ຮ່າໂນ້ຍໃນດວງໃຈຂອງແຕ່ລະຄົນ

(vovworld) -   ​ເຖິງ​ວ່າ​ຈະ​ໄປ​ທຸກ​ສາລະ​ທິດ/ຈິດ​ໃຈ​ຍັງ​ຄິດ​ຮອດ ຮ່າ​ໂນ້ຍ

ຮ່າ​ໂນ້ຍຂອງ​ເຮົາ/ນະຄອນຫຼວງ​ທີ່​ແສນ​ຮັກ

​ແຫ່ງ​ສະ​ໄໝ​ສົງຄາມ/​ແລະ​ສັນຕິພາບ

        ​ເນື້ອ​ໃນ​ບົດ​ເພງ “ຄິດ​ຮອດ ຮ່າ​ໂນ້ຍ“ ຂອງ​ນັກ​ປະພັນ​ດົນຕີ ຮ່ວາງ​ຮຽບ ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈຂອງ​ຜູ້​ທີ່​ມີ​ຄວາມຮັກ​ຕໍ່ນະຄອນຫຼວງ​ທຸກ​ຄົນ. ​ເຖິງ​ວ່າ​ຈະ​ແມ່ນ​ຊາວ ຮ່າ​ໂນ້ຍ, ຫຼື​ຄົນ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ ກໍ່​ລ້ວນ​ແຕ່​ມີ​ບັນດາ​ອະນຸສອນ​ກ່ຽວ​ກັບ​ນະຄອນຫຼວງ​​ແຫ່ງອະລິຍະ​ທຳ​ທີ່​ມີ​ມາ​ນັບ​ພັນ​ປີ. ​ເຊີນ​ເພື່ອ​ພ້ອມ​ກັບ​ນັກ​ຂ່າວ ຫງວຽນ​ອ໋ຽນ ​ແລະ ​ເຮືອງ​ຈ່າ ​ໄປທ່ຽວ​ ຮ່າ​ໂນ້ຍ ​ເພື່ອ​ໂອ້​ລົມ​​ກັບ​ປະຊາຊົນ​ຢູ່​ທີ່ນີ້​, ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 62 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ (10/10/1954-10/10/2016).

        ຮ່າໂນ້ຍໃນດວງໃຈຂອງແຕ່ລະຄົນ - ảnh 1

ຕາມ​ຜັງ​ເມືອງ​ໃໝ່​ປີ 2015, ປະຈຸ​ບັນ ຮ່າ​ໂນ້ຍມີ 29 ​ເມືອງ ​ແລະ ​ເທດສະບານ. ​ເມືອງ ​ໄຕ​ໂຮ່ ກ່ອນ​ນີ້​ແມ່ນ​ຊານ​ນະຄອນ ຮ່າ​ໂນ້ຍ, ປະຈຸ​ບັນ​​ໄດ້ກາຍ​ເປັນ​ເມືອງ​ໃຫຍ່​ຂອງ​ນະຄອນຫຼວງ. ​ໂດຍດຳລົງ​ຊີວິດ​ຢູ່​ທີ່​ນີ້​ມາ​ເປັນ​ເວລາ​ເກືອບ 70 ປີ, ປ້າ ຫງວຽນ​ທິ​ເຕິ​ມ ​ໄດ້​ເຫັນ​ປະຈັກ​ຕາ​ການ​ປ່ຽນ​ແປງ​ຕ່າງໆ​ຢູ່​ທີ່​ນີ້, “ຂ້າພະ​ເຈົ້າ​ຍັງ​ຈື່​ວ່າ, ​ໃນ​ຊຸມ​ປີ 62-63, ​ເມື່ອ​ຂ້າພະ​ເຈົ້າ​ຍັງ​ນ້ອຍ. ທາງ​ໂຮງຮຽນ​ຈັດ​ໃຫ້​ໄປ​ຢ້ຽມຢາມ​ສວນສາທາລະນະ. ​ພວກ​ຂ້າພະ​ເຈົ້າ​ຍ່າງ​ໄປ​ເຖິງ​ຄັນ​ຄູ ອຽນ​ຟູ໋ ​ແລ້ວ​ຂຶ້ນ​ລົດ​ໄຟຟ້າ. ເວລາ​ນັ້ນ​ພົນລະ​ເມືອງ​ໜ້ອຍ, ຖະໜົນ​ຫົນທາງ​ເຖິງ​ວ່າ​ບໍ່​ກວ້າງ​ແຕ່​ໄປມາ​ຢ່າງ​ສະດວກ​ສະບາຍ. ປະຈຸ​ບັນ, ຮ່າ​ໂນ້ຍ ມີ​ຄວາມ​ສີວິ​ໄລ ​ແລະ ທັນ​ສະ​ໄໝ, ຫົນທາງ​ກໍ່​ໄດ້​ເປີດ​ກວ້າງ​ອອກ, ​ຕຶກ​ອາຄານໄດ້​ຮັບ​ການ​ກໍ່ສ້າງຫຼາຍ​ຫຼັງ, ການ​ດຳລົງຊີວິດກໍ່​ມີ​ຄວາມ​ຟົດ​ຟື້ນກວ່າ. ໜອງ ​ໂຮ່​ໄຕ​ ໃນ​ເມື່ອ​ກ່ອນ, ພຽງ​ແຕ່​ແມ່ນ​ໜອງ​ບຶງ​ທີ່​ກວ້າງ​ໃຫຍ່, ​ຫຍ້າປົ່ງອອກ​ເຕັມ​ໜອງ, ​ແຕ່​ປະຈຸ​ບັນ​ໄດ້​ຮັບ​ການວາງ​ແຜນ​ຢ່າງ​ສະອາດ, ສວຍ​ງາມ.

