ຮ້ານຂາຍເຂົ້າກຸສົນດ້ວຍລາຄາ 2.000 ດົ່ງ - ຊ່ວຍໃຫ້ຜູ້ທຸກຍາກມີຄວາມອົບອຸ່ນກ່ວາ

(VOVWORLD) - ຮ້ານຂາຍເຂົ້າກຸສົນດ້ວຍລາຄາຈານລະ 2.000 ດົ່ງທີ່ຕັ້ງຢູ່ຖະໜົນ ຢ໊າຍຟ໊ອງ, ຮ່າໂນ້ຍ ໄດ້ເປີດຂາຍໃນຕອນທ່ຽງຂອງທຸກໆວັນເສົາ. ເຖິງວ່າ, ຮ້ານຂາຍເຂົ້າແຫ່ງນີ້ຫາກໍ່ມາໄດ້ປະມານ 2 3 ເດືອນມານີ້ກໍ່ຕາມ ແຕ່ກໍ່ໄດ້ຮັບຄວາມສົນໃຈຈາກປະຊາຊົນຫຼາຍທີ່ສຸດ.
ຮ້ານຂາຍເຂົ້າກຸສົນດ້ວຍລາຄາ 2.000 ດົ່ງ - ຊ່ວຍໃຫ້ຜູ້ທຸກຍາກມີຄວາມອົບອຸ່ນກ່ວາ - ảnh 1ປະຊາຊົນກິນເຂົ້າຢູ່ຮ້າຍດ້ວຍລາຄາ 2.000 ດົ່ງ/ຈານ

ບັນດາຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ເຈັບປວຍ, ຜູ້ອອກແຮງງານ… ຕ່າງກໍ່ມີຄວາມຕື້ນຕັນໃຈເມື່ອໄດ້ກິນເຂົ້າດ້ວຍລາຄາຖືກກ່ວາລາຄາຊື້ຜັກມັດໜຶ່ງ ຢູ່ໃນກາງນະຄອນຫຼວງ ຮ່າໂນ້ຍ, ບ່ອນທີ່ມີລະດັບຄອງຊີບສູງ.

        ເຮືອນເລກທີ 381 ຖະໜົນ ຢ໊າຍຟ່ອງ ເຄີຍແມ່ນຮ້ານຂາຍເຄື່ອງຂອງຮັບໃຊ້ການບູຊາ. ນັບແຕ່ຕົ້ນເດືອນ ກໍລະກົດມານີ້, ໃນຕອນທ່ຽງຂອງທຸກໆວັນເສົາແຕ່ລະອາທິດ, ຮ້ານແຫ່ງນີ້ເປັນທີ່ຮູ້ຈັກກັນດີແມ່ນຮ້ານຂາຍເຂົ້າກຸສົນ ອານຟຸກ. ຢູ່ໜ້າຮ້ານມີປ້າຍໃຫຍ່, ມີແຖວໜັງສືສີແດງຂຽນວ່າ “ຮ້ານຂາຍເຂົ້າ ອານຟຸກ ລາຄາ 2.000 ດົ່ງ”. ເວລາ 8 – 9 ໂມງ; ທຸກຄົນໃນກຸ່ມທຳການກຸສົນ ອານຟຸກ ໄດ້ຫ້າງຫາກະກຽມຖາດໃສ່ເຂົ້າ, ເຄື່ອງກິນ ແລະ ນ້ຳດື່ມໄປວາງໄວ້ຢູ່ເທິງໂຕະ 3 ໜ່ວຍທີ່ຕັ້ງຢູ່ໃນເຮືອນ, ເພື່ອກະກຽມຄາບເຂົ້າທ່ຽງຮັບໃຊ້ບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ.

        ເຖິງວ່າຮອດເວລາ 11ໂມງ00 ຮ້ານຈຶ່ງໄດ້ເປີດປະຕູຮັບແຂກຢ່າງເປັນທາງການ, ແຕ່ກ່ອນນັ້ນ, ກໍ່ມີຜູ້ມາຢືນລຽນແຖວຢູ່ນອກປະຕູຮ້ານຈຳນວນໜຶ່ງແລ້ວເພື່ອລໍຖ້າຊື້ເຂົ້າ. ກ່ອນທີ່ຈະເຂົ້າຮ້ານ, ແຕ່ລະຄົນຈະໄດ້ຮັບບັດຊື້ເຂົ້າຕາມລຳດັບໂດຍບັນດານັກອາສາສະໝັກມອບໃຫ້. ເອື້ອຍ ຫງວຽນທິເວີນ ແລະ ປ້າ ເຈິ່ນທິລີ໋ ພວມມີຄົນໃນຄອບຄົວກຳລັງ ປິ່ນປົວພະຍາດຢູ່ໂຮງໝໍ ແບັກມາຍ ໄດ້ມາລຽນແຖວຊື້ເຂົ້າແຕ່ເວລາ 10 ໂມງເຄິ່ງ, ໄດ້ແບ່ງປັນວ່າ:

        “ບ້ານຂ້າພະເຈົ້າຢູ່ ທ໊າຍບີ່ງ, ລູກຊາຍພວມຜ່າຕັດ ແລະ ປິ່ນປົວຢູ່ໂຮງໝໍຄ່າໃຊ້ຈ່າຍແມ່ນແພງຫຼາຍ, ເສດຖະກິດຄອບຄົວກໍ່ປະສົບກັບຄວາມຫຍຸ້ງຍາກ ດັ່ງນັ້ນເມື່ອຊື້ເຂົ້າດ້ວຍລາຄາຖືກຄືແນວນີ້ເຮັດໃຫ້ພວກຂ້າພະເຈົ້າຮູ້ບຸນຄຸນຂອງພວກອ້າຍເອື້ອຍທີ່ເຮັດວຽກງານການກຸສົນນີ້ຫຼາຍທີ່ສຸດ.”

