ອາຊີບຜະລິດວ່າວທີ່ເປັນມູນເຊື້ອຢູ່ກຸງເກົ່າ ເຫ້ວ

(vovworld)- ກ່ອນ​ນີ້ 300 ປີ, ​ ການ​ຫລິ້ນວ່າວ​ໃນລາຊະວົງ ຫງວຽນ ​ເຄີຍ​ຈັດ​ຂຶ້ນເປັນ​ງານ​ບຸນ​ໃຫຍ່​​ໃນ​​ໂອກາດ​ບຸນປີ​ໃຫມ່ ຫລື ງານ​ບຸນ​ສຳຄັນ​ອ່ືນໆ. ມາ​ຮອດ​ປະຈຸ​ບັນ, ການ​ຫລິ້ນ​ວ່າວ ຢູ່ ​ເຫ້ວ ພວມ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ກາຍ​ເປັນ​ການ​ສິລະ​ປະຫລິ້ນ​ວ່າວ ​ທີ່ເຂັ້ມ​ຂົ້ນ​ໄປ​ດ້ວຍ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາຊົນ ກຸງ​​ເກົ່າ​ເຫ້ວ.

ອາຊີບຜະລິດວ່າວທີ່ເປັນມູນເຊື້ອຢູ່ກຸງເກົ່າ ເຫ້ວ - ảnh 1
ການຜະລິດວ່າວຢູ່ ເຫ້ວ
ພາບ:internet

        ພາກ​ເຫນືອ​ຫວຽດນາມ ມີ​ວ່າວ​ຂຸ່ຍ​ທີ່​ລື​ຊື່, ​ແຕ່ລະ​ເທື່ອ​ເມື່ອ​ປ່ອຍ​ວ່າວ​ຂຶ້ນລ້ວນ​ແຕ່​​ໄດ້​ຍິນສຽງ​ປີ​ທີ່ມ່ວນ​ອ່ອນ​ຊອນ.  ສ່ວນຊາວ​ພາກ​​ໃຕ້​ເຄີຍ​ຫລິ້ນ​ວ່າວ​ແບບ​ທັນ​ສະ​ໄຫມ. ສະ​ເພາະ​ຊາວ ພາກ​ກາງ, ​ເປັນ​ຕົ້ນ​​ແມ່ນຢູ່​ເຫ້ວ, ວ່າວ​ໄດ້​ກາຍ​ເປັນ​ເຄື່ອງໝາຍ​ທີ່​ມີ​ຊື່​ສຽງ. ຫລາຍ​ຄົນ​ຖື​ວ່າ ສິລະ​ປະ​ປ່ອຍ​ວ່າວ​ເຫ້ວ  ​ແມ່ນ​ສິລະ​ປະ​ຟ້ອນ​ຕຸກກະຕາ​ຢູ່​ເທິງ​ເວຫາ. ​ເພ່ືອ​ຜະລິດ​ວ່າວ​ທີ່​ງາມ​ຕາ, ​ຜູ້​​ເຮັດ​ວ່າວ​ຕ້ອງ​ມີ​ສີມື​ ​ແລະ ມີ​ປະສົບ​ການ​ມາເປັນເວລາ​ຫລາຍ​ປີ. ລຸງ ຫງວຽນ​ວັນ​ຮ່ວາງ, ​ແມ່ນຫນຶ່ງ​ໃນ​ຈຳນວນ​ນັກ​ສິລະ​ປະການ 2 ຄົນ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ແຂວງ ​ເທື່ອ​ທຽນ​ເຫ້ວ ວ່າ ​ແມ່ນ​ນັກ​ສິລະ​ປະການ​ເຮັດ​ວ່າວ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຫ້ວ.  ລຸງ ຫງວຽນ​ວັນ​ຮ່ວາງ​ໃຫ້​ຮູ້​ວ່າ​ຄອບຄົວ​ລຸງ​ແມ່ນ​ລຸ້ນທີ 4 ທີ່​ສືບ​ທອດອາຊີບ​ເຮັດ​ວ່າວ​. ລຸງ​ ຮ່ວາງ ​ໃຫ້​ຮູ້​ວ່າ: ວ່າວ​ເຫ້ວ ຖື​ກ​ແບ່ງ​ເປັນ 3 ​ປະ​ເພດ: ວ່າວ​ປະຖົມ​ປະ​ຖານ, ວ່າວ​ພື້ນ​ເມືອງ ​ແລະ ວ່າວ​ທັນ​ສະ​ໄຫມ. ​ໃນ​ນັ້ນ ວ່າວ​ພື້ນ​ເມືອງ ​​ໂດຍນັກ​ສິລະ​ປະການ​ເຫ້ວ ຜະລິດ ຈຶ່ງ​ມີ​ສີສັນ​ພິ​ເສດ​ສະ​ເພາະ​ຂອງ​ວ່າວ​​ເຫ້ວ​ໄດ້. ດ້ວຍ​ຄວາມ​ເມົາ​ມົວ ​ແລະ ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ຕົນ, ນັກ​ສິລະ​ປະການ​ວ່າວ​​ເຫ້ວລຸ້ນຕ່າງໆ ​ໄດ້​ຜະລິ​ດວ່າວຂະໜາດ​​ໃຫຍ່​ນັບ​ພັນ​ປະ​ເພດ​ທີ່ແຕກ​ຕ່າງ​ກັນ, ດ້ວຍ​ຮູບ​ນົກ​, ສັດປ່າທຸກ​ປະ​ເພດ.         ລຸງຮ່ວາງໃຫ້ຮູ້ວ່າ:

        “ນະຄອນເຫ້ວແມ່ນເຂດດິນແດນແຫ່ງລາຊະວັງ​ເກົ່າ, ສະນັ້ນ ວ່າວ​ເຫວ໋​ເຄີຍ​ໄດ້​ຮັບ​ການ​ອອກ​ແບບ​ຕາມ​ຮູບ​ສັດ​ທີ່​ເຄີຍ​ເຫັນ​ໃນ​ລາດ​ຊະ​ວັງ​ຄື: ຮູບ​ມັງກອນ, ຮູບ​ນົກຫົງ, ຮູບແມງກະ​ເບື້ອງ,”

ວ່າວ​ແຕ່​ລະ​ອັນ​​ແມ່ນ​ຜະລິດຕະພັນ​ສິລະ​ປະ​ຫນື່ງທີ່​ໄດ້​ຮັບ​​ການ​ປະສົມ​ປະສານ​ລະຫວ່າງປະສົບ​ການ,​ໂຄງ​ປະກອບ, ​ແນວ​ຄວາມ​ຄິດ ​ແລະ ພອນ​ສະຫວັນດ້ານ​ຈິດຕະກຳ​. ລຸງ ຮ່ວາງ​ໃຫ້​ຮູ້​ວ່າ:

        “ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ໂຄງ​ປະກອບ, ຮູບ​ຮ່າງ, ຄວາມ​ສົມ​ດູ​ນ, ຂະ​ຫນາດ​​ໃຫຍ່ນ້ອຍ​ຂອງພາກສ່ວນ​ປະກອບ​, ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄຸນ​ນະພາ​ບ​ຊອງວ່າວ​ເມື່ອ​ບິນ​ຂຶ້ນ. ​​ໃນ​ນັ້ນໂຄງ​ປະກອບ​ຂອງ​ວ່າວ​ມີ​ລັກສະນະ​ຕັດສິນ​ຊີ້​ຂາດ.”

        ວ່າວ​ເຫ້ວ ​ເຮັດ​ດ້ວຍ​ມື ສະ​ນັ້ນ ມີ​ລາຄາ​ສູງກວ່າ, ​ຕຳ່​ສຸດ ​ແຕ່ 500.000-600.000 ດົ່ງ/ອັນ, ບາງ​ອັນ​ມີ​ລາຄາ​​ເຖິງ 2,3 ລ້ານ​ດົງ. ຊຳ້​ບໍ່​ໜຳ, ວ່າວ​ຮູບ​ມັງກອນສົ່ງ​ອອກ​​ແຕ່​ລະ​ອັນຕ້ອງເຮັດ​ໃນ​ໄລຍະ 2,5 ​ເດືອນ, ມີ​ລາຄາ​ເຖິງ 5 ລ້ານ​ດົ່ງ. ປະ​ຈຸ​ບັນ, ຜູ້​ຊັ່ງ​ຊື້​ວ່າວ​ເຫ້ວ ສ່ວນຫລາຍ​ແມ່ນ​ຊາວ​ຕ່າງປະ​ເທດ.

