ເລື່ອງ ກ່ຽວ ໃນການສະແດງຂັບແຈ່ວບ້ານ ຈວງ

(vovworld) - ​ເລື່ອງ ກ່ຽວ ​ໄດ້​ກ້າວ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດ້ວຍ​ຫຼາຍ​ຮູບ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ພື້ນ​ເມືອງ​ເຊັ່ນ: ດູ​ມໍ ກ່ຽວ, ຂັບ​ແຈ່ວ​ ກ່ຽວ, ຂັບ​ຕ່ວງ ກ່ຽວ… ບໍ່​ພຽງ​ແຕ່​ປະກົດ​ໃນ​ເວທີ​ສະ​ແດງ​ອາຊີບ​ເທົ່າ​ນັ້ນ, ​ເລື່ອງ ກ່ຽວ ​ຍັງ​ກ້າວ​ເຂົ້າ​ສູ່​ການ​ດຳ​ລົງ​ຊີວິດ​ຜ່ານ​ການສະ​ແດງ​ຂັບ​ແຈ່ວ​ຢູ່​ເຂດ​ບ້ານ​ນາ​ອີກ​ດ້ວຍ. ​ໃນ​ຊຸມ​ມື້​ນີ້, ຊາວບ້ານ ຈວງ, ຕາ​ແສງ ​ເຕິ​ນຟອງ, ​ເມືອງ ນິງຢາງ, ​ແຂວງ ຫາຍ​ເຢືອງ ​ໄດ້​ຈັດ​ລະຄອນ​ແຈ່ວ “ຮ້ວານ​ທື ຫຶງ​ຫວງ“ ​ທີ່ຄັດ​ຈາກ​ເລື່ອງ ກ່ຽວ, ​ເພື່ອ​ແນະນຳ​ເຖິງ​ໝູ່​ປະຊາຊົນ, ຄື​ດັ່ງ​ວິທີ​ໜຶ່ງ​ເພື່ອອາ​ໄລ​ຫາ​ນັກ​ກະວີ​ຜູ້​ຍິ່ງ​ໃຫຍ່ ຫງວຽນ​ຢູ, ​ໃນ​ໂອກາດ​ສ​ເຫຼີ​ມສະຫຼອງ 250 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ (1766-1820).

ເລື່ອງ ກ່ຽວ ໃນການສະແດງຂັບແຈ່ວບ້ານ ຈວງ - ảnh 1

ການ​ຝຶກ​ແອບ​ຂັບ​ແຈ່ວ​ຢູ່​ບ້ານ​ໃນ​ເຂດ​ຊົນນະບົດ
(ພາບປະກອບ)

        ​ໃນ​ຫຼາຍ​ເດືອນ​ມາ​ນີ້, ຕອນ​ບ່າຍ​ມື້​ໃດ​ອ້າຍ ຫງວຽນ​ບ໋າ​ຫວ່າງ ກໍ່​ພ້ອມ​ກັບ​ເອື້ອຍ​ນ້ອງ​ໃນ​ບ້ານ ຈວງ, ຕາ​ແສງ ​ເຕິ​ນຟອງ, ​ເມືອງ ນິງຢາງ, ​ແຂວງ ຫາຍ​ເຢືອງ ຝຶກແອບຢູ່​ຕໍ່ໜ້າ​ຫໍ​ວັດທະນະທຳ​ບ້ານ ​ເພື່ອ​ກະກຽມ​ໃຫ້ການ​ສະ​ແດງ​ລະຄອນ​ແຈ່ວ “ຮ້ວານ​ທື ຫຶງ​ຫວງ“. ອ້າຍ ຫງວຽນ​ບ໋າ​ຫວ່າງ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ແມ່ນ​ຊາວ​ກະສິກອນ, ​ເວລາ​ເຂົ້າ​ຮ່ວມ​ຂະ​ບວນການ​ສະ​ແດງສິລະ​ປະສ່ວນ​ຫຼາຍ​ແມ່ນ​ຕອນ​ຄຳ່. ​ເວລາ​ວ່າງ​ວຽກ, ອ້າ​ຍນ້ອງ​ພວກ​ຂ້າພະ​ເຈົ້າ​ກໍ່​ພາກັນ​ໄປ​ຫໍ​ວັດທະນະທຳ​ເພື່ອ​ຝຶກແອບ​. ​ປະຈຸ​ບັນ, ເລື່ອງ ກ່ຽວ ​ໄດ້​ລົງ​ເລິກ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ທຸກ​ຄົນ​ຕ່າງ​ກໍ່​ມັກ​ອ່ານ. ຂ້າພະ​ເຈົ້າ​ເປັນ​ຜູ້​ເສບ​ດົນຕີ, ຕ້ອງ​ເສບ​ຄື​ແນວ​ໃດ​ໃຫ້​ມ່ວນ, ສ່ວນ​ຜູ້​ຂັບ​ແຈ່ວ​ກໍ່ຕ້ອງ​ສະ​ແດງ​ຄື​ແນວ​ໃດ​ເພື່ອ​ໃຫ້​ຜູ້​ຊົມ​ເຫັນ​ໄດ້​ນິດ​ໄສ​ພົ້ນ​ເດັ່ນຂອງ​ຕົວ​ລະຄອນ“.

