ໄວໜຸ່ມນະຄອນຫຼວງພ້ອມກັນກະທຳເພື່ອ ປະຢັດພະລັງງານ

      ໂດຍ​ຖືກ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ 3 ແຕ່​ລະ​ປີ, ໂມງ​ໜ່ວຍ​ໂລກ​ແມ່ນ​ໜຶ່ງ​ໃນ​ບັນ​ດາເຫດ​ການ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ. ແຕ່​ລະ​ປີ, ໂມງ​ໜ່ວຍ​ໂລກມີ​ສານ​ທີ່​ແຕກ​ຕ່າງ​ກັນ, ແຕ່​ລ້ວນ​ແຕ່​ມຸ່ງ​ໄປ​ສູ່​ຈຸດ​ໝາຍ​ລວມ, ນັ້ນ​ແມ່ນ​ເພື່ອ​ໜ່ວຍ​ໂລກ​ຂຽວ, ສະ​ອາດ ແລະ ຍົກ​ສູງ​ສະ​ຕິ​ຂອງ​ປະ​ຊາ​ຊົນ​ໃນ​ກາ​ນ​ປະ​ຢັດ​ພະ​ລັງ​ງານ. ໂມງ​ໜ່ວຍ​ໂລກປີ 2015 ມີ​ຫົວ​ຂໍ້​ວ່າ : “ປະ​ຢັດ​ພະ​ລັງ​ງານ - ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ” ຊຶ່ງ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຈາກ​ໄວ​ໜຸ່ມ​ນະ​ຄອນຫຼວງ ດ້ວຍບັນ​ດາການເຄື່ອນ​ໄຫວ​ທີ່​ແທດ​ຈິງ.

ໄວໜຸ່ມນະຄອນຫຼວງພ້ອມກັນກະທຳເພື່ອ ປະຢັດພະລັງງານ - ảnh 1
ຢູ່​ຖະ​ໜົນ​ສາຍ​ຕ່າງໆ​ທີ່​ຮ້າ​ໂນ້ຍ​ໄດ້ມອດ​ໄຟ​ເພື່ອຕອບ​ສະ​ໜອງບັ້ນ​ເຄື່ອນ​ໄຫວໂມງ​ໜ່ວຍ​ໂລກ​ ປີ 2015

    ນັບ​ແຕ່​ຕົ້ນ​ເດືອນ 3/2015, ຢູ່​ຮ່າ​ໂນ້ຍ, ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ສິ່ງ​ແວດ​ລ້ອມ​ໄດ້ຮັບ​ການ​ຜັນ​ຂະ​ຫຍາຍ ແນ​ໃສ່ປະ​ຕິ​ບັດບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ​ປີ 2015 ດ້ວຍ​ສານ​ທີ່​ວ່າ : : “ປະ​ຢັດ​ພະ​ລັງ​ງານ - ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ” . ຮອດ​ເວ​ລາ 20 ໂມງ 30 ນາ​ທີ​ຂອງວັນ​ທີ 22/3, ກ່ອນ​ທີ່​ດຳ​ເນີນ​ພິ​ທີ​ມອດ​ໄຟ​ຕອບ​ສະ​ໜອງ ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ​ປີ 2015 ເປັນ​ເວ​ລາ​ອາ​ທິດ​ໜຶ່ງ, ຢູ່​ຮ່າ​ໂນ້ຍ, ນັກ​ຮຽນ, ນັກ​ສຶກ​ສາ, ຜູ້​ອາ​ສ​າ​ສະ​ໝັກ ແລະ ຊາວ​ນະ​ຄອນຫຼວງ​ນັບ​ພັນໆ​ຄົນ ໄດ້​ເຂົ້າຮ່ວມ​ການມອດ​ໄຟ​ສຳ​ລັບ​ເຄື່ອງ​ໄຟ​ຟ້າ​ທີ່ບໍ່​ຈຳ​ເປັນ​ໃນ​ຮອບ​ເວ​ລາ 1 ຊົວ​ໂມງ​ເພື່ອ​ ຕອບ​ສະ​ໜອງບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ​. ເຄື່ອງ​ອຸ​ປະ​ກອນ​ໄຟ​ຟ້າ​ທັງ​ໝົດ​ຖືກມອດ​ໄຟ ແລະ ຖືກ​ທົດ​ແທນ​ດ້​ວຍ​ທຽນ 1200 ເຫຼັ້ມ. ເພື່ອນ ຫງວຽນ​ບິກ​ເຟື້ອງ ນັກ​ສຶກ​ສາ​ສະ​ຖາ​ບັນ​ສື່ມວນ​ຊົນ ແລະ ໂຄ​ສະ​ນາ ເວົ້າວ່າ : 

    “ ຂ້າ​ພະ​ເຈົ້າຢາກ​ສົ່ງ​ຄວາມ​ເຖິງ​ບັນ​ດາ​ເພື່ອນ​ນັກ​ສຶກ​ສາ ຈົ່ງ ປະ​ຢັດ​ພະ​ລັງ​ງານ​ເພື່ອ​ຈຳ​ກັດ​ຜົນ​ກະ​ທົບຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ເພາະພວກເຮົາ​ເອງ ແມ່ນ​ຜູ້ກໍ່​ຕັ້ງ​ໜ່ວຍ​ໂລກນີ້​ຂຶ້ນ ແລະ ເຮັດ​ໃຫ້​ໜ່ວຍ​ໂລ​ກນີ້ ຂຽວ, ສະ​ອາດ ແລະ ສວຍ​ງາມ, ໝັ້ນ​ຄົງກວ່າ​ເກົ່າ”

