ແຜ່ຂະຫຍາຍຄຸນຄ່າຂອງອາຫານການກິນຢູ່ເຫ້ວ

(VOVWORLD) - ໃນລາຍການສາລະຄະດີອາທິດແລ້ວນີ້, ເພື່ອນໄດ້ຮັບຟັງບົດກ່ຽວກັບການຄົ້ນຫາອາຫານການກິນຢູ່ເຫ້ວ, ທີ່ເປັນເອກະລັກ, ຍອດຍິ່ງ ແຕ່ກໍ່ບໍ່ນ້ອຍໜ້າຄວາມ, ລຽບງ່າຍ, ພື້ນເມືອງ, ບໍ່ໂອ້ອວດເກີນໄປ, ມີຄວາມລະອຽດອ່ອນ ແລະ ສວຍງາມທັງຮູບການ ແລະ ລົດຊາດ.
ແຜ່ຂະຫຍາຍຄຸນຄ່າຂອງອາຫານການກິນຢູ່ເຫ້ວ - ảnh 1 ອາຫານເຫ້ວທັງແຊບ ທັງງາມຕາ

ໃນລາຍການສາລະຄະດີພາກນີ້, ພວກຂ້າພະເຈົ້າຂໍແນະນຳເຖິງພວກເພື່ອນວິທີທີ່ຊາວເຫ້ວ ພວມ ແລະ ຈະປະຕິບັດເພື່ອແນໃສ່ການແຜ່ຂະຫຍາຍ, ແນະນຳຄຸນຄ່າດ້ານອາຫານການກິນ ເຫ້ວ ເຖິງເພື່ອນມິດທັງຢູ່ພາຍໃນ ແລະ ສາກົນ.

ຢູ່ແຂວງເທື່ອທຽນເຫ້ວ, ບັນດາຄະນະ, ຂະແໜງການຕ່າງໆພວມຜັນຂະຫຍາຍລາຍການຈຸດສຸມກ່ຽວກັບການພັດທະນາການທ່ອງທ່ຽວ - ການບໍລິການໃນບໍລິເວນແຂວງ, ໃນນັ້ນມີແຜນການໂຄສະນາ “ເຫ້ວ - ເມືອງຫຼວງແຫ່ງອາຫານການກິນຂອງ ຫວຽດນາມ” ໄລຍະ 2018 -2020. ຈຸດປະສົງຂອງແຜນການແມ່ນເພື່ອແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍຈຸດຍອດຍິ່ງໃນອາຫານການກິນເຫ້ວ, ສ້າງເຄື່ອງໝາຍການຄ້າ “ເຫ້ວ - ເມືອງຫຼວງແຫ່ງອາຫານການກິນຂອງ ຫວຽດນາມ” ແລະ ຍົກສູງພາບພົດຂອງອາຫານການກິນເຫ້ວຢູ່ໃນພາກພື້ນ ແລະ ຢູ່ໃນໂລກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການທ່ອງທ່ຽວ ແລະ ເສດຖະກິດ - ສັງຄົມຂອງແຂວງ.