ເທບ​ສຽງ​ປະກອບ

        “ຮ້ວານ​ທື ຫຶງ​ຫວງ“ ​ແມ່ນ​ຕອນ​ທີ່​ເລິກ​ແລບ​ແຍບຄາຍ​ທີ່​ສຸດ​ໃນ​ເລື່ອງ ກ່ຽວ, ​ເຊິ່ງນັກ​ກະວີ​ຜູ້​ຍິ່ງ​ໃຫຍ່ ຫງວຽນ​ຢູ  ​ໄດ້​ສະ​ແດງ​ຜ່ານ​ສິລະ​ປະ​​ໃຊ້​ສັບ​ຢ່າງ​ຫຼັກ​ແຫຼມ​ແຍບຍົນ, ອັນ​ໄດ້​ເຮັດ​ໃຫ້​ນິດ​ໄສ​ຂອງ​ນາງ ຖູ໋ຍກ່ຽວ (ຜູ້​ທັງ​ສວຍ​ງາມ, ທັງ​ເກັ່ງ​ກ້າ​ສາມາດ) ​ແລະ ຮ້ວານ​ທື (ລູກ​ສາວ​ເຈົ້າ​ນາຍ​ ຜູ້​ມັກ​ຫຶງ​ຫວງ) ພົ້ນ​ເດັ່ນ​ຂຶ້ນ. ​ເອື້ອຍ ຫວູທິຮ່າ, ຜູ້​ສວມ​ເປັນ​ຕົວ​ລະຄອນ ຮ້ວານ​ທື, ​ໃຫ້​ຮູ້​ວ່າ:

        “​ໃນ​ເບື້ອງ​ຕົ້ນ​ຄິດ​ວ່າ​ເຮັດ​ບໍ່​ໄດ້, ​ແຕ່​ພາຍຫຼັງໄດ້​ຮັບ​ການ​​ແນະນຳຈາກ​ເອື້ອຍ​ນ້ອງ, ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ, ທັງ​ຝຶກແອບຢູ່​ຫໍ​ວັດທະນະທຳ, ທັງ​ຝຶກແອບ​ຢູ່​ເຮືອນ. ສຸດ​ທ້າຍຂ້າພະ​ເຈົ້າ​ກໍ່​ສວມ​ເປັນ​ຕົວ​ລະຄອນ​ນີ້​ໄດ້​“

