ເຂົ້າປຸ້ນຫອຍ-ອາຫານທີ່ເປັນມູນເຊື້ອຂອງຫວຽດນາມ


(vovworld) – ໂດຍ​ນອນ​ໃນ​ ຕະຫຼາດນ້ອຍໆ​ບົນ​ຖະໜົນ ຫງວຽນ​ກາວ, ຫ່າງ​ຈາກ​ໜອງ​ຮ່ວານ​ກ໋ຽມປະມານ 2 ກມ, ຮ້ານ​ອາຫານ​ທີ່​ຂາຍເຂົ້າປຸ້ນ​ຂອງ​ເອື້ອຍ ຖາວ ​ໄດ້​ມີ​ມາ​ກ່ອນ​ນີ້ 20 ປີ​ແລ້ວ. ສຳລັບ​​ເອື້ອຍ​ແລ້ວ, ຂາຍ​ເຂົ້າປຸ້ນ​ບໍ່​ແມ່ນ​ເພື່ອ​ສ້າງ​ຄວາມ​ຮັ່ງມີ, ຫາກ​ເພື່ອ​ຮັກສາ​ປະ​ເພດ​ອາຫານ​ທີ່​ເປັນມູນ​ເຊື້ອ​ເຊິ່ງ​ໄດ້​ຮັບ​ສືບ​ທອດ​ຈາກ​ແມ່​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ. ປະຈຸ​ບັນ, ​ເຖິງ​ວ່າ​ລູກ​ເຕົ້າ​ລ້ວນ​ແຕ່​ເຕີບ​ໃຫຍ່​ແລ້ວ ​ແລະ ຊີວິດ​ກໍ່​ມີ​ຄວາມ​ອິ່ມໜຳສຳລານ​ແລ້ວ​ກໍ່ຕາມ, ​ແຕ່​ເອື້ອຍ​ຍັງ​ຄົງ​ສືບ​ຕໍ່​ອາຊີບ​ນີ້​ຢູ່. ​ເຖິງ​ວ່າ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ​ເຂົ້າປຸ້ນ​ຫອຍ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ເພື່ອ​ຕອບ​ສະໜອງ​ກັບ ​ຄວາມຕ້ອງການ​ຂອງ​ຜູ້​ກິນກໍ່ຕາມ, ​ແຕ່​ຍາມ​ໃດເອື້ອຍ​ຖາວກໍ່​ເອກອ້າງ​ທະ​ນົງ​ໃຈ​ວ່າ, ຮ້ານ​ອາຫານ​ຂອງ​ເອື້ອຍ​ຍັງ​ຄົງ​ແມ່ນ​ຮ້ານ​ທີ່​ຂາຍ “ເຂົ້າປຸ້ນ​ທີ່​ເປັນ​ມູນ​ເຊື້ອ“

        ຮ້ານ​ອາຫານ​ຂອງ​ເອື້ອຍ ຖາວ ບໍ່​ມີ​ຫຍັງ​ພິ​ເສດ​ເມື່ອ​ທຽບ​ໃສ່​ຮ້ານ​ອາຫານ​ອື່ນ, ດ້ວຍ​ປ້າຍ​ໂຄສະນາ​ທີ່​ເກົ່າ​ແກ່ມີ​ພຽງ​​ແຖວ​ໜັງສື​ທີ່​ວ່າ “​ເຂົ້າປຸ້ນ​ຫອຍ“​ເທົ່າ​ນັ້ນ, ປະຈຸ​ບັນ​ຜ່ານ​ການ​ເວລາ​ປ້າຍ​ໂຄສະນາ​ໄດ້​ຖືກປ່ຽນ​ສີ​ໄປ​ແລ້ວ. ຮ້ານກວ້າງ​ປະມານ 20 ຕາ​ແມັດ, ພໍດີ​ເພື່ອ​ຕັ້ງ​ໂຕະ​ຕັ່ງ 3, 4 ຊຸດ ​ເພື່ອ​ຮັບ​ໃຊ້​ແຂກ​ມາ​ກິນ. ສ່ວນ​ເຮືອນຄົວ​ນ້ອຍໆ​ເຄິ່ງໜຶ່ງ​ຕັ້ງ​ໃນ​ຮ້ານ, ​ເຄິ່ງໜຶ່ງ​ໂປ​ໂລ​ອອກ​ແຄມ​ທາງ, ການຈັດ​ເຮືອນຄົວ​ແບບ​ນີ້​ເຮັດ​ໃຫ້​ແຂກ​ສາມາດ​ເຫັນ​ປະຈັກ​ຕາ​ຂັ້ນ​ຕອນ​ແຫ່ງ​ການ​ປຸງ​ແຕ່ງ. ​ເອື້ອຍ​ຖາວ ທັງ​ຈີ້ມຫອຍ​, ທັງ​ຍີ້ມຫົວ​ເຊີນ​ແຂກ​ມາ​ກິນ.

