ຮ່າໂນ້ຍສ້າງຄວາມດູດດື່ມພິເສດໃຫ້ແຂກທ່ອງທ່ຽວ

ໃນ​ຊຸມ​ປີມໍ່ໆ​ມານີ້, ຮ່າ​ໂນ້ຍ​ໄດ້​ຖືກ​​ບັນ​ດາ​ສາ​ລະ​ສານ, ອົງ​ການ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ໃນ​ໂລກຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ແຖວ​ໜ້າ​ຂອງ​ໂລກ. ດ້ວຍ​ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ອາ​ຫານ​ແຊ​ບ​ນົວ, ຊາວ​ຮ່າ​ໂນ້ຍ​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ, ຮ່າ​ໂນ້ຍ​ຍາມ​ໃດ​ກໍ​ແມ່ນ ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມຂອງ​ແຂກ​ທ່ອງ​ທ່ຽວ.

 

ຮ່າໂນ້ຍສ້າງຄວາມດູດດື່ມພິເສດໃຫ້ແຂກທ່ອງທ່ຽວ - ảnh 1
ດື່ມ​ເບຍ​ສົດ​ຢູ່​ຖະ​ໜົນ​ຕະ​ຫ້ຽນ

      ນະ​ຄອນຫຼວງ​ຮ່າ​ໂນ້ຍ​ມີຫຼາຍ​ຈຸດ​ທີ່​ແຕກ​ຕ່າງ​ເຫັນ​ໄດ້​ຊັດ​ເມື່ອ​ທຽບ​ໃສ່​ທຸກໆ​ເຂດ​ຕົວ​ເມືອງ​ໃນ​ທົ່ວ​ປະ​ເທດ ແລະ ພາກ​ພື້ນ​ອາ​ຊີ. ສິ່ງນີ້​ໄດ້​ສ້າງ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ນະ​ຄອນຫຼວງ​ຮ່າ​ໂນ້ຍແຫ່ງ​ອະ​ລິ​ຍະ​ທຳ. ຜ່ານ​ການ​ເລືອກ​ເຟັັ້ນຄັ້ງ​ຕ່າງໆ​ຂອງ​ຜູ້​ອ່ານ​ນັບ​ລ້ານ​ຄົນ​ໃນ​ທົ່ວ​ໂລກ, ​ບັນ​ດາໜັງ​ສື​ພິມ, ເວບ​ໄຊ, ອົງ​ການ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ໃນ​ໂລກຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ແຖວ​ໜ້າ​ຂອງ​ໂລກ. ທ່ານ​ໂດ້​ດິງ​ຮົ່ງ ຫົວ​ໜ້າ​ພະ​ແນກ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ :

    “ ຜະ​ລິດ​ຕະ​ພັນ​ທາງ​ດ້ານ​ອາ​ຫານ​ການ​ກິນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເພດ​ທີ່​ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ອາ​ຫານ​ໃນ​ບໍ​ລິ​ເວນນະ​ຄອນຫຼວງ​ຮ່າ​ໂນ້ຍ​ແມ່ນ​ມີຫຼາຍ​ເຍື່ອງ. ການ​ຊອ​ກ​ໃຫ້​ຮູ້​ຄະ​ຕິ​ປະ​ຈຳ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ​ແມ່ນ​ສິ່ງ​ສຳ​ຄັນ​ສຳ​ລັບ​ຂະ​ແໜງ​ທ່ອງ​ທ່ຽວ ແລະ ບັນ​ດ​າ​ຜູ້​ເຮັດ​ອາ​ຫານ. ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ແນະ​ນ​ຳ, ໂຄ​ສະ​ນາ​ອາ​ຫານ​ແຕ່​ລະ​ເຍື່ອງ, ຄື​ເຝີ​ຄື​ແນວ​ໃດ, ເຂົ້າ​ປຸ້ນ​ຊີ້ນ​ປີ້ງ​ຄື​ແນວ​ໃດ…. ”

      ການ​ດື່ມ​ເບຍສົດ​ດ້ວຍ​ລາ​ຄາ​ຖືກ​ໃນ​ບັນ​ຍາ​ກາດ​ຄຶກ​ຄື້ນ​ຢູ່​ຄຸ້ມ​ຖະ​ໜົນ​ເກົ່າ​ທີ່​ມີ​ຜູ້​ຄົນ​ຄັບ​ຄາ​ໜາ​ແໜ້ນ ກໍ​ແມ່ນ​ສິ່ງ​ທີ່​ດູດ​ດື່ມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ. ຢູ່​ຕາມ​ທາງ​ຍ່າງ​ໃນ​ຄຸ້ມ​ຖະ​ໜົນ​ເກົ່າ ກໍ​ມີ​ຮ້ານ​ຂາຍ​ເບຍ​ສົດຫຼາຍ​ຮ້ານ. ຢູ່ນີ້​ແມ່ນ​ບ່ອນ​ເຕົ້າ​ໂຮມ​ແຂກ​ທ່ອງ​ທ່ຽວ​ສາ​ກົນ, ຍົກ​ຄົວ​ຢ່າງ​ຢູ່​ຖະ​ໜົນ​ຕະ​ຫ້ຽນ, ຖະ​ໜົນ​ເລືອງ​ຫງອກກວຽນ. ນອກ​ຈາກນັ້ນ, ​ຈິດ​ໃຈ​ຮັກ​ແພງ​ແຂກຂອງຊາວ​ຮ່າ​ໂນ້ຍ​ໄດ້​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຕື້ນ​ຕັນ​ໃຈ. ນາງ ໂຊ​ເຟຍ, ແຂກ​ທ່ອງ​ທ່ຽວ​ຊາວ​ຝະ​ລັ່ງ ເປີດ​ເຜີຍ​ວ່າ :