        ລະຄອນ​ແຈ້ວ “ຮ້ວານ​ທື ຫຶງ​ຫວງ“ ມີ 7 ຕົວ​ລະຄອນ, ຜູ້​ສະ​ແດງ​ທັງ 7 ລ້ວນ​ແຕ່​ແມ່ນ​ຜູ້ຍິງ. ​ເພາະວ່າ​ຜູ້​ຊາຍ​ໃນ​ບ້ານ ລ້ວນ​ແຕ່​ໄປ​ເຮັດ​ວຽກ​ຢູ່​ໄກ, ດັ່ງ​ນັ້ນ​ຜູ້ຍິງ​ຕ້ອງ​ສວມ​ເປັນ​ຕົວ​ລະຄອນ​ຊາຍ. ​ເອື້ອຍ ຫງວຽນ​ທິ​ເຕືອຍ, ອາຍຸ 49 ປີ, ສວມ​ເປັນ​ຜູ້​ຮັບ​ໃຊ້​ໃນ​ຄອບຄົວ ຮ້ວານ​ທື, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ຫາ​ກໍ່​ສວມ​ເປັນ​ຕົວ​ລະຄອນ​ນີ້, ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຜູ້​ຊົມ​ຫົວ​ໄດ້, ພາຍຫຼັງ​ໄດ້​ຮັບ​ການ​ແນະນຳ​ຈາກ​ເພື່ອນ​ໃນ​ກອງ​ຂັບ​ແຈ່ງ​ບ້ານ​ອື່ນ, ຂ້າພະ​ເຈົ້າ​ກໍ່​ສວມ​ເປັນ​ຕົວ​ລະຄອນ​ຕະຫຼົກ​ໄດ້. ​ເມື່ອ​ເຫັນ​ຜູ້​ຊົມ​ຫົວ, ຂ້າພະ​ເຈົ້າ​ກໍ່​ຮູ້ສຶກ​ດີ​ໃຈ​ຫຼາຍ“.

        ​ໂດຍ​ແມ່ນ​ຜູ້​ທີ່​ມີ​ຄວາມ​ນິຍົມ​ກັບ​ສິລະ​ປະ​ຂັບ​ແຈ່ວ ນັບ​ແຕ່​​ເວລາ​ຍັງ​ນ້ອຍ, ອ້າຍ ຫງວຽນ​ຮູ​ຍລາບ, ຢູ່​ບ້ານ ຈວງ ​ເປັນ​ຜູ້​ທີ່​ຫັນ​ລະຄອນ “ຮ້ວານ​ທື ຫຶງ​ຫວງ“ ​ເປັນ​ລະຄອນ​ແຈ້ວ, ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຕ້ອງ​ອ່ານ​ລະຄອນ​ນັ້ນຫຼາຍ​ເທື່ອ​ເພື່ອ​ເລືອກ​ເອົາ​ຕອນ​ທີ່​ເໝາະ​ສົມ​ກັບ​ທຳນອງ​ແຈ່ວ. ​ໃນ​ລະຄອນ​ແຈ່ວ​ຕ້ອງ​ມີ​ຕົວ​ຕະຫຼົກ​ຈຶ່ງ​ສາມາດ​ເຊື່ອມ​ຕໍ່​ບັນດາ​ຕົວ​ລະຄອນ​ເຂົ້າ​ນຳ​ກັນ​ໄດ້“.

        “ຮ້ວານ​ທື ຫຶງ​ຫວງ“ ​ແມ່ນ​ລະຄອນ​ແຈ່ວ ບົດທີ 3 ຂອງ​ຊາວບ້ານ ຈວງ, ຖັດຈາກ​ລະຄອນ​ແຈ່ວ ​ເຈືອງ​ວຽນ ​ແລະ ​ເຕິ໋ມກ໋າມ. ພາຍຫຼັງ​ການ​ຝຶກ​ແອບ​ມາ​ເປັນ​ເວລາ​ຫຼາຍ​ມື້, ຊາວບ້ານ ຈວງ ສາມາດ​ສະ​ແດງລະຄອນ​ແຈ່ວ​ນີ້​ ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 250 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ນັກ​ກະວີ​ຜູ້​ຍິ່ງ​ໃຫຍ່ ຫງວຽນ​ຢູ ​ໄດ້. ​ເມື່ອ​ເຫັນ​ບັນດາ​ຊາວ​ກະສິກອນ​ຝຶກ​ແອບ ພວກ​ເຮົາກໍ່ສາມາດຮູ້ສຶກ​​ພະລັງ​ຊີວິດ​ຂອງ​ສິລະ​ປະ​ພື້ນ​ເມືອງ​ຂັບ​ແຈ່ວ​ຢູ່​ເຂດ​ບ້ານ​ນາ​ໄດ້.

 

ຕອບກັບ

ຂ່າວ/ບົດ​ອື່ນ