ເຈົ້າຂອງຟາມຊາວຫວຽດນາມ ຢູ່ດິນແດນລັດເຊຍ

(VOVWORLD) -Bashkortostan ແມ່ນປະເທດຂຶ້ນກັບສະຫະພັນລັດເຊຍ. ນີ້ແມ່ນໜຶ່ງໃນບັນດາເຂດເສດຖະກິດພັດທະນາທີ່ສຸດຂອງລັດເຊຍ ນັບທັງດ້ານອຸດສາຫະກຳ ແລະ ກະສິກຳ. ຄວາມສາມາດບົມຊ້ອນດ້ານທີ່ດິນ ແລະ ຄວາມຕ້ອງການກ່ຽວກັບບັນດາຜະລິດຕະພັນກະສິກຳຢູ່ທີ່ນີ້ຍັງໃຫຍ່ຫຼວງຢູ່.
ເຈົ້າຂອງຟາມຊາວຫວຽດນາມ ຢູ່ດິນແດນລັດເຊຍ - ảnh 1 (ທ່ານ ເຈີ່ນຫງອັກຕ໋ວນ)

ນີ້ແມ່ນປະຖົມປັດໃຈສະດວກເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ທີ່ນີ້ ສາມາດລົງທຶນເຂົ້າໃນການຜະລິດກະສິກຳ, ຫາເງິນລ້ຽງຊີບຍາວນານ ໃນສະພາບການເຄື່ອນໄຫວຄ້າຂາຍ, ດຳເນີນທຸລະກິດທີ່ນັບມື້ນັບປະສົບກັບຄວາມຫຍຸ້ງຍາກ. ທ່ານ ເຈີ່ນຫງອັກຕ໋ວນ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ປະເທດສ. Bashkortostan, ເປັນຜູ້ນຳໜ້າລົງທຶນເຂົ້າໃນຂົງເຂດການຜະລິດກະສິກຳຢູ່ທ້ອງຖິ່ນ.

        ທ່ານ ເຈີ່ນຫງອັກຕ໋ວນ, ໄດ້ສະໜິດຕິດພັນກັບ Bashkortostan ເປັນເວລາເກືອບ 30 ປີ ແລະ ທ່ານໄດ້ຖືເຂດນີ້ຄືດັ່ງບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ. ປີນີ້ທ່ານມີອາຍຸກວ່າ 50 ປີ, ທ່ານໄດ້ເລືອກເອົາຂົງເຂດກະສິກຳເພື່ອລົງທຶນ ພາຍຫຼັງທີ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນຂົງເຂດດຳເນີນທຸລະກິດອື່ນໆຄື: ລົງທຶນກໍ່ສ້າງສູນການຄ້າ ແລະ ໂຮງງານຜະລິດບັນດາປະເພດສິນຄ້າອຸດສາຫະກຳ.

ທ່ານ ຕ໋ວນ ໄດ້ກຳເນີດຂຶ້ນຢູ່ແຂວງ ທ໋າຍບິ່ງ, ເຊິ່ງເປັນແຂວງມີຊື່ສຽງໃນການເຮັດກະສິກຳ. ສະນັ້ນ, ສຳລັບທ່ານແລ້ວ, ກະສິກຳຍາມໃດກໍ່ມີຄວາມໝາຍພິເສດ. ທ່ານ ເຈີ່ນຫງອັກຕ໋ວນ ແບ່ງປັນວ່າ.

        “ເຂດຟາມຂອງພວກຂ້າພະເຈົ້າລົງທຶນຮອດເດືອນມີນາ ແມ່ນຄົບ 3 ປີ, ໂດຍເລີ່ມມາຈາກຄວາມຮັກບ້ານເກີດເມືອງນອນເຊິ່ງແມ່ນດິນແດນຜະລິດກະສິກຳ. ເມື່ອມາແຫ່ງນີ້ເຫັນວ່າ ເຂດດິນແດນຂອງລັດເຊຍ ແມ່ນກວ້າງໃຫຍ່ໄພສານ ແລະ ໄດ້ຮັບການສະໜັບສະໜູນ, ສົ່ງເສີມຈາກອຳນາດການປົກຄອງຂອງປະເທດປະຈຳຖິ່ນ, ສະນັ້ນ, ຂ້າພະເຈົ້າຈຶ່ງຕົກລົງລົງທຶນເຂົ້າຂົງເຂດກະສິກຳ. ເຂດຟາມນີ້ກວ້າງ 700 ເຮັກຕາ, ເຊິ່ງຕົ້ນຕໍແມ່ນປູກເຂົ້າບະເລ່, ພັດທະນາການລ້ຽວງົວ, ແກະ, ມ້າ ເພື່ອມີບັນດາຜະລິດຕະພັນປອດສານພິດ”.