      “ ຂ້າ​ພະ​ເຈົ້າ​ຮັກ​ຮ່າ​ໂນ້ຍ​ທີ່​ສຸດ, ຍ້ອນ​ຄວາມ​ລຽບ​ງ່າຍ, ຊາວ​ຮ່າ​ໂນ້ຍ​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ. ນີ້​ແມ່ນ​ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ຊົມ​ຊອບ​ແຫ່ງນີ້ ແລະ ຮອດ​ຍາມ​ພັກ​ແລ້ງ, ຂ້າ​ພະ​ເຈົ້າ​ພ້ອມ​ກັບ​ຄອບ​ຄົວ​ໄດ້​ມາ​ທ່ອງ​ທ່ຽວ​ຢູ່​ຮ​່າ​ໂນ້ຍ   ”

      ສ່ວນ​ທ່ານ ຟີ​ລິບ ແຂກ​ທ່ອງ​ທ່ຽວ​ອັງ​ກິດ ແບ່ງ​ປັນ​ວ່າ : 

   “ ຊາວ​ຮ່າ​ໂນ້ຍ​ມີ​ຄວາມ​ສະ​ຫງ່ຽມ​ຄຽມ​ຄົມ, ພ້ອມ​ແລ້ວ​ທີ່​ຈະແບ​່ງປັນ​ເລື່ອງ​ສ່ວນ​ຕົວ, ເຂົາ​ເຈົ້າມີ​ຈິດ​ໃຈ​ຮັກ​ແພງ​ແຂກຄົນ. ເຂົາ​ເຈົ້າ​ຍັງ​ຄົງຮັກ​ສາ​ວິ​ຖີ​ຊີ​ວິດ​ທີ່​ມີ​ມາ​ແຕ່​ດົນ​ນານ, ພິ​ເສດ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ຫວັດ​ສາດຂອງ​ຕົນ ​ ”

     ທ່ານ ປົນ ແຂກ​ທ່ອງ​ທ່ຽວ​ອັງ​ກິດທີ່​​ດຳ​ລົງ​ຊີ​ວິດ​ຢູ່​ຮ່າ​ໂນ້ຍ​ເປັນ​ເວ​ລາກວ່າ 2 ປີ​ແລ້ວ ​ໄດ້ແບ່ງ​ປັນ​ວ່າ :

    “ ຊາວ​ຮ່າ​ໂນ້ຍ​ມີ​ຊີ​ວິດ​ຄຶກ​ຄື້ນ​ຢູ່​ຕາມ​ທາງ​ຍ່າງ, ສະ​ຖານ​ທີ່ສາ​ທາ​ລະ​ນະ. ຢູ່​ເອີ​ລົບ​ເໜືອ, ພວກ​ຂ້າ​ພະ​ເຈົ້າ​ສ່ວນຫຼາຍ​ຢູ່​ໃນ​ເຮືອນ, ເພາະ​ອາ​ກາດ​ໜາວ ແລະ ຊຸມ​ປຽກ. ຢູ່ນີ້​ມີ​ການ​ເຄື່ອນ​ໄຫວ​ຟົດ​ຟື້ນ​ຢູ່​ຕາມ​ທາງ, ມີ​ພວກ​ເລາະ​ຂາຍ​ເຄື່ອງ, ມີ​ລົດ​ຈັກ​ຮັບ​ຈ້າງ. ຮອດ​ຍາມ​ຕອນ​ຄ່ຳ, ຫຼາຍ​ຄົນ​ມັກ​ພາ​ກັນ​ໄປ​ເຕັ້ນ​ລຳຢູ່​ສວນ​ສາ​ທາ​ລະ​ນະ. ຂ້າ​ພ​ະເຈົ້າຮັກ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ທີ່​ສຸດ ”

      ຜ່ານ​ໄລ​ຍະ​ເກືອບພັນ​ປີ​ແຫ່ງ​ປະ​ຫວັດ​ສາດ, ວັນ​ມ່ຽວ​ກ໋ວກ​ຕື​ຢາມ ຊຶ່ງ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ໃນ​ສະ​ໄໝ​ສັກ​ດີນ​າ​ຢູ່​ຫວຽດ​ນາມ, ວັດ​ເສົາ​ດຽວ ບໍ່​ພຽງ​ແຕ່​ຕິດ​ພັນ​ກັບ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ສາ​ສະ​ໜາ​ພຸດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສັນ​ຍາ​ລັກ​ຂອງ​ຮ່າ​ໂນ້ຍອີກ​ດ້ວຍ. ໃນ​ມໍ່​ມານີ້, ຮ່າ​ໂນ້ຍໄດ້​ທົດ​ລອງ​ເປີດ​ກ້​ວາງ​ບໍ​ລິ​ເວນ​ທາງ​ຍ່າງ​ຢູ່​ອ້ອມ​ແອ້ມ​ໜອງ​ຮ່​ວານ​ກຽມ ເພື່ອ​ຊ່ວຍ​ແຂກ​ທ່ອງ​ທ່ຽວ​ເພີ່ມ​ຄວ​າມ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ຊາວ​ນະ​ຄອນຫຼວງຫຼາຍ​ຂຶ້ນ. ສຳ​ລັບ​ບໍ່​ວ່າ​ຜູ້​ໃດ​ທີ່ໄດ້​ມາ​ຮ່າ​ໂນ້ຍ, ແນ່ນອນ​ວ່າ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຮ່າ​ໂນ້ຍ​ຍ້ອນ​ແມ່ນ​ສະ​ຖານ​ທີ່​ປອດ​ໄພ,​ດູດ​ດື່ມ ແລະ ຊາວ​ຮ່າ​ໂນ້ຍ​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ.

ຕອບກັບ

ຂ່າວ/ບົດ​ອື່ນ