    ພາຍຫຼັງ​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ 1 ເດືອນ, ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ​ປີ 2015ຢູ່​ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ເຊັ່ນ : ການ​ປະ​ກວດ​ອອກ​ແບບ​ປ້າຍ​ໂຄ​ສະ​ນາ​ກ່ຽວ​ກັບ​ຫົວ​ເລື່ອງ​ສິ່ງ​ແວດ​ລ້ອມ ແລະ ປະ​ຢັດ​ພະ​ລັງ​ງານ, ອັນ​ໄດ້​ດຶງ​ດູດ ເກືອບ 500 ຄົນ​ເຂົາ​ຮ່ວ​ມ. ເພື່ອນ​ຫງວຽນ​ຫວຽດ​ຮຸ່ງ ນັກ​ສຶກ​ສາ​ສັງກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ໄຟ​ຟ້າ​ຮ່າ​ໂນ້ຍ​ເປີດ​ເຜີຍ​ວ່າ :

   “ເຂົ້າຮ່ວມ​ງານ​ປະ​ກວດ, ຂ້າພະ​ເຈົ້າ​ພາກ​ພູມ​ໃຈ​ທີ່​ສຸດ, ເພາະ​ການ​ເຄື່ອນ​ໄຫວນີ້​ແມ່ນ​ມີ​ຄວາມ​ໝາຍ​ໃນ​ການ​ດຳ​ລົງ​ຊີ​ວິດ​, ນັ້ນ​ແມ່ນ​ບັນ​ຫາ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ປະ​ຢັດ​ພະ​ລັງ​ງານ ”

   ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ​ ແມ່ນ​ການ​ເຕົ້າ​ໂຮມກຳ​ລັງ​ແຮງ​ຂອງ​ປະ​ຊາ​ຄົມ ພ້ອມ​ກັນ​ຮ່ວມ​ແຮງ ຮ່ວມ​ໃຈ​ກະ​ທຳ​ເພື່ອ ປະ​ຢັດ​ພະ​ລັງ​ງານ. ບັນ​ດາ​ບົດ​ເພງ, ບົດ​ລະ​ຄອນ​ທີ່​ຖືກ​ສະ​ແດງ​ໃນ​ຂອບ​ເຂດ ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ​ ກໍ​ລ້ວນ​ແຕ່​ມຸ່ງ​ໄປ​ສູ່​ສານ​  “ປະ​ຢັດ​ພະ​ລັງ​ງານ - ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”.

ຮອງ​ນາງງາມ  ຖິ້ວ​ເວີນ ທູດ​ເຈດ​ຕະ​ນາ​ດີ ບັ້ນ​ເຄື່ອນ​ໄຫວໂມງ​ໜ່ວຍ​ໂລກ​ປີ 2015 ໃຫ້​ຮູ້​ວ່າ :

   “ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດແມ່ນ​ຄວາມ​ສຳ​ນຶກ​ທີ່​ພວກ​ເຮົາ​ໄດ້​ຮັບ​ຟັງຫຼາຍ, ແຕ່​ເພື່ອ​ວາດ​ນຶກ​ໄດ້​ເຖິງ​ບັນ​ດາ​ວຽກ​ງານ, ບັນ​ດາ​ປະ​ກົດ​ການ​ລະ​ອຽດ​ທີ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ດຳ​ລົງ​ຊີວ​ິດ​ຂອງ​ພວກ​ເຮົາ​ນັ້ນ, ແມ່ນ​ຕ້ອງ​ການ​ມີ​ວຽກ​ງານ​ໂຄ​ສະ​ນາ ແລະ ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ກ່ຽວ​ກັບໂມງ​ໜ່ວຍ​ໂລກ​  ”

   ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ​ປີ 2015 ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ ໄດ້​ສ້າງການ​ປ່ຽນ​ແປງ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຮັບ​ຮູ້ ແລະ ການ​ກະ​ທຳ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ການປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ປະ​ຢັດ​ພະ​ລັງ​ງານ”

    ຮອດ​ເວ​ລາ 20 ໂມງ 30 ນາ​ທີ​ຫາ 21 ໂມງ 30 ນາ​ທີ​ຂອງວັນ​ທີ 28/3 ຢູ່​ສະ​ໜາມຫຼວງ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ທີ່​ຮ່າ​ໂນ້ຍ, ບັນ​ດາ​ສະ​ມາ​ຊິກ​ຊາວ​ໜຸ່ມ​ໄວ​ໜຸ່ມ ແລະ ຊາວ​ນະ​ຄອນຫຼວງ ຈະ​ສືບ​ຕໍ່ ​ເຂົ້າຮ່ວມ​ການມອດ​ໄຟ​ເພື່ອຕອບ​ສະ​ໜອງບັ້ນ​ເຄື່ອນ​ໄຫວໂມງ​ໜ່ວຍ​ໂລກ​ ປີ 2015 .

ຕອບກັບ

ຂ່າວ/ບົດ​ອື່ນ