ເພື່ອໃຫ້ບັນດາປະພາຄານເຈື່ອງຊາຍາມໃດກໍແຈ້ງສະຫວ່າງ

ເພື່ອໃຫ້ບັນດາປະພາຄານເຈື່ອງຊາຍາມໃດກໍແຈ້ງສະຫວ່າງ - ảnh 1
(ເກາະ ເຈື່ອງ​ຊາໃຫຍ່)

(vovworld)- ບັນ​ດາ​ປະ​ພາຄານ ຢູ່ ໝູ່​ເກາະ ເຈື່ອງ​ຊາ ເມືອງ ເຈື່ອງ​ຊາ ແຂວງ ແຄງ​ຮ່​ວາ ໂດຍ​ບໍ​ລິ​ສັດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລຢູ່ ທະ​ເລ​ຕາ​ເວັນ​ອອກ ແລະ ໝູ່​ເກາະ ​ຂຶ້ນ​ກັບ ບໍ​ລິ​ສັດ​ໃຫຍ່ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລ ພາກ​ໃຕ້, ຄຸ້ມ​ຄອງ ແລະ ນຳ​​ໃຊ້. ໂດຍຜ່າ​ນ​ຜ່າ​ຄວາມ​ຫຍຸ້ງ​ຍາກລຳ​ບາກ​ຈາກລົມ​ພາ​ຍຸ​, ​ແລະຄື້ນຟອງທະ​ເລ, ບັນ​ດາ​ພະ​ນັກ​ງານ​ຂອງ​ບໍ​ລິ​ສັດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ໃນການ​ເດີນ​ ທະ​ເລ​ຕາ​ເວັນ​ອອກ ແລະ ໝູ່​ເກາະ ຍາມ​ໃດ​ກໍ​ຮັກ​ສາ​ໃຫ້​ບັນ​ດາ​ປະ​ພາຄານ​ແຈ້ງ​ສະ​ຫວ່າງ, ​ເພື່ອໃຫ້​ກຳ​ປັ່ນ​ໄປ​ມາ​​ບົນ​ທະ​ເລຢ່າງ​ປອດ​ໄພ.

         ຢູ່​ທະ​ເລ​ທີ່ກວ້າງ​ໃຫຍ່, ເລື່ອງກໍ່​ສ້າງ​ ປະ​ພາ​ຄານ​ແມ່ນ​ຫຍຸ້ງ​ຍາກ​ລຳ​ບາກ​ທີ່​ສຸດ ແລະ ຕ້ອງ​ເສຍ​ເວ​ລາ​ຫລາຍ. ຈາກ​ການຂົນ​ສົ່ງ​ວັດ​ສະ​ດຸກໍ່​ສ້າງ, ອຸ​ປະ​ກອນ​ຮັບ​ໃຊ້​ ການກໍ່​ສ້າງ​ຕະ​ຫລອດ​ຮອດ​ການ​ສ້ອມ​ແປງບັນ​ດາ​ປະ​ພາ​ຄານ ​ລ້ວນ​ແຕ່​​ໂດຍ​ກຳ​ປັ່ນ ຫາຍ​ດັງ 5 ຮັບ​ຜິດ​ຊອບ. ກຳ​ປັ່ນ​ລຳ​ນີ້ ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວມາ​ເປັນ​ເວ​ລາ 10 ປີ, ​ບັນ​ລຸ​ ຄວາມ​ໄວ ພຽງ 6 ໄມ​ທະ​ເລ/ຊົ່ວ​ໂມງ (ປະ​ມານ 11 ກິ​ໂລ​ແມັດ) ແຕ່​ປະ​ຈຸ​ບັນ​ຍັງ​ຄົງ​ສືບ​ຕໍ່​ເຄື່ອນ​ໄຫວ​ຢູ່. ທ່ານ ຫງວຽນ​ດືງ​ຮູຍ, ຫົວ​ຫນ້າ​ພະ​ແນກ​ແຜນ​ການ ສັ​ງ​ກັດ​ບໍ​ລິ​ສັດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ການ​ເດີນທະ​ເລຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ໝູ່​ເກາະ ຊື່ງ​ແມ່ນ​ຜູ້​ທີ່​ໄດ້​ຕິດ​ພັນ​ກັບ​ບັນ​ດາ​ປະ​ພາ​ຄານມາ​ເປັນ​ເວ​ລາ​ຫລາຍ​ປີ​ໃຫ້​ຮູ້​ວ່າ.

