ເທບບັນທຶກພາບວີດີໂອ “ລາວ - ຄວາມຄິດຮອດຄິດເຖິງບໍ່ອາດຫຼົງລືມໄດ້” ຂອງ ດັ້ງແທງຕູ່ງ

(VOVWORLD) - ເທບບັນທຶກພາບວີດີໂອ “ລາວ - ຄວາມຄິດຮອດຄິດເຖິງບໍ່ອາດຫຼົງລືມໄດ້” ຍາວ 3 ນາທີ 25 ວີນາທີ ຂອງດັ້ງແທງຕູ່ງ ໄດ້ເອົາລົງທາງ Facebook ດຶງດູດຜູ້ຊົມ 1,4 ລ້ານຄົນ ແລະ ໄດ້ແບ່ງປັນ “Share” 600 ເທື່ອ ແລະ ການຕີລາຄານັບຮ້ອຍເທື່ອ ໄດ້ກາຍເປັນ ເທບບັນທຶກພາບ ວີດີໂອ ພົ້ນເດັ່ນທີ່ສຸດໃນບັນດາເກີຣຸບ ຫວຽດນາມ -ລາວ. ນີ້ແມ່ນຄັ້ງທຳອິດ ຕູ່ງ ປະຕິບັດລາຍການທ່ອງທ່ຽວດ້ວຍຜູ້ດຽວໄປຍັງປະເທດລ້ານຊ້າງ ດ້ວຍລົດຈັກ - ຄືດັ່ງສ່ຽວຂອງຕູ່ງ ໃນບັນດາລາຍການທ່ອງທ່ຽວ. ຈົ່ງພ້ອມກັບ ຢ້ຽມຮົ່ງ, ນັກຂ່າວ VOV ໂອ້ລົມກັບແທງຕູ່ງ ເພື່ອເຫັນວ່າລາວປະຕິບັດວີດີໂອດ້ວຍຜູ້ດຽວຄືແນວໃດແດ່.

ເທບບັນທຶກພາບວີດີໂອ “ລາວ - ຄວາມຄິດຮອດຄິດເຖິງບໍ່ອາດຫຼົງລືມໄດ້” ຂອງ ດັ້ງແທງຕູ່ງ - ảnh 1 ດັ້ງແທງຕູ່ງ ຢູ່ວຽງຈັນ

(ພາບ: facebook Dang Thanh Tung)

ດັ້ງແທງຕູ່ງ, ອາຍຸ 27 ປີ, ເຊິ່ງແມ່ນຊາວ ຫາຍຟ່ອງ, ລາວສູງ 1ເມັດ62, ມີນ້ຳໜັກ 49 ກີໂລກາມ, ຜິວດຳຍ້ອນເຄີຍດຳເນີນບັນດາການທ່ອງທ່ຽວດ້ວຍລົດຈັກໃນເວລາແດດຮ້ອນ. ຫວ່າງມໍ່ໆມານີ້, ຕູ່ງ ແລະ ລົດຈັກຂອງຕົນໄດ້ດຳເນີນລາຍການທ່ອງທ່ຽວເປັນເວລາ 8 ມື້ຢູ່ບາງແຂວງທາງພາກເໜືອ ແລະ ພາກກາງລາວ - ເຊິ່ງແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສວຍງາມດ້ວຍບັນດາບົດຮຽນທີ່ບັນດານັກທ່ອງທ່ຽວເຄີຍໄປທ່ຽວດ້ວຍລົດຈັກຄືຕູ່ງ ຖ່າຍທອດມາໃຫ້. ໃບໜ້າລ່ຽມ,  ຜິວດຳ, ໂສ້ງຄືທະຫານ, ເສື້ອຢຶດ, ເກີບກີລາ, balo ໃຫຍ່ຖືກເປ້ທາງຫຼັງ, ເບິ່ງຄືວ່າຕູ່ງ ແມ່ນຜູ້ບໍ່ມັກເວົ້າແຕ່ເມື່ອໄດ້ໂອ້ລົມກັບ ຕູ່ງແລ້ວ ເຫັນວ່າລາວເປັນຜູ້ເປີດອົກເປີດໃຈເມື່ອໂອ້ລົມກັບນັກຂ່າວຫຼາຍ:

