເກນອາຍຸແຕ່ 10 ຫາ 14 ປີ.

        “ບົດຮຽນ 10 ປີທີ່ເປັນນັກຂ່າວໃຫ້ໜັງສືພິມເດັກເຍົາວະຊົນ, ຕົນເອງໄດ້ມີທ່າແຮງໃນການຊອກຮູ້ແນວຄິດຂອງເດັກ ແລະ ຕົນເອງກໍ່ມັກເຮັດວຽກງານເປັນແມ່ຄົວ, ຕົບແຕ່ງເຮືອນຢູ່ ສະນັ້ນຕົນເອງສາມາດສອນໃຫ້ລູກຂອງຕົນ. ແຕ່ມີຄົນມັກເວົ້າວ່າ ແມ່ສອນລູກບໍ່ໄດ້, ເມື່ອມີແຕ່ແມ່ ແລະ ລູກຮຽນນຳກັນຍາກທີ່ຈະຮັບໄດ້, ຖ້າຫາກແມ່ສອນເມື່ອມີເພື່ອນຢູ່ໃນເກນອາຍຸດຽວກັນມາຮຽນນຳຈະແມ່ນເລື່ອງງ່າຍກວ່າຫຼາຍ. ຕົນເອງຢາກໃຫ້ລູກມີກາລະໂອກາດໄດ້ຮ່ຳຮຽນ, ປະຕິບັດໄປພ້ອມ, ທັງໄດ້ພົບປະແລກປ່ຽນກັບບັນດາເພື່ອນຢູ່ໃນເກນອາຍຸດຽວກັນອີກ”.

ຫ້ອງຮຽນ “ເດັກຍິງທີ່ສົມບູນ” - ảnh 2(ບັນດາເດັກຍິງທີ່ເຂົ້າຮ່ວມຫ້ອງຮຽນນີ້ລ້ວນແຕ່ຢູ່ໃນເກນອາຍຸແຕ່ 10 ຫາ 14 ປີ)

ຫ້ອງຮຽນຂອງເອື້ອຍ ມາຍຮົ່ງ ໄດ້ເປີດວັນເສົາ ແລະ ວັນອາທິດ ຂອງທຸກອາທິດ, ມື້ໜຶ່ງຮຽນ 2 ຕອນ, ເລີ່ມແຕ່ເດືອນມິຖຸນາ. ແຕ່ລະຕອນຈະຮຽນໃນເວລາ 3 ຊົ່ວໂມງ ແລະ ມີນັກຮຽນພຽງ 10 ຄົນເທົ່ານັ້ນ, ນັກຮຽນຕ້ອງເສຍຄ່າຮຽນໃຫ້ແຕ່ລະຕອນແມ່ນ 200.000 – 250.000 ດົ່ງ, ຈຳນວນເງິນດັ່ງກ່າວໄດ້ລວມຄ່າຢູ່ກິນຕອນທ່ຽງ ຫຼື ຕອນຄ່ຳ, ຂອງກິນໃນແຕ່ລະຄາບລ້ວນແຕ່ແມ່ນພວກນ້ອງນ້ອຍແຕ່ງເອງ, ອັນໄດ້ສ້າງຄວາມ ກະຕືລືລົ້ນສຳລັບພວກນ້ອງນ້ອຍ. ຫ້ອງຮຽນມີຄູ 3 ຄົນ, ຜູ້ຮັບຜິດຊອບກ່ຽວກັບການສອນເຮັດເຂົ້າໜົມ, ຜູ້ເຮັດອາຫານຂອງສ.ເກົາຫຼີ, ຜູ້ສອນວິທີພັບເຄື່ອງນຸ່ງ, ເບິ່ງແຍງຕົວເອງ, ເກັບມ້ຽນເຄື່ອງຂອງ ແລະ ປັດກວາດເຮືອນຢູ່, ຮຽນທິດສະດີໄປພ້ອມກັບການປະຕິບັດຕົວຈິງ, ສະນັ້ນ, ພວກນ້ອງລ້ວນແຕ່ສາມາດປະຕິບັດໄດ້ເລີຍ. ໃນແຕ່ລະຕອນທີ່ຮຽນນັ້ນຈະແມ່ນເຍື່ອງອາຫານໃໝ່, ທັກສະໃໝ່. ເພື່ອນ ເຟືອງຈາງ ແລະ ຖຸຍວີ ເຊິ່ງແມ່ນຜູ້ທີ່ເຂົ້າຮ່ວມຫ້ອງຮຽນດັ່ງກ່າວນັ້ນໄດ້ 10 ຕອນແລ້ວ, ແບ່ງປັນວ່າ.

        “ລູກໄດ້ຮຽນວີທີເຮັດເຂົ້າໜົມ tiramisu, ແກງງົວໃສ່ຫົວຜັກບົ່ວໃຫຍ່… ພາຍຫຼັງໄດ້ຮຽນແລ້ວ, ລູກກໍ່ໄດ້ແຕ່ງອາຫານບາງເຍືອງໃຫ້ຄອບຄົວກິນ. ນອກນັ້ນ, ລູກກໍ່ໄດ້ໄປຊື້ວັດຖຸເພື່ອມາເຮັດຖົງ handmade ໃຫ້ລູກເອງ ແລະ ໃຫ້ພວກນ້ອງນຳໃຊ້”.

