ຮ້າລອງ-ມໍລະດົກ,ມະຫັດສະຈັນ-ຈຸດນັດພົບທີ່ໃກ້ຊິດສະໜິດສະໜົມ

(VOVWORLD) -ພິທີໄຂ Carnaval ຮ້າລອງ 2018 ແລະ ປີທ່ອງທ່ຽວແຫ່ງຊາດ 2018 - ຮ້າລອງ - ກວາງນິງ ດ້ວຍຫົວຂໍ້ວ່າ “ຮ້າລອງ-ມໍລະດົກ, ມະຫັດສະຈັນ-ຈຸດນັດພົບທີ່ໃກ້ຊິດສະໜິດສະໜົມ” ໄດ້ໄຂຂຶ້ນໃນເດືອນຜ່ານມາຢູ່ນະຄອນຮ້າລອງ. ນີ້ແມ່ນຄັ້ງທີ 2 ທີ່ແຂວງກວາງນິງ ໄດ້ເປັນເຈົ້າພາບຈັດປີທ່ອງທ່ຽວແຫ່ງຊາດ ແລະ ແມ່ນກາລະໂອກາດເພື່ອໃຫ້ແຂວງກວາງນິງ ຍູ້ແຮງສົ່ງເສີມການທ່ອງທ່ຽວ, ໂຄສະນາມໍລະດົກອ່າວຮ້າລອງ ເຖິງເພື່ອນມິດສາກົນ.

ຮ້າລອງ-ມໍລະດົກ,ມະຫັດສະຈັນ-ຈຸດນັດພົບທີ່ໃກ້ຊິດສະໜິດສະໜົມ - ảnh 1 ຮ້າລອງ-ມໍລະດົກ,ມະຫັດສະຈັນ-ຈຸດນັດພົບທີ່ໃກ້ຊິດສະໜິດສະໜົມ

(ພາບປະກອບອີນເຕີແນັດ)

ປີທ່ອງທ່ຽວແຫ່ງຊາດ 2018 - ຮ້າລອງ - ກວາງນິງ ແລະ ລາຍການ Carnaval ຮ້າລອງ 2018 ລວມມີ 100 ເຫດການ ຖືກດຳເນີນໃນຕະຫຼອດປີ 2018 ຈົນຮອດເດືອນມັງກອນ 2019 ໂດຍແຂວງກວາງນິງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ບາງແຂວງ, ນະຄອນໃນທົ່ວປະເທດສົມທົບກັນຈັດຕັ້ງ. ທ່ານນາງ ຫວູທິທູຖຸຍ, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນິງໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 2 ທີ່ແຂວງກວາງນິງ ໄດ້ເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ. ປີນີ້, ແຂວງກວາງນິງ ຈັດຕັ້ງບັນດາເຫດການຢູ່ 14 ເມືອງ, ເທດສະບານເມືອງຂອງແຂວງ. ເພື່ອກະກຽມໃຫ້ເຫດການດັ່ງກ່າວ, ແຂວງກວາງນິງ ໄດ້ສຳເລັດເລື່ອງກະກຽມດ້ານວັດຖຸ, ລະບົບທີ່ພັກອາໄສ; ຍົກສູງຄຸນນະພາບການບໍລິການດ້ານທ່ອງທ່ຽວ.

        “ເຊິ່ງແມ່ນທ້ອງຖິ່ນເປັນເຈົ້າພາບຈັດປີທ່ອງທ່ຽວແຫ່ງຊາດ, ແຂວງກວາງນິງ ໄດ້ກຳນົດການຈັດຕັ້ງຢ່າງຄົບຊຸດບັນດາຂອດບຸກທະລຸແມ່ນພັດທະນາພື້ນຖານໂຄງລ່າງ, ປະຕິຮູບລະບອບລະບຽບການ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບເສດຖະກິດພັດທະນາແບບຍືນຍົງຄືນໃໝ່. ມຸ່ງໄປເຖິງການສ້າງແຂວງກວາງນິງ ກາຍເປັນໃຈກາງການທ່ອງທ່ຽວສາກົນ”.

        ປີນີ້, Carnaval ຮ້າລອງ ໄດ້ດຳເນີນກົງກັບໂອກາດປະກາດປີທ່ອງທ່ຽວແຫ່ງຊາດ ໂດຍກວາງນິງ ເປັນເຈົ້າພາບຈັດຕັ້ງ, ຍ້ອນເຫດນັ້ນ, ຄະນະຈັດຕັ້ງຈຶ່ງໄດ້ສ້າງແຜນການ, ປ່ຽນໃໝ່ຈາກເນື້ອໃນ ຕະຫຼອດຮອດຮູບແບບການສະແດງ, ນຳມາເຊິ່ງຄວາມຫວັງໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວ ກ່ຽວກັບ Carnaval ມີສີສັນຫຼາກຫຼາຍ, ເປັນການເປີດສາກໃຫ້ແກ່ການທ່ອງທ່ຽວລະດູແລ້ງ 2018 ດ້ວຍບັນດາຄວາມປະທັບໃຈຍາກທີ່ຈະຫຼົງລືມໄດ້ສຳລັບນັກທ່ອງທ່ຽວແຕ່ລະຄົນ.