ຮ່າໂນ້ຍໃນດວງໃຈຂອງແຕ່ລະຄົນ - ảnh 2

ໂດຍ​ແມ່ນ​ຊາວ ຮ່າ​ໂນ້ຍ, ຄອບຄົວ​ລຸງ ຕ້າ​ດິ່ງ​ຮ່ວານ ​ທັງສາມ​ລຸ້ນຄົນ​ໄດ້​ດຳ​ລົງ​ຊີວິດ​ຢູ່​ຖະໜົນ ຮ່າ​ມຕືກວານ, ​ເມືອງ ຮ່ວານ​ກ໋ຽມ. ​ເຖິງ​ວ່າ​ມີ​ເງື່ອນ​ໄຂ​ຍ້າຍ​ໄປ​ດຳລົງ​ຊີວິດຢູ່​ບ່ອນ​ອື່ນ​ທີ່​ກວ້າງຂວາງ​ກວ່າ, ​ແຕ່​ແບບ​ແຜນ​ດຳລົງ​ຊີວິດ​ຢູ່​ເຂດ​ໃຈກາງ​ນະຄອນ​ຫຼວງໄດ້​ພາ​ໃຫ້​ລຸງ​ບໍ່​ຢາກ​ຍ້າຍ​ໄປ​ຢູ່ໄກ​: “​ເວລາ​​ເຮັດ​ວຽກໃນ​ຂະ​ແໜງ​ຄົມມະນາຄົມ​ຂົນ​ສົ່ງ, ຂ້າພະ​ເຈົ້າ​ມີ​ໂອກາດ​ໄປ​ປະຕິບັດ​ງານ​ຢູ່​ຫຼາຍ​ແຫ່ງ, ​ແຕ່​ເຫັນ​ວ່າ​ບໍ່​ມີ​ແຫ່ງ​ໃດ​ເທົ່າ​ກັບນະຄອນຫຼວງ. ຮ່າ​ໂນ້ຍ ມີ​ຄອບຄົວ, ມີ​ເພື່ອນ​ມິດ ​ແລະ ສະພາບ​ສັງຄົມ​ຕິດ​ພັນ​ກັບຂ້າພະ​ເຈົ້າ, ທັງ​ໝົດ​ລ້ວນ​ແຕ່​ຝັງ​ເລິກ​ໃນ​ດວງ​ໃຈ​ຂ້າພະ​ເຈົ້າ.

