ອາຫານພະລາດຊະວັງ ແລະ ອາຫານພື້ນເມືອງຢູ່ເຫ້ວ

(VOVWORLD) -ອາຫານພະລາດຊະວັງ ແລະ ອາຫານພື້ນເມືອງຢູ່ເຫ້ວບໍ່ມີຫຼາຍຮູບຫຼາຍແບບຄືອາຫານການກິນຢູ່ພາກເໜືອ, ພາກໃຕ້, ອາຫານຢູ່ ເຫ້ວ ມີສີສັນຂອງເຂດດິນແດນທີ່ເຄີຍເປັນຕະຫຼາດຄັບຄາໜ້າແໜ້ນ, ປະຊາຊົນສຸພາບຮຽບຮ້ອຍ, ນິດໃສໃຈຄໍທີ່ດີ ແລະ ປະຢັດ. ຈຸດທີ່ເປັນເອກະລັກສະເພາະນີ້ໄດ້ເຮັດໃຫ້ອາຫານການກິນຢູ່ເຫ້ວ ໂດດເດັ່ນທີ່ສຸດ, ມີຄວາມດຶງດູດ ແລະ ຕິດອົກຕິດໃຈທຸກໆຄົນ.
ອາຫານພະລາດຊະວັງ ແລະ ອາຫານພື້ນເມືອງຢູ່ເຫ້ວ - ảnh 1 ເຍື່ອງອາຫານຂອງເຫ້ວ

        ອາຫານການກິນຢູ່ເຫ້ວ ມີຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ, ຈາກເຍື່ອງອາຫານທີ່ລຽບງ່າຍ, ທຳມະດາ ຕະຫຼອດຮອດບັນດາເຍື່ອງອາຫານໄດ້ຈັດຢູ່ໃນລະດັບສູງ. ໃນນັ້ນ, ບັນດາເຍື່ອງອາຫານໄດ້ຈັດຢູ່ໃນລະດັບສູງທີ່ສຸດແມ່ນອາຫານພະລາດຊະວັງ. ນັ້ນແມ່ນສິ່ງທີ່ຍອດຍິ່ງຂອງວັດທະນະທຳອາຫານການກິນ ຫວຽດນາມ ຍ້ອນມັນໄດ້ສະແດງໃຫ້ເຫັນຄວາມລະບຽບຮຽບຮ້ອຍ, ສູງສົ່ງ ແລະ ເຕັມໄປດ້ວຍກຳລັງດຶງດູດ. ພ້ອມກັນນັ້ນ, ຢູ່ ເຫ້ວ ຍັງມີອາຫານນັບຮ້ອຍເຍື່ອງອື່ນອີກນັ້ນແມ່ນອາຫານເຈ, ອາຫານພື້ນເມືອງ.  

        ວັດທະນະທຳອາຫານການກິນຢູ່ເຫ້ວ ບໍ່ພຽງແຕ່ແມ່ນສິລະປະໃນການປຸງແຕ່ງ, ນຳສະເໜີບັນດາເຍື່ອງອາຫານເທົ່ານັ້ນ ຫາກສູງກ່ວານັ້ນແມ່ນຄວາມສຳນຶກດ້ານທິດສະດີປັດຊະຍາ, ແນວຄິດກ່ຽວກັບຄວາມງາມໃນການຮັບປະທານອາຫານອີກດ້ວຍ. ທ່ານນາງ ຮ່ວາງທິຍືຮຸຍ, ນັກສິລະປະການດ້ານອາຫານການກິນ ເຫ້ວ, ໃຫ້ຮູ້ວ່າ:       “ອາຫານການກິນຢູ່ເຫ້ວມີຄຸນຄ່າທີ່ສຸດເພາະວ່ານັ້ນແມ່ນເຍື່ອງອາຫານທີ່ປຸງແຕ່ງມາຈາກເຂດດິນແດນເຊິ່ງຢູ່ບ່ອນນັ້ນບັນດາແມ່ຍິງໄດ້ຮັບການລ້ຽງດູ, ສຶກສາ ແລະ ບຳລຸງສ້າງ. ທີສອງແມ່ນ, ອາຫານຢູ່ເຫ້ວ ແມ່ນບັນດາເຍື່ອງອາຫານຢູ່ໃນເຂດດິນແດນທີ່ທຳມະຊາດໄດ້ດົນບັນດານໃຫ້ມີສິນພິເສດ ແລະ ແຊບນົວ. ແລະ ຍິ່ງໄປກ່ວານັ້ນແມ່ນ, ແຕ່ກ່ອນ ເຫ້ວ ແມ່ນພະລາດຊະວັງ ດັ່ງນັ້ນບັນດາຈຸດຍອດຍິ່ງຂອງອາຫານການກິນຢູ່ທົ່ວທຸກພາກຂອງປະເທດຊາດລ້ວນແຕ່ໄດ້ເຕົ້າໂຮມຢູ່ ເຫ້ວ ສະນັ້ນມັນໄດ້ຍົກລະດັບອາຫານເຫ້ວໃຫ້ມີລະດັບສູງກ່ວາເມື່ອທຽບໃສ່ບັນດາເຂດພາກໃນທົ່ວປະເທດ ຫວຽດນາມ.”

