ອ້າຍບ່າວປະລິນຍາເອກ ຜາດອນ ອິນສະແຫວງ

(vovworld)- ຊົນ​ເຜົ່າ​ລາວ​ແມ່ນ​ຊົນ​ເຜົ່າ​ກວມ​ເອົາ 2/3 ຈຳ​ນວນ​ພົນ​ລະ​ເມືອງ​ລາວ​ທັງ​ໝົດ 6,4 ລ້ານ​ຄົນ. ເຖິງວ່າ​ໄດ້​ຮັບ​ຜົນ​ສະ​ທ້ອນບໍ່ຫຼາຍ​ກໍ​ໜ້ອຍ​ຈາກວັດ​ທະ​ນະ​ທຳ​ທັນ​ສະ​ໄໝ​ກໍ​ຕາມ, ແຕ່​ຊົນ​ເຜົ່າ​ນີ້ ເກ​ືອບ​ຄື​ວ່າ ຍັງ​ຄົງ​ສາ​ມາດ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ໄວ້​ໄດ້. ນີ້​ແມ່ນ​ເຫດ​ຜົນ​ຊຶ່ງ​ທ້າວຜາ​ດອນໄດ້​ເລືອກ​ເອົາ​ເພື່ອ​ຄົ້ນ​ຄ້​ວາປ້ອງ​ກັນ​ບົດ​ນິ​ພົນ​ປະ​ລີນ​ຍາ​ເອກ​ຂອງ​ຕົນກ່ຽວ​ກັບ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ຄອບ​ຄົວ​ຊາວ​ລາວ. ບົດ​ນິ​ພົນ​ຂອງຜາ​ດອນຍັງ​ລົງ​ເລິກ​ໄປ​ອີກ​ຂະ​ນະ​ທີ່​ລາວ​ໄດ້​ສົມ​ທຽບ​ສາຍ​ພົວ​ພັນ​ໃນ​ຄອບ​ຄົວ​ຊາວ​ຫວຽດ​ນາມ ແລະ ລາວ. ຍ້ອນ​ເຫດນີ້​ເອງ, ບົດ​ນິ​ພົນ​ຂອງ​ອ້າຍ​ຈຶ່ງ​ໄດ້ 100 ຄະ​ແນນ, ຊຶ່ງ​ແມ່ນ​ຈຳ​ນວນ​ຄະ​ແນນ​ທີ່​ນັກ​ຄົ້ນ​ຄວ້າ​ລາວ​ບໍ່​ເທົ່າ​ໃດ​ຄົນ​ເມື່ອປ້ອງ​ກັນ​ບົດ​ນິ​ພົນ​ປະ​ລີນ​ຍາ​ເອກ​​ບ​ັນລຸ​ໄດ້.

ອ້າຍບ່າວປະລິນຍາເອກ ຜາດອນ ອິນສະແຫວງ - ảnh 1

ຜາ​ດອນທີ່​ພິ​ທີປ້ອງ​ກັນ​ບົດ​ນິ​ພົນ​ປະ​ລີນ​ຍາ​ເອກ​​

        ຜາ​ດອນປີນີ້​ມີ​ອາ​ຍຸ 34 ປີ, ສາ​ມາດ​ເວົ້າ​ພາ​ສາ​ຫວຽດ​ນາມ​ໄດ້​ຂອດ​ດີ. ລາວ​ແມ່ນ​ຄົນ​ບໍ່​ຕຸ້ຍບໍ່​ຈ່ອຍ, ຜິວ​ຄ້ຳ​ອົມ​ເຫຼືອງ, ລາວ​ນຸ່ງຊຸດ​ສາ​ກົນ​ສີ​ດຳ ຢືນ​ສະ​ເໜີ​ໂດຍ​ຫຍໍ້​ບົດ​ນິ​ພົນ​ປະ​ລິນ​ຍາ​ເອກ​ຕໍ່​ໜ້າ​ສະ​ພາ​ໃຫ້​ຄະ​ແນນ. ນີ້​ແມ່ນການ​ປ້ອງ​ກັນ​ບົດ​ນິ​ພົນ​ປະ​ລີນ​ຍາ​ເອກເທື່ອ​ທີ 6 ຂອງ​ຜາ​ດອນ, ດັ່ງ​ນັ້ນ ລາວ​ຈຶ່ງ​ມີ​ຄວາມ​ເຊື່ອ​ໝັ້ນ​ທີ່​ສຸດ, ແຕ່​ລະ​ເນ​ື້ອ​ໃນ, ລາວ​ສະ​ແດງ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ. ໂດຍ​ໄດ້ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ, ເຮັດ​ວຽກ​ ແລະ ສ້າງ​ຄອບ​ຄົວ​ຢູ່​ຫວຽດ​ນາມ​ເປັນ​ເວ​ລາກວ່າ 10 ປີ​ມານີ້, ດັ່ງ​ນັ້ນ ແຕ່​ລະ​ຄຳ​ປະ​ໂຫຍກ, ລາ​ວ​ເວົ້າ​ຊັດ​ເຈນ​ທີ່​ສຸດ. ໃນ​ຮອບ​ເວ​ລາບໍ່​ຮອດ 30 ນາ​ທີ່, ຜາ​ດອນ​ສາ​ມາດ​ສະຫຼຸບ​ຫຍໍ້​ເນື້ອ​ໃນ​ຕົ້ນ​ຕໍ​ໃນ​ບົດ​ນິ​ພົນ​ທີ່​ໜາ 220 ໜ້າ​ດ້ວຍ 3 ພາກ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຄອບ​ຄົວທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ລາວ. ສະ​ພາ​ໃຫ້​ຄະ​ແນນລວມ​ມີ 8 ຄົນ​ຊຶ່ງ​ແມ່ນ​ບັນ​ດາ​ສາດ​ສະ​ດາ​ຈານ, ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ​ຂະ​ແໜງວັດ​ທະ​ນະ​ທຳ​ວິ​ທະ​ຍາ​ຂອງ​ຫວຽດ​ນາມ​ພວມ​​ຕັ້ງ​ໃຈ​ຟັງ​ບົດ​ບັນ​ລະ​ຍາຍ. ທ່ານ ຫງວຽນ​ຢີ​ຖ້ຽວ ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ​ຂະ​ແໜງວັດ​ທະ​ນະ​ທຳ​ວິ​ທະ​ຍາ, ສັງ​ກັດ​ຫໍ​ພິ​ພິ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ, ຜູ້​ຕີ​ລາ​ຄາ​ບົດ​ນິ​ພົນ​ຄົນ​ທີ 3 ສະ​ແດງ​ຄວາມ​ພໍ​ໃຈ​ຕໍ່​ບົດ​ນິ​ພົນ​ຂອງ ຜາ​ດອນ ອິນ​ສະ​ແຫວງ. 