ຮ່າໂນ້ຍໃນດວງໃຈຂອງແຕ່ລະຄົນ - ảnh 3

ຮອງ​ສາ​ສະ​ດາ​ຈານ, ປອ, ຮ່ວາງ​ແອ​ງຕ໋ວນ, ປະຈຸ​ບັນ​ແມ່ນ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ​ ປະຈຳ ອິນ​ໂດ​ເນ​ເຊຍ. ​ແຕ່ລະ​ເທື່ອ​ເມື່ອ​ກັບ​ເມືອ ຮ່າ​ໂນ້ຍ, ທ່ານ​ລ້ວນ​ແຕ່​ມີ​ຄວາມ​ຮູ້​ສຶກສະໜິດສະໜົມ ​ແລະ ສະບາຍ​ໃຈ. “ຂ້າພະ​ເຈົ້າ​ຍັງ​ຈືຈຳວ່າ, ​ເມື່ອ​ຫາ​ກໍ່​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ໂດ​ເນ​ເຊຍ, ພາຍຫຼັງ​ເກືອ​ນໜຶ່ງ​ປີ​ຂ້າພະ​ເຈົ້າ​ຈຶ່ງ​ໄດ້​ກັບ​ຄືນ ຮ່າ​ໂນ້ຍ. ດີ​ໃຈ​ຫຼາຍ​ເມື່ອ​ໄດ້​ພົບ​ປະ​ກັບ​ຍາດຕິ​ພີ່ນ້ອງ, ​​ເພີ່ອນ​ມິດ, ​​ແລະ ພົບ​ປະ​ກັບເອື້ອຍ​ຄູ​ຫົວໜ້າຮັບຜິດຊອບ​ຫ້ອງ​ຮຽນ​ໄລຍະ​ຂ້າພະ​ເຈົ້າຍັງ​ເປັນ​ນັກຮຽນ​ມັດທະຍົມ. ຂ້າພະ​ເຈົ້າ​ໄປ​ຕ່າງປະ​ເທດ​ຫຼາຍ​​ເທື່ອ​ແລ້ວ, ​ແຕ່​ເທື່ອ​ໃດ​ກັບ​​ເມືອ ຮ່າ​ໂນ້ຍ, ຂ້າພະ​ເຈົ້າ​ກໍ່​ມີ​ຄວາມ​ສະ​ເທືອ​ນ​ໃຈ​ຄື​ດັ່ງ​ເທື່ອ​ທຳ​ອິດ​ທີ່​ອອກ​ໄປ​ໄກ​ຈາກ​ຄອບຄົວ“.

ຮ່າໂນ້ຍໃນດວງໃຈຂອງແຕ່ລະຄົນ - ảnh 4

ບໍ່​ພຽງ​ແຕ່​ເປັນ​ໃຈກາງ​ທ່ອງ​ທ່ຽວ​ຂອງ​ນະຄອນຫຼວງ, ໜອງ ​ໂຮ່​ເກືອ​ມ ຍັງ​ເປັນ​ແຫ່ງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວດ້ວຍ​ບັນດາ​ການ​ບໍລິການ​ບັນ​ເທິງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ອີກ​ດ້ວຍ. ​ໃນ​ນັ້ນ​ມີ​ການ​ບໍລິການ​ແຕ້ມ​ຮູບ​ຄົນ. ນັກ​ຈິດຕະກຳ ຫາຍ​ດັງ, ມາຈາກ​ເຂດ​ບ້ານ​ນາ​ທີ່​ທຸກ​ຍາກ ບັກ​ຢາງ, ​ຫາ​ເງິນ​ລ້ຽງ​ຊີບ​ດ້ວຍ​ການ​ແຕ້ມ​ພາບ​ຄົນ​ຢູ່​ອ້ອມ​ໜອງ ​ໂຮ່​ເກືອ​ມ ​ເປັນ​ເວລາ 7 ປີ​ແບ່ງປັນ​ວ່າ: “ຮ່າ​ໂນ້ຍ ​ແມ່ນ​ແຫ່ງ​ພັດທະນາ, ​ແລະ​ມີຄວາມ​ຕ້ອງການ​ດ້ານ​ສິລະ​ປະ​ສູງ​ກວ່າ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ເລືອກ​ເຟັ້ນນະຄອນຫຼວງ​ ເພື່ອ​​ເປັນ​ແຫ່ງດຳລົງ​ຊີວິດ. ຮ່າ​ໂນ້ຍ ​ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ນ້ອງ​ພັດທະນາ​ຄວາມ​ສາມາດ​ດ້ານ​ວິຈິດ​ສິນ ​ແລະ ​ເສດຖະກິດ, ຮັບປະກັນຄ່າ​ໃຊ້​ຈ່າຍ​ ໃຫ້ການ​ດຳລົງ​ຊີວິດຂອງ​ຂ້າພະ​ເຈົ້າ. ຢູ່​ທີ່​ນີ້​ນ້ອງ​ມີ​ໂອກາດ​ໄດ້​ພົບ​ປະ​ກັບ​ຫຼາຍ​ຄົນ, ດັ່ງ​ນັ້ນ​ນ້ອງ​ຮູ້ສຶກ​ມ່ວນ​ຫຼາຍ“.

