ເດືອນພຶດ​ສະ​ພາຢູ່ເຂດປູຊະນີຍະສະຖານໄຊຊະນະ ດ້ຽນບຽນຝູ

(VOVWORLD) - ວັນທີ 7 ພຶດສະພາ 1954, ຫວຽດນາມ ຮັບການຮູ້ຈັກເຖິງຈາກໂລກດ້ວຍໄຊຊະນະ ດ້ຽນບຽນຝູ ທີ່ “ໂດ່ງດັງໃນ 5 ທະວີບ, ມີຄວາມສັ່ນສະເທືອນໄປທົ່ວໂລກ”, ໄຊຊະນະນີ້ໄດ້ສ້າງບາດລ້ຽວເຮັດໃຫ້ປ່ຽນແປງສະຖານະການສົງຄາມໂດຍກົງພາໄປເຖິງການລົງນາມໃນສັນຍາ ເຊີແນວ ໃນປີ 1954, ຢຸດຕິສົງຄາມ, ສັນຕິພາບໄດ້ກັບຕ່າວຄືນມາຢູ່ອິນດູຈີນ. ແຕ່ລະປີ, ເມື່ອຮອດໂອກາດສະເຫຼີມສະຫຼອງໄຊຊະນະ ດ້ຽນບຽນຝູ, ແຂກທ່ອງທ່ຽວຢູ່ທຸກສາລະທິດ ໄດ້ໄປຍັງແຂວງ ດ້ຽນບຽນ, ຢ້ຽມຢາມກຸ່ມປູຊະນີຍະສະຖານໄຊຊະນະ ດ້ຽນບຽນຝູ ເພື່ອເຂົ້າໃຈຕື່ມອີກກ່ຽວກັບຂອບຂະໜາດປະຫວັດສາດຂອງໄຊຊະນະອັນຍິ່ງໃຫຍ່ນີ້. ບົດຂຽນຂອງເລເຟືອງ, ນັກຂ່າວ VOV ດ້ວຍຫົວຂໍ້ວ່າ “ເດືອນພຶດສະພາຢູ່ເຂດປູຊະນີຍະສະຖານໄຊຊະນະ ດ້ຽນບຽນຝູ”.
ເດືອນພຶດ​ສະ​ພາຢູ່ເຂດປູຊະນີຍະສະຖານໄຊຊະນະ ດ້ຽນບຽນຝູ - ảnh 1

ເປັນເວລາ 63 ປີທີ່ໄດ້ຜ່ານພົ້ນໄປ, ບັນດາຮ່ອງຮອຍໃນກຸ່ມປູຊະນີຍະສະຖານໄຊຊະນະ ດ້ຽນບຽນຝູ ຍັງຄົງຮັກສາໄວ້ເໝືອນເດີມ, ຄືດັ່ງໜ້າປະຫວັດສາດໃນການຕ້ານສັດຕູຜູ້ຮຸກຮານທີ່ອົງອາດກ້າຫານຂອງຊາດ ຫວຽດນາມ, ເຊິ່ງແມ່ນໄຊຊະນະທີ່ປະຊາຊົນໃນທົ່ວປະເທດມີຄວາມເອກອ້າງທະນົງໃຈ, ເພື່ອນມິດສາກົນເຄົາລົບນັບຖື. ໃນຊຸມວັນນີ້, ແຕ່ລະຂະບວນລົດໄດ້ຂີ່ຕໍ່ກົ້ນກັນໄປຢ້ຽມຢາມບັນດາສະຖານທີ່ຂຶ້ນກັບກຸ່ມປູຊະນີຍະສະຖານ. ເຈືອຈານເຂົ້າກັບນັກທ່ອງທ່ຽວທີ່ໄປຢ້ຽມຢາມສະໜາມຮົບເກົ່າໃນເມື່ອກ່ອນ ມີບັນດານັກຮົບເກົ່າທີ່ມາຈາກທຸກເຂດພາກໃນທົ່ວປະເທດຊາດ. ໃນຈຳນວນນັ້ນ, ມີຫຼາຍຄົນເຄີຍມີຊຸມວັນເດືອນປີທີ່ສະໜິດຕິດພັນກັບມາສະໜາມຮົບ ດ້ຽນບຽນຝູ. ເມື່ອກັບຄືນສະໜາມຮົບເກົ່າ, ໃຜໆກໍ່ມີຄວາມຕື້ນຕັນໃຈ. ນັກຮົບເກົ່າ ຟ້າມຖັ໋ງ ໄດ້ແບ່ງປັນວ່າ:

        “ເມື່ອກັບຄືນມາສະໜາມຮົບໃນເມື່ອກ່ອນ, ໄດ້ຢືນຢູ່ໂນນ A1, ຂ້າພະເຈົ້າຂໍຂອບອົກຂອບໃຈຕໍ່ພໍ່ແມ່ປະຊາຊົນ, ບັນດາຜູ້ທີ່ໄດ້ກໍ່ສ້າງ ດຽນບຽນຝູ ເພື່ອໃຫ້ແຂວງ ດ້ຽນບຽນ ຄືໃນທຸກວັນນີ້. ຂ້າພະເຈົ້າກໍ່ຢາກແບ່ງປັນກັບດວງວີນຍານບັນດາເພື່ອນຮ່ວມກົມກອງຂອງຕົນທີ່ໄດ້ເສຍສະຫຼະຊີວິດ. ແລະ ພໍ່ແມ່ປະຊາຊົນໄດ້ມາຢ້ຽມຢາມໂນນ A1 ຈົ່ງຈົດຈຳໄວ້ວ່າ ມີນັກຮົບນັບຮ້ອຍນັບພັນຄົນໄດ້ເສຍສະຫຼະຊີວິດເພື່ອໃຫ້ພວກເຮົາມີຊີວິດຄືປະຈຸບັນ.”

        ກຸ່ມປູຊະນີຍະສະຖານສະໜາມຮົບ ດ້ຽນບຽນຝູ ແມ່ນເຂດປູຊະນີຍະສະຖານແຫ່ງຊາດພິເສດ, ດ້ວຍປູຊະນີຍະສະຖານ 45 ແຫ່ງ. ໃນນັ້ນມີບັນດາສະຖານທີ່ພິເສດຄື: ກອງບັນຊາການບັ້ນຮົບດ້ຽນບຽນຝູຂອງກອງທັບປະຊາຊົນ ຫວຽດນາມ, ຂຸມໃຕ້ດິນ De Castries, ໂນນ A1, ອະນຸສາວະລີໄຊຊະນະ ດ້ຽນບຽນຝູ, ຫໍພິພິຕະພັນໄຊຊະນະດ້ຽນບຽນຝູ ໄດ້ດຶງດູດແຂກມາຢ້ຽມຊົມ, ຊອກຮູ້ປະຫວັດສາດເປັນຈຳນວນຫຼວງຫຼາຍ. ສຳລັບແຂກທ່ອງທ່ຽວຫຼາຍຄົນ, ຄວາມປະທັບໃຈທີ່ສຸດແມ່ນການມາຢ້ຽມຢາມບັນດາປູຊະນີຍະສະຖານຄືນໃໝ່ແມ່ນກອງບັນຊາການບັ້ນຮົບ ດ້ຽນບຽນຝູ ຂອງກອງທັບປະຊາຊົນ ຫວຽດນາມ ນອນໃນເຂດປ່າດົງດິບຢູ່ຕາແສງ ເມື່ອງຟັງ. ພ້ອມກັນນັ້ນ, ຂຸມໃຕ້ດິນເຊິ່ງແມ່ນສູນບັນຊາຂອງນາຍພົນ De Castries ຖືກຕັ້ງຢູ່ໃຈກາງຖານທີ່ໝັ້ນ ດ້ຽນບຽນຝູ ໃນເຂດທົ່ງນາ ເມື່ອງແທງ ກໍ່ໄດ້ດຶງດູດແຂກທ່ອງທ່ຽວມາຢາມ ເປັນຈຳນວນຫຼວງຫຼາຍ, ພິເສດແມ່ນແຂກທ່ອງທ່ຽວຝຣັ່ງ. ນີ້ແມ່ນສະຖານທີ່ເຊິ່ງນາຍພົນ De Castries ແລະ ທະຫານ ຝຣັ່ງ ອອກມາຍອມຈຳນົນ. ທ່ານ Didiel, ແຂກທ່ອງທ່ຽວຊາວ ຝຣັ່ງ, ແບ່ງປັນວ່າ:

“ຂ້າພະເຈົ້າໄດ້ໄປຢ້ຽມຢາມຫໍພິພິທະພັນເພື່ອຮັບຟັງປະຫວັດສາດການຕໍ່ສູ້ຍາດເອົາຄວາມເສລີພາບຂອງປະຊາຊົນ ຫວຽດນາມ. ຂ້າພະເຈົ້າຮູ້ສຶກໂສກເສົ້າເສຍໃຈຫຼາຍເມື່ອໄດ້ເຫັນປະຈັກຕາການປະລາໄຊຂອງຊາວ ຝຣັ່ງ, ແຕ່ພ້ອມກັນນັ້ນ ກໍ່ມີຄວາມເພິ່ງພໍໃຈຍ້ອນວ່ານີ້ແມ່ນໄຊຊະນະເພື່ອຍາດເອົາຄວາມເສລີພາບ ແລະ ຄວາມເປັນເອກະລາດ. ໄຊຊະນະນີ້ໄດ້ລ່ວງເກີນຂອບເຂດການທະຫານ, ລ່ວງເກີນມາດຕະຖານການຊະນະ ແລະ ການປະລາໄຊ, ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນບັນດາຊົນເຜົ່າຢູ່ພາກເໜືອ ຫວຽດນາມ ແລະ ທົ່ວປວງຊົນ ຫວຽດນາມ ແມ່ນຈິດໜຶ່ງໃຈດຽວ.”

ເດືອນພຶດ​ສະ​ພາຢູ່ເຂດປູຊະນີຍະສະຖານໄຊຊະນະ ດ້ຽນບຽນຝູ - ảnh 2

ສຳລັບລຸ້ນໜຸ່ມທີ່ໄດ້ຮັບການກຳເນີດ ແລະ ເຕີບໃຫຍ່ໃນຍຸກສັນຕິພາບ, ເມື່ອໄດ້ໄປຢ້ຽມຢາມບັນດາສະຖານທີ່ໃນເຂດປູຊະນີຍະສະຖານປະຫວັດສາດ ດ້ຽນບຽນຝູ ກໍ່ເປັນການທັດສະນະສຶກສາ ທີ່ມີມູນຄ່າ. ມາຮອດປະຈຸບັນ, ເມື່ອໄດ້ເຫັນປະຈັກຕາບັນດາຮ່ອງຮອຍທີ່ຍັງຄົງຕົວໃນສະໜາມຮົບ ດ້ຽນບຽນຝູ, ລຸ້ນໜຸ່ມຍິ່ງມີຄວາມເອກອ້າງທະນົງໃຈກ່ຽວກັບໄຊຊະນະອັນຍິ່ງໃຫຍ່ຂອງລຸ້ນພໍ່ຕໍ່ລຸ້ນອ້າຍກ່ອນນີ້ 63 ປີ. ເອື້ອຍ ຫງວຽນບີກງອັກ, ຢູ່ລ້າງເຊີນ, ໃຫ້ຮູ້ວ່າ:

“ຂ້າພະເຈົ້າໄດ້ຮູ້ຈັກເຖິງໄຊຊະນະນີ້ຜ່ານໂທລະພາບຫຼາຍຄັ້ງແລ້ວ ແຕ່ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມດ້ຽນບຽນ. ສິ່ງທຳອິດທີ່ຂ້າພະເຈົ້າຮູ້ສຶກເມື່ອມາຢ້ຽມຢາມແຫ່ງນີ້ແມ່ນສັກສິດທີ່ສຸດ, ຮູ້ສຶກເປັນກຽດຫຼາຍ. ນອກຈາກໂນນ A1, ພວກຂ້າພະເຈົ້າຍັງໄດ້ໄປຢາມຂຸມໃຕ້ດິນ De Castries ແລະ ໄປຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ.”

ພ້ອມກັບການເຄື່ອນໄຫວໂຄສະນາ, ແນະນຳບັນດາສະຖານທີ່ທ່ອງທ່ຽວປະຫວັດສາດຢູ່ທ້ອງຖິ່ນ, ໃນໂອກາດສະເຫຼີມສະຫຼອງ 63 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ, ແຂວງ ດ້ຽນບຽນ ຍັງໄດ້ຈັດຕັ້ງບັນດາເຫດການວັດທະນະທຳ - ກິລາ ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນບໍລິເວນແຂວງ. ພາຍຫຼັງ 63 ປີ, ດ້ຽນບຽນຝູ, ເຂດດິນແດນ “ຖືກທຳລາຍຍ້ອນລູກລະເບີດ” ນັບມື້ນັບພັດທະນາ, ທັນສະໄໝ, ບ່ອນທີ່ປະຊາຊົນໄດ້ດຳລົງຊີວິດທີ່ສະຫງົບສຸກ, ອ່ີມໜຳສຳລານ ແລະ ສົມບູນພຸນສຸກ.

 

ຕອບກັບ

ຂ່າວ/ບົດ​ອື່ນ