“ຮ່ອງຮອຍເດີມ, ເລື່ອງເກົ່າກ່ຽວກັບທັງລອງ - ຮ່າໂນ້ຍ“-ສາງມໍລະດົກ


 (vovworld) - ມີ 100 ກວ່າ​ເລື່ອງ​ລາວ​ກ່ຽວ​ກັບ​ຮ່ອງຮອຍ​ທີ່​ຍັງ​ຄົງ​ຮັກສາ​ໄວ້ ​ຫຼື ​ໄດ້​ເສື່ອ​ມຫາຍ​ໄປ​ແລ້ວ; ບັນດາ​ເຫດການ ​ແລະ ຄົນ​ແທ້​ຂອງ​ທັງ​ລອງ - ຮ່າ​ໂນ້ຍ ​ໄດ້​ຫັນ​ເປັນ​ເລື່ອງ​​ພື້ນ​ເມືອງ, ​ເທບ​ນິຍາຍ, ກາຍ​ເປັນຄວາມ​ເອກອ້າງ​ທະ​ນົງ​ໃຈ​​ຂອງ​ຮ່າ​ໂນ້ຍ, ​ເຊິ່ງ​ໄດ້​ຮັບ​ການ “​ເລ່ົາ“ ​ໃນ​ປື້​ມທີ່​ມີ​ຊື່ວ່າ: “ຮ່ອງຮອຍ​ເດີມ, ​ເລື່ອງ​ເກົ່າ​ກ່ຽວ​ກັບ​ທັງ​ລອງ - ຮ່າ​ໂນ້ຍ“.

“ຮ່ອງຮອຍເດີມ, ເລື່ອງເກົ່າກ່ຽວກັບທັງລອງ - ຮ່າໂນ້ຍ“-ສາງມໍລະດົກ - ảnh 1

ປື້​ມ “ຮ່ອງຮອຍ​ເດີມ, ​ເລື່ອງ​ເກົ່າ​ກ່ຽວ​ກັບ​ທັງ​ລອງ - ຮ່າ​ໂນ້ຍ“

        ຜ່ານ​ປະຫວັດສາດ​ນັບ​ພັນ​ປີ. ດິນ​ແດນ​ແຫ່ງ​ສັກສິດ​ ຮ່າ​ໂນ້ຍຍັງ​ຄົງ​ຮັກສາ​ຮ່ອງຮອຍ​ຫຼາຍ​ຢ່າງ. ສະ​ເພາະຢູ່​ອ້ອມ​ພູ ຕານ​ວຽນ ກໍ່​ມີ​ຮ່ອງ​ຮອຍ​ຫຼາຍ​ຢ່າງ​ເຊັ່ນ, ຫາດ​​ເກີ​ມ​ເຮີຍ (​ເມັດ​ເຂົ້າ​ຕົກ), ພູ​ແຈ້, ພູ​ແຈ້​ດຸ່ງ, ໜອງ​ວົວ (ໜອງ​ເຈົ້າ​ຊີວິດ) ຫຼື ບຶງ​ເດື້​ອງ… ຢູ່ ຊອກ​ເຊີນ, ບັນດາ​ຮ່ອງຮອຍ​ກ່ຽວ​ກັບ ຟູ່ດົງ​ທຽນ​ເວື​ອງ ​ໄດ້​ຝັງ​ເລິກ​ໃນຫົວ​ໃຈ​ຂອງ​ປະຊາຊົນ​ແຕ່ລະຄົນ. ທຸກ​ຄົນ​ຕ່າງ​ກໍ່​ຮູ້ຈັກ​ບັນດາ​ແຫ່ງ​ທີ່ ​ແທ໋ງຢ໋ອງ ​ໄປ​ຜ່ານ, ​ເຊັ່ນ: ຈອ​ມ “ແກວ“ - ​ເຊິ່ງ​ແມ່ນ​ແຫ່ງ ​ແທ໋ງຢ໋ອງ ກິນ​ເຂົ້າ​ປັ້ນ; ຫຼື​ບ່ອນ ​ແທ໋ງຢ໋ອງ ພ້ອມ​ກັບ​ມ້າ​ຢຸດ​ເຊົາມຸ່ງ​ໜ້າ​ສູ່​ບ້ານ​ແມ່​ກ່ອນ​ທີ່​ປ່ຽນ​ຕົວ.

