ເອກອັກຄະລັດຖະທູດ ປາແລັດສະຕິນ ດ້ວຍຄວາມຮັກຕໍ່ ຫວຽດນາມ

(VOVWORLD) - ໃນຊ່ວງເວລາທີ່ເປັນບ່າວ, Saadi Salama ເກີດມີຄວາມຮັກຢ່າງສຸດຊື້ງກັບຜູ້ສາວຊາວ ຮ່າໂນ້ຍ ຄົນໜຶ່ງ. 2 ຄົນໄດ້ແຕ່ງງານນຳກັນ ແລະ ປັດຈຸບັນເຂົາເຈົ້າມີລູກນຳກັນ 4 ຄົນ (ຍິງ 3, ຊາຍ 1). ລູກຂອງເຂົາເຈົ້າສາມາດເວົ້າທັງພາສາຫວຽດ, ພາສາອາຣັບ, ພາສາອັງກິດ, ພາສາຝຣັ່ງ ໄດ້ດີ

ໂດຍໄດ້ຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ ຫວຽດນາມ ມາເປັນເວລາເກືອບ 39 ປີ, ທ່ານເອກອັກຄະລັດຖະທູດ ປາແລັດສະຕິນ Saadi Salama ຖື ຫວຽດນາມ ແມ່ນບ້ານເກີດເມືອງນອນແຫ່ງທີ່ສອງຂອງຕົນ. ທ່ານເປັນຄົນທີ່ມີວາດສະໜາກັບ ຫວຽດນາມ ແລະ ຍາມໃດກໍ່ສະຫງວນອາລົມຈິດແບບພິເສດຕໍ່ປະເທດ ຫວຽດນາມ.

ເອກອັກຄະລັດຖະທູດ ປາແລັດສະຕິນ ດ້ວຍຄວາມຮັກຕໍ່ ຫວຽດນາມ - ảnh 1 ທ່ານເອກອັກຄະລັດຖະທູດ ປາແລັດສະຕິນ Saadi Salama 

Saadi Salama ເກີດວັນທີ 26 ເດືອນ ມັງກອນ ປີ 1961, ຢູ່ແຂວງ Hebron, ທາງພາກໃຕ້ ປາແລັດສະຕິນ. ນັບແຕ່ປີ 2009 ມາຮອດປັດຈຸບັນ, ທ່ານ Saadi Salama ເປັນເອກອັກຄະລັດຖະທູດລັດ ປາແລັດສະຕິນ ປະຈຳ ຫວຽດນາມ. ທ່ານ Saadi Salama ກໍ່ເຄີຍປະຕິບັດງານຢູ່ບັນດາອົງການທຸຕານຸທູດຂອງ ປາແລັດສະຕິນ ປະຈຳ ລາວ, ເຢແມນ, ການາ ມາແລ້ວ. ທ່ານ Saadi Salama ແມ່ນໜຶ່ງໃນຈຳນວນຊາວຕ່າງປະເທດໜ້ອຍຄົນທີ່ສາມາດເວົ້າພາສາຫວຽດ ໄດ້ດີຄືດັ່ງພາສາຂອງຕົນ. ທ່ານກໍ່ໄດ້ຮັບຖືວ່າ ແມ່ນນັກຊ່ຽວຊານຊາວມຸດສະລິມ ກ່ຽວກັບ ຫວຽດນາມ ເວົ້າສະເພາະ ແລະ ອາຊີຕາເວັນອອກສ່ຽງໃຕ້ເວົ້າລວມ.

ນັບແຕ່ຄາວຍັງເຍົາໄວ, ຕອນອາຍຸຫາກໍ່ໄດ້ 12 ປີ, Saadi Salama ໄດ້ມີຄວາມສົນໃຈເຖິງ ຫວຽດນາມ ແລ້ວ, ຕິດຕາມສະຖານະການການເມືອງ ແລະ ອ່ານຂ່າວຄາວກ່ຽວກັບ ຫວຽດນາມ ໃນແຕ່ລະມື້. Saadi Salama ມີຄວາມນິຍົມນັບຖືຕໍ່ຂະບວນການຕໍ່ສູ້ຍາດເອົາເອກະລາດຂອງຊາດ ຫວຽດນາມ ແລະ ໄດ້ເຂົ້າຮ່ວມການປະຕິວັດ ປາແລັດສະຕິນ ແຕ່ຄາວຍັງໜຸ່ມ. ເມື່ອອາຍຸໄດ້ 19 ປີ, ລາວໄດ້ຮັບທຶນສຶກສາຂອງອົງການປົດປ່ອຍ ປາແລັດສະຕິນ (PLO) ໄປຮຽນຢູ່ຕ່າງປະເທດ.  Saadi Salama ໄດ້ຕັດສິນໄປຮຽນຢູ່ມະຫາວິທະຍາໄລສັງລວມ ຮ່າໂນ້ຍ, ຫວຽດນາມ ເຖິງວ່າໃນຄາວນັ້ນ ລາວກໍ່ມີບັນດາການເລືອກເຟັ້ນອື່ນ ຄືໄປຮຽນຢູ່ ຣູມານີ ຫຼື ອີຕາລີ. ທ່ານເອກອັກຄະລັດຖະທູດ Saadi Salama ຫວນຄືນສູ່ຟັງວ່າ:

