ແມ່ຍິງຜູ້ໄດ້ຫັນດິນແຫ້ງແລ້ງກາຍເປັນຟາມມີມູນຄ່ານັບຕື້ດົ່ງ

ແມ່ຍິງຜູ້ໄດ້ຫັນດິນແຫ້ງແລ້ງກາຍເປັນຟາມມີມູນຄ່ານັບຕື້ດົ່ງ - ảnh 1
ປ້າ​ເທີ ພວມ​ບົວ​ລະ​ບັດ​ສວນ​ໝາກ​ນັດ​ຂອງ​ຕົນ

(vovworld) - ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ, ກ້າ​ຄິດ, ກ້າ​ທຳ ແມ່ນ​​ບັນ​ດາ​ສິ່ງທ​ີ່​ປະ​ຊາ​ຊົນ​ຢູ່​ບ້ານ ເວີດ​ລ້າຍ, ຕາ​ແສງ​ເວີດ​ລ້າຍ, ເມືອງ ບາ​ວີ່ (ຮ່າ​ໂນ້ຍ) ເຄີຍ​ເວົ້າ​​ກ່ຽວ​ກັບປ້າ ຟ​ູ່ງ​ທິ​ເທ​ີ, ເຊິ່ງ​ແມ່ນ​ແບບ​ຢ່າງ​ແມ່​ຍິງ​ສ້າງ​ຄວາມ​ຮັ່ງ​ມີ​ໃນ​ເຂດ​ທ​ີ່​ດິນ​ແຫ້ງ​ແລ້ງ​ຢູ່​ທ້ອງ​ຖິ່ນ​ຕົນ. ດ້ວຍ​ຄວາມ​ຕັດ​ສ​ິນ​ໃຈ​ສູງ, ປ້າ ເທີ ໄດ້​ຫັນ​ເນື້ອ​ທີ່ດິນ​ຢູ່​ເຂດ​ພູ​ດອຍ 12 ເຮັກ​ຕາ​ກາຍ​ເປັນ​ຮູບ​ແບບ​ເສດ​ຖະ​ກິດ​ຟາມ ສວນ - ສະ - ຄອກ, ສ້າງວຽກ​ເຮັດ​ງານ​ທຳ​ເປັນ​ປົກ​ກະ​ຕິ​ໃຫ້​ແກ່​ຊາວ​ກະ​ສິ​ກອນຫຼາຍ​ຄົນ. ໄລ​ຍະ​ມໍ່ໆ​​ມານີ້, ປ້າ ຟູ່ງ​ທິ​ເທີ, ແມ່ນ​ໜຶ່ງ​ໃນ​ຈຳ​ນວນແມ່​ຍິງດີ​ເດັ່ນ​100 ​ຄົນ​ຂອງ​ທົ່ວ​ປະ​ເທດທີ່​ໄດ້​ຮັບ​ເຊີດ​ຊູ​ໃນ​ລາຍ​ການ “ຄວາມເອກ​ອ້າງ​ທະ​ນົງ​ໃຈ​ແມ່​ຍິງ ຫວຽດ​ນາມ” ເນື່ອງ​ໃນ​ໂອ​ກາດກອງ​ປະ​ຊຸມ​ໃຫຍ່​ແມ່​ຍິງ​ທົ່ວ​ປະ​ເທດ​ຄັ້ງ 12. ບົດ​ຂຽນ​ຂອງ ເຟືອງ​ທວາ, ນັກ​ຂ່າວ VOV, ດ້ວຍ​ຫົວ​ຂໍ້​ວ່າ “ແມ່​ຍິງ​ຜູ້​ໄດ້​ຫັນ​ດິນແຫ້ງ​ແລ້ງກາຍ​ເປັນ​ຟາມ​ມີ​ມູນ​ຄ່າ​ນັບ​ຕື້​ດົ່ງ”.