ອາຊີບຜະລິດວ່າວທີ່ເປັນມູນເຊື້ອຢູ່ກຸງເກົ່າ ເຫ້ວ - ảnh 2
ຊາວຕ່າງປະເທດເຄີຍມາຊື້ວ່າວຂອງເຫ້ວ
ພາບ:internet

        ​ໃນ​ສິລະ​ປະ​ເຮັດ​ວ່າວ​ເຫ້ວ,ວ່າວຮູບ​ມັງກອນ ​ແລະ ວ່າວ​ນົກຫົງ ​ແມ່ນ​ວ່າວ​ສອງ​ປະ​ເພດ​ທີ່ໄດ້​ຮັບ​ຖື​ວ່າ​ແມ່ນ​ສະຖິຕິ​​ແຫ່ງ​ການ​ເຮັດວ່າວ​ຫວຽດນາມ ​ແລະ ​ໂລກ. ວ່າວ​ຮູບມັງກອນ ມີ​ຄວາມ​ຍາວ​ເກືອບ 150 ​ແມັດ, ວ່າວຮູບ​ນົກຫົງ ມີ​ຄວາມ​ຍາວ 240 ​ແມັດ, ນຳ້ຫນັກ​ກວ່າ 7 ກິ​ໂລກາມ ​ແລະ ຜະລິດ​ໃນ​​ໄລຍະ 2 ​ເດືອນ​ຈຶ່ງ​ສຳ​ເລັດ. ວ່າວ​ມັງກອນ ​ແລະ ວ່າວ​ນົກ ລ້ວນ​ແຕ່​ມີຫນ້າ​ຢູ່​ບັນດາ​ງານ​ມະ​​ໂຫລານ​ວ່າວ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​ຄື: ງານ​ມະ​ໂຫລານ​ວ່າວ ອາຊີ ຢູ່ ​ໄທ, ງານ​ມະ​ໂຫລານ​ວ່າວ ​ເກາະ Reunion  ອະ​ຟຼິກາ, ງານ​ມະ​ໂຫລານ​ວ່າວ​ຢູ່ ນະຄອນ Sainte Maire, ງານ​ມະ​ໂຫລານ​ວ່າວ​ສາກົນ ກາ​ນາ​ດາ..​​ແລະ ພິ​ເສດ ​ແມ່ນ​ງານ​ມະ​ໂຫລານ​ວ່າ​ວສາກົນ​ຈັດ​ຂຶ້ນ​ຢູ່ Dieppe ປະ​ເທດ ຝລ່ັງ 2 ປີ​ເທື່ອ​ຫນຶ່ງ, ຊື່​ງ​ແມ່ນ​ເຂດ​ທີ່​​ໄດ້​ຮັບ​ຖື​ວ່າ​ເມືອງ​ເອກ​ຂອງ​ສິລະ​ປະ​ປ່ອຍ​ວ່າວ​ໂລກ.

 ທ່ານ ຫງວຽນ​ດືກ​ເມົ້າ, ຊາວ ນະຄອນ ​ເຫ້ວ ​ໃຫ້​ຮູ້​ວ່າ:

        “ຄາວ​ເຍົາ​ໄວ, ຊາວ ​ເຫ້ວ​​ເຄີຍຕິດ​ພັນ​ກັບ​ການ​ຫລິ້ນ​ວ່າວ​. ວ່າວ​ເຫ້ວ ​ໄດ້​ຮັບ​ການປະດັບ​ປະດາ​ຢ່າງ​ສວຍ​ງາມ ​ແລະ ​ເມື່ອບິນ​ຂຶ້ນ​ທ້ອງຟ້າ, ມັນ​ໄດ້​ສ້າງ​ການ​ແຂ່ງຂັນ​ກັນ​ໃນ​ເວຫາ, ອັນ​ໄດ້​ເຮັດ​ໃຫ້​ທ້ອງຟ້າ​ເຫ້ວມີ​ຊີວິດ​ຊີວາ.”

        ບໍ່​ພຽງ​ແຕ່​ເດັກນ້ອຍ​ເທົ່າ​ນັ້ນ, ຫາກຊາວ​ຫນຸ່ມ​, ຜູ້​ເຖົ້າ​ຜູ​້​ແກ່, ຜູ້​ຊາຍ ຫລື​ ຜູ້​ຍິງ, ຊາວເຫ້ວ ທຸກ​ຄົນ ຕ່າງ​ກໍ​ເມົາ​ມົວ​ກັບການ​ຫຼິ້ນ​ວ່າວ. ​ເພາະວ່າ ວ່າວ​ເຫ້ວ ​ໄດ້​ກາຍ​ເປັນ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ກຸງ​ເກົ່າ​ເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