        ຮ່າໂນ້ຍໃນດວງໃຈຂອງແຕ່ລະຄົນ - ảnh 5

ສຳລັບ​ຄົນ​ຈາກ​ແຂວງ​ຕ່າງໆ​ມາ​ຫາ​ເງິນ​ລ້ຽງ​ຊີບ​ຢູ່​ ຮ່າ​ໂນ້ຍ ນັ້ນ, ອາຊີບ​ຊື້​ຂາຍ​ສິ່ງ​ເສດ​ເຫຼືອ, ​ແມ່ນ​ການ​ເລືອກ​ເຟັ້ນຂອງ​ຫຼາຍ​ຄົນ, ​ເພາະວ່າ​ນີ້​ແມ່ນ​ອາຊີບ​ທີ່​ເຂົາ​ເຈົ້າ​ສາມາດ​ເຮັດ​ພາຍຫຼັງ​ລະດູ​ການ​ເກັບ​ກ່ຽວ. ​ເອື້ອຍ ຫງວຽນ​ທິ​ເທ​ມ, ບ້ານ​ເກີດ​ຢູ່​ແຂວງ ຮ່າ​ນາມ ມາ​ ຮ່າ​ໂນ້ຍ​ເຮັດ​ອາຊີບ​ຊື້​ຂາຍ​ສິ່ງ​ເສດ​ເຫຼືອ​ມາ​ເປັນ​ເວລາ 10 ປີ ​ແລ້ວ​ໃຫ້​ຮູ້​ວ່າ. “​ແຕ່​ລະ​ມື້​ຂ້າ​ພະ​ເຈົ້າ​ຖີບ​ລົດ​ຜ່ານ​ຖະໜົນ​ສາຍ​ຕ່າງໆ​ຂອງ ຮ່າ​ໂນ້ຍ​ ​ເພື່ອ​ຊື້​ສິ່ງ​ເສດ​ເຫຼືອ. ​ເຖິງ​ວ່າ​ວຽກ​ງານ​ຈະ​ລຳບາກ​ກໍ່ຕາມ, ​ແຕ່​ມັນ​ໄດ້​ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ມີ​ລາຍ​ຮັບ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ອາຊີບ​ກະສິກຳ. ​ແຕ່ລະ​ເດືອນ​ກໍ່​ສາມາດ​ຫາ​ເງິນ​ໄດ້ 3-4 ລ້ານ​ດົ່ງ ​ເພື່ອ​ສົ່ງ​ເມືອ​ບ້ານ​ລ້ຽງ​ລູກ 2 ຄົນ“.