        “ເຂົ້າຢູ່ນີ້ແຊບ ແລະ ອາຫານກິນກໍ່ຫຼາຍ. ຜົວຂອງຂ້ອຍເປັນພະຍາດລາວມັກກິນເຂົ້າຢູ່ຮ້ານນີ້ທີ່ສຸດ. ນອກຈາກນັ້ນ, ລາຄາກໍ່ຖືກແດ່, ດັ່ງນັ້ນຈຶ່ງຊ່ວຍໃຫ້ຄອບຄົບຂ້າພະເຈົ້າປະຢັດເງິນໄດ້ສ່ວນໃດສ່ວນໜຶ່ງເພື່ອເອົາໄວ້ຈ່າຍຄ່າປິ່ນປົວ. ພວກຫຼານທີ່ເຮັດວຽກຢູ່ນີ້ກໍ່ມີຄວາມສຸດຈິດສຸດໃຈຫຼາຍ.”

ຮ້ານຂາຍເຂົ້າກຸສົນດ້ວຍລາຄາ 2.000 ດົ່ງ - ຊ່ວຍໃຫ້ຜູ້ທຸກຍາກມີຄວາມອົບອຸ່ນກ່ວາ - ảnh 2 ພາບປະກອບ

        ເພື່ອກະກຽມເຂົ້າ ແລະ ອາຫານໃຫ້ໄດ້ 200 ຖາດ, ແຕ່ເຊົ້າໆ, ບັນດານັກອາສາສະໝັກໄດ້ຈັດແບ່ງຜູ້ລະວຽກ, ຜູ້ໄປຕະຫຼາດຊື້ເຄື່ອງ, ຜູ້ກະກຽມປຸງແຕ່ງເຄື່ອງກິນ… ບັນດາເຍື່ອງອາຫານ ແລະ ເຂົ້າຖາດໜຶ່ງນັ້ນລວມມີ: ເຂົ້າ, ເຕົາຮູ້, ຊີ້ນໝູ, ກຸ້ງ, ຜັກ… ຕາມປົກກະຕິແລ້ວ, ເຂົ້າກັບຂອງກິນຖາດໜຶ່ງຄືແນວນີ້ຈະມີລາຄາປະມານ 30.000 ດົ່ງ. ອ້າຍ ຈູວຽດຮ່າ, ຫົວໜ້າສະໂມສອນການກຸສົນ ອານຟຸກ, ໃຫ້ຮູ້ວ່າ:

        “ເຂົ້າຄາບໜຶ່ງລາຄາ 2000 ດົ່ງນີ້ແມ່ນລາຄາຂາຍທີ່ເປັນສັນຍາລັກໃຫ້ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກເວລາມາຊື້ນຳພວກຂ້າພະເຈົ້າບໍ່ຕ້ອງມີຄວາມເປັນຫ່ວງ. ພວກຂ້າພະເຈົ້າໄດ້ຕັ້ງຫີບໄວ້ໜຶ່ງຢູ່ປະຕູທາງເຂົ້າ, ຜູ້ໃດມາກິນເຂົ້າກໍ່ສາມາດປ່ອຍເງິນໃສ່ຫີບ ຫຼື ບໍ່ໃສ່ກະໄດ້, ຕາມໃຈເຂົາເຈົ້າ. ພວກຂ້າພະເຈົ້າພວມມານະພະຍາຍາມຈຳເປີດຂາຍໃນວັນອາທິດຕື່ມອີກ, ເພື່ອອາດຈະນຳມາເຊິ່ງຄາບເຂົ້າມີຄຸນນະພາບ, ມີທາດບຳລຸງ, ແຊບນົວໃຫ້ແກ່ບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃຫ້ຫຼາຍກ່ວາອີກ.”

        ມີຫຼາຍຄົນໄດ້ຮູ້ຈັກເຖິງຮ້ານຂາຍເຂົ້າແຫ່ງນີ້, ຜ່ານການບອກເລົ່າ ແລະ ກໍ່ຊວນກັນມາຊື້ເຂົ້າຢູ່ຮ້ານນີ້ທັງຖືກທັງແຊບ. ຮ້ານຂາຍເຂົ້າແຫ່ງນີ້ຄ່ອຍໆກາຍເປັນສະຖານທີ່ລື້ງເຄີຍຂອງຄົນເຈັບ, ຜູ້ເລາະຂາຍເຄື່ອງ, ຜູ້ປະສົບກັບຄວາມຫຍຸ້ງຍາກ…

        ຮອດຈຸດເວລານີ້, ຮ້ານຂາຍເຂົ້າກຸສົນ ອານຟຸກ ໄດ້ສະໜອງເຂົ້າ ແລະ ອາຫານນັບພັນໆຖາດໃຫ້ແກ່ບັນດາຄົນເຈັບ, ບັນດາຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ. ແລະ ຫວັງວ່າ, ຮູບແບບເຂົ້າກຸສົນດ້ວຍລາຄາຖາດລະ 2000 ດົ່ງນີ້ຈະສືບຕໍ່ໄດ້ເປີດຢູ່ຫຼາຍບ່ອນກ່ວາອີກເພື່ອຊ່ວຍໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກມີຄວາມອົບອຸ່ນກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