ປ້າ ຟູ່ງ​ທິ​ເທີ, ​ໄດ້​ກຳ​ເນີດ​ໃນ​ຄອບ​ຄົວ​ເຮັດ​ກະ​ສິ​ກຳ​. ລາຍ​ຮັບ​ຕົ້ນ​ຕໍ​ຂອງ​ຄອບ​ຄົວ​​ອ​ີງ​ໃສ່​ ການ​ຜະ​ລິດ​ກະ​ສິ​ກຳ​. ປີ 2010, ເມື່ອ​ທ້ອງ​ຖິ່ນ ມີ​ແຜນນະ​ໂຍ​ບາ​ຍ​ສົ່ງ​ເສີມ​ພັດ​ທະ​ນາ​ເສດ​ຖະ​ກິດ​ຄອບ​ຄົວ​ກະ​ສິ​ກຳ, ປ້າ​ເທີ ໄດ້​​ກ​້າ​ຫານຮັບ​​ເໝົາເນື້ອ​ທີ​່ດິນ​​ພູ​ຫົວໂລ້ນ 12 ເຮັກ​ຕາ​ເພື່ອ​ເຮັດ​ຮູບ​ແບບ​ຟາມ ສວນ - ສະ - ຄອກ. ດວຍ​ຄວາມ​ລຳ​ບາກ​ກາກ​ກຳ​ຢ່າງຫຼວງຫຼາຍ, ແຕ່​ດ້ວຍ​ຄວາມ​ຄິດ “​​​ຮັກ​ທີ່​ດິ​ນ, ດິນ​ຈະ​ໃຫ້​ຜົນ” ດັ່ງ​ນັ້ນ, ປ້າ ເທີ ໄດ້​ຕັດ​ສິນ​ໃຈ​ຄົ້ນ​ຄ້ວາຜ່ານ​ການ​ອ່ານ​ປື້ມ, ຢູ່​ບ່ອນ​ໃດ​ມີ​ຮູບ​ແບບ​ສ້າງ​ເສດ​ຖະ​ກິດ ຟາມ ມີ​ປະ​ສິດ​ທິ​ຜົນ ປ້າກໍ່​ໄປ​ຮ​່ຳ​ຮຽນ​ເອົາ​ບົດ​ຮຽນ. ປ້າ ຟູ່ງ​ທິ​ເທີ ໄດ້​ແບ່ງ​ປັນ​ວ່າ:

“ໄລ​ຍະ​ທຳ​ອິດບໍ່​ທັນ​ຮູ້​ວິ​ທີລ້ຽງ​ໄກ່, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ປູກ​​ໝາກຖົ່ວ. ຮອດ​ຍາມ​ເກັບ​​ກູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ວ່າ​ຕົ້ນ​​ໃຫ້ໝາກຫຼາ​ຍ​ໂພດ. ຫຼັງ​ຈາກນັ້ນ​ໄດ້​ປູກມັນ​ເພົາ ເພື່ອ​​ຫາເງິ​ນ​ຈ່າຍ​ຄ່​າ​ແຮງ​ງານ​ໃຫ້​ກ​ຳ​ມະ​ກອນຜູ້​ອອກ​ແຮງ​ງານ ແລະ ຫາ​ເງິນ​ເພື່ອ​ບົວ​ລະ​ບັດຕົ້ນ​ໝາກ​ກ້ຽ​ງ​ໃຫຍ່, ໝາກ​ລຳ​ໄຍ… ພວກ​ຂ້າ​ພະ​ເຈົ້າ ໄດ້​ເບິ່ງ​ສື່ມວນ​ຊົນ​ເພື່ອ​ຮູ້​ວ່າ​ລ້ຽງ​ສັດ​ໂຕ​ຫຍັງ, ເກັບ​​ກູ້ບັນ​ດາ​ຂໍ້​ມູນ​ກ່ຽວ​ກັບ​ການ​ຈຳ​ໜ່າຍ. ຖ້າ​ຫາກບໍ່​ໄດ້​ຄົ້ນ​ຄ​້​ວາກໍ່​ບໍ່​ສາ​ມາດ​ເຮັດ​ໄດ້.”