ຮ່າໂນ້ຍໃນດວງໃຈຂອງແຕ່ລະຄົນ - ảnh 6

ສ່ວນ​ວົງ​ການ​ໄວ​ໜຸ່ມ​ກໍ່​ມີ​ທັດສະນະ​ຕ່າງ​ກັນ​ກ່ຽວ​ກັບ​ນະຄອນຫຼວງ. ນາງ ມີ້​ແຫ້ງ, ນັກ​ສຶກສາ ມະຫາວິທະຍາ​ໄລ ສັງຄົມ​ມະນຸດສາດ ​ແລະ ​ນາງ ແທງ​ມາຍ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ກົດໝາຍ ​ແບ່ງປັນ​ວ່າ: “ຮ່າ​ໂນ້ຍມີ​ຫຼາຍ​ກາລະ​ໂອກາດ, ​ເປັນ​ໄມ້​ງັດ​ເພື່ອ​ເລີ່​ມດຳ​ເນີນ​ອາຊີບ. ນ້ອງ​ຮັກ ຮ່າ​ໂນ້ຍ ຍ້ອນ​ມີ​ຫຼາຍ​ແຫ່ງ​ເພື່ອ​ໄປ​ທ່ຽວ, ​ມີ​ອາຫານ​ຫຼາຍ​ເຍື່ອງເພື່ອ​ກິນ, ຄຸນ​ນະພາ​ບ​ແຫ່ງ​ການ​ດຳລົງ​ຊີວິດ​ກໍ່​ດີກ​ວ່າ. ພິ​ເສ​ດ​ແມ່ນ​ນ້ອງ​ມີ​ສິດເສລີ​ ​ແລະ ​ສາມາດສະ​ແດງນິດ​ໄສ​ສ່ວນ​ຕົວ​ຂອງ​ຕົນກວ່າ“.

ຢູ່ ຮ່າ​ໂນ້ຍ ມີ​ອາຫານ​ຫຼາຍ​ເຍື່ອງ, ​ເຊິ່ງຢູ່​ບ່ອນ​ອື່ນ​ພັດ​ບໍ່​ມີ​ເຊັ່ນ: ​ເຂົ້າປຸ້ນ​ເຕົາຮູ້, ​ສົ້ມ​ແນມ​ຈື່​ນ, ນ້ຳ​ຊາ​ໝາກ​ນາວ, ​ບັ່ນກ໋ວນ. ຢູ່​ທີ່​ນີ້​ມີ​ຄວາມ​ຟົດ​ຟື້ນ, ຂະຫຍັນ​ຂັນ​ເຄື່ອນ​ກວ່າ. ນ້ອງ​ຢູ່​ເຂດ​ພູດ​ອຍບໍ່​ມີ​ເງື່ອນ​ໄຂ​ຫຼາຍ​ຄື​ຢູ່ ຮ່າ​ໂນ້ຍ. ນ້ອງ​ຄິດ​ວ່າ​ຈະກໍ່​ຮ່າງ​ສ້າງ​ໂຕ​ຢູ່ ຮ່າ​ໂນ້ຍ“.

ຮ່າໂນ້ຍໃນດວງໃຈຂອງແຕ່ລະຄົນ - ảnh 7

ເຟືອງ​ຖາວ, ນັກຮຽນຫ້ອງ 2​ ມັດທະຍົມ​ຕອນ​ຕົ້ນ ດົ໋ງດາ, ຮ່າ​ໂນ້ຍ ພວມ​ແຕ້ມ​ພາບ “ວັນ​ບຸນ​ຂອງ​ນ້ອງ“. ​ໃນ​ພາບ​ ຖາວ ແຕ້ມ​ຮູບ​ທັງ​ຄອບຄົວ​ໄປ​ວັດ​ເພື່ອ​ຂໍ​ຄວາມ​ໂຊກ​ດີ​ໃນ​ວັນ​ຕົ້ນ​ປີ​ໃໝ່. “ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ຮ່າ​ໂນ້ຍ ​ໃນ​ຍາມ​ລະດູ​ໜາວ​ແມ່ນ​ສວຍ​ງາມ​ທີ່​ສຸດ​ໃນ​ປີ. ນ້ອງ​ມັກ​ສີສັນ​ເກົ່າ​ແກ່​ໃນ​ຍາມ​ລະດູ​ໜາວ​ຢູ່ ຮ່າ​ໂນ້ຍ, ນ້ອງ​ມັກ​ນອນ​ໃນ​ຜ້າ​ຫົ່ມ​ເມື່ອ​ຍາມໜາວ​ວຽນມາ. ​ນ້ອງ​ຮັກ ຮ່າ​ໂນ້ຍ ທີ່​ສຸດ.

