ໄປທ່ອງທ່ຽວຢູ່ດົງທາບເມື່ອຍໃນຍາມນ້ຳຂຶ້ນ

ຊຸມ​ປີມໍ່ໆ​ມານີ້, ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ແລະ ທ່ອງ​ທ່ຽວ​ເຂດ​ຊຸ​ມ​ຊົນ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ຢ່ອນ​ອາ​ລົມ​ຂອງ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ. ເປັນ​ໜ້າ​ຈັບ​ໃຈ​ເມື່ອ​ໄດ້​ອອກ​ຈາກ​ຕົວ​ເມືອງ, ໄດ້​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ເຂດ​ແມ່​ນ້ຳ​ລຳ​ເຊ​ທີ່​ກ້​ວາງ​ໃຫຍ່, ໄດ້​ເຫັນ​ຝູງ​ນົກ​ບິນ​ເຈີດ​ໄປ​ເຈີດ​ມາ​ໃນ​ທ້ອງ​ຟ້າ​ແຈ່ມ​ໃສ, ໄປ​ຢ້ຽມ​ຢາມ​ບັນ​ດາ​ໝູ່​ບ້ານ​ເທິ່ງ​ໜ້າ​ນ້ຳ, ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດນີ້. ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດັ່ງ​ກ່າວ, ສາຍ​ທ່ອງ​ທ່ຽວ​ໄປ​ດົງ​ທາບ​ເມື່ອຍ​ໃນ​ຍາມ​ນ້ຳ​ຂຶ້ນ​ໄດ້​ກາຍ​ເປັນ​ສິ່ງ​ທີ່​ດູດ​ດື່ມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ໃນ​ຊຸມ​ປີມໍ່ໆ​ມານີ້. 

 

ໄປທ່ອງທ່ຽວຢູ່ດົງທາບເມື່ອຍໃນຍາມນ້ຳຂຶ້ນ - ảnh 1
ດົງ​ທາບ​ເມື່ອຍ​ໃນ​ຍາມ​ນ້ຳ​ຂຶ້ນ

        ເຂດ​​ດົງ​ທາບ​ເມື່ອຍ​ຫ່າງ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ 165 ກມ, ນອນ​ຢູ່​ເບື້ອງ​ຊ້າຍ​ແມ່​ນ້ຳ​ຕຽນ, ຕິດ​ກັບ 3 ແຂວງ: ລອງ​ອານ, ຕຽນ​ຢາງ ແລະ ດົງ​ທາບ. ມາ​ທ່ອງ​ທ່ຽວ​ຢູ່​​ດົງ​ທາບ​ເມື່ອຍ​ໃນ​ຍາມ​ນ້ຳ​ຂຶ້ນ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບທິວ​ທັດ​ທຳ​ມະ​ຊາດ​ທີ່​ງົດ​ງາມ​ດັ່ງ​ໃນ​ຝັນ ແລະ ມີ​ຄວາມ​ລຽບ​ງ່າຍ​ຂອງ​ເຂດ​ບ້ານ​ນາ.                                     

    ​ດົງ​ທາບ​ເມື່ອຍ​ໃນ​ຍາມ​ນ້ຳ​ຂຶ້ນກໍ​ແມ່ນ​ໄລ​ຍະ​ທີ່​ຟົດ​ຟື້ນ. ຊວງ​ເວ​ລານີ້, ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ແລະ ແຂວງ​ດົງ​ທາບ​ໄດ້​ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ຍາມ​ນ້ຳ​ຂຶ້ນ. ທ່ານ ຫງວຽນ​ແອງ​ຕາຍ ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ ໄຊ​ງ່ອນ​ຕູ​ຣີດ ໃຫ້​ຮູ້​ວ່າ : 

