ເກິ່ນເທີຂຸດຄົ້ນທ່າແຮງຈາກການທ່ອງທ່ຽວຕາມລຳແມ່ນຳ້


(vovworld) - ນັບ​ແຕ່​ຂົວ​ເກິ່ນ​ເທີ​ໄດ້​ນຳ​ເຂົ້າ​ໃຊ້​ການ ​ແລະ ​ເປີດ​ສາຍ​ການບິນຈາກ​ເກິ່ນ​ເທີ ​ໄປ​ຍັງ​ເຂດ​ພາກ​ຕ່າງໆ​ໃນ​ທົ່ວ​ປະ​ເທດ, ຈຳນວນ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ມາ​ທ່ອງ​ທ່ຽວ​ເກິ່ນ​ເທີ​ນັບ​ມື້​ນັບ​ຫຼາຍ. ​ໂດຍ​ນອນ​ຢູ່​ໃຈກາງ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ​ເກິ່ນ​ເທີ​ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ຊີວະ​ພາບ, ທ່ອງ​ທ່ຽວ​ຕາມ​ລຳ​ແມ່​ນຳ້.

ເກິ່ນເທີຂຸດຄົ້ນທ່າແຮງຈາກການທ່ອງທ່ຽວຕາມລຳແມ່ນຳ້ - ảnh 1

ຕະຫຼາດບົນໜ້ານຳ້ກ໋າຍຮັງ

        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຊີວະ​ພາບ​ຢູ່​ເມືອງ​ຟອງ​ດ່ຽນ ຍາມ​ໃດ​ກໍ່​ແມ່ນ​ຈຸດເລືອກ​ເຟັ້ນ, ​ເມື່ອ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເກິ່ນ​ເທີ. ​ເພາະວ່າ​ນັບ​ແຕ່​ກ່ອນ​ມາ​ນີ້, ນີ້​ແມ່ນ​ເຂດ​ຊົນນະບົດ​ທີ່​ສວຍ​ງາມ​ດ້ວຍ​ສວນ​ໝາກ​ໄມ້​ນາໆ​ຊະນິດ. ​ແຕ່​ມັນ​ຈະ​ມີ​ຄວາມ​ຈັບ​ອົກ​ຈັບ​ໃຈ​ກວ່າ, ​ເມື່ອ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ຕາມ​ລຳ​ແມ່​ນຳ້​ດ້ວຍ​ເຮືອ​ນ້ອຍຈາກ​ທ່າ​ນິງກ່ຽວ, ຜ່ານ​ຕະຫຼາດ​ເກົ່າ​ເກິ່ນ​ເທີ, ຕະຫຼາດ​ບົນ​ໜ້າ​ນຳ້ກ໋າຍຣັງ… ທ່ານ ຫວໍ​ແທ່ງ​ຢຸບ, ຜູ້ອຳນວຍການ​ສູນ​ສົ່ງ​ເສີມ​ການ​ຄ້າ - ການທ່ອງທ່ຽວ​ເມືອງ​ຟອງ​ດ່ຽນ, ​ໃຫ້​ຮູ້​ວ່າ: ​ເມືອງ​ໄດ້​ຮັບ​ການ​ກຳນົດ​ວ່າ​ແມ່ນ​ເຂດ​ຕົວ​ເມືອງ​ຊີວະ​ພາບ​ທາງ​ທິດຕາ​ເວັນ​ຕົກ, ​ແມ່ນ “ປອດ​ຂຽວ“ ຂອງ​ນະຄອນ. ​ໄລຍະ​ຜ່ານ​ມາ, ທາງ​ທ້ອງ​ຖີ່​ນ​ໄດ້​ມີ​ແຜນ​ນະ​ໂຍບາຍ​ຍູ້​ແຮງ​ການ​ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ; ຜ່ານ​ນັ້ນ, ຖື​ການທ່ອງທ່ຽວ​ແມ່ນ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການ​ພັດທະນາ​ດ້ານ​ການ​ຄ້າ - ການ​ບໍລິການ.