        ​ເມື່ອ​ອ່ານ​ປື້​ມ “ຮ່ອງຮອຍ​ເດີມ, ​ເລື່ອງ​ເກົ່າ​ກ່ຽວ​ກັບ​ທັງ​ລອງ - ຮ່າ​ໂນ້ຍ“ ກໍ່​ເຫັນ​ວ່າ, ດິນ​ແດນ​ທັງ​ລອງ, ຮ່າ​ໂນ້ຍ ​ແຕ່​ລະ​ນີ້ວ ​ມີຮ່ອງຮອຍທີ່​ມີ​ມາ​ນັບ​ພັນ​ປີ​ຫຼາຍ​​ຢ່າງ, ມີ​ບາງ​ຮ່ອງຮອຍ​ໄດ້​ເສື່ອ​ມຫາຍ​ໄປ​ແລ້ວ, ​ແຕ່​ມັນ​ຍັງ​ຄົງ​ຝັງ​ເລິກ​ໃນ​ຈິດ​ໃຈ​ຂອງ​ຜູ້​ເຖົ້າ​ ຮ່າ​ໂນ້ຍຢູ່. ນັບ​ແຕ່ພູ​ນຸ່ງ, ​ແມ່​ນຳ້​ໂຕ​ລິກ, ຕະຫຼອດ​ຮອດປູຊະນີຍະສະຖານ ລວາ​ແທ່ງ, ພະລາດ​ຊະ​ວັງ… ລ້ວນ​ແຕ່​ຕິດ​ພັນ​ກັບ​ເລື່ອງ​ລາວ​ຕ່າງໆ. ​ໂອ​ອົງ​ໝາກ ​ແມ່ນ​ຕິດ​ພັນ​ກັບ ອໍລະຫັນ ໝາກ​ດິງຈີ, ​ເດິ່ມມື​ກ ຕິດ​ພັນ​ກັບ​​ເລື່ອງ​ນັກຮຽນ​ຂອງ​ອາຈານ ຈູ​ວັນ​ອານ, ​ເຮືອນ​ໂກງ​ວຽດ ຕິດ​ພັນ​ກັບ​ນັກ​ກະວີ​ຜູ້​ມີ​ຊື່​ສຽງ, ທ່ານ​ນາງ ​ໂຮ່ຊວນ​ເຮືອງ… ​ແລະ ບັນດາ​ຮ່ອງຮອຍ​ອື່ນໆ​ເຊັ່ນ: ​ໂນນ​ບ່າ​ແດ (ຮ່າ​ດົງ), ຫາດ​ກ໋າວ (ບ່ອນ​ສັງຫານ​ອາດ​ສະ​ຍາກ​ອນ​ໃນ​ເມື່ອ​ກອນ - ປະຈຸ​ບັນ​ແມ່ນ​ໂຮງໝໍ ​ແຊງ​ໂປ​ນ), ຫາດ ໝາ​ວອຍ, ພູ​ວົວ (ພູ​ເຈົ້າ​ຊີວິດ), ພູ​ຈາ​ຍ, ຕະຫຼາດ​ທ່ານ​ຢ໋າມ… ລ້ວນ​ແຕ່​​ໄດ້​ເຕື້ອງ​ເຖິງ​ໃນ​ປື້​ມດັ່ງ​ກ່າວ.