ຮ່າໂນ້ຍໃນດວງໃຈຂອງແຕ່ລະຄົນ - ảnh 8

ບໍ່​ພຽງ​ແຕ່​ບັນດາ​ຜູ້​ທີ​ມີ​ຄວາມ​ສະໜິດ​ຕິດ​ພັນ​ກັບ ຮ່າ​ໂນ້ຍນັບ​ແຕ່​ເວລາ​ຍັງ​​ເປັນ​ເດັກນ້ອຍ​ເທົ່າ​ນັ້ນ, ຫາກ​ບັນດາ​ຜູ້​ທີ່​ມີ​ເວລາ​ດຳລົງ​ຊີວິດ​ໄລຍະ​ຍາວ ຢູ່​ຕ່າງປະ​ເທດ​ຄື​ລຸງ ຫງວຽນ​ແທງ​ຕຸ​ງ, ຊາວ ຫວຽດນາມ​ ອາ​ໄສ​ຢູ່ ​ເຢຍລະ​ມັນ ກໍ່​ໄດ້​ເລືອກ​ນະຄອນຫຼວງ​ເປັນ​ບ່ອນ​ທີ່​ຕົນ​ຈະ​ກັບ​ເມືອ​ດຳລົງ​ຊີວິດ​ໃນ​ຍາມ​ສະລາ. “ຄອບຄົວ​ຂ້າພະ​ເຈົ້າ​ມີ​ຄວາມ​ຮັກ​ ຮ່າ​ໂນ້ຍ ທີ່​ສຸດ, ດັ່ງ​ນັ້ນ​ຂ້າພະ​ເຈົ້າຈຶ່ງ​ຢາກ​ກັບ​ເມືອ​ບ້ານ, ຍ້ອນ​ຮີດຄອງ​ປະ​ເພນີ​ຢູ່​ທີ່​ນີ້​ຕ່າງ​ກັບ​ປະ​ເທດ​ເຮົາ. ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ຕັດສິນ​ກັບ​ເມືອ​ດຳລົງ​ຊີວິດ​ຢູ່​ບ້ານ​ເກີດ​ເມືອງ​ນອນ. ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ ຮ່າ​ໂນ້ຍ ບາງ​ເທື່ອ​ພຽງ​ແຕ່​ແມ່ນ​ກະ​ແລັມຈ່າງ​ຕ່ຽນ ຫຼື​ສຽງ​ຈ່າວ​ຂາຍ​ເຕົາ​ຮ້ວຍ​ໃນ​ຕອນ​ທ່ຽງຍາມ​ລະດູ​ຮ້ອນ, ຍາວ​ນາວ​ໄດ້​ກິນ​ເຂົ້າປຸ້ນ​ຫອຍ​ສົດ​ຮ້ອນ…ສຳລັບ​ຂ້າພະ​ເຈົ້າ, ຮ່າ​ໂນ້ຍ ທຳ​ມະ​ດາ​ສາມັນ​, ​ແຕ່​ພັດ​ລືມຍາກທີ່​ສຸດ​…"

