ໄປຊອກຫານາມສະກຸນໃຫ້ແກ່ຊາວເຜົ່າ M'nong

M'nong

(vovworld) - ຍ້ອນ​ເງື່ອນ​ໄຂ​ປະ​ຫວັດ​ສາດ​ປະ​ໄວ້, ດັ່ງ​ນັ້ນ​ໃນ​ເ​ອກະ​ສານ​ນິ​ຕິ​ກຳ​ຂອງ​ຊາວ​ເຜົ່າ M'nong ຢູ່​ແຂວງ ດັກ​ນົງ ​ພຽງ​ແຕ່​ລະບຸ​ຊື່​, ຫາກ​ບໍ່​​ໄດ້​ລະບຸນາມສະ​ກຸນ ເພື່​ອຈຳ​ແນກ​ລະ​ຫວ່າງເພດ​ຍິງ - ຊາຍ. ຍ້ອນ​ເຫດ​ນັ້ນ, ຊາວ​ເຜົ່າ M'nong ຫຼາຍ​ຄົນ​ຈຶ່ງ​ບໍ່​ຮູ້​​ນາມ​ສະ​ກຸນ​ຂອງ​ຕົນ. ຕໍ່​ໜ້າ​ສະ​ພາບ​ການ​ດັ່ງ​ກ່າວ, ແຂວງ ດັກ​ນົງຈຶ່ງ​ສ້າງ​ຫົວ​ຂໍ້ທີ່​ວ່າ “ກຳ​ນົດ​ພື້ນ​ຖານ​ວິ​ທະ​ຍາ​ສາດ​ເປັນ​ພື້ນ​ຖານ​ ໃສ່ນາມສະ​ກຸນ​ໃຫ້​ແກ່​ຊາວ​ເຜົ່າ M'nong”, ແລະ​ນັບ​ແຕ່​ປີ 2010, ທາງ​ແຂວງ​ເລີ່ມ​ປະ​ຕິ​ບັດ​ການ​​ໃສ່​ນາມສະ​ກຸນ​ໃຫ້​ແກ່​ຊາວ​ເຜົ່າ M'nong.


ໄປຊອກຫານາມສະກຸນໃຫ້ແກ່ຊາວເຜົ່າ M'nong - ảnh 1       

ຜູ້ບ່າວຊາວເຜົ່າM'nongໃນງານບຸນ
(ພາບ: vinaculto.vn)


ພາຍຫຼັງ​ປະ​ຕິ​ບັດ​ການທາບ​ທາມ​ຄວາມ​ເຫັນຈາກປະ​ຊາ​ຊົນ​ເກືອບ 200 ຄົນ​ທີ່​ຕີ​ລາ​ຄາ​ກ່ຽວ​ກັບ​ເລື່ອງ​​ໃສ່ນາມ​ສະ​ກຸນ​ຂອງ​ຊົນ​ເຜົ່າ M'nong ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ນົງ, ເອື້ອຍ H'oang, ຢູ່​ບ້ານ K'rong, ບອນ U3, ເທດ​ສະ​ບານ Ea Tling, ເມືອງ Cu Jut, ໃຫ້​ຮູ້​ວ່າ, ພໍ່​ແມ່​ປະ​ຊາ​ຊົນ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ທີ່​ສຸດຕໍ່​ແຜນ​ນະ​ໂຍ​ບາຍ​ຂອງ​ແຂວງ:

        “ເລື່ອງ​​ຈົດ​ຊື່ ​ແລະ ໃສ່​ນາມ​ສະ​ກຸນ​ສະ​ດວກ​ຄື​ແນວ​ນັ້ນ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ. ເມື່ອ​ເຮົາ​ຮູ້​ຈັກວົງ​ຕະ​ກຸນ​ແລ້ວ, ຈະຫຼີກ​ເວັ້ນສະ​ພາບ​ການສົມ​ລົດ​ລະ​ຫວ່າງຜູ້​ມີ​ເລືອດ​ເນື້ອ​ເຊື້ອ​ສາຍ​ດຽວ​ກັນ​ໄດ້, ມີ​ຊື່ ​ແລະ ນາມ​ສະ​ກຸ​ນ​ຢ່າງ​ຄົບ​ຖ້ວນ, ພວກ​ເຮົາ​ຈະ​ຊອກ​ຫາ​ຜູ້​ທີ່ຢູ່ໃນ​ວົງ​ຕະ​ກຸນ​ດຽວກັນ​​ໄດ້ງ່າຍ​”.

