ຮູບພາບຫວຽດນາມໃນຕົ້ນສະຕະວັດທີ 20

ງານ​ວາງ​ສະ​ແດງ “ ຮູບ​ພາບ​ຫວຽດ​​ນາມໃນ​ຕົ້ນ​ສະ​ຕະ​ວັດ​ທີ 20 ຜ່ານ​ເອ​ກະ​ສານ​ວັດ​ຖຸ​ພັນ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຝ່າຍ​ຕາ​ເວັນ​ອອກ” ໂດຍ​ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ສົມ​ທົບ​ກັບ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຝ່າຍ​ຕາ​ເວັນ​ອອກຝະ​ລັ່ງ (EFEO)​ພວມຈັດ​​ຕັ້ງຂຶ້ນ​ຢູ່​ຮ່າ​ໂນ້ຍ ແລະ ຈະ​ແກ່​ຍາວ​ຮອດ​ເດືອນ 3/2015.

ຮູບພາບຫວຽດນາມໃນຕົ້ນສະຕະວັດທີ 20 - ảnh 1
ຮູບ​ຖ່າຍ​ກ່ຽວ​ກັບ​"ພິ​ທີ​ໄຫວ້​ບູ​ຊາ ນາມ​ຢາວ " ທີ່​ນຳ​ມາ​ວາງ​ສະ​ແດງ


   ປະ​ຈຸ​ບັນ, ຊຸດ​ຮູບ​ຖ່າຍກ່ຽວ​ກັບ​ຫວຽດ​ນາມ​ຂອງ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຝ່າຍ​ຕາ​ເວັນ​ອອກຝະ​ລັ່ງມີ​ປະ​ມານ 7000 ແຜ່ນ, ໃນ​ນັ້ນ ມີ​ເກືອບ 60 ແຜ່ນໄດ້​ເລືອກ​ເຟັ້ນ​ນຳ​ມາ​ວາງ​ສະ​ແດງ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ແມ່ນ​ບັນ​ດາ​ຮູບ​ຖ່າຍ​ທີ່​ມີ​ຄຸນ​ຄ່າ​ທາງ​ດ້ານ​ປະ​ຫວັດ​ສາດ ແລະ ມີ​ສິ​ລະ​ປະ​ເປັນ​ເອ​ກະ​ລັກ​ສະ​ເພາະ. ຮູບ​ຖ່າຍ​ເຫຼົ່າ​ນີ້ ໂດຍ​ແມ່ນ​ບັນ​ດາ​ນັກ​ຖ່າຍ​ຮູບ​ສັງ​ກັດ​ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຝ່າຍ​ຕາ​ເວັນ​ອອກຝະ​ລັ່ງປະ​ຕິ​ບັດ​ດ້ວຍ​ວິ​ທີ​ໃຊ້​ເຕັກ​ນິກ​ສະ​ໄໝ​ເກົ່າ. ບັນ​ດາ​ຮູບ​ຖ່າຍນີ້ ໄດ້​ຖືກ​ດັດ​ແປງ​ດ້ວຍ​ເຕັກ​ນິກ​ດີ​ຈີ​ຕອນ​ເພື່ອ​ຟື້ນ​ຟູ​ຮູບ​ຖ່າຍ. ທ່ານ Yves Goudineau ຜູ້​ອຳ​ນວຍ​ການ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຝ່າຍ​ຕາ​ເວັນ​ອອກຝະ​ລັ່ງ ໃຫ້​ຮູ້​ວ່າ : 

   “  ງານ​ວາງ​ສະ​ແດງໄດ້​ແນະ​ນຳ​ກ່ຽວ​ກັບຮູບ​ພາບ​ຫວຽດ​​ນາມໃນ​ຕົ້ນ​ສະ​ຕະ​ວັດ​ທີ 20. ຮູບ​ຖ່າຍ​ເຫຼົ່າ​ນີ້​ຖືກ​ບັນ​ດາ​ຜູ້​ຄົນ​ຊາວ​ຝະ​ລັ່ງ​ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມ​ໃນ​ສະ​ໄໝ​ນັ້ນ​ຖ່າຍ​ເອົາ. ເຂົາ​ເຈົ້າ​ແມ່ນ​ບັນ​ດາ​ຜູ້​ຄົນ​ຢູ່​ຫວຽດ​ນາມ​ເປັນ​ເວ​ລາ​ດົນ​ນານ, ຮູ້​ພາ​ສາ​ຫວຽດ​ດີ ແລະ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ. ບັນ​ດາ​ຮູບ​ຖ່າຍ​ເກົ່າ​ທີ່​ສຸດນັ້ນ ໄດ້​ຖືກ​​ປະ​ຕິ​ບັດກ່ອນນີ້ 100 ປີ, ຫຼ້າ​ສຸດ​ກໍ​ກ່ອນນີ້ 85 ປີ. ເມື່ອ​ທຽບ​ໃສ່​ການ​ດຳ​ລົງ​ຊີ​ວິດ​ປະ​ຈຸ​ບັນ, ແມ່ນ​ແຕກ​ຕ່າງ​ກັນຫຼາຍ”

