ໂຄງການ“ຮ່າໂນ້ຍນະຄອນສວຍງາມແລະບໍ່ທັນສວຍງາມ”ປະກອບສ່ວນສ້າງນະຄອນຫລວງສີວິໄລແລະສຸພາບຮຽບຮ້ອຍ

(vovworld)- ຄວາມ​ສຸ​ພາບ​ຮຽບ​ຮ້ອຍ, ການ​ປະ​ພຶດ​ສີ​ວິ​ໄລ ນັ້ນ​ແມ່ນ​ບັນ​ດາ​ຄຸ​ນ​ຄ່າ​ວັດ​ທະ​ນະ​ທຳ​ສະ​ເພາະຂອງ​ຊາວ ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ການ​ອະ​ນ​ຸ​ລັກ​ຮັກ​ສາ ແລະ ນັບ​ມື້​ນັບ​ທະ​ວີ​ຄູນ, ພັດ​ທະ​ນາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມນັ້ນ​ໃນ​ຊີ​ວິດ​ວົງ​ຄະ​ນາ​ຍາດ​ແມ່ນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ສຳ​ລັບ ຮ່າ​ໂນ້ຍ, ພິ​ເສດ​ໃນ​ສະ​ພາ​ວະ​ໂລ​ກາ​ພິ​ວັດ​ປະ​ຈຸ​ບັນ.

ໂຄງການ“ຮ່າໂນ້ຍນະຄອນສວຍງາມແລະບໍ່ທັນສວຍງາມ”ປະກອບສ່ວນສ້າງນະຄອນຫລວງສີວິໄລແລະສຸພາບຮຽບຮ້ອຍ - ảnh 1
ຫນອງ​ໂຮ່​ເກືອມ- ຮ່າ​ໂນ້ຍ
ພາບ:hanoivisit.com

        ພາຍ​ຫລັງ​ກວ່າ 1 ປີ​ແຫ່ງ​ການ​ຜັ​ນ​ຂະ​ຫຍາຍ, ໂຄງ​ການ “ຮ່າ​ໂນ້ຍ ນະ​ຄອນ​ສວຍ​ງາມ ແລະ ບໍ​ທັນ​ສວຍ​ງາມ” ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ໃນ​ສັງ​ຄົມ, ພິ​ເສດ​ແມ່ນ​ການ​ຕອບ​ສະ​ຫນອງ​ຢ່າງ​ຫ້າວ​ຫັນ​ຂອ​ງ​ລຸ້ນ​ຫນຸ່ມ. ໂຄງ​ການ​ດັ່ງ​ກ່າວ​ລວມ​ມີ​ຫລາຍ​ເນື້ອ​ໃນ, ໃນ​ນັ້ນ ໄດ້ສ້າງ​ເວັບ​ໄຊ​ພາບ ດ້ວຍ​ລະ​ຫັດ www.hanoidep.vn. ນີ້​ແມ່ນ​ຫນ້າ​ເວັບ​ເວົ້າ​ເຖິງວັດ​ທະ​ນະ​ທຳ​​ການປະ​ພຶດ​ຂອງ​ຊາວ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ເວົ້າ​ສະ​ເພາະ, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວ​ມ ຜ່ານ 5 ຂົງ​ເຂດ: ອາ​ຫານ​ການ​ກິນ, ຊຸດ​ອາ​ພອນ, ການ​ໄປ​ມາ, ໂອ້​ລົມ​ສົນ​ທະ​ນາ​ນຳ​ກັນ ແລະ ການ​ລະ​ຫລິ້ນ​ບັນ​ເ​ທີງ. ຜ່າ​ນ​ລະ​ຫັດ​ດັ່ງ​ກ່າວ, ທຸກ​ຄົນ​ສາ​ມາດ​ເຂົ້າຈົດທະ​ບຽນ​ເພື່ອ​ອັບ​ເດັດ​ເນື້ອ​ໃນ​ດ້ວຍ​ຫລາຍ​ຮູບ​ການ​ຄື: ບົດ​ຂຽນ, ພາບຖ່າຍ, ….ໄລ່​ມາ​ຮອດ​ປະ​ຈຸ​ບັນ ມີກວ່າ 4000 ຜະ​ລິດ​ຕະ​ພັນ ໂດຍ​ແມ່ນ​ເພື່ອນ​ຫນຸ່ມ​ແນະ​ນຳ​ໃນ​ເວັບ​ໄຊ​ດັ່ງ​ກ່າວ.