        ມາ​ຮອດ​ປະ​ຈຸ​ບັນ, ຢູ່ເທດ​ສະ​ບານ Ea Tling, ໄດ້​ມີ 300 ກວ່າ​ກໍ​ລະ​ນີ​ຈົດ​ຊື່, ​ນາມ​ສະ​ກຸນ​ຂ​ອງ​ຊາວ​ເຜົ່າ M'nong, ສ່ວນຫຼາຍ​ແມ່ນ​ເດັກ​ນ້ອຍຈົດ​ທະ​ບຽນແຈ້ງ​ເກີດ, ມີ​ເດັກ​ນ້ອຍ​ບາງ​ຄົນ​​ໃສ່​ນາມສະ​ກຸນ​ພໍ່ ຫຼ ື​ແມ່​ເປັນ​ຄົນ​ຊົນ​ເຜົ່າ​ອື່ນ​ກໍ່​ຂໍ​ປ່ຽນ​ນາມສະກຸນ​ເປັນ​ຄົນ​ຊົນ​ເຜົ່າ M'nong. ທ່ານ ເລກວາງງອກ, ພະ​ນັກ​ງານຮັບຜິດຊອບສຳ​ມະ​ໂນຄົວ ​ພົນ​ລະ​ເມືອງ ເທດ​ສະ​ບານ Ea Tling, ເມືອງ Cu Jut, ໃຫ້​ຮູ້​ວ່າ: ເລື່ອງ​ຈົດ​ຊື່​ວົງ​​ຕະ​ກຸນ​ໃຫ້​ຊາວ​ເຜົ່າ M'nong ຢູ່​ທ້ອງ​ຖີ່ນ ​ແມ່ນ​ບໍ່​ມີ​ຫຍັງຍາກ, ເພາະ​ວ່າ​ແຜນ​ນະ​ໂຍ​ບາຍນີ້​ເໝາະ​ສົມ​ກັບ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ ​ຢາກ​ມີ​ຊື່​ ​ແລະ ນາມ​ສະ​ກຸນ​ຢ່າງຈະ​ແຈ້ງທີ່​ສຸດ:

        “ປະ​ຊາ​ຊົນ​ມາ​ແຫ່ງນີ້​ແມ່ນ​ໄດ້​ຮັບ​ການ​ແນະ​ນຳ​ຢ່າ​ງ​ຄົບ​ຖ້ວ​ນ​​ຈາກ​ພະ​ນັກ​ງານ. ທີ​ສອງ​ແມ່ນ, ລຸ້ນ​ໜຸ່ມ​ໃນ​ປະ​ຈຸ​ບັນ​​ລ້ວນ​ແຕ່ໄດ້​ຮັບ​ການສຶກສາ​ຮ່ຳ​ຮຽນ​, ​ເຂົາ​ເຈົ້າຈະ​ຊ່ວຍ​ພໍ່​ແມ່​ຂຽນ​ໃບ​ແຈ້ງ. ຊາວ​ເຜົ່າ M'nong ເວົ້າ​ວ່າ, ວຽກ​ງານນີ້​ແມ່ນ​ເໝາະ​ສົມ​ທີ່​ສຸດ​ກັບ​ພໍ່​ແມ່ປະ​ຊາ​ຊົນ, ເພື່ອ​ແນ​ໃສ່​ລະບຸຊື່​ ​ແລະ ນາມ​ສະ​ກຸນ​ໃຫ້​​ເຂົາ​ເຈົ້າ​ຢ່າງຈະ​ແຈ້ງ”.