ຮ່າໂນ້ຍໃນດວງໃຈຂອງແຕ່ລະຄົນ - ảnh 9

ໂດຍ​ໄດ້​ເຮັດ​ວຽກ ​ແລະ ດຳລົງ​ຊີວິດ​ຢູ່ ຝລັ່ງ​ເປັນ​ເວລາ​ເກືອບ 10 ປີ, ທ້າວ ບູ່​ຍ​ເຈິ່ນ​ແທ່ງ ມີ​ວຽກ​ງານ​ເປັນ​ປົກກະຕິຢູ່​ທະນາຄານ​ທີ່​ມີ​ຊື່​ສຽງ, ດ້ວຍ​ເງິນ​ເດືອນ​ເກືອບ 4.000 USD/​ເດືອນ. ​ເຖິງ​ວ່າ​ມີ​ອະນາຄົດ​ອັນ​ສົດ​ໄສ​ຄື​ແນວ​ນັ້ນ, ​ແຕ່ ບູ່​ຍ​ເຈິ່ນ​ແທ່ງ ຍັງ​ຕັດສິນ​ກັບ​ເມືອ ກໍ່​ຮ່າງ​ສ້າງ​ໂຕ​ຢູ່ ຮ່າ​ໂນ້ຍ​ ຍ້ອນ​ມີ​ຄວາມ​ຄິດ​ຮອດ​ຄິດ​ເຖິງທີ່​ບໍ່ສາມາດເອີ້ນ​ເປັນ​ຊື່​ໄດ້. “ຍາມ​ເຍົາ​ໄວ​ຂອງຂ້າພະ​ເຈົ້າ​ແມ່ນ​ຕິດ​ພັນ​ກັບ ຮ່າ​ໂນ້ຍ. ​ເມື່ອ​ໄປ​ຢູ່​ຫ່າງ​ໄກ​ແລ້ວ​ຈຶ່ງ​ສາມາດ​ເຫັນ​ໄດ້​ວ່າ ການ​ດຳລົງ​ຊີວິດ​ຢູ່ ຮ່າ​ໂນ້ຍ ມີ​ຄວາມ​ສັນຕິ​ສຸກ ​ແລະ ຊັກ​ຊ້າ. ຂ້າພະ​ເຈົ້າ​ຍັງ​ຈື່​ຈຳ​ວ່າ, ຮອດ​ເວລາ 6 ​ໂມງ​ເຊົ້າ, ສຽງ​ໂທລະ​ໂຄ່ງ​ໄດ້ດັງ​ກ້ອງ​ກັງວານ​ໄປທົ່ວຖະໜົນ ບາດ​ຊື໋, ບ່ອນ​ທີ່​ຂ້າພະ​ເຈົ້າ​ດຳລົງ​ຊີວິດ, ​​ເພື່ອ​ປຸກລຸກ​ທຸກ​ຄົນ​ຕື່ນ​ນອນ. ຮອດ​ວັນ​ທ້າ​ຍສັບປະດາ, ຂ້າພະ​ເຈົ້າ​ເຄີຍ​ດື່ມ​ກາ​ເຟ, ອ່ານໜັງສື​ພິມ, ​ເບິ່ງ​ຊົມ​ບັນຍາກາດ​ຕາມຖະໜົນ, ຫຼື​ພາ​ແມ່​ຍ່າງ​ອ້ອມ​ໜອງ ​ໂຮ່​ເກືອ​ມ, ຊ້ອນ​ເພື່ອນ​ຍິງ​ໄປ​ຕາມ​ຖະໜົນ ຫງວຽນ​ຢູ ​ເພື່ອ​ດົມ​ກິ່ນ​ດອກ​ຕີນ​ເປັດ​ເມື່ອ​ຍາມ​ລະດູ​ໃບ​ໄມ້​ຫຼົ່ນ​ວຽນມາ. ສິ່ງ​ເລົ່າ​ນັ້ນ​ພັດ​ບໍ່​ມີ​ຢູ່​ຕ່າງປະ​ເທດ “.

​ເປັນ​ອັນວ່າ, ຜູ້​ໃດ​ກໍ່​ມີ​ສາຍ​ເຫດ​ທີ່​ແຕກ​ຕ່າງ​ກັນ ​ເພື່ອຢູ່​ຄືນ​ໃນ​ດິນ​ແດນ​ແຫ່ງອະລິ​ຍະ​ທຳ​ທີ່​ມີ​ມານັບ​ພັນ​ປີ. ​ແຕ່​ທັງ​ໝົດ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ມີ​ຈຸດ​ລວມທີ່ວ່າ, ຍ້ອນ​ມີ​ຄວາມ​ຮັກ​ຕໍ່​ນະຄອນຫຼວງ, ຄວາມ​ຮັກ​ທີ່​ເລີ່​ມມາ​ຈາກ​ບັນດາ​ສິ່ງລຽບ​ງາຍ​ທີ່​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