        “ພວກ​ເຮົາ​ສຸມ​ໃສ່​ການ​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ໃຫ້​ດີ. ພ້ອມ​ທັງ​ສ້າງ​ຮູບ​ແບບ​ທ່ອງ​ທ່ຽວ​ປະຊາ​ຄົມ, ທ່ອງ​ທ່ຽວ​ມີ​ຄວາມ​ຮັບຜິດຊອບ. ປີ​ນີ້​ຈະ​ສຸມ​ໃສ່​ສອງ​ຮູບ​ແບບ​ນີ້, ດ້ວຍ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ເຊັ່ນ: ໝູ່​ບ້ານ​ທ່ອງ​ທ່ຽວ​ມີ້​ແຄ໋ງ, ທ່ອງ​ທ່ຽວ​ຈິດ​ວີນຍານ​ຢູ່​ວັດ​ຈຸກ​ເລີມ​ເຟືອງ​ນາມ. ສະຖານ​ທີ່​ທັງ​ສອງ​ນີ້​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ຫຼາຍ​ທີ່​ສຸດ.

        ​ເກິ່ນ​ເທີ ມີ​ລະບົບ​ແມ່​ນຳ້​ລຳ​ເຊ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ນຳ້. ດ້ວຍ​ທ່າ​ແຮງ​ດັ່ງກ່າວ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເກິ່ນ​ເທີ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງທຶນ​ໂດຍ​ມີ​ຈຸດ​ສຸມ ​ເພື່ອ​ແນ​ໃສ່​ພັດທະນາ​ການທ່ອງທ່ຽວ. ທ່ານ ​ເລ​ມິ​ງ​ເຊີນ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ເກິ່ນ​ເທີ, ​ໃຫ້​ຮູ້​ວ່າ: ຈາກ​ການ​ລົງທຶນ​ຢ່າງ​ຖືກ​ທິດ, ການທ່ອງທ່ຽວ​ຂອງ​ນະຄອນ​ພວມ​ມີ​ບັນດາ​ບາດກ້າວ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ນັບ​ແຕ່​ການ​ກໍ່ສ້າງ, ຜັນ​ຂະຫຍາຍ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ, ລາຍການ​ທ່ອງ​ທ່ຽວ, ຕະຫຼອດ​ຮອດ​ການ​ເຄື່ອນ​ໄຫວ​ຮ່ວມ​ສຳພັນ, ການ​ໂຄສະນາ … ​ເພື່ອ​ແນ​ໃສ່​ສ້າງ​ທີ່​ຕັ້ງ​ກໍ່​ຄື​ຮູບ​ພາບ​ການທ່ອງທ່ຽວ​ສະ​ເພາະ​ໃຫ້​ແກ່​ຕົນ. ປີ 2014, ຂະ​ແໜງ​ທ່ອງ​ທ່ຽວ​ເກິ່ນ​ເທີ ​ໄດ້​ຮັບ​ແຂກ​ທ່ອງ​ທ່ຽວ​ກວ່າ 1,3 ລ້ານ​ເທື່ອ​ຄົນ​ມາ​ຢ້ຽມຢາມ, ດ້ວຍ​ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ແມ່ນ​ກວ່າ 1.100 ຕື້​ດົ່ງ. ສິ່ງ​ດັ່ງກ່າວ​ເປັນ​ການ​ພິສູດ​ໃຫ້​ເຫັນ​ວ່າ, ການທ່ອງທ່ຽວ​ຂອງ​ນະຄອນ​ໄດ້​ມີ​ສັນຍານ​ທີ່​ຕັ້ງໜ້າ​ໃນ​ວຽກ​ງານ​ສ້າງ​ບັນດາຜະລິດ​ຕະພັນທ່ອງ​ທ່ຽວ; ພ້ອມ​ທັງ​ສົ່ງ​ເສີມ, ​ໂຄສະນາ, ຮ່ວມ​ສຳພັນ​ພັດທະນາ​ການທ່ອງທ່ຽວກັບ​ບັນດາ​ເຂດ​, ພາກ, ສູນ​ທ່ອງ​ທ່ຽວ​​​ຕົ້ນຕໍ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ ​ເລ​ມິ​ງ​ເຊີນ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຈະ​ສຸມ​ໃສ່​ລົງທຶນ​ໃສ່​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ພິ​ເສດສະ​ເພາະ, ​ໃນ​ນັ້ນ​ມີ​ຕະຫຼາດ​ບົນ​ໜ້າ​ນຳ້ກ໋າຍຣັງ. ຄຽງ​ຂ້າງ​ນັ້ນ​ຈະ​ຂຸດ​ຄົ້ນ​ບັນດາ​ລາຍການ​ທ່ອງ​ທ່ຽວ​ຕາມ​ລຳ​ແມ່​ນຳ້​ເຫົ້າ ກໍ່​ຄື​ສວນ​ໝາກ​ໄມ້, ​ເຂດ​ທ່ອງ​ທ່ຽວຢ່າງ​ມີ​ປະສິດທິ​ຜົນ.