   “ ຄວາມ​ມີຫຼາຍ​ຮູບຫຼາຍ​ສີ​ຂອງ​ປ່າ​ສະ​ຫງວ​ນ​ແຫ່ງ​ຊາດ​ໄດ້​ສ້າງ​ໃຫ້​ມີ​ຄວາມ​ດູດ​ດື່ມ, ພ້ອມ​ກັນ​ນັ້ນ​ກໍ​ຕິດ​ພັນ​ກັບ​ບັນ​ດາ​ເຂດ​ທ່ອງທ່ຽວປະ​ຫວັດ​ສາດ, ທ່ອງ​ທ່ຽວ​ຊີ​ວະ​ພາບ, ອັນ​ໄດ້​ສ້າງ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ເປັນ​ເອ​ກະ​ລັກສະ​ເພາະ. ນີ້​ກໍ​ແມ່ນ​ການ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ມີຫຼາຍ​ຮູບຫຼາຍ​ສີ​ຂອງ​ບໍ​ລິ​ສັດ​ທ່ອງ​ທ່ຽວ ໄຊ​ງ່ອນ​ຕູ​ຣີດ ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ ”

      ຫຼາຍບໍລິ​ສັດ​ທ່ອງ​ທ່ຽວຢູ່​ທ້ອງຖິ່ນຕ່າງໆ​ກໍ​ໄດ້​ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຢູ່​ແຂວງ​ດົງ​ທາບ​ເພື່ອ​ຂຸດ​ຄົ້ນ​ທ່າ​ແຮງ, ຫັນ​ບັນ​ດາ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ເປັນຫຼາຍ​ຮູບຫຼາຍ​ແບບ, ຕອບ​ສະ​ໜອງ​ຄ​ວາມ​ຕ້ອງການ​ຂອງ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ທ່ານ​ນາງ ຫງວຽນ​ທິ​ງາ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ທ່ອງ​ທ່ຽວດົງ​ທາບ ໃຫ້​ຮູ້​ວ່າ : 

   “ ຈຸດ​ພິ​ເສດ​ສ​ະ​ເພາະ​ຂອງ​ການ​ທ່ອງ​ທ່ຽວຢູ່​ດົງ​ທາບ​ແມ່ນ​ຕາມ​ຍາມ​ນ້ຳ​ຂຶ້ນ, ຊຶ່ງ​ຖື​ເອົາ​ເຂດ​ທ່ອງທ່ຽວ ຈາມ​ຈິມ ແມ່ນ​ຈຸດ​ສຸມ.  ​ເຂດ​ທ່ອງທ່ຽວ ຈາມ​ຈິມໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ Ramsa ດ້ວຍ​ເຂດ​ປ່າ​ຄາມ​ພິ​ເສດ. ​ຢູ່​ດົງ​ທາບ, ການ​ທ່ອງ​ທ່ຽວຢູ່​ເຂດ​ແມ່​ນ້ຳ​ລຳ​ເຊ ກໍ​ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ​ຢູ່​ເຂດ​ຊຸມ​ຊົນ, ອັນ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງທ່ຽວ”

     ສິ່ງ​ທີ່ປະ​ທັບ​ໃຈ​ກວ່າ​ໝູ່​ສຳ​ລັບ​ແຂກ​ທ່ອງ​ທ່ຽວ ແມ່ນ​ໃນ​ຊວງ​ເວ​ລາ​ນັ່ງລອງ​ເຮືອ​ບົນ​ແມ່​ນ້ຳ ເພື່ອ​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ແບບ​ເພີ່ນ​ຈິດ​ຂອງ​ດົງ​ທາບ​ເມື່ອຍ. ອ້າຍ​ຮີ່ງຮິ້ວ​ເງັ້ຍ ແຂກ​ທ່ອງ​ທ່ຽວຢູ່​ນະ​ຄອນ​ໂຮ່​ຈິ​ມິນ ແບ່ງ​ປັນ​ວ່າ : 

    “ ຢູ່​ແຫ່ງນີ້​ມີ​ເຂດ​ຈາມ​ຈິມ​ເປັນ​ໜ້າ​ຈັບ​ໃຈ. ແຫ່ງນີ້​ຍັງ​ຄົງ​ຮັກ​ສາ​ທັດ​ສະ​ນີ​ຍະ​ພາບ​ທຳ​ມະ​ຊາດ ໂດຍບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ມະ​ນຸດ. ດັ່ງ​ນັ້ນ, ນີ້​ໄດ້​ກາບ​ເປັນ​ສະ​ຖານ​ທີ່​ຈັບ​ອົກ​ຈັບ​ໃຈ ”.

ຕອບກັບ

ຂ່າວ/ບົດ​ອື່ນ