    “ ນີ້​ແມ່ນ​ຫົວ​ເລື່ອງວິ​ທະ​ຍາ​ສາດ​ທີ່​ດູດ​ດື່ມ,     ມີ​ຄວາມ​ໝາຍ​ທາງ​ດ້ານວິ​ທະ​ຍາ​ສາ​ດຢ່າງ​ເລິກ​ເຊິ່ງ ແລະ ມີ​ຄວາມ​ໝາຍ​ໃນ​ຊີ​ວິດ​ຢ່າງ​ແທ້​ຈິງ. ດ້ວຍ​ການ​ສຳ​ພັດ​ຢ່າງເໝາະ​ສົ​ມ, ວິ​ທີ​ການ​ຄົ້ນ​ຄ້​ວາ​ທີ່​ສອດ​ຄ່ອງ, ທ່າ​ທີ​ເຮັດ​ວຽກ​ຢ່າງ​ເຂັ້ມ​ງວດ, ນັກ​ຄົ້ນ​ຄ້​ວາ ຜາ​ດອນ ອິນ​ສະ​ແຫວງ​ໄດ້​ເກັບ​ກຳ​ເອົາ​ແຫຼ່ງ​ເອ​ກະ​ສານ​ທີ່​ອຸ​ດົມ​ສົມ​ບູນ ແລະ ໄດ້​ສຸມ​ຈິດ​ສຸມ​ໃຈ​ເຮັດ​ບົດ​ນິ​ພົນ​ຊຶ່ງ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ ຕ້ອງການ​ຢ່າງ​ເຕັມ​ສ່ວນ​ດ້ວຍ​ລະ​ດັບ​ການ​ສຶກ​ສາ ປະ​ລິນ​ຍາ​ເອກ​ຂະ​ແໜງວັດ​ທະ​ນະ​ທຳ​ວິ​ທະ​ຍາ ”

ອ້າຍບ່າວປະລິນຍາເອກ ຜາດອນ ອິນສະແຫວງ - ảnh 2                    

     ຜາ​ດອນ ອິນ​ສະ​ແຫວງໄດ້​ເລືອກ​ເອົາ​ການ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ຄອບ​ຄົວ​ຢູ່​ເມືອງ​ໄຊ, ແຂວງ​ອຸ​ດົມ​ໄຊ ທາງ​ພາກ​ເໜືອ​ຂອງ​ລາວ​ໃນ​ຮອບ​ເວ​ລາ 4 ປີ ຍ້ອນ​ມີ 2 ເຫດ​ຜົນ. ທີ 1 , ນີ້​ແມ່ນ​ບ້ານ​ເກີດ​ຂອງ​ລາວ, ທີ 2 , ນີ້​ແມ່ນ​ແຫ່ງ​ເຕົ້າ​ໂຮມຫຼາຍ​ຊົນ​ເຜົ່າ​ລາວ​ດຳ​ລົງ​ຊີ​ວິດ​ດ້ວຍ​ກັນ. ຫົວ​ເລື່ອງ​ຄົ້ນ​ຄ້​ວາ​ຕ້ອງ​ປະ​ຕິ​ບັດ​ຢູ່​ລາວ ແລະ ພັດ​ແມ່ນ​ແຂວງ​ເຂດ​ພູ​ດອຍ, ດັ່ງ​ນັ້ນ​ເພື່ອ​ເຮັດ​ສຳ​ເລັດ​ບົດ​ນິ​ພົນ​ປະ​ລີນ​ຍາ​ເອກ, ຜາ​ດອນ ອິນ​ສະ​ແຫວງຕ້ອງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກບໍ່​ໜ້ອຍ.


