ແມ່ຍິງຊາວເຢຍລະມັນມີຄວາມເມົາມົວກັບມໍລະດົກເຫ້ວ

(VOVWORLD) -ທ່ານນາງ Andera Teufel,  ຊາວເຢຍລະມັນ, ອາຍຸ 58 ປີ, ເຊິ່ງແມ່ນນັກຊ່ຽວຊານຟື້ນຟູປູຊະນີຍະສະຖານ. ທ່ານນາງໄດ້ເຂົ້າຮ່ວມວິວັດການບູລະນະມໍລະດົກວັດທະນະທຳເຫ້ວ ມາເປັນເວລາກວ່າ 15 ປີແລ້ວ, ທ່ານນາງໄດ້ນຳໃຊ້ເຕັກນິກຫຼາຍຢ່າງເພື່ອບູລະນະບາງມໍລະດົກວັດທະນະທຳເຫ້ວ ໃຫ້ຢູ່ໃນສະພາບເດີມຄືເກົ່າ.
ແມ່ຍິງຊາວເຢຍລະມັນມີຄວາມເມົາມົວກັບມໍລະດົກເຫ້ວ - ảnh 1 (ທ່ານນາງ Andera Teufel, ເຊິ່ງແມ່ນນັກຊ່ຽວຊານຟື້ນຟູປູຊະນີຍະສະຖານ)

ທ່ານນາງກໍ່ໄດ້ເຂົ້າຮ່ວມການບຳລຸງສ້າງໃຫ້ຄົນລຸ້ນຫຼັງກ່ຽວກັບວຽກງານບູລະນະຟື້ນຟູມໍລະດົກຢູ່ເຫ້ວ; ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ວຽກງານອະນຸລັກຮັກສາມໍລະດົກໃນໄລຍະຍາວຢູ່ຫວຽດນາມ.

        ທ່ານນາງ Andera Teufel ບ້ານເກີດຢູ່ Postdadm, ເຊິ່ງເປັນນະຄອນໜຶ່ງຂອງເຢຍລະມັນ. ນະຄອນນີ້ມີຫຼາຍກິດຈະກຳ, ມໍລະດົກເກົ່າແກ່ທີ່ຄ້າຍຄືກັນກັບນະຄອນເຫ້ວ ຂອງຫວຽດນາມ. ເລື່ອງລາວໄດ້ເລີ່ມຕົ້ນມາແຕ່ປີ 2003, ເມື່ອສະຖານທູດເຢຍລະມັນ ປະຈຳຫວຽດນາມ ໄດ້ອຸປະຖຳໂຄງການອະນຸລັກຮັກສາ, ບູລະນະຟື້ນຟູພາບແຕ້ມຢູ່ຝາ ຄາຍເຕື່ອງເລົາ, ວັງ ອານດິ້ງ. Andera Teufel ແມ່ນນັກຊ່ຽວຊານເຢຍລະມັນ ຜູ້ທຳອິດໄດ້ສະໝັກໃຈເຂົ້າຮ່ວມໂຄງການຢູ່ເຫ້ວ. ໃນຄາວນັ້ນ, ພາບແຕ້ມ 6 ແຜ່ນໃນຫ້ອງຮັບແຂກໃນວັງ ອານດິ້ງ ໄດ້ແຕ້ມຕາມແບບວິທີຂອງຝ່າຍຕາເວັນຕົກ ທີ່ແຕ້ມບັນດາສຸສານໃນລາດຊະວົງ ຫງວຽນ ເພື່ອອາໄລບັນດາເຈົ້າຊີວິດຄາວນັ້ນ. ບັນດາພາບເກົ່າແກ່, ຕົກສີ. ທ່ານນາງ Andera ໄດ້ສົ່ງບັນດານ້ຳສີໄປຍັງຫ້ອງທົດລອງຢູ່ເຢຍລະມັນ ຄັ້ງທຳອິດເພື່ອທົດລອງ, ໄຈ້ແຍກ ແລະ ດຳເນີນການຟື້ນຟູ. ທ່ານນາງ ໄດ້ເລືອກເອົາຈິດຕະກອນທ້ອງຖິ່ນ 15 ຄົນສົມທົບກັນປະຕິບັດ. ພາຍຫຼັງປະຕິບັດມາເປັນເວລານານ, ທ່ານນາງ Andera ພ້ອມກັບຜູ້ຮ່ວມງານຫວຽດນາມ ໄດ້ເຮັດສຳເລັດວຽກງານບຸລະນະຟຶ້ນຟູ, ພາບແຕ້ມໃນວັງອານດິ້ງ ໃຫ້ກັບຄືນສູ່ສະພາບເດີມ.