ເກິ່ນເທີຂຸດຄົ້ນທ່າແຮງຈາກການທ່ອງທ່ຽວຕາມລຳແມ່ນຳ້ - ảnh 2

ທ່ອງທ່ຽວຕາມລຳແມ່ນຳ້ເຫົ້າ

        ​ໂດຍ​ກຳນົດ​ວ່າ​ເສດຖະກິດ​ທ່ອງ​ທ່ຽວ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ່າ​ແຮງ​ໃນ​ການ​ພັດທະນາ​ເສດຖະກິດ, ປະຈຸ​ບັນ, ​ເກິ່ນ​ເທີ​ໄດ້ ​ແລະ ພວມ​ສຸມ​ໃສ່​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ຮູບ​ແບບ, ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່​ຕື່ມ​ອີກ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ​ຕ່າງປະ​ເທດ. ທ່ານ ​ເລ​ວັນ​ເຕິ​ມ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ເກິ່ນ​ເທີ, ຊີ້​ແຈ້ງວ່າ: ຂະ​ແໜງ​ທ່ອງ​ທ່ຽວ​ນະຄອນ​ຈະ​ສ້າງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່​ຈຳນວນ​ໜຶ່ງ​ຄື: ລາຍການ​ສິລະ​ປະວັດ​ທະນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຂະ​ແມ; ລະບົບ​ເຮືອນ​ບູຮານ, ງານ​ບຸນ​ໝາກ​ໄມ້​ເຕິ​ນ​ລົກ, ຟື້ນ​ຟູ​ສວນ​ນົກຍາງ​ບັ່ງລັງ ​ແລະ ບ້ານ​ດອກ​ໄມ້​ຟໍ໋ທໍ້ - ບ່າ​ໂບ້. ພ້ອມ​ທັງ​ຈັດ​ຕັ້ງ​ລາຍການ​ທ່ອງ​ທ່ຽວ​ຢູ່​ນິຄົມ​ຕ່າງໆ.

        “ນອກຈາກ​ບູລະນະ, ຍົກ​ລະດັບ, ປັບປຸງ​ລາຍການ​ເຄື່ອ​ນ​ໄຫວ​ຕ່າງໆ​ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ພັດທະນາ​ການທ່ອງທ່ຽວ​ແລ້ວ, ທາງ​ນະຄອນ​ຈະ​ສືບ​ຕໍ່​ສ້າງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຕື່ມ​ອີກ​ຈຳນວນ​ໜຶ່ງ. ມີ​ປູຊະນີຍະສະ

ຖານ​ຫຼາຍ​ແຫ່ງ​ກໍ່ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ​ໃໝ່ອີກ​ດ້ວຍ“.

        ​ໃນ​ຫຼາຍ​ປີ​ກ່ອນ​ນີ້, ​ເມື່ອ​​ໄປ​ຢ້ຽມຢາມ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ນັກ​ທ່ອງ​ທ່ຽວ​ສ່ວນ​ຫຼາຍ​ຄິດ​ວ່າ, ພຽງ​ແຕ່​ມາຢ້ຽມຢາມ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ດຽວ​ໃນ​ເຂດ​ເທົ່າ​ນັ້ນ ກໍ່​ສາມາດ​ຮູ້​ໄດ້​ໝົດ​ທົ່ວທັງ​ເຂດ, ດັ່ງ​ນັ້ນ​ມັນ​ບໍ່​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ​ແຕ່​ປະຈຸ​ບັນ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ລົງທຶນ​ກໍ່ສ້າງ​ພື້ນ​ຖານໂຄງ​ລ່າງ, ບູລະນະ, ອານຸລັກຮັກສາ​ທັດສະນີ​ຍະ​ພາບ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ, ທ່າ​ແຮງ​ດ້ານ​ການທ່ອງທ່ຽວ​ຊີວະ​ພາບ, ທ່ອງ​ທ່ຽວ​ຕາມ​ລຳ​ແມ່​ນຳ້​ຢູ່​ເກິ່ນ​ເທີ ​ໄດ້ ​ແລະ ພວມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນັບ​ມື້​ນັບ​ຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