(ຜາ​ດອນ ອິນ​ສະ​ແຫວງ)

        ຜ່ານ​ການ​ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມເປັນ​ໄລ​ຍະ​ຍາວ​ ແລະ ໄດ້​ສ້າງ​ຄອບ​ຄົວ​ກັບ​ຄົນ​ຫວຽດ​ນາມ, ຜາ​ດອນ ອິນ​ສະ​ແຫວງສະ​ສົມໄດ້ຫຼາຍ​ຄວາມ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳຄອບ​ຄົວຫວຽດ​ນາມ, ຜ່ານນັ້ນ, ລາວ​ໄດ້​ມີ​ການ​ປຽບ​ທຽບ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ທີ່​ສຸດ​ຈາກສະ​ພາ​ໃຫ້​ຄະ​ແນນ.


(ຜາ​ດອນ ອິນ​ສະ​ແຫວງ)

         ໂດຍ​ແມ່ນ​ຜູ້​ຊ່ວຍ ຜາ​ດອນ ອິນ​ສະ​ແຫວງ ໃນ​ວິ​ວັດ​ການ​ເຮັດ​ບົດ​ນິ​ພົນ, ທ່ານນາງ ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ຈິ້ງ​ທິ​ມິນ​ດຶກ ຜູ້​ແນະ​ນຳ​ວິ​ທະ​ຍາ​ສາດ​ໄດ້​ຕີ​ລາ​ຄາ​ສູງຕໍ່​ຄວາມ​ສຸມ​ຈິດ​ສຸມ​ໃຈ​ຂອງ ຜາ​ດອນ​ໃຫ້​ແກ່​ບົດ​ນິ​ພົນ​ປະ​ລິນ​ຍາ​ເອກ. ທ່ານນາງ ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ຈິ້ງ​ທິ​ມິນ​ດຶກ ເວົ້າ​ວ່າ : 

    “ ນັກ​ຄົ້ນ​ຄ້​ວາ​ສາ​ມາດ​ແກ້​ໄຂ​ເປົ້າ​ໝາຍ​ຄົ້ນ​ຄ້​ວາ​ຂອງ​ຫົວ​ເລື່ອງ​ເປັນ​ຢ່າງ​ດີ. ນັກ​ຄົ້ນ​ຄ້ວ​າ​ໄດ້​ດຳ​ເນີນ​ການ​ສຳ​ພາດ​ຢ່າງ​ເລິກ​ເຊິ່ງ​ເພື່ອ​ເກັບ​ກຳ​ຂໍ້​ມູນ. ຊ້ຳ​ບໍ​ໜຳ​ເມື່ອ ສະ​ພາ​ໃຫ້​ຄະ​ແນນ​ປະ​ກອບ​ຄຳ​ເຫັນ​ວ່າ ຄວນ​ເກັບ​ກຳ​ບັນ​ດາ​ຄຳ​​ຜະ​ຫຍາ, ຄຳ​ສຸ​ພະ​ສິດກ່ຽວ​ກັບ​ການ​ປະ​ພຶດ​ໃນ​ຄອບ​ຄົວ​ນັ້ນ, ຜາ​ດອນ​ໄດ້​ເກັບ​ກຳ ແລະ ແປ​ເປັນ​ພາ​ສາ​ຫວຽດ. ໃນ​ຈຳ​ນວນ​ນັກ​ຄົ້ນ​ຄ້​ວາ​ລາວ ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຄີຍ​ເຮັດ​ວຽກ​ນັ້ນ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຜາ​ດອນ​ມີ​ຄວາມ​ສະ​ຫລາດ​ສະຫຼຽວ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ”

     ປະ​ຈຸ​ບັນ, ຜາ​ດອນ ພວມ​ປະ​ກອບ​ອາ​ຊີບ​ເປັນ​ຜູ້​ນຳ​ທ່ຽວ ແລະ ພາຍຫຼັງ​ປ້ອງ​ກັນບົດ​ນິ​ພົນປະ​ລິນ​ຍາ​ເອກ, ລາວ​ໝັ້ນ​ໝາຍ​ຈະ​ເປີດ​ກ້ວ​າງ​ການ​ດຳ​ເນີນ​ທຸ​ລະ​ກິດ​ທ່ອງ​ທ່ຽວ​ສາຍ ລາວ-ໄທ-ຫວຽດ​ນາມ, ດ້ວຍ​ລະ​ດັບ​ຄວາມ​ຮູ້​ຢ່າງ​ໝັ້ນ​ຄົງ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ແລະ ລາວນັ້ນ, ຫວັງ​ວ່າ ແຜນ​ການ​ຂອງ​ຜາ​ດອນ​ຈະ​ປະ​ສົບ​ຜົນ​ສຳ​ເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