ເຂົ້າປຸ້ນຫອຍ-ອາຫານທີ່ເປັນມູນເຊື້ອຂອງຫວຽດນາມ - ảnh 1
ເຂົ້າປຸ້ນ​ຫອຍເຢັນທີ່​ເປັນ​ມູນ​ເຊື້ອ

        ຫາ​ກໍ່​ມາ​ຮອດ​ປະຕູ​ຮ້ານ​ກໍ່​ໄດ້ກິ່ນ​ຫອມທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງເຂົ້າສົ້ມຈາກໝໍ້ຕົ້ມຫອຍ. ​ເມື່ອ​ແຂກ​ມາ​ກິນ, ​ເອື້ອຍ ຖາວຈຶ່ງ​ເອົາຫອຍ​ທີ່​ຫາ​ກໍ່​ຈີ້ມ​​ໃສ່ຖ້ວຍເຂົ້າປຸ້ນຂາວ, ຫຼັງ​ຈາກ​ນັ້ນ​ຈຶ່ງ​ຕັກ​ນຳ້​ຫອຍ​ທີ່ຕົ້ມ​ພ້ອມ​ກັບ​ໝາກ​ເລັ່ນ ​ແລະ ​ເຂົ້າ​ສົ້ມ​ໃສ່​ຖ້ວຍ​ເຂົ້າປຸ້ນ​ດັ່ງກ່າວ. ສ່ວນ​ແຂກ​ກໍ່​ສາມາດ​ກິນກັບຜັກ ​ແລະ ຕື່ມໝາກ​ເພັດຈຽວຕາມ​ໃຈ​ມັກ​.

        “​ເອື້ອຍ​ຂາຍ​ເຂົ້າ​ປຸ້ນ​ນັບ​ແຕ່​ປີ 1991, ​ເວລາ​ນັ້ນ​ຫາ​ກໍ່​ພັກ​ກິນ​ເບ້ຍ​ບຳນານ, ບໍ່​ຮູ້​ວ່າ​ຈະ​ເຮັດ​ວຽກ​ຫຍັງ​ເພື່ອ​ລ້ຽງ​ລູກນ້ອຍ 2 ຄົນ, ດັ່ງ​ນັ້ນ​ເອື້ອຍ​ຈຶ່ງ​ຕັດສິນ​ໃຈ​ສືບ​ທອດ​ອາຊີບ​ຂອງ​ແມ່. ​ໃນ​ເບື້ອງ​ຕົ້ນ​ຄິດ​ວ່າ​ບໍ່​ເຮັດ​ໄດ້ ​ແຕ່​ແມ່​​ໄດ້​ເວົ້າ​ວ່າຖ້າ​ຮັກ​ອາຊີບ​ແມ່ນ​ຈະ​ເຮັດ​ໄດ້. ​ເວລາ​ນັ້ນ​ເອື້ອຍ​ມີ​ແຕ່​ຂາຍ​ເຂົ້າປຸ້ນ​ຫອຍເຢັນທີ່​ເປັນ​ມູນ​ເຊື້ອ,  ຕໍ່​ມາຈຶ່ງ​ຂາຍ​ເຂົ້າປຸ້ນຫອຍ​ຮ້ອນ​ຕື່ມ​ອີກ. ​ແຕ່​ເອື້ອຍ​​ເດັດ​ດຽວ​ບໍ່​ໃສ່​ຊີ້ນ​ໄກ່, ຊີ້ນ​ງົວ, ຖົ່ວ​ໜໍ່ຕື່ມ​ອີກ, ​ເພາະວ່າ​ນັ້ນ​ບໍ່​ແມ່ນ​ເຂົ້າປຸ້ນ​ຫອຍ​ທີ່​ເປັນ​ມູນ​ເຊື້ອ“.