ແມ່ຍິງຊາວເຢຍລະມັນມີຄວາມເມົາມົວກັບມໍລະດົກເຫ້ວ - ảnh 2

ພາຍຫຼັງກິດຈະກຳຢູ່ວັງ ອານດິ້ງ, ບັນດານັກຮຽນຂອງທ່ານນາງ Andera ໄດ້ໄປພ້ອມກັບທ່ານນາງບູລະນະບັນດາວັດຖຸພັນຢູ່ເຂດມໍລະດົກເຫ້ວ ຕາມລຳດັບ. ນັກຈິດຕະກອນ ເລເຟືິ໊ອກເຕິນ, ຜູ້ທີ່ເຂົ້າຮ່ວມບັນດາໂຄງການອະນຸລັກຮັກສາພ້ອມກັບທ່ານນາງ Andera ເປັນເວລາຫຼາຍປີ, ໃຫ້ຂໍ້ສັງເກດວ່າ.

        “ທ່ານນາງ Andera Teufel, ນັກຊ່ຽວຊານເຢຍລະມັນ ເຊິ່ງແມ່ນຜູ້ມີຄວາມຮັກຕໍ່ເຫ້ວ, ຕໍ່ມໍລະດົກວັດທະນະທຳເຫ້ວ ຫຼາຍທີ່ສຸດ. ທ່ານນາງມີຄວາມເມົາມົວກັບບັນດາກິດຈະກຳ, ລວດລາຍທີ່ໄດ້ຕົກສີຕາມການເວລາ, ສະນັ້ນ, ທ່ານນາງໄດ້ຢູ່ເຫ້ວ ແມ່ນເພື່ອບູລະນະ, ບຳລຸງສ້າງໃຫ້ລຸ້ນສືບທອດເພື່ອເຮັດວຽກບູລະນະບັນດາມໍລະດົກວັດທະນະທຳເຫ້ວ ຢ່າງມີປະສິດທິຜົນກວ່າ”.

        ໃນເວລາ 15 ປີທີ່ຕິດພັນກັບກັບມໍລະດົກເຫ້ວ, ທ່ານນາງ Andera Teufel ໄດ້ຊື້ເຮືອນຫຼັງໜຶ່ງຢູ່ຖະໜົນ ຈີລັງ ເພື່ອດຳລົງຊີວິດ, ເພື່ອສ້າງຄວາມສະດວກໃຫ້ແກ່ວຽກງານ. ໃນວິວັດການປະຕິບັດວຽກງານການບູລະນະປະຕິສັງຂອບປູຊະນີຍະສະຖານນັ້ນ, ທ່ານນາງ Andera Teufel ໄດ້ສະສົມ ແລະ ປະຕິບັດສຳເລັດບັນດາວິທີ ແລະ ເຕັກນິກໃນວຽກງານການບູລະນະໃຫ້ເໝາະສົມກັບມໍລະດົກເຫ້ວ ເທື່ອລະກ້າວ, ໃນນັ້ນມີເຕັກນິກ fresco (ໂບກຝາພະໜັງ, ໄດ້ລໍຖ້າຈົນໃຫ້ປູນແຫ້ງໜ້ອຍໜຶ່ງ ຈຶ່ງໃສ່ສີບົນກັບນ້ຳ ແລ້ວຈຶ່ງແຕ້ມໃສ່ຝານັ້ນໂດຍກົງ, ຫາກບໍ່ນຳໃຊ້ບໍ່ວ່າກ້າວຕິດຊະນິດໃດ). ດ້ວຍການພັດທະນາ ແລະ ນຳໃຊ້ວິທີໃໝ່ນີ້, ລວດລາຍໃນບັນດາກິດຈະກຳຂອງປູຊະນີຍະສະຖານຈຶ່ງບໍ່ຖືກເປ່ເພຍ້ອນດິນຟ້າອາກາດ, ຜ່ານນັ້ນຈະອະນຸລັກຮັກສາມມໍລະດົກໄດ້ເປັນຢ່າງດີ. ທ່ານນາງ Andera Teufel, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ເຫ້ວ ມາເປັນເວລາ 15 ປີແລ້ວ, ແຕ່ສຳລັບຂ້າພະເຈົ້າແລ້ວ, ແຕ່ລະເທື່ອເມື່ອເວົ້າເຖິງມໍລະດົກແມ່ນຮູ້ສຶກຕື້ນຕັນໃຈ. ນັ້ນແມ່ນບັນດາກິດຈະກຳສິລະປະທີ່ເປັນເອກະລັກສະເພາະ. ນັບທັງຝາເຮືອນ, ປະຕູໃຫຍ່ຂ້າພະເຈົ້າກໍ່ເຄີຍສ້ອມແປງມາແລ້ວ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຍ້ອນໄດ້ປະກອບສ່ວນເລັກໆນ້ອຍໆເຂົ້າໃນການອະນຸລັກຮັກສາກິດຈະກຳ, ທິວທັດທຳມະຊາດ ແລະ ບັນດາກິດຈະກຳມໍລະດົກເຫ້ວ”.