        ຕາມແຜນການນີ້ແລ້ວ, ເທື່ອທຽນເຫ້ວ ຈະກໍ່ສ້າງ ແລະ ຄຸ້ມຄອງເຄື່ອງໝາຍການຄ້າຂອງບັນດາຮູບແບບອາຫານການກິນທີ່ເປັນເອກະລັກສະເພາະຂອງເຫ້ວ; ສ້າງເອກະລັກອາຫານການກິນເຫ້ວໃຫ້ເໝາະສົມກັບຮູບແບບການໂຄສະນາທີ່ແຕກຕ່າງກັນສ້າງບັນດາພັດຕະຄານ, ຮ້ານອາຫານບັນລຸມາດຖານຮັບໃຊ້ແຂກທ່ອງທ່ຽວຢູ່ເຫ້ວ. ແຂວງຈະເຕົ້າໂຮມບັນດາຜູ້ມີຈິດໃຈ, ມີຄວາມເກັ່ງກ້າສາມາດ, ມີລະດັບວິຊາຊີບ, ມີຄວາມຮູ້, ມີການໜູນຊ່ວຍດ້ວຍນະໂຍບາຍຟື້ນຟູໃຫ້ຖືກຕ້ອງຕາມຄຸນນະພາບບັນດາເຍື່ອງອາຫານທີ່ໄດ້ຮັບຖືວ່າແມ່ນມໍລະດົກກ່ຽວກັບວັດທະນະທຳອາຫານການກິນເຫ້ວ. ແຂວງກໍ່ເພີ່ມທະວີການຈັດຕັ້ງງານບຸນ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາກ່ຽວກັບອາຫານການກິນເຫ້ວ ແລະ ບັນດາລາຍການບຳລຸງສ້າງ, ການປະກວດພໍ່ຄົວ, ແມ່ຄົວເກັ່ງ, ການແຂ່ງຂັນປຸງແຕ່ງເຍື່ອງອາຫານແຊບນົວຢູ່ເຫ້ວ. ໃນການຜັນແປນີ້, ກອງປະຊຸມສຳມະນາວິທະຍາສາດສາກົນຄັ້ງທີ 2 ກ່ຽວກັບອາຫານການກິນພະລາດຊະວັງ ແລະ ພື້ນເມືອງ ເຫ້ວ ດ້ວຍຫົວຂໍ້ວ່າ “ຍົກລະດັບ -  ພັດທະນາ - ສົມທົບກັບການທ່ອງທ່ຽວອອກສູ່ໂລກ” ໄດ້ຮັບການຈັດຕັ້ງໃນຂອບເຂດ Festival ເຫ້ວ ໃນເດືອນເມສາ 2018.

        ເທື່ອທຽນເຫ້ວ ກໍ່ພວມຄ່ອຍໆສ້າງຕັ້ງບັນດາລາຍການທ່ອງທ່ຽວຮັບປະທານອາຫານເຫ້ວຄື: ອາຫານການກິນຍາມຄ່ຳຄືນ, ອາຫານການກິນຢູ່ຕາມທ້ອງຖະໜົນ, ອາຫານເຂດໜອງບຶງ, ເຂົ້າໜົມ, ນ້ຳຫວານປະເພດຕ່າງໆຂອງເຫ້ວ, ພາເຂົ້າພື້ນເມືອງ ແລະ ອາຫານພະລາດຊະວັງ, ອາຫານເຈ…ພິເສດ, ເທື່ອທຽນເຫ້ວພວມຄ່ອຍໆສ້າງຕັ້ງຫໍພິພິທະພັນ ແລະ ສູນອະທິບາຍຂໍ້ມູນຂ່າວສານກ່ຽວກັບອາຫານການກິນຢູ່ເຫ້ວ ສົມທົບກັບການເຂົ້າຮ່ວມ ແລະ ຮັບປະທານອາຫານເຫ້ວ. ທ່ານ ຫວູຮ່ວາຍເຟືອງ, ຫົວໜ້າຄະນະອຳນວຍການວິທະຍາໄລທ່ອງທ່ຽວເຫ້ວ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຖືວ່າມີຫຼາຍມາດຕະການຄົບຊຸດ. ທຳອິດຕ້ອງມີການຄົ້ນຄ້ວາ. ແລະ ໝາກຜົນຈາກການຄົ້ນຄ້ວານັ້ນຕ້ອງໄດ້ໝູນໃຊ້ ຫຼື ຕ້ອງໄດ້ຜັນຂະຫຍາຍ. ບົດບາດຂອງໂຮງຮຽນແມ່ນເຊື່ອມຕໍ່ການຄົ້ນຄ້ວາ ແລະ ພ້ອມກັນນັ້ນກໍ່ແມ່ນບ່ອນເສີມຂະຫຍາຍ, ດ້ວຍວິທີບຳລຸງສ້າງ. ໝາຍຄວາມວ່າ ເຮົາບຳລຸງສ້າງໄດ້ແມ່ນເຮົາສາມາດຮັກສາໄວ້ໄດ້. ພວກເຮົາບຳລຸງສ້າງໄດ້ ແລະ ນຳບາງຜະລິດຕະພັນອາຫານການກິນເຂົ້າໃນການເຄື່ອນໄຫວທ່ອງທ່ຽວ ແລະ ພັດທະນາການທ່ອງທ່ຽວນັ້ນກໍ່ແມ່ນວິທີໜຶ່ງເພື່ອເສີມຂະຫຍາຍ.”