        ບໍ່ພຽງແຕ່ມີຄວາມພິເສດກ່ຽວກັບດ້ານຮູບການເທົ່ານັ້ນ, ບັນດາເຍື່ອງອາຫານເຫ້ວ ກໍ່ມີລັກສະນະພິເສດສະເພາະ, ປະທັບໃຈຍ້ອນເຄື່ອງປຸງແຕ່ງ. ເຄື່ອງປຸງແຕ່ງ, ພິເສດແມ່ນລົດເຜັດ, ເຮັດໃຫ້ເຍື່ອງອາຫານຢູ່ເຫ້ວ ມີຄວາມດຶງດູດ, ຕິດອົກຕິດໃຈ ແຕ່ກໍ່ບໍ່ນ້ອຍໜ້າສິ່ງທີ່ປົກປິດສຸພາບຮຽບຮ້ອຍຄືແມ່ຍິງເຫ້ວ.

        ສຳລັບຊາວ ເຫ້ວ ແລ້ວ, ຄາບເຂົ້າແຕ່ລະຄາບເກືອບຄືວ່າແມ່ນພິທີການພິເສດ. ຊາວເຫ້ວ ມີຄວາມສຸພາບຮຽບຮ້ອຍ, ມັນສະແດງອອກຜ່ານທຸກສິ່ງທຸກຢ່າງໄດ້ຈັດວາງໃນໂຕະອາຫານ. ເຖິງວ່າຄາບເຂົ້າຂອງຄອບຄົວມີຄວາມລຽບງ່າຍ ຫຼື ແມ່ນພາເຂົ້າໃນງານລ້ຽງດ້ວຍເຍື່ອງອາຫານທີ່ອຸດົມສົມບູນກໍ່ຕາມ, ແມ່ນບັນດາເຍື່ອງອາຫານເຫຼົ່ານັ້ນກໍ່ໄດ້ຈັດແຕ່ງໃສ່ຈານ, ຖ້ວຍຢ່າງງາມຕາອີກດ້ວຍ, ສຳລັບຜູ້ຮັບປະທານອາຫານຕ້ອງຮັກສາທ່ານັ່ງກິນແບບສຸພາບຮຽບຮ້ອຍ, ບໍ່ບົນແຊວ. ໃນເວລາກິນເຂົ້າ, ມີພຽງແຕ່ບັນດາເລື່ອງລາວມີເນື້ອຫາສາລະມີຄວາມມ່ວນຊື່ນເທົ່າຕໍ່ຈຶ່ງເວົ້າອອກມາໄດ້.

ອາຫານພະລາດຊະວັງ ແລະ ອາຫານພື້ນເມືອງຢູ່ເຫ້ວ - ảnh 2ການຈັດອາຫານກໍ່ສະແດງສິລະປະ

        ແຕ່ຫຼາຍປີມານີ້, ເຖິງວ່າສະພາບການມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ອາຫານການກິນຢູ່ເຫ້ວ ຍັງຮັກສາຈຸດທີ່ເປັນເອກະລັກສະເພາະຂອງຕົນ ແລະ ເກືອບຄືວ່າບໍ່ມີການປ່ຽນແປງ ຫຼື ບໍ່ຢາກປ່ຽນແປງ. ສ່ວນໜຶ່ງແມ່ນຍ້ອນນິດໃສໃຈຄໍຂອງຊາວເຫ້ວ, ເຂົາເຈົ້າຢາກຮັກສາຈຸດດັ້ງເດີມໄວ້ ແຕ່ສ່ວນໜຶ່ງແມ່ນຍ້ອນພື້ນຖານອາຫານການກິນຢູ່ເຫ້ວ ມີຄວາມເປັນເອກະລັກສະເພາະເກີນໄປ. ມັນບໍ່ຕ້ອງປ່ຽນແປງບໍ່ວ່າຕໍ່ສິ່ງໃດ, ມັນພຽງແຕ່ຕ້ອງການແຕ່ຕົວຂອງມັນເອງກໍ່ມີຄວາມຮັກສາຈຸດເກົ່າແກ່ ກໍ່ແມ່ນສິ່ງທີ່ດຶງດູດໃຈແລ້ວ. ນັກສິລະປິນ ດ້ານອາຫານການກິນເຫ້ວ ທ່ານນາງ ໂຕນໜືທິຮ່າ ໄດ້ແບ່ງປັນວ່າ:

        “ປະຈຸບັນ, ບັນດາເຍື່ອງອາຫານພະລາດຊະວັງ ແລະ ອາຫານພື້ນເມືອງເຫ້ວ ແມ່ນນັບມື້ນັບໄດ້ຮັບການເສີມຂະຫຍາຍ. ສັງຄົມສິວິໄລໄດ້ມີພາຫະນະເພື່ອໃຫ້ແມ່ຍິງ ເຫ້ວ ໄດ້ຖ່າຍທອດຝຶກແອບປຸງແຕ່ງບັນດາເຍື່ອງອາຫານເຫ້ວ ໄດ້ຢ່າງງ່າຍດາຍ. ຂ້າພະເຈົ້າຄິດວ່າ, ຖ້າເຂົາເຈົ້າຢາກແຕ່ງກິນຢ່າງລະອຽດ ແລະ ການແຕ່ງກິນທີ່ເຕັມໄປດ້ວຍຈິດວິນຍານຄືແມ່ຍິງເຫ້ວ ນັ້ນ, ເຂົາເຈົ້າຈະຊອກຮູ້ກ່ຽວກັບອາຫານການກິນໃນດິນແດນເຫ້ວ.”

        ພື້ນຖານດ້ານອາຫານການກິນ ເຫ້ວ ອຸດົມສົມບູນ, ມີລັກສະນະດ້ານຈິດໃຈແຕ່ກໍ່ລຽບງ່າຍ. ຖ້າເພື່ອນແມ່ນຜູ້ນິຍົມຄົ້ນຫາອາຫານການກິນນັ້ນ, ເຫ້ວ ຈະແມ່ນສະຖານທີ່ດີທີ່ສຸດສຳລັບເພື່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