ເອື້ອຍຄູຜູ້ທີ່ໄດ້ປະກອບຂໍ້ລິເລີ່ມຫລາຍຢ່າງໃຫ້ແກ່ຂະແຫນງການສຶກສານະຄອນຫລວງຮ່າໂນ້ຍ

(vovworld)- ສົກ​ຮຽນ 2015-2016, ຊຸດ​ອຸ​ປະ​ກອນ​ການ​ຮຽນ​ເພື່ອ​ພັດ​ທະ​ນາ​ການ​ເຄື່ອນ​ເຫນັງ ​ຂອງ​ເດັກ ຂອງ​ເອື້ອຍ​ຄູ ຟານ​ທິ​ຮ​ວາ​ເລ, ໂຮງ​ຮຽນ​ອະ​ນຸ​ບານ ຫວຽດ​ - ຈຽວ​ຫຶວ​ຫງີ້ ຢູ່ ເມືອງ​ດົງ​ດາ ຮ່າ​ໂນ້ຍ ຍາດ​ໄດ້​ລາງວັນ​ທີ​ຫ​ນຶ່ງໃນການ​ເສັງ “ອຸ​ປະ​ກອນ​ການ​​ສິດ​ສອນ​ເຮັດ​ດ້ວຍ​ຕົນ​ເອງ​-​ຂະ​ແຫນງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຮ່າ​ໂນ້ຍ”; ລາງວັນ​ທີ​ຫ​ນຶ່ງ​ໃນ​ການ​ເສັງ​ຄູ​ສອນ​ເກັ່ງ ຊັ້ນ​ອະ​ນຸ​ບານ​ນະ​ຄອນ. ຊຸດ​ອຸ​ປະ​ກອນ​ການ​ສິດ​ສອນ ໂດ​ຍ​ເອື້ອຍ​ຄູ ຟານ​ທິ​ຮ​ວາ​ເລ ປະ​ດິດ​ຄິດ​ສ້າງ ບໍ່​ພຽງ​ແຕ່​​ປຸກ​ລຸກ​ຄວາມ​ເມົາ​ມົວ​ຂອງເດັກ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ທັກ​ສະ​ໃນ​ການ​ເຄື່ອນ​ເຫນັງທີ່​ມີ​ຄວາມ​ກົມ​ກຽວ, ດຸ່ນ​ດ່ຽງ, ວ່ອງ​ໄວ ແລະ ຄ່ອງ​ແຄ້ວ​ອີກ​ດ້ວຍ.

ເອື້ອຍຄູຜູ້ທີ່ໄດ້ປະກອບຂໍ້ລິເລີ່ມຫລາຍຢ່າງໃຫ້ແກ່ຂະແຫນງການສຶກສານະຄອນຫລວງຮ່າໂນ້ຍ - ảnh 1
ເອື້ອຍ​ຄູ ຟານ​ທິ​ຮ​ວາ​ເລ ກັບ​ເດັກ​ນ້ອຍ​ໃນ​ໂຮງ​ຮຽນ​ອະ​ນຸ​ບານ