ແຜ່ຂະຫຍາຍຄຸນຄ່າຂອງອາຫານການກິນຢູ່ເຫ້ວ - ảnh 2 ນ້ຳຫວານເຫ້ວ

        ພ້ອມກັບວຽກງານການຄົ້ນຄ້ວາວິທະຍາສາດ, ການບຳລຸງສ້າງນັກສິລະປະການ, ຮັກສາບັນດາຄຸນຄ່າດ້ານອາຫານການກິນເຫ້ວນັ້ນ, ບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ຕາມທິດເປັນອາຊີບ, ທັນສະໄໝ, ມີຈຸດສຸມ, ຮັບປະກັນປະສິດທິຜົນ ແລະ ຢັ້ງຢືນເຄື່ອງໝາຍການຄ້າອາຫານການກິນເຫ້ວ ກໍ່ຈະໄດ້ຮັບການເອົາໃຈໃສ່ຜັນຂະຫຍາຍປະຕິບັດ. ທ່ານ ເລເຕິນ, ຮອງປະທານທັງເປັນເລຂາທິການໃຫຍ່ສະຫະສະມາຄົມອາຫານການກິນ ຫວຽດນາມ ໃຫ້ຮູ້ວ່າ:

        “ປະຈຸບັນ, ຮອດເວລາແລ້ວທີ່ຈະຕ້ອງຄິດເຖິງການເຊື່ອມຕໍ່ລະຫວ່າງລັດ, ນັກຄົ້ນຄ້ວາ ແລະ ວິສາຫະກິດ ເພື່ອຍົກລະດັບອາຫານຫານກິນເຫ້ວ. ຄືດັ່ງນັກຮຽນຮູ້ຊາວຕ່າງປະເທດປາດຖະໜາຢາກໃຫ້ ຫວຽດນາມ ກາຍເປັນເຮືອນຄົວຂອງໂລກ ແລະ ພວກຂ້າພະເຈົ້າ, ດ້ວຍຖານະເປັນສະມາຊິກຂອງສະຫະສະມາຄົມອາຫານການກິນ ຫວຽດນາມ ນັ້ນ, ກໍ່ຢາກໃຫ້ ອາຫານການກິນຈະແມ່ນເຄື່ອງໝາຍການຄ້າລະດັບຊາດ. ວັດທະນະທຳອາຫານການກິນເຫ້ວຈະກາຍເປັນການກຳນົດທິດ ນັ້ນແມ່ນການພັດທະນາມີການສົມທົບກັບການທ່ອງທ່ຽວ ເພື່ອພັດທະນາອອກສູ່ໂລກ ຕາມຄວາມມຸ່ງຫວັງຂອງລັດຖະບານ”

        ລາຍການ “ເຫ້ວ - ເມືອງຫຼວງແຫ່ງຂອງອາຫານການກິນຂອງ ຫວຽດນາມ” ຈະໄດ້ຮັບການປະຕິບັດໃນເວລາ 3 ປີ (2018  - 2020) ດ້ວຍງົບປະມານຂອງລັດ ແລະ ແຫຼ່ງເງິນຈາກການອຸປະຖຳຈາກສັງຄົມປະມານ 12,4 ຕື້ດົ່ງ. ບັນດາຂະແໜງການ, ຂັ້ນຕ່າງໆຢູ່ ເທື່ອທຽນເຫ້ວ ພວມມານະພະຍາຍາມຜັນຂະຫຍາຍປະຕິບັດລາຍການເພື່ອແນໃສ່ນຳອາຫານການກິນ ເຫ້ວ ໃຫ້ກາຍເປັນຜະລິດຕະພັນເປັນເອກະລັກສະເພາະຂອງການທ່ອງທ່ຽວ ຫວຽດນາມ ໂດຍໄວ.

 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