ເຈົ້າຂອງຟາມຊາວຫວຽດນາມ ຢູ່ດິນແດນລັດເຊຍ - ảnh 2 (ອຸນຫະພູມແມ່ນລົບ 10 ຫາ 20 ອົງສາ C, ຊຳບໍ່ໜຳຍັງຕ່ຳກວ່ານັ້ນອີກ, ພັດປະກົດມີໜານຜັກຂຽວເຕັມສວນ)

ມາຢ້ຽມຢາມຟາມຂອງທ່ານ ເຈີ່ນຫງອັກຕ໋ວນ, ຖ້າຫາກບໍ່ໄດ້ເຫັນປະຈັກຕາ, ຍາກທີ່ຈະເຊື່ອໄດ້ວ່າ, ຍາມລະດູໜາວມີຫິມະປົກຄຸ້ມໄປທົ່ວ, ອຸນຫະພູມແມ່ນລົບ 10 ຫາ 20 ອົງສາ C, ຊຳບໍ່ໜຳຍັງຕ່ຳກວ່ານັ້ນອີກ, ພັດປະກົດມີໜານຜັກຂຽວເຕັມສວນ, ມີສັດລ້ຽງເຕັມຄອກ.

        ຢູ່ທີ່ນີ້, ຜັກໄດ້ປູກໃນເຮືອນແກ້ວ, ມີລະບົບອາຍນ້ຳທຳຄວາມອຸ່ມຍາມລະດູໜາວ, ຜັກໄດ້ຮັບການບົວລະບັດຕາມຂັ້ນຕອນດ້ວຍທາດອົງຄະທາດເພື່ອສາມາດຜະລິດອອກບັນດາຜະລິດຕະພັນປອດສານພິດ. ສ່ວນບັນດາສັດລ້ຽວຄື: ມ້າ, ງົວນົມ, ແກະ… ແມ່ນລ້ຽງດ້ວຍຫຍ້າ, ອາຫານປອດສານພິດ. ອົງການຄຸ້ມຄອງດ້ານການຄ້າ ແລະ ປົກປ້ອງສິດຂອງຜູ້ບໍລິໂພກ, ອຸປະໂພກ Bashkortostan ໄດ້ສະໜອງໃບຢັ້ງຢືນຜະລິດຕະພັນຂອງຟາມແມ່ນຜະລິດຕະພັນປອດສານພິດ. ເລື່ອງຈຳໜ່າຍຜະລິດຕະພັນແມ່ນມີຄວາມສະດວກພໍສົມຄວນ ຍ້ອນໄດ້ຮັບໃບສັ່ງຊື້ຂອງປະຊາຄົມຊາວຫວຽດນາມ ຢູ່ທ້ອງຖິ່ນ, ຢູ່ມົດສະກູ ກໍຄືຈາກຫຼາຍນະຄອນອື່ນໆຂອງລັດເຊຍ.

        ຢູ່ທີ່ນີ້ມີຊາວກະສິກອນຫວຽດນາມ ມາເຮັດວຽກ, ດ້ວຍເງື່ອນໄຂດຳລົງຊີວິດໄດ້ຮັບການຮັບປະກັນ, ສ້າງລາຍຮັບເປັນປົກກະຕິ. ອ້າຍ ຫງວຽນຫງອັກຊວນ, ບ້ານເກີດເມືອງນອນຢູ່ແຂວງ ທ໋າຍບິ່ງ, ມາເຮັດວຽກຢູ່ທີ່ນີ້ເປັນເວລາ 3 ປີໃຫ້ຮູ້ວ່າ.

        “ຂ້າພະເຈົ້າມາເຮັດວຽກຢູ່ທີ່ນີ້ເປັນເວລາ 3 ປີແລ້ວ. ເມື່ອຫາກໍ່ມາແມ່ນຍັງບໍ່ທັນຮູ້ວິທີລ້ຽງສັດ, ໄດ້ຮັບການແນະນຳຈາກທ່ານຕ໋ວນ, ປະຈຸບັນກໍ່ຮູ້ເຮັດວຽກເຮັດງານແລ້ວ. ຢູ່ນີ້ການຕັດຫຍ້າ, ເກັບກ່ຽວລ້ວນແຕ່ໃຊ້ຈັກ, ມີພຽງການດູດນ້ຳ, ເອົາອາຫານໃຫ້ງົວກິນ… ແມ່ນເຮັດດ້ວຍມືເທົ່ານັ້ນ. ເງື່ອນໄຂການເຮັດວຽກຢູ່ທີ່ນີ້ແມ່ນດີກວ່າຢູ່ຫວຽດນາມ, ລາຍຮັບສູງທົບ 3 – 4 ເທົ່າເມື່ອທຽບໃສ່ຢູ່ຫວຽດນາມ”.