        “ເມື່ອ​ອາ​ກາດຮ້າຍ​ແຮງ, ເລື່ອງ​ຂົນ​ສົ່ງ​ວັດ​ສະ​ດຸກໍ່​ສ້າງ​ແມ່ນ​ຫຍຸ້ງ​ຍາກ​ທີ່​ສຸດ. ​ເພື່ອ ກໍ່​ສ້າງ ປະພາຄານ ຢູ່ ເກາະ ອານ​ບາງ, ກຳ​ປັ່ນຫາ​ຍ​ດັງ ຕ້ອງ​ຢູ່​ເກາະ​ແຫ່ງນີ້​ 3 ເດືອນ. ເມື່ອ​ຂາດ​ວັດ​ສະ​ດຸກໍ່​ສ້າງ ກຳ​ປັ່ນ​ຕ້ອງ​ກັບ​ຄືນ ຍາ​ຈາງ ເພື່ອ​​ຂົນ​ສົ່ງ​ວັດ​ສະດຸມາ​ຮັບ​ໃຊ້ການກໍ່​ສ້າງ.”

        ມາ​ຮອດ​ປະ​ຈຸ​ບັນ ຢູ່​ໝູ່​ເກາະ ເຈື່ອງ​ຊາ ມີປະ​ພາ​ຄານ 9 ແຫ່ງ, ໃນ​ນັ້ນ 3 ແຫ່ງ​ໄດ້​ຮັບ​ການກໍ່​ສ້າງ​ຢູ່​ເກາະ​ໃຕ້​ນ້ຳ ດາ​ລາດ, ດາ​ໄຕ ແລະ​ຕຽນ​ຫນື. ນອກ​ຈາກ​ເບິ່ງ​ແຍງ​ຮັບປະກັນໃຫ້​ບັນ​ດາປະ​ພາ​ຄານ​ແຈ້ງ​ສະ​ຫວ່າງ​ແລ້ວ, ບໍ​ລິ​ສັດ​ດັ່ງ​ກ່າວ​ຍັງ​ຮັບ​ປະ​ກັນ​​ເລື່ອງອອກສັນ​ຍານ​ເດີນ​ທະ​ເລ​ໃຫ້ 21 ເກາະ ແລະ 33 ສະ​ຖານ​ທີ່​ໃນ​ເກາະ​ຢູ່​ເຂດ​ທະ​ເລ ເຈື່ອງ​ຊາ. ສອງ​ເດືອນ​ເທື່ອ​ຫນຶ່ງ, ກຳ​ປັ່ນ ຫາຍ​ດັງ 05 ຂົນ​ສົ່ງ​ອຸ​ປະ​ກອນ, ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໃຫ້​ແກ່​ພະ​ນັກ​ງານ​ຢູ່​ເມືອງ​ເກາະ ເຈື່ອງ​ຊາ. ນັບ​ແຕ່​ເດືອນ 10 ຂຶ້ນ​ໄປ, ອາ​ກາດ​ຢູ່​ທະ​ເລ​ແມ່ນ​ຮ້າຍ​ແຮງກວ່າ, ບາງ​ເທື່ອ​ກຳ​ປັ່ນບໍ່​ສາ​ມາດ​ລຳ​ລຽງ​ຂົນ​ສົ່ງ​ເຄື່ອງ​ຂອງ, ທັນ​ຍາ​ຫານ​ໃຫ​້​ພະ​ນັກ​ງານ​ຢູ່​ເມືອງ​ເກາະ​ ເຈື່ອງ​ຊາ​ໄດ້. ທ່ານ ຫງວຽນ​ຢີ​ຫຽດ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ໃຫ້ການ​ເດີນ​ທະ​ເລຢູ່ທະ​ເລ​ຕາ​ເວັນ​ອອກ ແລະ ໝູ່​ເກາະ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ພວມ​ສະ​ເຫນີ​ລັດ ຕໍ່​ກຳ​ປັ່ນ​ໃຫຍ່ກວ່າ​ຕື່ມ​ອີກ ເພື່ອ​ຮ​ັບ​ປະ​ກັນ​ໃຫ້​ການ​ລຳ​ລຽງ​ຂົນ​ສົ່ງ​ເຄື່ອງ​ຂອງ​ໃຫ້​ພະ​ນັກ​ງານ​ພວມ​ປະ​ຕິ​ບັດ​ງານ​ຢູ່​ໝູ່​ເກາະເຈື່ອງ​ຊາ.  ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ ແລະ ສະ​ເຫນີໃຫ້ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ແລະ ລັດມີ​ແຜນ​ການກໍ່​ສ້າງ​ບັນ​ດາ​ປະ​ພາ​ຄານຢູ່ 21 ເກາະ ທີ່​ຂຶ້ນ​ກັບໝູ່​ເກາະ ເຈື່ອງ​ຊາ ແລະ ປະ​ຈຸ​ບັນ ຍັງ​ມີເກາະ 13 ແຫ່ງບໍ່​ທັນ​ມີ​ປະ​ພາ​ຄານເພື່ອ​ຮັບ​ປະ​ກັນ​ຄ​ວາມ​ປອດ​ໄພ​​​ໃນການ​ຄົມ​ມະ​ນາ​ຄົມ​ບົນ​ທະ​ເລ​ໃຫ້​ແກ່​ກ​ຳ​ປັ່ນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ພິ​ເສດ ແມ່ນ​ຢືນຢັນອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢູ່ ທະ​ເລ​ຕາ​ເວັນ​ອອກ.”