        ບັນດາການເຄື່ອນໄຫວໃນລາຍການປີທ່ອງທ່ຽວແຫ່ງຊາດ 2018 ລວມມີ ບັນດາງານບຸນ, ລາຍການວັດທະນະທຳ, ກິລາຂອງທັງໝົດ 14 ທ້ອງຖິ່ນໃນແຂວງ, ອັນໄດ້ນຳມາໃຫ້ນັກທ່ອງທ່ຽວກາລະໂອກາດເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຂດພາກຂອງແຂວງກວາງນິງ. ທ່ານ ຈິ້ງດັງແທງ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງກວາງນິງ ໃຫ້ຮູ້ວ່າ: ຈຸດປະສົງຂອງແຂວງກວາງນິງ ໃນປີນີ້ແມ່ນສຸມໃສ່ໂຄສະນາ, ແນະນຳບັນດາວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ, ຊັບພະຍາກອນ ແລະ ບັນດາຜະລິດຕະພັນທ່ອງທ່ຽວ, ສ້າງບາດກ້າວບຸກທະລຸຢ່າງແຮງໃຫ້ແກ່ການທ່ອງທ່ຽວຂອງແຂວງກວາງນິງ ໃນປີ 2018 ແລະ ຊຸມປີຕໍ່ໆໄປ.

        “ສິ່ງທີ່ແຂວງກວາງນິງ ປາດຖະໜາໃນໄລຍະຈະມາເຖິງແມ່ນການຫັນປ່ຽນບັນດາຮູບແບບການບໍລິການ, ການທ່ອງທ່ຽວ. ນີ້ແມ່ນການກຳນົດທິດພັດທະນາເສດຖະກິດ, ສັງຄົມຂອງແຂວງໃນຊຸມປີຕໍ່ໆໄປ. 10 ປີກ່ອນນີ້, ແຂວງກວາງນິງ ໄດ້ກຳນົດໄດ້ວ່າ ຂະແໜງອຸດສາຫະກຳແມ່ນຖ່ານຫີນ, ວັດສະດຸກໍ່ສ້າງ. ແຕ່ມາໃນປະຈຸບັນ, ດ້ວຍປີທ່ອງທ່ຽວແຫ່ງຊາດ 2018 ແມ່ນການສະແດງໃຫ້ເຫັນການກຳນົດທິດ, ການຫັນປ່ຽນຕົນເອງຂອງແຂວງກວາງນິງ ໃນການພັດທະນາຮູບແບບການເຕີບໂຕໃໝ່, ນັ້ນແມ່ນການບໍລິການ ແລະ ການທ່ອງທ່ຽວ”.

        ຈຸດໃໝ່ຂອງ Carnaval ຮ້າລອງ 2018, ການເຄື່ອນໄຫວເດີນຂະບວນ Carnaval ຮ້າລອງ ແມ່ນພໜງແຕ່ປ່ຽນມາຈັດຕັ້ງນັບແຕ່ວັນທີ 26 ເມສາ, ກ່ອນດຳເນີນພິທີໄຂ 2 ວັນ, ແທ່ນທີ່ຈັດຕັ້ງເປັນຄ່ຳຄືນດຽວເທົ່ານັ້ນ, ປີນີ້. ບັນດາຈຸດທີ່ເປັນເອກະລັກສະເພາະຂອງແຂວງກວາງນິງ ໄດ້ແນະນຳເຖິງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຕາມວິທີເຮັດແບບໃໝ່ ແລະ ມີຊີວິດຊີວາທີ່ສຸດ. ພ້ອມກັນນັ້ນແມ່ນບັນດາລາຍການສະແດງສິລະປະຢ່າງມີຊີວິດຊີວາຈາກບັນດາຄະນະສິລະປະກອນຢູ່ພາຍໃນ ແລະ ຕ່າງປະເທດຄື: ຢູແກຼນ, ບຣາຊິນ ແລະ ບັນດາປະເທດອາຊຽນ… ເປັນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມເຫດການ, ໄດ້ສ້າງ Carnaval ຮ້າລອງ ຮຸ່ງເຮືອງເຫຼືອງເຫຼື້ອມໄປດ້ວຍສີສັນຫຼາຍຫຼາຍ ທີ່ເປັນມູນເຊື້ອ ແລະ ທັນສະໄໝ. ນີ້ກໍ່ແມ່ນບັນດາສິ່ງທີ່ດຶງດູດນັກທ່ອງທ່ຽວ, ພ້ອມທັງຊ່ວຍໃຫ້ປະຊາຊົນຮູ້ສຶກໄດ້ຄວາມຟົດຟື້ນມ່ວນຊື່ນຂອງບັນດາເຫດການວັດທະນະທຳໃຫຍ່ກວ່າໝູ່ໃນປີທ່ອງທ່ຽວແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