​        ແຕ່​ລະ​ມື້, ຮ້ານ​ຂອງ​ເອື້ອຍ​ຂາຍ​ເຂົ້າປຸ້ນ​ຫອຍ​ໄດ້​ແຕ່ 200-250 ຖ້ວຍ, ​ແຕ່​ເອື້ອຍ​ກໍ່​ບໍ່​ສາມາດ​ສ້າງ​ຄວາມຮັ່ງມີຈາກ​ອາຊີບ​ຂາຍ​ເຂົ້າປຸ້ນ​ຫອຍ​ໄດ້, ຍ້ອນ​ວ່າ​ບັນດາ​ວັດຖຸ​ທີ່​ເອື້ອຍ​ຊື້​ມາ​ລ້ວນ​ແຕ່​ສົດ ​ແລະ ບໍ່​ມີ​ສານພິດ, ດັ່ງ​ນັ້ນ​ລາຄາ​ຈຶ່ງ​ແພງພໍ​ສົມຄວນ

        “ຜັກ​ກິນ​ພ້ອມ​ເອື້ອຍ​ຊື້​ຢູ່​ຮ້ານ​ທີ່​ລື້​ງ​ເຄີຍ​ແຕ່​ປີ 1991, ດັ່ງ​ນັ້ນ​ຈຶ່ງ​ສົດ ​ແລະ ຮັບປະກັນ​ປອດ​ສາ​ນພິດ. ​ເຖິງ​ວ່າ​ລາຄາ​ຈະ​ສູງ​ກວ່າ​ລາ​ຄາຢູ່​ທ້ອງ​ຕະຫຼາດ​ແຕ່ 30-50% ກໍ່ຕາມ, ບາງ​ເທື່ອ​ກໍ່​ສູງ​ກວ່າ​ທົບ​ສອງ​ເທົ່າ, ​ແຕ່​ຂ້າພະ​ເຈົ້າ​ຍັງ​ຊື້​ຢູ່. ສ່ວນ​ໂຕ​ຫອຍ​ແມ່ນ​ຊື້​ມາ​ຈາກເຂດ​ທົ່ງ​ນາ​ບ່ອນ​ທີ່​ປູກ​ເຂົ້າ​ແຊບ​ຄື​ນາມ​ດິ້ງ, ທ້າຍ​ບິ່ງ. ມື້​ໃດ​ຊື້​ຫອຍ​ຢູ່​ເຂດ​ດັ່ງກ່າວ​ບໍ່​ໄດ້​ຂ້າພະ​ເຈົ້າ​ກໍ່​ອັດ​ປະຕູ​ໄວ້​ບໍ່​ຂາຍ​ອີກ“.

ເຂົ້າປຸ້ນຫອຍ-ອາຫານທີ່ເປັນມູນເຊື້ອຂອງຫວຽດນາມ - ảnh 2
ຮ້ານເຂົ້າປຸ້ນຫອຍຂອງ ເອື້ອຍຖາວ

-        “​ໃຫ້​ຫຼານ​ເຂົ້າປຸ້ນ​ຫອຍ, ​ໃສ່​ຕື່ມ​ຊີ້ນ​ງົວ​ແດ່

-        “ຢູ່​ນີ້​ບໍ່​ຂາຍ​​ເຂົ້າປຸ້ນ​ຫອຍ​ໃສ່​ຊີ້ນ​ງົວດອກ, ຢາກກິນ​ເຂົ້າປຸ້ນ​ຫອຍ​ພື້ນ​ເມືອງຈຶ່ງມີ, ຖ້າ​ມັກ​ໃສ່​ຊີ້​ງົວ​ຕ້ອງ​ໄປ​ຮ້າຍ​ອື່ນ“.

​ແຂກ​ຫຼາຍ​ຄົນ​ຢາກກິນ​ເຂົ້າປຸ້ນ​ຫອຍ​ພ້ອມ​ກັບ​ຊີ້ນ​ງົວ ​ແລະ ປາ​

ແດດ, ​ແຕ່​ເອື້ອຍ​ພັດ​ບໍ່​ຂາຍ. ຢູ່​ທີ່​ນີ້​ມີ​ແຕ່​ຂາຍ​ເຂົ້າປຸ້ນ​ຫອຍ​ທີ່​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ“.