        “ລູກບໍ່ຈື່ວ່າຮຽນໄດ້ຈັກຕອນແລ້ວ. ລູກນິຍົມບັນດາເຍື່ອງອາຫານຢູ່ທີ່ນີ້, ໂດຍສະເພາະແມ່ນເຂົ້າໜົມເຂົ້າ tokbokki ຍ້ອນວ່າ ຢູ່ທີ່ນີ້ເຮັດແຊບກວ່າຫຼາຍບ່ອນທີ່ລູກເຄີຍໄດ້ກິນ. ລູກກໍ່ໄດ້ເຮັດເຂົ້າໜົມໝາກນອດ ຍ້ອນຄູສອນໃຫ້ລູກ ເມື່ອພໍ່ແມ່ກິນແລ້ວກໍ່ລ້ວນແຕ່ເວົ້າວ່າແຊບຫຼາຍ”.

ຫ້ອງຮຽນ “ເດັກຍິງທີ່ສົມບູນ” - ảnh 3 (ຂອງກິນໃນແຕ່ລະຄາບລ້ວນແຕ່ແມ່ນພວກນ້ອງນ້ອຍແຕ່ງເອງ)

ຍ້ອນຢາກສ້າງຄວາມເມົາມົວໃຫ້ພວກນ້ອງນ້ອຍ ແລະ ຢາກໃຫ້ລູກສາວຂອງຕົນໄດ້ພົບປະແລກປ່ຽນກັບເພື່ອນຢູ່ໃນເກນອາຍຸດຽວກັນໃຫ້ຫຼາຍກວ່າ, ສະນັ້ນ ເອື້ອຍ ມາຍຮົ່ງ ຈຶ່ງບໍ່ຄິດໄລ່ເຖິງບັນຫາລາຍຮັບ, ເອື້ອຍໃຫ້ຮູ້ວ່າ.

        “ຂ້າພະເຈົ້າເປີດຫ້ອງຮຽນນີ້ແມ່ນບໍ່ມີກຳໄລຫຍັງໝົດ, ອັນທີ່ຂ້າພະເຈົ້າໄດ້ຮັບແມ່ນຄວາມມ່ວນຊື່ນ, ຍ້ອນບັນດານ້ອງນ້ອຍທີ່ເຂົ້າຮ່ວມລ້ວນແຕ່ໄຮ້ດຽງສາ, ຜ່ານການໂອ້ລົມກັບພວກເດັກນັ້ນ ຂ້າພະເຈົ້າມີຄວາມເຂົ້າໃຈພວກເດັກຢູ່ໃນເກນອາຍຸນີ້ກວ່າ. ຜ່ານນັ້ນອາດຈະໂອ້ລົມກັບລູກສາວຂອງຕົນໄດ້ຫຼາຍກວ່າ. ເຖິງວ່າ, ຂ້າພະເຈົ້າຄ້າງຄາກັບວຽກງານຫຼາຍຢ່າງກໍ່ຕາມ, ແຕ່ເມື່ອໄດ້ສອນພວກນ້ອງນ້ອຍ ຄວາມອິດເມືອຍກໍ່ຫາຍໄປໝົດ, ຂ້າພະເຈົ້າເຫັນວ່າມ່ວນ ແລະ ສຸຂະພາບກໍ່ດີຂຶ້ນ”.

        ເມື່ອສິ້ນສຸດຕອນຮຽນ, ບັນດາເດັກຍິງໄດ້ເຕົ້າໂຮມກັນຢູ່ໂຕະກິນເຂົ້າ ເພື່ອພ້ອມກັນກິນ susi, ກະດູກຂ້າງປິ້ງ ແລະ ເຂົ້າໜົມ tiramisu. ເຖິງຢ່າງໃດກໍ່ຕາມ, ຫາກໍ 17 ໂມງ 30 ນາທີ, ພວກນ້ອງຜູ້ໃດກໍ່ຢາກໄດ້ຮັບຈານຂອງຕົນກ່ອນ, ບໍ່ແມ່ນຍ້ອນຫິວເຂົ້າຫາກຍ້ອນນັ້ນແມ່ນບັນດາເຍື່ອງອາຫານທີ່ຕົນເອງເຮັດ. ພາຍຫຼັງກິນແລ້ວ, ພວກນ້ອງໄດ້ລ້າງຖ້ວຍ, ລ້າງຈານຂອງຕົນ ແລະ ຮຽນວິທີເກັບມ້ຽນເຄື່ອງຂອງ. ບັນຍາກາດທີ່ຟົດຟື້ນມ່ວນຊື່ນ, ສຽງຫົວ, ສຽງເວົ້າຂອງບັນດາເດັກຍິງໃນຫ້ອງຮຽນໄດ້ຊ່ວຍບັນເທົາອາກາດທີ່ຮ້ອນອົບເອົ້າໃນຍາມພັກແລ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