        ໃນການດຳເນີນທຸລະກິດ, ທ່ານ ເຈີ່ນຫງອັກຕ໋ວນ ຍາມໃດກໍ່ມີແນວຄວາມຄິດທີ່ວ່າ, ເຮັດວຽກບໍ່ພຽງແຕ່ເປັນການສ້າງລາຍຮັບ, ສ້າງຄວາມຮັ່ງມີໃຫ້ແກ່ຕົນເອງເທົ່ານັ້ນ, ຫາກຍັງສ້າງວຽກເຮັດງານທຳໃຫ້ຍາດຕິພີ່ນ້ອງ, ພໍ່ແມ່ປະຊາຊົນໃນປະຊາຄົມ ກໍຄືປະຊາຊົນຢູ່ທ້ອງຖິ່ນອີກດ້ວຍ ເພື່ອໃຫ້ອຳນາດການປົກຄອງຢູ່ທີ່ນີ້ເຫັນໄດ້ວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ທີ່ນີ້ ຢາກທຳມາຫາກິນ, ດຳລົງຊີວິດຍາວນານ, ມີການປະກອບສ່ວນໃຫ້ແກ່ທ້ອງຖິ່ນ. ທ່ານ ຕ໋ວນແບ່ງປັນວ່າ.

        “ຂ້າພະເຈົ້າປາດຖະໜາຢາກເຮັດແນວໃດເພື່ອນຳວິທະຍາສາດເຕັກນິກ ເພື່ອພັດທະນາການລ້ຽງງົວພັນນົມ, ນັ້ນແມ່ນແຫຼ່ງສະໜອງນ້ຳນົມ, ໃນປະຈຸບັນ, ລັດເຊຍພວມຂາດເຂີນ ແລະ ເຂົ້າເຈົ້າມີຄວາມຕ້ອງການ. ສະນັ້ນ, ຂ້າພະເຈົ້າປາດຖະໜາຢາກໄດ້ຮັບການໜູນຊ່ວຍຈາກບັນດານັກລົງທຶນຢູ່ພາຍໃນປະເທດ, ບັນດາຜູ້ມີຄວາມມັກຮັກອາຊີບກະສິກຳ, ລ້ຽງສັດເພື່ອໝູນໃຊ້ພື້ນຖານໂຄງລ່າງຂອງເຂົາເຈົ້າທີ່ສະຫງວນໃຫ້ແກ່ຕົນຢ່າງສຸດຂີດ”.

        ບັນດາຄວາມມານະພະຍາຍາມ, ດຸໝັ່ນຂະຫຍັນພຽນໃນການເຮັດວຽກ, ເຄົາລົບກົດໝາຍປະເທດປະຈຳຖິ່ນ, ຂອງທັງປະຊາຄົມຊາວຫວຽດນາມ ອາໄສຢູ່ທີ່ນີ້, ເຊິ່ງທ່ານ ເຈີ່ນຫງອັກຕ໋ວນ ເປັນປະທານສະມາຄົມຊາວຫວຽດນາມ, ໄດ້ ແລະ ພວມໄດ້ຮັບການຕອບແທນ

        ໃນໄລຍະຜ່ານມາ, ອຳນາດການປົກຄອງປະເທດປະຈຳຖິ່ນໄດ້ສ້າງທຸກເງື່ອນໄຂສະດວກດ້ານໜັງສື, ລະບຽບການດ້ານກົດໝາຍ ເພື່ອໃຫ້ພໍ່ແມ່ພີນ້ອງຊາວຫວຽດນາມ ໄດ້ດຳລົງຊີວິດ, ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍ. ຖ້າຫາກລົງທຶນເຂົ້າໃນຂົງເຂດກະສິກຳ ນັ້ນແມ່ນສາມາດເຊົ່າທີ່ດິນເຖິງ 49 ປີ, ດ້ວຍອັດການເສຍພາສີຕໍ່ທີ່ສຸດ. ສະນັ້ນ, Bashkortostan ໄດ້ ແລະ ພວມແມ່ນເຂດດິນແດນທີ່ສະດວກສຳລັບປະຊາຄົມຊາວຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