ຍ້ອນ​ເຫດ​ນັ້ນ, ​ແຂກ​ມາ​ຮ້າຍ​ຂອງ​ເອື້ອຍ ຖາວ ສ່ວນ​ຫຼາຍ​ແມ່ນ​ແຂກ​

ຊີ​ນ​ເຄີຍ​ມາ​ກ່ອນ. ຕົວຢ່າງ​ຄື​ປ້າ ຟີ ທັງ​ແມ່ນ​ແຂກ, ທັງ​ແມ່ນ​ຜູ້​ຢູ່​ໃກ້​ຄຽງ​ກັບ​ເຮືອນ​ຂອງ​ເອື້ອຍ​ ຖາວ ມາ​ເປັນ​ເວລາ​ເກືອບ 20 ປີ ​ແລ້ວ. ​ແຕ່​ລະ​ສັບປະດາ, ປ້າ​ເຄີຍ​ກິນ​ເຂົ້າປຸ້ນ​ຫອຍ​ຢູ່​ທີ່​ນີ້​ແຕ່ 1-2 ​ເທື່ອ:

        “ປ້າ​ໄດ້​ກິນ​ເຂົ້າປຸ້ນ​ຫອຍ​ຢູ່​ຫຼາຍ​ຮ້ານ​ໃນ​ຮ່າ​ໂນ້ຍ​ແລ້ວ, ຕົວຢ່າງ​ຄື​ເຂົ້າປຸ້ນ​ຫອຍ​ໃນ​ຕະຫຼາດ​ອາຫານ​ການ​ກິນ, ເຂົ້າປຸ້ນ​ຫອຍ​ໂຮ່​ໄຕ, ​ແຕ່​ບໍ່​ແຊບ​​ເທົ່າ​ກັບ ເຂົ້າປຸ້ນ​ຫອຍ​ຢູ່​ທີ່​ນີ້. ​ເພາະ​ເຂົາ​ເຈົ້າ​ໄດ້​ໃສ່​ຕື່ມ​ຫຼາຍ​ອັນ​, ດັ່ງ​ນັ້ນຈຶ່ງ​ບໍ່​ຮັກສາ​ລົດ​ຊາດ​ທີ່​ເປັນ​ມູນ​ເຊື້ອ​ໄດ້. ປະຈຸ​ບັນ, ​ເພື່ອ​ຊອກ​ຫາ​ຮ້ານ​ຂາຍເຂົ້າ ປຸ້ນ​ຫອຍ​ທີ່​ມີ​ລົດ​ຊາດ​ ​ຄື​ແນວ​ນີ້​ແມ່ນ​ຍາກ​ຫຼາຍ “.

        ​ເມື່ອ​ຖືກ​ຖາມ​ວ່າ​ເອື້ອຍ​ຢາກ​ຂະຫຍາຍ​ຮ້ານອາຫານ​ໃຫ້​ກວ້າງ​ກວ່າ​ອີກ​ຫຼື​ບໍ. ​ເອື້ອຍ ຖາວ ທັງ​ຍີ້ມທັງ​ແກວ່ງ​ຫົວ​ແລ້ວ​ຕອບວ່າ “​ເຮັດ​ຄື​ແນວ​ນີ້​ກໍ່​ພໍດີ​ແລ້ວ ​ເພາະ​ເອື້ອຍຢາກ​ຮັກສາ​ມູນ​ເຊື້ອ​ຈາກ​ແມ່, ຫາກ​ຂະຫຍາຍ​ຮ້ານ​ໃຫ້​ກວ້າງ​ອອກ​ຈະ​ຕ້ອງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ກິນ​ໃນ​ປະຈຸ​ບັນ, ​ເວລາ​ນັ້ນ​ຍາກ​ທີ່​ຈະ​ຮັກສາ​ອາຊີບ​ຕົ້ມ​ເຂົ້າປຸ້ນ​ຫອຍ​ມີ່​ເປັນ​ມູນ​ເຊື້ອ​ໄວ້​ໄດ້“.

       

ຕອບກັບ

ຂ່າວ/ບົດ​ອື່ນ