ອ້າຍ​ຫວູ​ແອງ​ລອງ, ຮ​ັບ​ຜິດ​ຊອບ​ໂຄງ​ການ “ຮ່າ​ໂນ້ຍ​ສວຍ​ງາມ ແລະ ບໍ່​ທັນ​ສວຍ​ງາມ”ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ສ້າງ​ເວັບ​ໄຊ​ນີ້ ດ້ວຍ​ຈຸດ​ປະ​ສົງ​ຢາກສະ​ຫງວນ​ໃຫ້​ແກ່​ເປົ້າ​ໝາຍ​ຕົ້ນ​ຕໍ​ແມ່ນ​ບັນ​ດາ​ເພື່ອ​ນ​ຫນຸ່ມ, ເພື່ອ​ເຮັດ​ແນວ​ໃດປ່ຽນ​ແປງວັດ​ທະ​ນະ​ທຳ​ໃນ​ການ​     ປະ​ພ​ຶດ. ມີ ຮູບ​ພາບ 2 ໝວດ, ພາບ​​ສວຍງາມ ແລະ ບໍ່​ທັນ​ສວຍ​ງາມ ເພື່ອ​ໃຫ້​ທຸກ​ຄົນ​ສາ​ມາດ​ເຂົ້າ​ເວັບ​ໄຊ hanoidep.vn ເພື່ອ​ຄັດ​ເລືອກ ແລະ ຈະ​ມີ​ຂອງ​ຂວັນມອບ​ໃຫ້​ຜູ້​ດີ​ເດັ່ນ. ຈຸດ​ປະ​ສົງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຢາກ​ສ້າງ​ປະ​ຊາ​ຄົມ ພ້ອມ​ກັນ​ປ່ຽນ​ແປງ​ຄວາມ​ຊີ​ນ​ເຄີຍທີ່ບໍ່​ດີ​ເທື່ອລະ​ກ້າວ.”

        ນອກ​ຈາກ​ຫນ້າ​ເວັບ hanoidep.vn, ໂຄງ​ການ​ດັ່ງ​ກ່າວ​​ຍັງໄດ້​ຈັດ​ການ​ເຄື່ອນ​ໄຫວຫລາຍ​ຢ່າງ​ເພື່​ອ​ວົງ​ຄະ​ນາ​ຍາດ​ ແນ​ໃສ່​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ເພື່ອນ​ຫນຸ່ມ​ພົວ​ພັນ​ແລກ​ປ່ຽນ, ມຸ່ງ​ໄປ​ເຖິງການ​ປະ​ພຶດ​ຕົນ​ເປັນ​ຄົນ​ສຸ​ພາບ​ຮຽບ​ຮ້ອຍ. ນາງ ຫງວຽນ​ທິ​ເລ້ກວຽນ, ເລ​ຂາ​ຂອງ​ໂຄງ​ການ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ:

        “ພຽງ​ໃນ​ເວ​ລາ 14 ເດືອນ, ໂຄງ​ການ​ໄດ້​ຈັດ​ຕັ້ງ 6 ເຫດ​ການ​ໃຫຍ່, ແຕ່​ລະ​ເຫດ​ການ​ລ້ວນ​ແຕ່​ມີ​ປະ​ມານກວ່າ 1.000 ຄົນ​ເຂົ້າ​ຮ່ວມ. ໃນ​ນັ້ນ ຈັດການ​ແຂ່ງ​ຂັນ​ເຕັ້ນ flashmob “ຂ້ອຍ​ຮັກ​ຮ່າ​ໂນ້ຍ” ເມື່ອ​ເດືອນ 11/2013 ແລະ ລາຍ​ການ​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ.”