ຕູ່ງ ເອົາເທບບັນທຶກພາບ ວີດີໂອ “ລາວ - ຄວາມຄິດຮອດຄິດເຖິງບໍ່ສາມາດຫຼົງລືມໄດ້” ລົງທາງ facebook ກ່ອນນີ້ 2 ກ່ວາເດືອນ, ກົງກັບໂອກາດໃກ້ຈະຮອດບຸນປີໃໝ່ລາວ. ເປີດສາກເທບບັນທຶກພາບວີດີໂອ ແມ່ນສຽງເວົ້າທີ່ສະໜິດສະໜົມ ຂອງຕູ່ງ ແລະ ດຶງດູດຜູ້ຊົມດ້ວຍການຖ່າຍທຳເຂດພູຜາປ່າໄມ້ທີ່ສະຫຼັບຊັບຊ້ອນ, ຕົ້ນໄມ້ຂຽວອູ່ມທູມ, ນາຂັ້ນໄດງາມຕາຢູ່ເຂດດ່ານຊາຍແດນ ນາຊອຍ (ແຂວງ ຫົວພັນ). ຕູ່ງໄດ້ຖ່າຍທຳບັນດາທັດສະນີຍະພາບນີ້ໄດ້ປະຕິບັດດ້ວຍ flycam ດ້ວຍຄວາມສູງ 70 -80 ແມັດ:

“ນ້ອງເຄີຍໄປທ່ຽວແຕ່ຜູ້ດຽວ. ບັນດາການຖ່າຍທຳຈາກຈຸດສູງນ້ອງຈະປະຕິບັດດ້ວຍເຄື່ອງບິນບັນຊາຈາກທາງໄກ. ນ້ອງຈະຕັ້ງຈຸດເລີ່ມຕົ້ນ, ສະຖານທີ່ສິ້ນສຸດ ແລະ ຂີ່ລົດຈັກຕາມວິເສັ້ນທາງບິນຂອງເຄື່ອງບິນ ດັ່ງນັ້ນຈຶ່ງມີບາງຕອນທີ່ສາມາດຖ່າຍທຳຮູບພາບນ້ອງຂີ່ລົດຈັກຢູ່ພື້ນທີ່ສູງ.”

ເຄີຍຮຽນກ່ຽວກັບເຕັກໂນໂລຢີ ຂໍ້ມູນຂ່າວສານ ແຕ່ມາຮອດປະຈຸບັນ, ວຽກງານຂອງຕູ່ງແມ່ນຖ່າຍຮູບ. ຕູ່ງຈັດເວລາເຮັດວຽກ ແລະ ເວລາໄປທ່ຽວດ້ວຍລົດຈັກເຖິງທຸກແຖບຖິ່ນຂອງປະເທດຊາດ ກໍ່ຄືໄປຕ່າງປະເທດເພື່ອຜະລິດບັນດາເທບບັນທຶກພາບວີດີໂອ ຢູ່ຊ່ອງ “Nếm tv” ທາງ youtube. ຕູ່ງໄດ້ໄປທ່ຽວຫຼາຍແຂວງທາງພາກເໜືອ ແລະ ພາກກາງລາວ ແຕ່ສະຖານທີ່ສ້າງຄວາມປະທັບໃຈທີ່ສຸດແມ່ນຫຼວງພະບາງ:

“ນ້ອງໄດ້ໄປຜ່ານຫຼາຍແຂວງຄື: ຫົວພັນ, ຊຽງຂວາງ, ຫຼວງພະບາງ, ວຽງຈັນ. ນ້ອງມັກບັນດາທັດສະນີຍະພາບຢູ່ຫຼວງພະບາງທີ່ສຸດ ຍ້ອນວ່າຢູ່ທີ່ນີ້ແມ່ນເມືອງຫຼວງເກົ່າແກ່, ງາມແບບທຳມະຊາດຄືຂອງໂຫ້ຍອານຢູ່ ຫວຽດນາມ, ແຕ່ມີຫຼາຍລາຍການລະຫຼິ້ນບັນເທິງສຳລັບໄວໜຸ່ມ.”

ເທບບັນທຶກພາບວີດີໂອ “ລາວ - ຄວາມຄິດຮອດຄິດເຖິງບໍ່ອາດຫຼົງລືມໄດ້” ຂອງ ດັ້ງແທງຕູ່ງ - ảnh 2 ດັ້ງແທງຕູ່ງໄດ້ໄປທ່ຽວຫຼາຍບ່ອນດ້ວຍລົດຈັກຂອງຕົນ

(ພາບ: facebook Dang Thanh Tung)