        ຄຽງ​ຂ້າງ​ບັນດາ​ຮ່ອງຮອຍ​ຂອງ ຮ່າ​ໂນ້ຍ, ປື້​ມຫົວ​ນີ້​ຍັງ​ພັນ​ລະນາ​ເຖິງ​ຊາວ ທັງ​ລອງ ຢ່າງ​ຈະ​ແຈ້ງ, ນັ້ນ​ແມ່ນ ໂຕ​ຫ໋ຽນ​ແທ່ງ; ໝາກ​ດິ້ງ​ຈີ; ກາດ​ວັນ​ຕູ້ຍ, ຢາງ​ວັນ​ມິ​ງ ​ແລະ ບັນດາ​ຄູ​ອາຈານ​ຜູ້​ມີ​ຊື່​ສຽງ​ເຊັ່ນ, ຈູ​ວັນ​ອານ, ຫວູ​ແທ້ງ; ບັນດາ​ທ່ານໝໍ​ທີ່​ສຸດ​ຈິດ​ສຸດ​ໃຈ​ກັບ​ຄົນ​ເຈັບຄື: ທ່ານໝໍ ຟ້າ​ມກົງ​ເບິນ, ບັນດາ​ແມ່ຍິງ​ຜູ້​ສະຫຼາດ​ສະຫຼຽວ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​. ສາ​ສະ​ດາ​ຈານ - ດຣ ​ໂດ້ທິຫາວ, ປະທານ​ສະມາຄົມ​ວັນນະ​ສິນ​ພື້ນ​ເມືອງ ຮ່າ​ໂນ້ຍ. ​ຫົວໜ້າ​ຄະນະ​ຮຽບຮຽງ​ປື້​ມຫົວ​ນີ້​ໃຫ້​ຮູ້​ວ່າ: ​ໃນ​ປື້​ມ “ຮ່ອງຮອຍ​ເດີມ, ​ເລື່ອງ​ເກົ່າ​ກ່ຽວ​ກັບ​ທັງ​ລອງ - ຮ່າ​ໂນ້ຍ“ ລວມມີ​ບັນດາ​ເລື່ອງ​ລາວ​ທີ່​ເຄີບ​ປະກາດ​ແລ້ວ​ເຊັ່ນ, ​ເລື່ອງ​ລາວ​ກ່ຽວ​ກັບ​ທັງ​ລອງ, ຕານ​ວຽນ​ເຊີນ ​ເຂດ​ວັດທະນະທຳ​ມະຫັດສະຈັນ ​ແລະ ມີ​ຫຼາຍ​ເລື່ອງ​ຫາ​ກໍ​ໄດ້​ຮັບ​ການ​ຮຽບຮຽງ ​ແລະ ປະກາດ​ເປັນ​ເທື່ອ​ທຳ​ອິດ. ​ເລື່ອງ​ລາວ 100 ​ເລື່ອງ​ແມ່ນ 100 ​ເຫດການ​ທີ່​ດຳ​ເນີນ​ໃນ​ດິນ​ແດນ​ທັງ​ລອງ, ​ແລະ ​ເລື່ອງ​ລາວ​ກ່ຽວ​ກັບ​ຊາວ ທັງ​ລອງ​ໃນ​ຕະຫຼອດ​ໄລຍະ​ປະຫວັດ​ສາ​ດນັບ​ພັນ​ປີ. ບັນດາ​ເລື່ອງ​ລາວ​ໃນ​ປື້​ມນີ້​ສ່ອງ​ແສງ​ໃຫ້​ເຫັນ​ດິນ​ແດນ​ທັງ​ລອງແຫ່ງ​ສັກກະ​ລະ​ບູຊາ, ຜ່າ​ເຜີຍ ​ແລະ ຊາວ​ທັງ​ລອງ ຢ່າງ​ມີ​ຊີວິດ​ຊີວາ, ດ້ວຍຄວາມ​ມຸ້ງ​ຫວັງຢາກ​ມຸ່ງ​​ໄປ​ເຖິງ​ສິ່ງ​ທີ່​ດີງາມ, ສັດຊື່ບໍລິສຸດ​ຂອງ​ເຂົາ​ເຈົ້າ​.

        ອາ​ດ​ເວົ້າ​ໄດ້​ວ່າ, ​ເລື່ອງ​ສະ​ເໜີ​ຕົວ​ປື້​ມຫົວ​ນີ້ ​ແມ່ນຜົນສຳ​ເລັດ​ຂອງ​ສະມາຄົມ​ວັນນະ​ສິນ​ພື້ນ​ເມືອງ ຮ່າ​ໂນ້ຍ ​ໃນ​​ແຜນການ​ຮຽບຮຽງ​ວັດທະນະທຳ​ພື້ນ​ເມືອງ​ເພື່ອ​ອະນຸລັກ​ຮັກສາ​ວັດທະນະທຳ​ອັນ​ດີງາມຂອງ​ຈ່າງ​ອານ.

ຕອບກັບ

ຂ່າວ/ບົດ​ອື່ນ