        ໂຄງ​ການ “ຮ່າ​ໂນ້ຍ​ສວຍ​ງາມ ແລະ ບໍ່​ທັນ​ສວຍ​ງາມ” ຍັງ​ຫນູນ​ຊ່ວຍ​ ແລະ ອ​ຸ​ປະ​ຖຳບັນ​ດາ​ເຫດ​ການ​ອື່​ນ​ເພື່ອວົງ​ຄະ​ນາ​ຍາດ​ໃຫ້​ແກ່​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ​ອື່ນ​ຢູ່​ບໍ​ລິ​ເວນ​ຮ່າ​ໂນ້ຍ. ຈຸດ​ປະ​ສົງ​ຂອງ​ໂຄງ​ການ​ແມ່ນ​ຍົກ​ສູງ​ຄຸນ​ນະ​ພາບ​ແຫລ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ນະ​ຄອນ​ຫລວງ, ສ້າງໃຫ້​ຊາວ ຮ່າ​ໂນ້ຍ ເປັນ​ຄົນ​ສ​ຸ​ພາບ​ຮຽບ​ຮ້ອຍ, ສີ​ວິ​ໄລ. ໂຄງ​ການ​ແມ່ນ​ສຸມ​ໃສ່​ເປົ້າ​ໝາຍ​ໄວ​ຫນຸ່ມ, ພິ​ເສດ ແມ່ນ​ນັກ​ຮຽນ, ນັກ​ສຶກ​ສາ​ພວມ​ຮ່ຳ​ຮຽນ ແລະ ດ​ຳ​ລົງ​ຊີ​ວິດ​ຢູ່​ບໍ​ລິ​ເວນ ຮ່າ​ໂນ້ຍ. ເຂົາ​ເຈົ້າ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ວົງ​ຄະ​ນາ​ຍາດ, ທັງ​ແມ່ນ​ຖັນ​ແຖວ​ສືບ​ທອດ ແລະ ​ທັງ​ແມ່ນ​ຖັນ​ແຖວ​ຈະ​ເສີມ​ຂະ​ຫຍາຍ ແລະ ກຳ​ນົດ​ທິດ​ໃຫ້​ແກ່​ຄົນ​ລຸ້ນ​ຫລັງ.

        ຊື່ງ​ແມ່ນ​ຜູ້​ຮ່ວມ​ງານ​ຂອ​ງ​ໂຄງ​ການ “ຮ່າ​ໂນ້ຍ​ນະ​ຄອນ​ສວຍ​ງາມ ແລະ ບໍ່​ທັນ​ສວຍ​ງາມ” ນັບ​ແຕ່ມື້​ທຳ​ອິດ, ຫງວຽນ​ຕຽນ​ບີງ ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ແທ່ງ​ໂດ ແບ່ງ​ປັນ​ວ່າ:

        “ຂ້າ​ພ​ະ​ເຈົ້າ​ຮຸ້​ຈັກ​ເຖິງ​ໂຄງ​ການນີ້ ຜ່ານ​ບັນ​ດາ​ຊ່ອງ​ຂໍ້​ມູນ​ຂ່າວ​ສານ ແລະ ສື່​ມວ​ນ​ຊົນ. ຊື່ງ​ແມ່ນ​ນັກ​ສຶກ​ສາ​ຜູ້​ທີ່​ມັກ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ອາ​ສາ​ສະ​ໝັກ, ສະ​ນັ້ນ ເມື່ອ​ຮຸ້​ຈັກ​ເຖິງ​ໂຄງ​ການ​ກໍ​ຄື​ຈຸດ​ປະ​ສົງ ແລະ ຄວາມ​ໝາຍ​ຂອງ​ມັນ,ຂ້າ​ພະ​ເຈົ້າ ຍາດ​ເວ​ລາ​ເຂົ້າ​ຮ່ວມ.”

        ມີ​ພຽງ​ກ້ອງ​ຖ່າຍ​ຮູບ​ຫນ່ວຍ​ຫນຶ່ງ ຫລື smartphone ອັນ​ຫນຶ່ງ ມີ​ຄຸນ​ລັກ​ສະ​ນະ​ ​ອັດ​ video ແລະ ຖ່າຍ​ຮູບ​ໄດ້, ເພື່ອນ​ສາ​ມາດ​ກາຍ​ເປັນ​ຜູ້​ຮ່ວ​ມ​ງານ​ກັບ​ໂຄງ​ການ “ຮ່າ​ໂນ້ຍ ສວຍ​ງາມ ແລະ ບໍ່​ທັນ​ສວຍ​ງາມ”. ແທນ​ໃຫ້​ຄຳ​ເວົ້າ, ບັນ​ດາ​ຮູບ​ພາບ, video clip ສະ​ຫນອງ​ໃຫ້​ຜູ້​ຊົມ​ບັນ​ດາ​ຮູບ​ພາບ​ສວຍ​ງາມ, ການ​ກະ​ທຳ​ບໍ່​ທັນ​ສຸ​ພ​າບ, ຜ່ານນັ້ນ ຍົກ​ສູງ​ສະ​ຕິ​ຂອ​ງ​ພ​ົນ​ລະ​ເມືອງ​ແຕ່​ລະ​ຄົນ​ຕໍ່​ວົງ​ຄະ​ນາ​ຍາດ, ສັງ​ຄົມ ເພື່ອ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ສີ​ວິ​ໄລ, ສຸ​ພາບ​ຮຽບ​ຮ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