ເຈີ່ນກົງເລນ: ຄວາມເບີກບານມ່ວນຊື່ນຂອງຊາວກະສິກອນແມ່ນຄວາມສຸກໃນຊີວິດຂອງຕົນ

(VOVWORLD) -ບໍ່ພຽງແຕ່ພັດທະນາເສດຖະກິດຄອບຄົວເທົ່ານັ້ນ, ຫາກຍັງຊ່ວຍໃຫ້ຊາວກະສິກອນຫຼາຍຄົນບືນຕົວຂຶ້ນສ້າງຄວາມຮັ່ງມີ, ນັ້ນແມ່ນສິ່ງທີ່ເປັນໜ້າເຄົາລົບນັບຖືສຳລັບລຸງ ເຈີນກົງເລນ, ອາຍຸ 75 ປີ, ປະຈຸບັນແມ່ນປະທານສະມາຄົມຊາວສວນ, ຕາແສງ ດ້າວແທ້ງ, ນະຄອນມີ້ທໍ, ແຂວງຕ່ຽນຢາງ. ລຸງ ເຈີນກົງເລນ ແມ່ນພະນັກງານຍາມໃດກໍ່ຕິດພັນກັບກະສິກຳ - ຊາວກະສິກອນ ແລະ ຊົນນະບົດ, ຖືຄວາມເບີກບານມ່ວນຊື່ນຂອງຊາວກະສິກອນແມ່ນຄວາມສຸກໃນຊີວິດຂອງຕົນ.

ເຈີ່ນກົງເລນ: ຄວາມເບີກບານມ່ວນຊື່ນຂອງຊາວກະສິກອນແມ່ນຄວາມສຸກໃນຊີວິດຂອງຕົນ - ảnh 1(ລຸງ ເຈີນກົງເລນ, ອາຍຸ 75 ປີ, ປະຈຸບັນແມ່ນປະທານສະມາຄົມຊາວສວນ,

ຕາແສງ ດ້າວແທ້ງ, ນະຄອນມີ້ທໍ, ແຂວງຕ່ຽນຢາງ)

ພວກຂ້າພະເຈົ້າໄດ້ນັດເວລາກັບລຸງ ເຈີ່ນກົງເລນ ເປັນຫຼາຍເທື່ອຈຶ່ງໄດ້ພົບກັບລຸງ. ຍ້ອນນອກຈາກວຽກງານໃນຄອບຄົວແລ້ວ, ລຸງ ໄດ້ສະຫງວນເວລາສ່ວນຫຼາຍໃນການໄປເບັ່ງນາ, ສວນຕົ້ນໄມ້ກິນໝາກ ແລະ ພົບປະກັບຊາວກະສິກອນຢູ່ຕາແສງ ດ້າວແທ້ງ, ນະຄອນມີ້ທໍ ເພື່ອແນະນຳເຕັກນິກໃຫ້ແກ່ຊາວກະສິກອນຜະລິດຖືກຕາມຂໍ້ແນະນຳຂອງຂະແໜງວິຊາສະເພາະ. ນອກນັ້ນ, ລຸງ ຍັງແມ່ນຂົວຕໍ່ລະຫວ່າງຂະແໜງວິຊາສະເພາະກັບຊາວກະສິກອນ, ແນະນຳໃຫ້ພໍ່ແມ່ເຮັດລະບຽບການ, ຮັບປະກັນໃຫ້ຊາວກະສິກອນກູ້ຢືມທຶນບຸລິມະສິດລົງທຶນເຂົ້າໃນການຜະລິດ. ລຸງ ເຈີ່ນກົງເລນ ໄດ້ເຮັດວຽກງານດັ່ງກ່າວນັ້ນມາເປັນເວລາກວ່າ 20 ປີແລ້ວ ໂດຍບໍ່ຕ້ອງການເງິນເດືອນຈັກດົ່ງເລີຍ. ເມື່ອເວົ້າກ່ຽວກັບວຽກງານຂອງຕົນ, ລຸງ ເຈີ່ນກົງເລນ ແບ່ງປັນວ່າ.

        “ຍ້ອນຂ້າພະເຈົ້າມີຄວາມເມົາມົວກັບບັນຫາດ້ານເຕັກນິກກະສິກຳ, ສະນັ້ນຢູ່ໃນການຝຶກອົບຮົມຄັ້ງຕ່າງໆ, ຂ້າພະເຈົ້າຄົ້ນຄວ້າໃນປື້ມຈຳນວນໜຶ່ງ ກ່ຽວກັບກະສິກຳ ສະນັ້ນຂ້າພະເຈົ້າໄດ້ຊ່ວຍພໍ່ແມ່ປະຊາຊົນກ່ຽວກັບເຕັກນິກໃນລະດັບຄວາມສາມາດຂອງຂ້າພະເຈົ້າ. ເບິ່ງຄືວ່າ, ຂ້າພະເຈົ້າມີຄວາມເມົາມົວກັບຜູ້ອອກແຮງງານ, ໂດຍສະເພາະແມ່ນຊາວກະສິກອນປູກເຂົ້າ, ປູກຕົ້ນໄມ້ກິນໝາກຢູ່ຊົນນະບົດທີ່ສຸດ.”