ແຕ່​ເຖ​ິງ​ຢ່າງ​ໃດ​ກໍ່​ຕາມ, ເມື່ອ​ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ, ຄອບ​ຄົວ​ຂອງ​ປ້າ ເທີ ໄດ້​ປະ​ສົບ​ກັບ​ຄວາ​ມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ໃນ​ຂະ​ນະ​ທີ່​ຖື​ກ​ຈຳ​ກັດ​ດ້ານ​ທຶນ​ຮອນ, ລາ​ຄາ​ໃນ​ທ້ອງ​ຕະຫຼາດ​​ມີ​ການເໜັງ​ຕີງ… ຍ້ອນ​ໄດ້​ຮັບ​ການ​ລະ​ດົມ​ກຳ​ລັງ​ໃຈ ແລະ ສ້າງ​ເງື່ອນ​ໄຂ​​ສະ​ດວກເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ຊຸກ​ຝຶກ​ອົບ​ຮົມ, ຖ່າຍ​ທອດ​ວິ​ທະ​ຍາ​ສາດ, ເຕັກ​ນິກ, ໄປ​ຢ້ຽມ​ຢາມ​ບັນ​ດາ​ຮູບ​ແບບ​ເສດ​ຖະ​ກິດ​ດີ​ເດັ່ນ​ຈາກ​ສະ​ຫະ​ພັນ​ແມ່​ຍິງ, ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຕາ​ແສງ ເວີ​ດ​ລ້າຍ, ປ້າ ຟ​ູ່ງ​ທິ​ເທີ ໄດ້​ຢຶດ​ໝັ້ນ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາ​ກ, ​ຖອດ​ຖ​ອນ​ບົດ​ຮຽນ​ຢ່າງບໍ່​ຢຸດຢັ້ງ. ປະ​ຈຸ​ບັນ, ໃນ​ເນື້ອ​ທີ່  12 ເຮັກ​ຕາ, ປ້າ​ເທີ ໄດ້​ສະ​ຫງວນ​ເນື້ອ​ທີ​ໜ້າ​ນ້ຳ 1 ເຮັກ​ຕາ​ເພື່ອ​ລ້ຽງ​ປູກ​ສິນ​ໃນ​ນ້ຳ; ເນື້ອ​ທີ​ດິນ​ຍັງ​ເຫຼືອ​ໄດ້​ເຮັດ​ສວນ​ປູກ​ຕົ້ນ​ໄມ້, ປູກ​ຕົ້ນ​ໄມ້​ກິນ​ໝາກ​ປະ​ເພດ​ຕ່າງໆ​ຄື: ໝາກ​ກ້ຽງ​ໃຫຍ່​ຢ໋ຽນ, ລຳ​ໄຍ, ໝາກມີ້, ໝາກ​ນັດ… ແລະ ເຮັດ​ຄອກ​ລ້ຽງ​ສັດບາງ​ປະ​ເພດ​ຄື: ໄກ່, ໝູ່​, ໄກ່​ລ້ຽງ​ຢູ່​ນົນ​ພູ. ແຕ່​ລະ​ປີ, ຮູບ​ແບບນີ້​ໄດ້​ນຳ​ມາ​ເຊິ່ງ​ແຫຼ່ງ​ລາຍ​ຮັບ​ສະ​ເລ່ຍ​ກ່​ວາ 1 ຕື້​ດົ່ງ. ປ້າ ເທີ ໄດ້​ໃຫ້​ຮູ້​ວ່າ:

“ກ່ອນນີ້, ມີ​ຜູ້​ອອກ​ແຮງ​ງານ​ຢ່າງຫຼວງຫຼາຍ, ແຕ່​ປະ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ໄດ້​ປະ​ຕິ​ບັດ​ການ​ຫັນ​ເປັນ​ທັນ​ສະ​ໄໝ ຄື​ລົງ​ທຶນ​ຊື້​​ເຄື່ອງຈັກ​ຈຳ​ນວນ​ໜຶ່ງ. ຄ​ຽງ​ຄູ່​ກັນ​ນັ້ນ ແມ່ນ​ຕິດ​ຕາມ​​ຂໍ້​ມູນ​ຂ່າວ​ຈາກຕະຫຼາ​ດ, ເຫັນ​ວ່າ​ສິນ​ຄ້າ​​​ປະ​ເພດໃດ​ທີ່​ຕະຫຼາດ​ຕ້ອງ​ການ​ເຮົາ​ຈະ​ທະ​ວີ​ຄຸນ​ຕື່ມ​ອີກ”

ແມ່ຍິງຜູ້ໄດ້ຫັນດິນແຫ້ງແລ້ງກາຍເປັນຟາມມີມູນຄ່ານັບຕື້ດົ່ງ - ảnh 2
ປ້າ​ເທິ​ໃນ​ພິ​ທີ​ຮັບ​ໃບ​ຍ້ອງ​ຍໍ​ແມ່ນ 1 ໃນ​ຈຳ​ນວນ 100 ແມ່​ຍິງ​ດີ​ເດັ່ນ