ຍ້ອນສະພາບການລວມຂອງ ປາແລັດສະຕິນ ແລະ ຫວຽດນາມ ຈຶ່ງໄດ້ພາໃຫ້ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບ ຫວຽດນາມ ແລະ ຄາວນັ້ນ ຂ້າພະເຈົ້າບໍ່ຄິດວ່າ ຕົນເອງຈະມີໂອກາດໄປ ຫວຽດນາມ ແຕ່ບຸນວາດສະໜາ ໄດ້ພາຂ້າພະເຈົ້າມາ ຫວຽດນາມ. ເມື່ອຂ້າພະເຈົ້າໄດ້ຮັບທຶນສຶກສາໄປຮຽນຢູ່ຫລາຍປະເທດ, ໃນນັ້ນມີ ຫວຽດນາມ ແຕ່ຂ້າພະເຈົ້າກໍ່ເລືອກເອົາ ຫວຽດນາມ ຍ້ອນວ່າຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ.

ໃນຊ່ວງເວລາທີ່ເປັນບ່າວ, Saadi Salama ເກີດມີຄວາມຮັກຢ່າງສຸດຊື້ງກັບຜູ້ສາວຊາວ ຮ່າໂນ້ຍ ຄົນໜຶ່ງ. 2 ຄົນໄດ້ແຕ່ງງານນຳກັນ ແລະ ປັດຈຸບັນເຂົາເຈົ້າມີລູກນຳກັນ 4 ຄົນ (ຍິງ 3, ຊາຍ 1). ລູກຂອງເຂົາເຈົ້າສາມາດເວົ້າທັງພາສາຫວຽດ, ພາສາອາຣັບ, ພາສາອັງກິດ, ພາສາຝຣັ່ງ ໄດ້ດີ, ເຖິງວ່າໄປໃສກໍ່ຕາມ ລູກຂອງເຂົາເຈົ້າກໍ່ລ້ວນແຕ່ມີຄວາມເອກອ້າງທະນົງໃຈຕໍ່ສັນຊາດ ປາແລັດສະຕິນ ແລະ ຫວຽດນາມ. ທ່ານເອກອັກຄະລັດຖະທູດ Saadi Salama ເຊື່ອໝັ້ນວ່າ ໃນອະນາຄົດລູກຂອງຕົນຈະປະກອບສ່ວນເຊື່ອມຕໍ່ນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ, ປາແລັດສະຕິນ.

ສຳລັບ ຫວຽດນາມ ແລ້ວ, ທ່ານເອກອັກຄະລັດຖະທູດ Saadi Salama ໄດ້ມີອະນຸສອນທີ່ເປັນໜ້າຈັບໃຈຫລາຍຢ່າງຢູ່ ຫວຽດນາມ, ທ່ານໄດ້ໄປຫລາຍບ່ອນຫລາຍທີ່ ເພື່ອຊອກຮູ້ຮີດຄອງປະເພນີ, ວັດທະນະທຳ, ປະເທດຊາດ ແລະ ຊາວ ຫວຽດນາມ ດ້ວຍຕົນເອງ. ທ່ານເອກອັກຄະລັດຖະທູດ Saadi Salama ແບ່ງປັນຄວາມໃນໃຈວ່າ ຍ້ອນດຳລົງຊີວິດຢູ່ ຫວຽດນາມ ເປັນເວລາຫລາຍປີ, ສະນັ້ນຄວາມຮູ້ສຶກດ້ານຈິດວິນຍານ ຫວຽດນາມ ຈຶ່ງຄ່ອຍໆຊຶມເຂົ້າເທື່ອລະໜ້ອຍ.