        ເອື້ອຍ​ຄູ ຟານ​ທິ​ຮ​ວາ​ເລ ໃຫ້​ຮູ້​ວ່າ: ພາຍ​ຫລັງ​ຮຽນ​ຈົບ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ອະ​ນຸ​ບານ​ສູນ​ກາງ 1, ເອ​ື້ອຍ​ໄດ້​ກັບ​ຄືນ​ເມືອ​ເຮັດ​ວຽກ​ຢູ່​ໂຮງ​ຮຽນ​ອະ​ນຸ​ບານ ຫວຽດ​ - ຈຽວ​ຫຶວ​ຫງີ້ ຢູ່ ເມືອງ​ດົງ​ດາ ຮ່າ​ໂນ້ຍ. ໃນ​ໄລ​ຍະ 12 ປີ​ເຮັດ​ວຽກ​ຢູ່​ໂຮງ​ຮຽນ​ດັ່ງ​ກ່າວ, ເອື້ອຍ​ຄູ ໄດ້​ອອກ​ແບບ​ອຸ​ປະ​ກອນ​ການ​ສິດ​ສອນ​ຫລາຍ​ຊຸດ​ເພື່ອ​ຊ່ວຍ​ເດັກ​ນ້ອຍບໍ່​ພ​ຽງ​ແຕ່​ພັດ​ທະ​ນາ​ດ້ານ​ພູມ​ປັ​ນ​ຍາ​ເທົ່າ​ນັ້ນ ຫາກ​ຍັງ​ຝືກ​ຝົນ​ຄວາມ​ຄ່ອງ​ແຄ້ວ, ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ, ຄວາມ​ສາ​ມາດ​ເອ​ກະ​ລາດ. ປີ 2016 ໂດຍ​ຕອບ​ສະ​ຫນອງ “ການ​ເສັງ​ອຸ​ປະ​ກອນ​ການ​ສິດ​ສອນ​ເຮັດ​ເອງ”, ເອື້ອຍ​ຄູ ຟານ​ທິ​ຮ​ວາ​ເລ ໄດ​້​ປະ​ດິດ​ຄິ​ດ​ສ້າງ​ຊຸດ​ອຸ​ປະ​ກອ​ນ​ການ​ສິດ​ສອນ​ເພື່ອ​ພັດ​ທະ​ນາ​ການ​ເຄື່ອນ​ເຫນັງ ຂອງ​ເດັກ. ບັນ​ດາ​ຊຸດ​ເຄື່ອງ​ຫລິ້ນ​ຂອງ​ເດັກ​​ໂດຍ​ເອື້ອຍ​ຄູ​ຜະ​ລິດ​ໄດ້​ດຶງ​ດູດ​ນ້ອງ​ນ້ອຍ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຫລານ ຫງວຽ​ນງອກ​ມີງ, ອາ​ຍຸ 5 ປີ, ນັກ​ຮຽນ​ໂຮງ​ຮຽນ ອະ​ນຸ​ບານ ຫວຽດ​ - ຈຽວ​ຫຶວ​ຫງີ້ ເວົ້າ​ວ່າ:

        “ຫລານ​ມັກ​ເຄື່ອງ​ຫລິ້ນ​ໂດຍ​ເອື້ອຍ​ຄູເລ ​ເຮັດ​ເອງ. ໝູ່​ເພື່ອນ​ໃນ​ຫ້ອງ​ຮຽນ ກໍ​ນິ​ຍົມ​ ການ​ລະ​ຫລິ້ນເຫລົ່ານີ້”

        ເອື້ອຍ​ຄູ ຟານ​ທິ​ຮ​ວາ​ເລ ໃຫ້​ຮູ້​ວ່າ: ບັນ​ດາ​ຊຸດ​ອຸ​ປະ​ກອນ​ການ​ສິດ​ສອນ ຜະ​ລິດ​ດ້ວຍ​ວັດ​ຖຸ​ອຸ​ປະ​ກອ​ນ​ທີ່​ລຽບ​ງ່າຍ, ຊອກ​ງ່າຍ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ເດັກ​ເຕີບ​ໃຫ​ຍ່​​ຢ່າງເຂັ້ມ​ແຂງ. ຜ່ານ​ຫ​ນຶ່ງ​ປີ​ທີ່​ນຳ​ໃຊ້​ຊຸດ​ອຸ​ປະ​ກອນ​ດັ່ງ​ກ່າວ, ນັກ​ຮຽນ ຢູ່ ຫ້ອງ​ຮຽນ​ຂອງ​ເອື້ອຍ​ຄູ​ເລ ລ້ວນ​ແຕ່​ມີ​ທັກ​ສະ, ຄວາມວ່ອງ​ໄວ, ເກັ່ງກ້າ, ຄ່ອງ​ແຄ້ວ ແລະ ​ເຊື່ອ​ໝັ້ນ​ເອງ. ເອື້ອຍ​ຄູ ຟານ​ທິ​ຮ​ວາ​ເລ ແບ່ງ​ປັນ​ວ່າ:

        “ໂດຍ​ເລີ່ມ​ມາ​ຈາກ​ຄວາມ​ຈິງ​ໃນ​ການ​ເບິ່ງ​ແຍງ​ດູ​ແລ ແລະ ສິດ​ສອນ​ພ​ວ​ກ​ຫລານ​ນ້ອຍ, ຂ້າ​ພະ​ເຈົ້າ​ຈຶ່ງ​ເຫັນ​ໄດ້​ສິ່ງ​ທີ່​ພ​ວ​ກ​ຫລານ​ຕ້ອງ​ການ ຈຶ່ງ​ຕັດ​ສິນ​ໃຈ​ຜະ​ລິດ​ອຸ​ປະ​ກອນ​ການ​ສິດ​ສອນ​ເພື່ອ​ພັດ​ທະ​ນ​າ​ການ​ ເຄື່ອນ​ເຫນັງ ​ຂອງ​ເດັກ.”

