ອະດີດນາຍົກລັດຖະມົນຕີ ຟານວັນຂາຍ : ຜູ້ກໍ່ສ້າງພື້ນຖານເສດຖະກິດຢ່າງໝັ້ນຄົງໜັກແໜ້ນເພື່ອໃຫ້ຫວຽດນາມເຊື່ອມໂຍງ

(VOVWORLD) -ໃນໄລຍະຊີ້ນຳນຳພາລັດຖະບານຫວຽດນາມເປັນເວລາເກືອບ 9 ປີ ຄືແຕ່ປີ 1997 ຫາ 2006, ອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ແມ່ນຜູ້ແນວຄິດປະຕິຮູບ, ເຊື່ອມໂຍງເຂົ້າກັບສາກົນ

ໃນຄວາມຊົງຈຳຂອງຜູ້ຊ່ຽວຊານເສດຖະກິດຫຼາຍຄົນນັ້ນ, ອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ຍາມໃດກໍໄດ້ຮັບການຕີລາຄາສູງ, ເປັນຕົ້ນແມ່ນໃນຂະນະທີ່ພື້ນຖານເສດຖະກິດຫວຽດນາມຢູ່ໃນໄລຍະຕົ້ນແຫ່ງການເຊື່ອມໂຍງ ແລະ ເປີດປະຕູທີ່ປະສົບກັບຄວາມຫຍຸ້ງຍາກ.

ອະດີດນາຍົກລັດຖະມົນຕີ ຟານວັນຂາຍ : ຜູ້ກໍ່ສ້າງພື້ນຖານເສດຖະກິດຢ່າງໝັ້ນຄົງໜັກແໜ້ນເພື່ອໃຫ້ຫວຽດນາມເຊື່ອມໂຍງ - ảnh 1 ອະດີດນາຍົກລັດຖະມົນຕີ ຟານວັນຂາຍ

ໃນຄວາມຊົງຈຳຂອງຊາວຫວຽດນາມ ແລະ ບັນດາຜູ້ຊ່ຽວຊານເສດຖະກິດ, ໄລຍະເປັນນາຍົກລັດຖະມົນຕີ, ທ່ານ ຟານວັນຂາຍ ໄດ້ມີບັນດາການປະກອບສ່ວນໃຫ້ແກ່ປະເທດຊາດ ແລະ ແມ່ນຜູ້ທີ່ມີວິໄສທັດຍຸດທະສາດ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງລະບົບເສດຖະກິດຫວຽດນາມ. ອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ຍາມໃດກໍໄດ້ຮັບການຕີລາຄາສູງ, ເປັນຕົ້ນແມ່ນໃນຂະນະທີ່ພື້ນຖານເສດຖະກິດຫວຽດນາມຢູ່ໃນໄລຍະຕົ້ນແຫ່ງການເຊື່ອມໂຍງ ແລະ ເປີດປະຕູທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານປະລິນຍາເອກ ວູ້ກ໋ວກຕ້ວນ, ສະມາຊິກຄະນະທີ່ປຶກສາຂອງ ອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ແບ່ງປັນວ່າ :             

 “ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ແມ່ນຜູ້ທຳອິດເຊັນດຳລັດກ່ຽວກັບການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງຂອງຫວຽດນາມ, ປີ 2001, ດຳລັດສະບັບທຳອິດກ່ຽວກັບວິສາຫະກິດຂະໜາດນ້ອຍ ແລະ ກາງຂອງຫວຽດນາມໂດຍທ່ານ ຟານວັນຂາຍລົງນາມຕາມຂໍ້ລິເລີ່ມຂອງຄະນະຄົ້ນຄ້ວາຄາວນັ້ນ. ໃນຕະຫຼອດໄລຍະເປັນນາຍົກລັດຖະມົນຕີ, ທ່ານ ຟານວັນຂາຍ ຖືກວົງການນັກທຸລະກິດເອີ້ນວ່າເປັນນາຍົກລັດຖະມົນຕີຂອງວິສາຫະກິດ. ເປັນຄັ້ງທຳອິດຈັດຕັ້ງບັນດາການເຄື່ອນໄຫວ, ແກ້ໄຂຄວາມຫຍຸ້ງຍາກ, ລົບລ້າງລະບອບໜັງສືອະນຸຍາດຍ່ອຍໃຫ້ແກ່ວິສາຫະກິດ”

ໃນໄລຍະດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີເກືອບ 2 ອາຍຸການ,  ທ່ານ ຟານວັນຂາຍ ໄດ້ສ້າງເງື່ອນໄຂຫຼາຍຢ່າງເພື່ອໃຫ້ວິສາຫະກິດຫຼາຍແຫ່ງໄດ້ຮັບການສ້າງຕັ້ງ ແລະ ຂະຫຍາຍຕົວ. ນັ້ນແມ່ນເລື່ອງກົດໝາຍວ່າດ້ວຍວິສາຫະກິດຖືກປະກາດໃຊ້ເມື່ອປີ 1999, ໜັງສືອະນຸຍາດຍ່ອຍຫຼາຍປະເພດຖືກລົບລ້າງ, ແລະ ຫຼຸດຜ່ອນລະບຽບການບໍລິຫານຫຼາຍຢ່າງ, ມີຂໍ້ຕົກລົງຮ່ວມມືຫຼາຍສະບັບໄດ້ຮັບການລົງນາມເພື່ອເປີດປະຕູເສດຖະກິດຕະຫຼາດ…ຕາມທ່ານ ໝາກກ໋ວກແອງ, ຮອງປະທານ ທັງເປັນເລຂາທິການໃຫຍ່ສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງນະຄອນຮ່າໂນ້ຍແລ້ວ, ຄາວນັ້ນ, ຂະນະທີ່ເສດຖະກິດອາຊີປະສົບກັບວິກິດການການເງິນໃນວົງກ້ວາງ, ແຕ່ເສດຖະກິດຫວຽດນາມຍັງຄົງຢືນຢູ່ຢ່າງໝັ້ນຄົງ. ສິ່ງນີ້ໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດຕ່າງປະເທດ.