ເມື່ອດຳລົງຊີວິດຢູ່ ຫວຽດນາມ ນັ້ນ ຕ້ອງປະຕິບັດຕາມຮີດຄອງປະເພນີຂອງ ຫວຽດນາມ. ເມື່ອໄດ້ຊຶມເລິກເຂົ້າກັບຈິດວິນຍານຂອງ ຫວຽດນາມ ແລ້ວ, ຈິນຕະນາການ ແລະ ຄວາມນຶກຄິດຂອງຕົນກໍ່ບໍ່ແຕກຕ່າງຫຍັງກັບຊາວ ຫວຽດນາມ. ຂ້າພະເຈົ້າເຫັນວ່າ: ມີຄວາມຮັບຜິດຊອບ, ກ່ອນອື່ນໝົດແມ່ນເຮັດແນວໃດ ເພື່ອຊຸກຍູ້ການພົວພັນ 2 ປະເທດ ປາແລັດສະຕິນ ແລະ ຫວຽດນາມ ໃຫ້ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກຂົງເຂດເສດຖະກິດ, ການເມືອງ, ວັດທະນະທຳ, ກິລາ…ເຊິ່ງແມ່ນຜູ້ໜຶ່ງທີ່ມີຄວາມຮູ້ກ່ຽວກັບ ຫວຽດນາມ ຍ້ອນໄດ້ດຳລົງຊີວິດ ແລະ ຮ່ຳຮຽນຢູ່ ຫວຽດນາມ, ຕົນເອງມີໜ້າທີ່ໂຄສະນາພາບພົດ ຫວຽດນາມ ພໍ່ພຽງແຕ່ໃຫ້ຊາວ ປາແລັດສະຕິນ ຮູ້ເທົ່ານັ້ນ ຫາກຍັງໃຫ້ຊາວ ມຸດສະລິມ ແລະ ບັນດາເພື່ອນມິດສາກົນປະເທດອື່ນຮູ້ນຳອີກດ້ວຍ.

ທ່ານເອກອັກຄະລັດຖະທູດ Saadi Salama ແມ່ນຊາວ ມຸດສະລິມ ຜູ້ທຳອິດ ທີ່ແປບົດວັນນະຄະດີ, ປື້ມ, ໜັງສືພິມຈຳນວນໜຶ່ງຈາກພາສາ ຫວຽດ ເປັນພາສາ ອາຣັບ ແລະ ກົງກັນຂ້າມ. ທ່ານກໍ່ແມ່ນຜູ້ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວເພື່ອປະຊາຄົມຢູ່ ຫວຽດນາມ. ທ່ານ Saadi Salama ໃຫ້ຮູ້ວ່າ:

ເມື່ອເຫັນບັນດາໂຮງໝໍຢູ່ ຫວຽດນາມ ຂາດເລືອດນັ້ນ ຂ້າພະເຈົ້າກຽມພ້ອມ, ເພື່ອມີສຸຂະພາບແຂງແຮງດີນັ້ນ ຂ້າພະເຈົ້າກໍ່ເຂົ້າຮ່ວມການບໍລິຈາກເລືອດ. ປີ 2010 ຂ້າພະເຈົ້າໄດ້ເຂົ້າຮ່ວມລາຍການຕອບສະໜອງເຫດການສະເຫຼີມສະຫຼອງ ທັງລອງ - ຮ່າໂນ້ຍ ຄົບຮອບ 1000 ປີ. ໃນຄາວນັ້ນ ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການສອບເສັງສາກົນຂຽນກ່ຽວກັບ ຮ່າໂນ້ຍ. ຂ້າພະເຈົ້າໄດ້ມີບົດຂຽນເກືອບ 1000 ຄຳກ່ຽວກັບປະຫວັດສາດ, ປູຊະນີຍະສະຖານ, ທັດສະນີຍະພາບ, ມໍລະດົກວັດທະນະທຳຂອງ ຮ່າໂນ້ຍ ແລະ ຂ້າພະເຈົ້າກໍ່ໄດ້ຮັບລາງວັນພິເສດ.

ທ່ານເອກອັກຄະລັດຖະທູດ Saadi Salama ໄດ້ເອົາໃຈໃສ່ພັດທະນາການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຣັບ ເປັນພິເສດ ຍ້ອນວ່າ ຕາມທ່ານແລ້ວ ການພົວພັນນີ້ ຍັງບໍ່ທັນພັດທະນາຢ່າງເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດເທື່ອ. ທ່ານເອກອັກຄະລັດຖະທູດຫວັງວ່າ ໃນອະນາຄົດ ຈະມີບັນດາຮາກຖານໂຄສະນາພາບພົດ ຫວຽດນາມ ໃຫ້ບັນດາປະເທດ ອາຣັບ ຫລາຍແຫ່ງຕື່ມອີກ ແລະ ກົງກັນຂ້າມ. ນັ້ນກໍ່ແມ່ນຄວາມໄຝ່ຝັນອັນຍິ່ງໃຫຍ່ຂອງທ່ານເອກອັກຄະລັດຖະທູດ Saadi Salama. ສຳລັບທ່ານ Saadi Salama ແລ້ວ, ຄຳວ່າ  “ຫວຽດນາມ” ຍາມໃດກໍ່ນອນໃນດວງໃຈຂອງທ່ານຢູ່ສະເໝີມາ./.

ຕອບກັບ

ຂ່າວ/ບົດ​ອື່ນ