ຟາມ​ຂອງ​ປ້າ ເທີ ກໍ່​ໄດ້​ປະ​ກອບ​ສ່ວນ​ສ້າງວຽກ​ເຮັດ​ງານ​ທຳ​ເປັນ​ປົກ​ກະ​ຕິ​ໃຫ້​ແກ່ຄົນ​ງານ​ປະ​ມານ 30 ຄົນ, ດ້ວຍ​ລາຍ​ຮັບ​ເປັນ​ປົກ​ກະ​ຕິ​ປະ​ມານ​ແຕ່ 3 – 7 ລ້ານ​ດົ່ງ/ເດືອນ. ບໍ່​ພຽງ​ແຕ່​ສຸມ​ໃສ່​ເຂົ້າ​ການ​ເສີມ​ຂະ​ຫຍາຍ​ຮູບ​ແບບ​ຟ​າມ​ຢູ່​ຄອບ​ຄົວ​ຕົນ​ເທົ່າ​ນັ້ນ​, ປ້າ ຟ​ູ່ງ​ທິ​ເທີ ຍັງ​ເປັນ​ເຈົ້າ​ການ​ຊ່ວຍ​ໃຫ້​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ​ກ່ຽວ​ກັບ​​ທຶນ​ຮອນ, ສ້າງວຽກ​ເຮັດ​ງານ​ທຳ… ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເພີ່ມ​ລາຍ​ຮັບ ແລະ ບື່ນ​ຕົວ​ຂຶ້ນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ. ເອື້ອຍ ຫງວຽນ​ທິ​ຮ່າ, ບ້ານ ເວີດ​ລ້າຍ, ຕາ​ແສງ ເວີດ​ລ້າຍ, ເມືອງ ບາວ​ີ, ໄດ້​ເຮັດ​ວຽກ​ຢູ່​ຟາມ​ຂອງ​ປ້າ ເທີ ມາ​ເປັນ​ເວ​ລາ 7 ປີ​ໄດ້​ໃຫ້​ຮູ້​ວ່າ:

“​ເອື້ອຍເທີ ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ມີ​ວຽກ​ເຮັດ​ງານ​ທຳ ແລະ ຍັງ​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ເອື້ອຍ​ນ້ອງ​ປູກ​ເຂົ້າ, ລ້ຽງ​ສັດ​ຢູ່​ຄອບ​ຄົວ. ສຳ​ລັບ​ບັນ​ດາ​ຜູ້​​ເຮັດ​ເສດ​ຖະ​ກິດຟາມ ມານີ້​​ຊອກ​ຮູ້ບົດ​ຮຽນ​ໃນ​ການ​ປູກ​ຕົ້ນ​ໄມ້ກິນ​ໝາກ ແລະ ລ້ຽງ​ສັດ, ສັດ​ປີກ, ​ຍາ​ມ​ໃດເ​ອື້ອຍ​ ເທີ ​ກໍ່​ແບ່ງ​​ປັນບົດ​ຮຽນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ”

ພາຍຫຼັງຫຼາຍ​ປີ​ມາ​ນະ​ພະ​ຍາ​ຍາມ, ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຄວາມ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ, ກ້າ​ຄິດ​ກ້າ​ທຳຂອງ​ຕົນ​ເອງ, ຄອບ​ຄົວ​ປ້າ ຟູ່ງ​ທິ​ເທີ ຄ່ອຍໆ​ໄດ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ບື່ນ​ຕົວ​ຂຶ້ນ​ເທື່ອ​ລະ​ກ້າວ ກາຍ​ເປັນ​ຄອບ​ຄົວ​ຮັ່ງ​ມີ​ພໍ​ສົມ​ຄວນ. ຜົນ​ງານ​ຈາກ​ຮູບ​ແບບ​ເສດ​ຖະ​ກິດ​ຟາມສວນ - ​ສະ - ຄອກ, ແບບ​ຢ່າງ​ສ້າ​ງ​ຄວາມ​ຮັ່ງ​ມີ​ຂອງ ປ້າ ຟູ່ງ​ທິ​ເທີ ໄດ້​ກາຍ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ໃນ​ເຂດ​ຮ່ຳ​ຮຽນ ແລະ ເຮັດ​ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