ເອື້ອຍຄູຜູ້ທີ່ໄດ້ປະກອບຂໍ້ລິເລີ່ມຫລາຍຢ່າງໃຫ້ແກ່ຂະແຫນງການສຶກສານະຄອນຫລວງຮ່າໂນ້ຍ - ảnh 2
ຊຸດ​ເຄື່ອງ​ຫລິ້ນ​ຂອງ​ເດັກ​ໂດຍ​ເອື້ອຍ​ຄູ ຟານ​ທິ​ຮ​ວາ​ເລ ເຮັດ​ເອງ

        ບັນ​ດາ​ຫົວ​ຄິດ​ປະ​ດິດ​ສ້າງ​ຜ່ານ​ແຕ່​ລະ​ຊົ່ວ​ໂມງ​ສິດ​ສອນ​ຂອງ​ເອື້ອຍ​ຄູ​ເລ ໄດ້​ປະ​ກອບ​ສ່ວນ, ປຸກ​ລຸກ​ຂະ​ບວນ​ກາ​ນ​ຜະ​ລິດ​ອຸ​ປະ​ກອນ​ການ​ສິດ​ສອນ​ໃນ​ພະ​ນັກ​ງານ, ຄູ​ອາ​ຈານ​ຢູ່​ໂຮງ​ຮຽນ. ມາ​ຮອດ​ປະ​ຈຸ​ບັນ​, ໂຮງ​ຮຽນ ອະ​ນຸ​ບານ ຫວຽດ​ - ຈຽວ​ຫຶວ​ຫງີ້ ມີ​ອຸ​ປະ​ກອນ​ການ​ສິດ​ສອນກວ່າ 100 ຊຸດ ໂດຍ​ຄູ​ອາ​ຈານ​ເຮັດ​ເອງ. ເອື້ອຍ​ຄູ ຫ​ວູ​ງອກ​ລານ​ຮ​ວາ, ຮອງ​​ຜູ້​ອຳ​ນວຍ​ການໂຮງ​ຮຽນ​ ອະ​ນຸ​ບານ ຫວຽດ​ - ຈຽວ​ຫຶວ​ຫງີ້ ໃຫ້​ຮູ້​ວ່າ: ​  ຄະ​ນະ​ອະ​ທິ​ການ​ບໍ​ດີ ຍາມ​ໃດ​ກໍ່​ສົ່ງ​ເສີມ​ບັນ​ດາ​ຄູ​ອາ​ຈານ​ ປະ​ດິດ​ສ້າງບັນ​ດາ​ຊຸດ​ອຸ​ປະ​ກອນ​ການ​ສິດ​ສອນ. ບັນ​ດາ​ຫົວ​ຄິ​ດ​ປະ​ດິດ​ສ້າງ​ຂອງ​ເອື້ອຍ​ຄູ ຟານ​ທີ​ຮ​ວາ​ເລ ໄດ້​ປຸກ​ລຸກ​ຂະ​ບວນ​ການ​ຜະ​ລິດ​ອຸ​ປະ​ກອນ​ການ​ສິດ​ສອນ​ໃນ​ພະ​ນັກ​ງານ, ຄູອ​າ​ຈານ​ຢູ່​ໂຮງ​ຮຽນ:

        “ເຄື່ອງ​ຫລິ້ນ​ຂອງ​ເດັກ ແມ່ນ​ປື້ມ​​ຮຽນ ສະ​ນັ້ນ ເດັກ​ຈະ​ໄດ້​ຮ່ຳ​ຮຽນຫລາຍ​ສິ່ງ​ຫລາຍ​ຢ່າງ​ຜ່ານ​ເຄື່ອງ​ຫລິ້ນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງນີ້. ເອື້ອຍ​ຄູ ຮ​ວາ​ເລ ໄດ້​ເຕີບ​ໃຫ​ຍ່​ຜ່ານ​ບັນ​ດາ​ການ​ເສັງ​ໂດຍ​ໂຮງ​ຮຽນ ອະ​ນຸ​ບານ ຫວຽດ​ - ຈຽວ​ຫຶວ​ຫງີ້ ປຸກ​ລະ​ດົມ ແລະ ພາຍ​ຫລັງ​ຫລາຍ​ປີ​ທີ່​ສະ​ສົມ, ເອື້ອຍ​ຄູ ຮ​ວາ​ເລ ໄດ້​ຜະ​ລິດ​ອອກ​ອຸ​ປະ​ກອນ​ການ​ສິດ​ສອນ​ຫລາຍ​ຊຸດ ຊື່ງ​ເຮັດ​ດ້ວຍ​ວັດ​ຖຸ​ອຸ​ປະ​ກອນ​ລ​ຽບ​ງ່າຍ, ຊອກ​​ຫາ​ກໍງ່າຍ. ຜົນ​ສຳ​ເລັດ​ ​ຈາກ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ເອື້ອຍ​ຄູ ຮ​ວາ​ເລ ໄດ້​ປະ​ກອບ​ສ່ວນ​ປຸກ​ລຸກ, ການ​ມີຫົວ​ຄິດປະ​ດິດ​ສ້າງ​ໃນ​ການ​ຜະ​ລິດ​ອຸ​ປະ​ກອນ​ການ​ສິດ​ສອນ​ໃນ​ໂຮງ​ຮຽນ​.”

        ບໍ່​ພຽງ​ແຕ່​ແມ່ນ​ອາ​ຈານ​ສອນ​ເກັ່ງ, ມີ​ຄວາມ​ເມົາ​ມົວ​ໃນ​ການ​ປະ​ດິດ​ຄິດ​ສ້າງ​ເທົ່າ​ນັ້ນ, ເອື້ອຍ​ຄູ ຟານ​ທິ​ຮ​ວາ​ເລ ຍັງ​ຕັ້ງ​ຫ​ນ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ໂຮງ​ຮຽນ​ອີກ​ດ້ວຍ. ດ້ວຍ​ຄວາມ​ເມົາ​ມົວ​ກັບ​ອາ​ຊີບ, ມີ​ຄວາມ​ຮັກ​ແພງ​ເດັກ, ເອື້ອຍ​ຄູ ຟານ​ທິ​ຮ​ວາ​ເລ ແມ່ນ​ຜູ້​ມີ​ຂໍ້​ລິ​ເລີ່ມ​ຫລາຍ​ຢ່າງ​ໃນ​ຂະ​ບວນ​ການ​ອອກ​ແຮງ​ງານ​ເກັ່ງ, ມີ​ຫົວ​ຄິ​ດ​ປະ​ດິດ​ສ້າງ​ຢູ່ ໂຮງ​ຮຽນອະ​ນຸ​ບານ ຫວຽດ​ - ຈຽວ​ຫຶວ​ຫງີ້ ແລະ ຂະ​ແຫນງ​ການ​ສຶກ​ສາ ຮ່າ​ໂນ້ຍ. ດ້ວຍ​ບັນ​ດາ​ຜົນ​ງານ​ທີ່​ເອື້ອຍ​ຄູ ຮ​ວາ​ເລ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປ່ຽນ​ໃຫມ່​ຄຸນ​ນະ​ພາບ​ການ​ສຶກ​ສາ​ຂອງ​ໂຮງ​ຮຽນ, ນຳ​ໂຮງ​ຮຽນ ອະ​ນຸ​ບານ ຫວຽດ​ - ຈຽວ​ຫຶວ​ຫງີ້ ກາຍ​ເປັນ​ໂຮງ​ຮຽນ​ດີ​ເດັ່ນ​ໃນ​ວຽກ​ງານ​ການ​ສຶກ​ສາ​ອະ​ນຸ​ບານ​ຂອງ​ນະ​ຄ​ອນ​ຫລວງ.


ຕອບກັບ

ຂ່າວ/ບົດ​ອື່ນ