​ນັບ​ແຕ່​ປີ 2010, ແຂວງ ດັກ​ນົງ ໄດ້​ຜັນ​ຂະ​ຫຍາຍເລື່​ອງ​ຈົດ​ຊື່​ ​ແລະ ​ໃສ່ນາມ​ສະ​ກຸນ​ໃຫ້​ແກ່​ຊາວ​ເຜົ່າ M'nong ​ຢ່າງກວ້າງ​ຂວາງ. ຕາມ​ການ​ສະ​ຖິ​ຕິ​ທີ່​ຍັງບໍ່​ທັນ​ຄົບ​ຖ້ວນ​ນັ້ນ, ​ເມື່ອໄລ່​ມາ​ຮອດ​ປະ​ຈຸ​ບັນ​ໄດ້​ມີ​ຊາວ​ເຜົ່າ M'nong  ​ຢູ່​ແຂວງ ດັກ​ນົງ 1000 ກວ່າ​ຄົນ​ໄດ້ປະ​ຕິ​ບັດ​ການ​ຈົດ​ຊື່​ ​ແລະ ​​ນາມ​ສະ​ກຸນ​ຢ່າງ​ຈະ​ແຈ້ງ, ແຕ່​ສ່ວນຫຼາຍ​ແມ່ນ​ຈົດ​ທະ​​​ບຽນ​ແຈ້ງ​ເກີດ​ໃຫ້ເດັກ​ນ້ອຍ ແລະ ນັກ​ຮຽນ​ຮ​ອດອາ​ຍຸ​ໄປ​ຮຽນ. ສ່ວນ​ຜູ້​ໃຫຍ່, ການ​ປ່ຽນ​ຊື່​, ນາມ​ສະ​ກຸນ​ ມັນ​ກ່ຽວ​ຂ້ອງ​ເຖິງ​ເອກະ​ສານ​ນິ​ຕິ​ກຳຫຼາຍ​ຢ່າງ, ດັ່ງ​ນັ້ນ​ຈຳ​ນວນ​ຜູ້​ປະ​ຕິ​ບັດ​ແມ່ນຍັງ​ໜ້ອຍ​ຢູ່. ທ່ານ Dieu Kre, ຢູ່ບອນ Bubia, ຕາ​ແສງ ກວາງ​ຕີ໋ນ, ເມືອງ Dac Rlap, ແບ່ງ​ປັນ​ວ່າ:

ແຕ່​ລະ​ວົງ​ຕະ​ກຸນ​​ມີ​ນາມສະ​ກຸນ​ທີ່​ແຕກ​ຕ່າງ​ກັນ, ແຕ່​ພວກ​ຂ້າ​ພະ​ເຈົ້າ​ບໍ່​ທັນ​ມີ​ນາມ​ສະ​ກຸນ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ພັກ, ລັດ​ມີ​ຄວາມ​ເອົາ​ໃຈ​ໃສ່​ກວ່າ​ອີກ, ເຖິງວ່າ​ປະ​ຈຸ​ບັນ​ໄດ້​ມີ​ລາຍ​ການ​ແລ້ວກໍ່ຕາມ, ແຕ່​ເມື່​ອປ່ຽນ​ແປງ​ຕ້ອງ​ມີ​ເອ​ກະ​ສານ​ກ່ຽວ​ຂ້ອງຫຼາຍ​ຢ່າງ, ມີ​ສຳ​ມະ​ໂນ​ຄົວ, ໃບ​ຢັ້ງ​ຢືນ​ການ​ຮຽນ…”

ໄປຊອກຫານາມສະກຸນໃຫ້ແກ່ຊາວເຜົ່າ M'nong - ảnh 2

ຜູ້ບ່າວຊາວເຜົ່າM'nongໃນງານບຸນ
(ພາບ: vinaculto.vn)