     ບັນ​ດາ​ຮູບ​ຖ່າຍ​ທີ່​ນຳ​ມາ​ວາງ​ສະ​ແດງ​ທີ່ ງານ​ວາງ​ສະ​ແດງ “ ຮູບ​ພາບ​ຫວຽດ​​ນາມໃນ​ຕົ້ນ​ສະ​ຕະ​ວັດ​ທີ 20” ຖືກ​ຈັດ​ແບ່ງ​ເປັນ 4 ເນື້ອ​ໃນ​ເຊັ່ນ : ບູ​ຮານ​ຄະ​ດີ, ການກໍ່​ສ້າງ​ບັນ​ດາ​ຫໍ​ພິ​ພິ​ທະ​ພັນ, ການ​ດຳ​ລົງ​ຊີ​ວິດຢູ່​ຫວຽດ​ນາມ​ໄລ​ຍະ​ຕົ້ນ​ສະ​ຕະ​ວັດ​ທີ 20 ແລະ ພິ​ທີ​ໄຫວ້​ບູ​ຊາ ນາມ​ຢາວ. ທ່ານ Leon Vandermeerch, ອາ​ດີດ​ຜູ້​ອຳ​ນວຍ​ການ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຝ່າຍ​ຕາ​ເວັນ​ອອກຝະ​ລັ່ງ ໃຫ້​ຮູ້​ວ່າ

  “ ຂ້າ​ພະ​ເຈົ້າແມ່ນ​ຜູ້​ຮັບ​ຜິດ​ຊອບ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຝ່າຍ​ຕາ​ເວັນ​ອອກຝະ​ລັ່ງ ຂະ​ນະ​ທີ່​ອອກ​ຈາກ​ຫວຽດ​ນາມ​ໃນ​ປີ 1957. ຮອດ​ປີ 1953, ເມື່ອ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຝ່າຍ​ຕາ​ເວັນ​ອອກຝະ​ລັ່ງ​ເປີດ​ປະ​ຕູ​ຄືນ​ໃໝ່​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ກັບ​ຄື​ມາ​ເປັນ​ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິ​ທະ​ພັນ. ເມື່ອ​ຈັດ​ຕັ້ງ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຢູ່​ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ກັບ​ມາ​ເຂົ້າ​ຮ່ວມ. ມື້ນີ້​ໄດ້​ມາ​ຮ່ວມ​ງານ​ວາງ​ສະ​ແດງ, ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ຫວນ​ຄືນ​ພາບ​ພົດ​ຂອງ​ຮ່າ​ໂນ້ຍ​ເມື່ອ​ກ່ອນນີ້ ຊຶ່ງ​ແມ່ນ​ແຫ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຄີຍ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຈາກ​ທຸກໆ​ຄົນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ສຸກ​ທີ່​ສຸດ ”

   ນອກ​ຈາກ​ບັນ​ດາ​ຮູບ​ຖ່າຍ​ດັ່ງ​ກ່າວ, ງານ​ວາງ​ສະ​ແດງ​ຍັງ​ໄດ້​ວາງ​ສະ​ແດງວັດ​ຖຸ​ພັນ 50 ຢ່າງ​ຂອງ ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ ຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ການ​ເຄ​ື່ອນ​ໄຫວດ້ານ​ບູ​ຮານ​ຄະ​ດີ, ການ​ຄົ້ນ​ຄ້​ວາ​ຂອງ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຝ່າຍ​ຕາ​ເວັນ​ອອກຝະ​ລັ່ງ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຫວຽດ​ນາມ ພ້ອມ​ກັບ​ວັດ​ຖຸ​ພັນ​ບາງ​ຢ່າງ​ທີ່​ພົ້ນ​ເດັ່ນ​ຂອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຮ່​ວາ​ບີງ, ບັກ​ເຊີນ, ຈຳ​ປາ, ຊາ​ຮີ່ງ……ໂດຍ​ບັນ​ດາ​ນັກ​ຮຽນ​ຮູ້​ສະ​ໄໝ​ກ່ອນ​ໄດ້​ຄົ້ນ​ພົບ. ທ່ານ​ຫງວຽນ​ວັນ​ເກືອງ ຜູ້​ອຳ​ນວຍ​ການ ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຫວຽດ​ນາມ​ໃຫ້​ຮູ້​ວ່າ : 

   “  ຄຸນ​ນະ​ພາບ​ບັນ​ດາ​ວັດ​ຖຸ​ພັນ ແລະ ບັນ​ດາ​ສິ່ງ​ພິມ​ລ້ວນ​ແຕ່​ໄດ້​ຖືກ​ເກັບ​ຮັກ​ສາເປັນ​ຢ່າງ​ດີ ເຖິງວ່າ​ມັນ​ໄດ້​ຄົງ​ຕົວ​ມາ​ເປັນ​ເວ​ລາຮ້ອຍ​ປີ. ມີ​ບັນ​ດາ​ຮູບ​ຖ່າຍ​ກ່ຽວ​ກັບ​ບັ​ນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຊາດ ຊຶ່ງ​ມາ​ຮອດ​ປະ​ຈຸ​ບັນ​ພວກ​ເຮົາ​ບໍ່​ເຫັນ​ອີກແລ້ວຍ້ອນ​ສົງ​ຄາມ ແລະ ການ​ເວ​ລາ. ງານ​ວາງ​ສະ​ແດງ​ນີ້​ກໍ​ເປັນ​ການ​ຊ່ວຍ​ໃຫ້​ພວ​ກ​ເຮົາ​ຄຳ​ນຶງ​ເຖິງ​ການ​ອະ​ນຸ​ລັກ​ຮັກ​ສາ ບັ​ນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຊາດ” .

ຕອບກັບ

ຂ່າວ/ບົດ​ອື່ນ