        ທ່ານປະລິຍາເອກ ຟານແທງຫາຍ, ຫົວໜ້າສູນອະນຸລັກຮັກສາມໍລະດົກກຸງເກົ່າເຫ້ວ, ໃຫ້ຮູ້ວ່າ, ໃນຕະຫຼອດໄລຍະ 15 ປີ, ກຸ່ມນັກຊ່ຽວຊານຂອງເຢຍລະມັນ ໂດຍທ່ານນາງ Andera Teufel ເປັນຜູ້ຕາງໜ້າໄດ້ປະຕິບັດການບູລະນະເຂດປູຊະນີຍະສະຖານຂຶ້ນກັບມໍລະດົກເຫ້ວ 5 ແຫ່ງ. ທ່ານນາງກໍ່ໄດ້ສົມທົບກັນບຳລຸງສ້າງໃຫ້ແຂວງ ເທື່ອທຽນເຫ້ວ ຖັນແຖວນັກຊ່ຽວຊານບູລະນະ 20 ຄົນ, ຕັ້ງໜ້າປະກອບສ່ວນເຂົ້າໃນການອະນຸລັກຮັກສາ, ບູລະນະເຂດປູຊະນີຍະສະຖານຂອງທ້ອງຖິ່ນ. ທ່ານ ຟານແທງຫາຍ ໃຫ້ຮູ້ຕື່ມອີກວ່າ.

        “ຜ່ານບັນດາໂຄງການ, ບັນດາສຳມະນາກອນໄດ້ຮັບການບຳລຸງສ້າງວິທີປະຕິບັດ, ໄດ້ຮັບເອົາຄວາມຮູ້ໃໝ່ ແລະ ບັນດາທັກສະເຊິ່ງບັນດານັກຊ່ຽວຊານຄືທ່ານນາງ Andera Teufel ແນະນຳໂດຍກົງ. ມາຮອດປະຈຸບັນ, ເຂົາເຈົ້າໄດ້ກາຍເປັນກຳລັງຫຼັກແຫຼ່ງ ແລະ ແກ່ນສານໃນບັນດາຫົວໜ່ວຍອະນຸລັກຮັກສາເຂດປູຊະນີຍະສະຖານ, ບູລະນະຟື້ນຟູວັດຖຸຕ່າງໆ”.

        ກວ່າ 15 ປີທີ່ຕິດພັນກັບວຽກງານອະນຸລັກຮັກສາມໍລະດົກເຫ້ວ, ມາຮອດປະຈຸບັນ, ທ່ານນາງ Andera Teufel ໄດ້ເລືອກເອົາເຫ້ວ ແມ່ນບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ. ສຳລັບທ່ານນາງແລ້ວ, ມໍລະດົກເຫ້ວ ແມ່ນມໍລະດົກໂລກ ສະນັ້ນທຸກຄົນຄວນຮ່ວມແຮງຮ່ວມໃຈກັນອະນຸລັກຮັກສາ.

ຕອບກັບ

ຂ່າວ/ບົດ​ອື່ນ