ຊົນ​ເຜົ່າ M'nong ມີ​ປະມານ 40 ວົງ​ຕະກຸນ, ​ແຕ່​ລະ​ວົງ​ຕະກຸນ​ກໍ່​ຕິດ​ພັນ​ກັບ​ບັນດາເລື່ອງ​ລາວບູຮານ, ປະຫວັດສາດ, ​ເຊິ່ງ​ໄດ້​ເອີ້ນ​ຕາມ​ປະກົດ​ການ​ທຳ​ມະ​ຊາດ, ຊື່​ຂອງ​ສັດ, ຕົ້ນ​ໄມ້​ໃບ​ຫຍ້າ, ສະຖານ​ທີ່ ຫຼື​ຊື່​ຂອງ​ພູຜາ​ປ່າ​ໄມ້, ​ແມ່​ນ້ຳ​ລຳ​ເຊ, ຊື່​ຂອງ​ບ້ານ, ບອນ…ທ່ານ​ນາງ ຮ່າ​ທິ​ແຫ້ງ, ຫົວໜ້າ​ຄະນະ​ຊົນ​ເຜົ່າ​ແຂວງ ດັກ​ນົງ, ​ໃຫ້​ຮູ້​ວ່າ:​

“ຈາກ​ຄວາມ​ຕ້ອງການ​ໃນ​ການ​ດຳລົງ​ຊີວິດ, ຄະນະ​ຊົນ​ເຜົ່າ​ໄດ້​ເປັນ​ເສນາ​ທິກ​ານ​ໃນ​ການ​ປະຕິບັດ​ແຜນ​ຮ່າງການ​ຈົດ​ຊື່​ ​ແລະ ນາມສະກຸນ​ໃຫ້​ຊາວ​ເຜົ່າ M'nong. ພາຍຫຼັງ​ການ​ຕີ​ລາຄາ​ເພື່ອ​ຊີ້​ໃຫ້ເຫັນ​ ​ບັນດາ​ວຽກ​ງານທີ່​ປະຕິບັດ​ໄດ້ ກໍ່​ຄື​ບັນດາ​ຂໍ້​ຈຳກັດ ສິ່ງ​ຄົງ​ຄ້າງ​ຕ່າງໆ ພວກ​ຂ້າພະ​ເຈົ້າ​ຈະ​ສົມທົບ​ກັບ​ພະ​ແນ​ກຍຸດຕິ​ທຳ ສືບ​ຕໍ່​ປະຕິບັດ​ແຜນ​ຮ່າງ​ນີ້​ໃຫ້​ເລິກ​ເຊິ່ງ ກວ້າງຂວາງ​ຕື່ມ ​ເພື່ອ​ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​ເຂົ້າ​ໃຈ​ໄດ້​ຄວາມ​ໝາຍ​ຂອງ​ການ​ອານຸລັກ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ ​ແລະ ​ເລື່ອງ​ສຳຄັນ​ແມ່ນ​ການ​ຈົດ​ຊື່ ​ແລະ ນາມສະກຸນ​ຂອງ​ຕົນ​ເອງ “

ປະຈຸ​ບັນ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ດັກ​ນົງ ພວມ​ປະຕິບັດ​ບັ້ນ​ສຳ​ຫຼວດ, ຮັບ​ເອົາ​ຄຳ​ເຫັນ​ຕີ​ລາຄາ​ຂອງ​ພໍ່​ແມ່​ປະຊາຊົນ​ຢູ່​ບັນດາ​ບວນ​ໃນ​ທົ່ວ​ແຂວງ ກ່ຽວ​ກັບ​ການ​ຈົດ​ຊື່ ​ແລະ ນາມສະກຸນ​ຂອງ​ຊົນ​ເຜົ່າ M'nong, ​ເພື່ອ​ມີ​ບັນດາ​ມາດ​ຕະການ ການ​ປະຕິບັດ​ທີ່ຕິດ​ແທດ​ກັບ​ຕົວ​ຈິງ, ມີ​ຄວາມລະອຽດ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ແຂວງ​ກຳນົດ​ເລື່ອງ​ການ​ຈົດ​ຊື່ ​ແລະ ນາມສະກຸນ​ໃຫ້​ຊາວ​ເຜົ່າ M'nong ກໍ່​ແມ່ນ​ໜຶ່ງ​ໃນ​ມາດ​ຕະການ​ເພື່ອ​ແນ​ໃສ່​ອານຸລັກຮັກສາ​, ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວັດທະນະທຳ​ບັນດາ​ເຜົ່າ​ໃນ​ບໍ​ເວນ​, ພ້ອມ​ທັງ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊາວ​ເຜົ່າ M'nong ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ, ກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