        ກໍ່ຍ້ອນໄດ້ອັບເດັດຄວາມຮູ້ ແລະ ບົດຮຽນໃນການຜະລິດ, ໃນໄລຍະຜ່ານມາ, ຊາວກະສິກອນຕາແສງ ດ້າວແທ້ງ ຍາມໃດກໍ່ນຳໜ້າໃນບັນດາຮູບແບບຜະລິດກະສິກຳ, ໂດຍສະເພາະແມ່ນຮູບແບບປູກຕົ້ນໝາກລຳໄຍ, ໝາກກ້ຽງໃຫຍ່ເປືອກຂຽວ ທີ່ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງ. ທ່ານ ວໍວັນທຽດ, ຊາວກະສິກອນ ຢູ່ຕາແສງ ດ້າວແທ້ງ ໄດ້ແບ່ງປັນວ່າ, ບັນລຸຜົນສຳເລັດໃນການຜະລິດ, ບືນຕົວຂຶ້ນ, ຫຼຸດພົ້ນອອກຈາກຄວາມທຸກຍາກຂອງພໍ່ແມ່ປະຊາຊົນໃນທ້ອງຖິ່ນນີ້ ພາກສ່ວນໜຶ່ງແມ່ນຍ້ອນມີການປະກອບສ່ວນຂອງທ່ານ ເຈີ່ນກົງເລນ. ທ່ານ ວໍວັນທຽດ ກ່າວວ່າ.

        “ຂ້າພະເຈົ້າເຫັນວ່າ, ທ່ານ ເຈີ່ນກົງເລນ ໄດ້ຕິດພັນກັບວຽກງານຂອງສະຫະກອນກະສິກຳນັບແຕ່ປີ 1978 ມາຮອດປະຈຸບັນ. ທ່ານເຮັດວຽກໂດຍບໍ່ມີເງິນເດືອນ ແຕ່ທ່ານໄດ້ຕັ້ງໜ້າເຮັດວຽກທີ່ສຸດ. ທ່ານໄດ້ຕິດຕໍ່ພົບພັນກັບສະຖາບັນຕົ້ນໄມ້ກິນໝາກ ເພື່ອນຳແນວພັນປູກມາໃຫ້ຊາວກະສິກອນປູກ. ບັນດາສິ່ງທີ່ສະຖາບັນຖ່າຍທອດໃຫ້, ທ່ານໄດ້ແນະນຳໃຫ້ພໍແມ່ປະຊາຊົນ ເພື່ອໃຫ້ກຳແໜ້ນໄດ້”.

        ເຖິງວ່າມີອາຍຸສູງແລ້ວກໍ່ຕາມ, ແຕ່ລຸງ ເຈີ່ນກົງເລນ ຍັງມີຄວາມຂະຫຍັນຂັນເຄື່ອນ, ມີຫົວປະດິດສ້າງ, ມີຂໍ້ລິລື່ມໃນວຽກງານຮັບເອົາ ແລະ ນຳໃຊ້ບັນດາຄວາມກ້າວໜ້າໃນການຜະລິດກະສິກຳ. ບໍ່ພຽງແຕ່ເປັນຜູ້ອອກແຮງງານເກັ່ງເທົ່ານັ້ນ, ລຸງ ເຈີ່ນກົງເລນ ຍາມໃດກໍ່ສຸດຈິດສຸດໃຈຊ່ວຍເຫຼືອທຸກຄົນອີກດ້ວຍ. ລຸ່ງ ເຈີ່ນກົງເລນ, ແບ່ງປັນວ່າ.

        “ນ້ຳໃຈຄວາມຮັກແພງຂອງຂ້າພະເຈົ້າ ແລະ ຊາວກະສິກອນຍາມໃດກໍ່ໄດ້ສະຫງວນໃຫ້ກັນ . ຂ້າພະເຈົ້າຊ່ວຍເຫຼືອເຂົາເຈົ້າໃນຂອບເຂດຄວາມສາມາດຂອງຕົນ, ຂ້າພະເຈົ້າຮູ້ສຶກມ່ວນຫຼາຍ. ປະຈຸບັນ, ຕາແສງ ດ້າວແທ້ງ ກະກຽມເປັນຕາແສງທີ່ບັນລຸມາດຕະຖານໃນການກໍ່ສ້າງຊົນນະບົດໃໝ່, ສະນັ້ນຂ້າພະເຈົ້າຈຶ່ງຊ່ວຍ ພໍ່ແມ່ປະຊາຊົນ ແລະ ບັນດາການນຳຕາແສງ ເພື່ອສຳເລັດການຜະລິດກະສິກຳ”.

        ລຸງເຈີ່ນກົງເລນ ປະຕິບັດວຽກງານສັງຄົມມາເປັນເວລາ 22 ປີໂດຍບໍ່ມີເງິນເດືອນ, ຢູ່ທ້ອງຖິ່ນ, ລຸງໄດ້ຮັບຖືວ່າ “ເປັນວິສະວະກອນຂອງຊາວກະສິກອນ’, ບໍ່ພຽງແຕ່ຊ່ວຍຊາວກະສິກອນຢູ່ທ້ອງຖິ່ນຜະລິດເກັ່ງເທົ່ານັ້ນ ຫາກລຸງຍັງແມ່ນແບບຢ່າງນຳໜ້າໃນການພັດທະນາເສດຖະກິດຄອບຄົວ ເພື່ອໃຫ້ພໍແມ່ປະຊາຊົນທ້ອງຖິ່ນຄົ້ນຄວ້າພິຈາລະນາ ແລະ ປະຕິບັດຕາມ. ລຸງ ເຈີ່ນກົງເລນ ໄດ້ຮັບການຄັດເລືອກເປັນຜູ້ສົ່ງເສີມກະສິກຳເກັ່ງຂອງແຂວງຕ່ຽນຢາງ ໄປລາຍງານແບບຢ່າງຢູ່ຮ່າໂນ້ຍ ກ່ຽວກັບຮູບແບບການຄຸ້ມຄອງໂລກລະບາດສັງລວມ APM ຢູ່ທົ່ງນາ.

ຕອບກັບ

ຂ່າວ/ບົດ​ອື່ນ