ເພື່ອໃຫ້ບັນດາປະພາຄານເຈື່ອງຊາຍາມໃດກໍແຈ້ງສະຫວ່າງ - ảnh 2

(ປະພາຄານ ດ໋າລາດ)

         ທ່ານ ຟ້າມກວກ​ຊູຍ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ໃຫຍ່ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ໃນການ​ເດີນທະ​ເລ​ພາກ​ໃຕ້ ​ໃຫ້​ຮູ້​ວ່າ, ນອກຈາກ​ນຳ​ໃຊ້​ຄວາມ​ກ້າວ​ໜ້າດ້ານ​ວິທະຍາສາດ​ເຕັກນິກ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບລະບົບປະ​ພາ​ຄານ​ແລ້ວ, ທາງ​ບໍລິສັດ​ໃຫຍ່​ຍັງ​ປັບ​ປຸງ ແລະ ບູ​ລະ​ນະ​ຖັນ​ແຖວ​ພະ​ນັກ​ງານ, ກຳ​ມະ​ກອນທີ່​ເຮັດ​ວຽກ​ງານຮັກສາປະ​ພາ​ຄານ​ໃຫ້​ມີ​ຄຸນ​ນະ​ທາດໝັ້ນ​ຄົງ, ມີ​ລະ​ດັບ​ຄວາມ​ຮູ້​ດ້ານ​ວິ​ຊາ​ການ​ສູງ.

        “ບໍ​ລິ​ສັດ​ໃຫຍ່​ຈະສຸມ​ໃສ່ເລົງ​ທຶນ​ຕື່ມ​ອີກ​ໃຫ້​ເຂດ​ໝູ່​ເກາະ ເຈື່ອງ​ຊາ, ສ້າງ​ສະ​ພາບ​ແວດ​ລ້ອມ​ຮັບປະກັນ​ຄວາມ​ປອດ​ໄພ​​ໃຫ້ການ​ເດີນ​ທະ​ເລ​​ໃນພາກ​ພື້ນ. ພ້ອມ​ກັນ​ນັ້ນ ຍັງປະ​ຕິ​ບັດ​ບັນ​ດາ​ພັນ​ທະ, ສິດ ແລະ ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ທີ່​ມີ​ທະ​ເລ ແລະ ພ້ອມ​ກັບ​ບັນ​ດາ​ກຳ​ລັງ​ຄື ທະ​ຫານ​ເຮືອ ແລະ ບັນ​ດາ​ກຳ​ລັງ​ອື່ນ ກຽມພ້ອມ​​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ເມື່ອ​​ມີ​ຄວາມຈຳ​ເປັນ.”

        ​ໂດຍບໍ່​ຫວາດ​ຫວັ່ນ​​ຕໍ່ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ ທັງວັນ ແລະ ຄືນ​ ບັນ​ດາ​ກຳ​ມະ​ກອນ​ຢູ່​ປະພາ​ຄານ ເຈື່ອງ​ຊາ ​ໄດ້​ຮັກ​ສາ​ບັນ​ດາ​ປະພາ​ຄານ ໃຫ້ແຈ້ງ​ສະ​ຫວ່າງ. ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ຊາວ​ປະ​ມົງ​ອອກ​​ຫາ​ປາຢູ່ ໄກ​ຝັ່ງ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ​ບົນ​ທະ​ເລ​ຕາ​ເວັນ​ອອກອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