ໃນເທບບັນທຶກພາບວີດີໂອ, ຕູ່ງໄປຖ່າຍທຳວັດວາອາຮາມ, ທາດກວາງຊີ, ບັນດາຄູບາໄປບິນທະບາດ (ຢູ່ຫຼວງພະບາງ), ບັນດາຮອຍຍິ້ມຂອງຜູ້ເຖົ້າ, ເດັກນ້ອຍຢູ່ຕາມຖະໜົນຫົນທາງ, ບັນດາເອື້ອຍນ້ອງແມ່ຍິງຊົນເຜົ່າຢູ່ເຂດພູດອຍຫາບເຄື່ອງໄປຂາຍຢູ່ຕະຫຼາດ… ບັນດາຮູບພາບເຫຼົ່ານັ້ນແມ່ນລຽບງ່າຍ ແຕ່ເຂັ້ມຄົ້ນໄປດ້ວຍສີສັນຂອງລາວ. ເມື່ອເບິ່ງເທບບັນທຶກພາບວີດີໂອ, ມີຫຼາຍຄົນເຄີຍດຳລົງຊີວິດ ແລະ ຮ່ຳຮຽນຢູ່ລາວ ໄດ້ຄິດຮອດຄິດເຖິງປະເທດລາວ ສວຍງາມ, ຄິດຮອດຄິດເຖິງປະຊາຊົນ, ບັນດາເຍື່ອງອາຫານທຳມະດາແຕ່ແຊບຫຼາຍ. ແຕ່ກໍ່ມີຫຼາຍຄົນບໍ່ທັນໄດ້ໄປເມືອງລາວ ຈັກເທື່ອກໍ່ຕ້ອງເວົ້າວ່າ "ງາມຫຼາຍ":

“ຂ້າພະເຈົ້າມີເວລາດຳລົງຊີວິດຢູ່ລາວ ແຕ່ບໍ່ທັນໄດ້ໄປຮອດບັນດາແຂວງໃນວີດີໂອນີ້ຂອງ ຕູ່ງ. ຂ້າພະເຈົ້າຮູ້ສຶກວ່າງາມຫຼາຍ. ຂອບໃຈນຳ ຕູ່ງ ທີ່ໄດ້ຖ່າຍທຳວີດີໂອງາມຄືແນວນີ້ເພື່ອໃຫ້ຂ້າພະເຈົ້າໄດ້ຄິດຮອດຄິດເຖິງອະນຸສອນກ່ຽວກັບປະເທດສວຍງາມ, ບ່ອນທີ່ຂ້າພະເຈົ້າຮ່ຳຮຽນ ແລະ ເຮັດວຽກເປັນເວລາເກືອບ 10 ປີ”

“ທັດສະນີຍະພາບງາມຫຼາຍ. ຕົ້ນໄມ້ໃບຫຍ້າ, ເມັກ, ພູຜາປ່າໄມ້ສະຫຼັບຊັບຊ້ອນ, ທຳມະຊາດສວຍສົດງົດງາມຜ່ານກ້ອງ ຖ່າຍວີດີໂອຂອງຕູ່ງ. ຂ້າພະເຈົ້າຢາກໄປທ່ຽວຢູ່ນີ້ເທື່ອໜຶ່ງ.”

ຕອນທ້າຍຂອງເທບບັນທຶກພາບ ວີດີໂອ, ຕູ່ງເວົ້າວ່າຈະເລົ່າເລື່ອງກ່ຽວກັບປະເທດລ້ານຊ້າງທີ່ສວຍງາມໃຫ້ແມ່ເຖົ້າ, ໃຫ້ແມ່, ເມຍ, ໃຫ້ລູກ ແລະ ໃຫ້ທັງບັນດາຜູ້ບໍ່ເຄີຍໄປລາວຈັກເທື່ອຟັງ. ເທບບັນທຶກພາບ ວີດີໂອນີ້ຍັງສືບຕໍ່ຖືກບັນດາສະມາຊິກໃນ ເກີຣຸບ ລາວ -ຫວຽດນາມ ແບ່ງປັນ. ເພື່ອນສາມາດຊົມເທບບັນທຶກພາບວີດີໂອ “ລາວ - ຄວາມຄິດຮອດຄິດເຖິງບໍ່ອາດຫຼົງລືມໄດ້” ຂອງຕູ່ງ ຜ່ານແວບໄຊຂອງພວກຂ້າພະເຈົ້າດ້ວຍລະຫັດ http://vovworld.vn ແລະ ແບ່ງປັນຄວາມຮູ້ສຶກສະເພາະຂອງເພື່ອນໃຫ້ພວກຂ້າພະເຈົ້າແດ່ເດີ.

ຕອບກັບ

ຂ່າວ/ບົດ​ອື່ນ