    ໃນໄລຍະບໍລິຫານປະເທດຊາດຂອງອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ, ພິເສດແມ່ນໃນໄລຍະປະເທດຊາດປະສົບກັບວິກິດການການເງິນອາຊີເມື່ອປີ 1997, ດ້ວຍການບໍລິຫານຢ່າງເປັນເຈົ້າການກ່ຽວກັບເສດຖະກິດມະຫາພາກ, ດັ່ງນັ້ນ ປະເທດຊາດໄດ້ຜ່ານຜ່າວິກິດການ”

   ກໍເຊັ່ນດຽວກັນກັບທັດສະນະນີ້, ທ່ານ ໂຕຫງອກເຊີນ, ຢູ່ຄຸ້ມ 3 ເທດສະບານເມືອງຟຸກເຖາະ, ຮ່າໂນ້ຍ ຖືວ່າ : ໃນໄລຍະເຮັດວຽກ, ອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ຍາມໃດກໍມີການບໍລິຫານຢ່າງມີໄຫວພິບ, ວິທະຍາສາດ, ເປັນເຈົ້າການ, ເພາະສະນັ້ນ, ໄດ້ນຳປະເທດຊາດຜ່ານຜ່າວິກິດການໃນປີ 1997.

      “ທ່ານຟານວັນຂາຍ ແມ່ນບຸກຄົນທີ່ມີພູມປັນຍາ, ມີຈິດໃຈຮັກຊາດ, ເປັນໜ້າເຄົາລົບນັບຖື. ທ່ານບໍ່ຟຸມເຟືອຍ. ໂດຍແມ່ນຊາວຫວຽດນາມຜູ້ໜຶ່ງ, ຂ້າພະເຈົ້າເຫັນວ່າ ໃນຖານະຕຳແໜ່ງເປັນ ນາຍົກລັດຖະມົນຕີໃນໄລຍະທີ່ເກືອບຄືວ່າ ເສດຖະກິດຂອງບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ພວມຕົກຢູ່ໃນສະພາບຊຸດໂຊມເມື່ອປີ 1997, ແຕ່ທ່ານ ຟານວັນຂາຍໄດ້ມີການບໍລິຫານຢ່າງເໝາະສົມ ແລະ ສາມາດເຮັດໃຫ້ເສດຖະກິດຂອງປະເທດຊາດຟື້ນຕົວໃນເບື້ອງຕົ້ນ, ໄລຍະຕົ້ນແຫ່ງການປ່ຽນແປງໃໝ່ ໄດ້ເຊື່ອມໂຍງເຂົ້າກັບສາກົນ. ຂ້າພະເຈົ້າຖືວ່າ ນີ້ແມ່ນຜົນງານທີ່ເປັນໜ້າຮັບຮູ້ ”

ໂດຍໄດ້ເຮັດວຽກກັບອະດີດນາຍົກລັດຖະມົນຕີ ຟານວັນຂາຍ ເປັນເວລາຫຼາຍປີ, ທ່ານ ປະລິນຍາເອກ ກາວຊີ້ກຽມ, ອະດີດຜູ້ວ່າການທະນາຄານແຫ່ງລັດຫວຽດນາມຖືວ່າ : ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ແມ່ນຜູ້ມີຄວາມຮັບຜິດຊອບຢ່າງສູງ, ແກ້ໄຂວຽກງານດ້ວຍຄວາມລະມັດລະວັງ, ມີຈິດໃຈເຮັດວຽກຈົນຮອດຂັ້ນສຸດທ້າຍ. ທ່ານກ່າວວ່າ : 

“ອະດີດນາຍົກລັດຖະມົນຕີ ຟານວັນຂາຍແມ່ນຜູ້ຜັນຂະຫຍາຍບັນດາກົນໄກຢ່າງກ້ວາງຂວາງ ເພື່ອປະຕິບັດການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນໂດຍໄວ. ພິເສດ ບັນດາວິທີການຮຽນຮູ້, ຖອດຖອນບົດຮຽນ, ຜັນຂະຫຍາຍປະຕິບັດບົດຮຽນ, ກະກຽມບັນດາປັດໄຈພາຍໃນປະເທດເພື່ອຮັບປະກັນການເຊື່ອມໂຍງເຂົ້າກັບສາກົນ, ເປັນຕົ້ນແມ່ນໃນຂົງເຂດການເງິນ ເງິນຕາ”

ປະຫວັດການເສດຖະກິດຂອງປະເທດຊາດ ແມ່ນມີການປະກອບເຫື່ອແຮງຂອງອະດີດນາຍົກລັດຖະມົນຕີ ຟານວັນຂາຍ ປຽບເໝືອນຜູ້ນຳຄົນໜຶ່ງທີ່ມີບັນດາແນວຄວາມຄິດ, ມີຄຸນງາມຄວາມດີໃນການປະຕິຮູບ, ເຊື່ອມໂຍງເຂົ້າກັບສາກົນ, ສ້າງພື້ນຖານເສດຖະກິດໃຫ້ໝັ້ນຄົງໜັກແໜ້ນເພື່ອໃຫ້ຫວຽດນາມເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ, ພັດທະນາໃຫ້ທຽບທັນກັບບັນດາປະເທດໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