ໝູ່ບ້ານຜະລິດເຂົ້າເໝົ້າບາຊໍຕ້ອນຮັບບຸນ Okombok

(vovworld) - ​ໃນ​ຊຸມ​ມື້​ນີ້, ຢູ່​ບັນດາ​ໝູ່​ບ້ານ​ທີ່​ມີ​ຊາວ​ເຜົ່າ​ຂະ​ແມ​ດຳລົງ​ຊີວິດ​ໃນແຂວງ​ຈ່າ​ວິ​ງ, ພວມ​ເບີກບານ​ມ່ວນ​ຊື່ນ​ໃນ​ບັນຍາກາດ​ຂອງ​ງານ​ບຸນ Okombok, ນີ້​ແມ່ນ​ໜຶ່ງ​ໃນ​ສາມ​ງານ​ບຸນ​ໃຫຍ່​ໃນ​ປີ​ຂອງ​ຊາວ​ເຜົ່າ​ຂ​ະແມ, ທາງພາກ​ໃຕ້​ຫວຽດນາມ. ​ໃນ​ນັ້ນ​ຟົດ​ຟື້ນ​ກວ່າ​ໝູ່​​ແມ່ນ​ບັນດາໝູ່ບ້ານຜະລິດ​ເຂົ້າ​ເໝົ້າ. ຢູ່​ບ່ອນ​ໃດ​ກໍ່​ຍິນ​ສຽງ​ສາກ​ພ້ອມ​ກັບກິ່ນ​ຫອມຂອງ​ເຂົ້າ​ເໝົ້າ.

ໝູ່ບ້ານຜະລິດເຂົ້າເໝົ້າບາຊໍຕ້ອນຮັບບຸນ Okombok - ảnh 1
ເຂົ້າເໝົ້າບາຊໍຂອງຊາວເຜົ່າຂະແມ
(ພາບອິນເຕີແນດ)

ຄວາມ​ຮູ້ສຶກ​ໃນ​ເບື້ອງ​ຕົ້ນ​ເມື່ອ​ມາ​ຢາມ​ໝູ່​ບ້ານ​ຜະລິດ​ເຂົ້າ​ເໝົ້າ​ບາ​ຊໍ, ນັ້ນ​ແມ່ນ​ຄວາມ​ຮີບ​ເຮັ່ງ​ຂອງ​ບັນດາ​ຄອບຄົວ​ຜະລິດ​ເຂົ້າ​ເໝົ້າ. ​ເຂົາ​ເຈົ້າຜັດປ່ຽນ​ກັນ​ຜະລິດ​ເຂົ້າ​ເໝົ້າ​ເພື່ອ​ມອບ​ໃຫ້​ລູກຄ້າທັນ​ກັບ​ເວລາ, ​ແນ​ໃສ່ຮັບ​ໃຊ້ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫຼາດ​ໃນ​ຊຸມ​ວັນ​ບຸນ. ປ້າ ​ເຈືອງ​ທິປີ, ​ແມ່ນ​ສະມາຊິກ​ໃນ​ຄອບຄົວ​ທີ່​ມີ 3 ​ເຊັ່ນ​ຄົນ​ເຮັດ​ອາຊີບ​ນີ້​, ​ໃຫ້​ຮູ້​ວ່າ: ຜະລິດ​ເຂົ້າ​ເໝົ້າ​ແມ່ນ​ບໍ່​ຍາກ​ປານ​ໃດ, ​ແຕ່​ຕ້ອງ​ຮູ້​ວິທີ​ເຮັດຢ່າງ​ລະອຽດ, ເຂົ້າເໝົ້າ​ຈຶ່ງ​ຫອມ, ແຊບ. ​ແຕ່​ລະ​ມື້​ຄອບຄົວ​ຂ້າພະ​ເຈົ້າ​ຜະລິດ​ເຂົ້າເໝົ້າໄດ້​ 40-60 ກິ​ໂລກຼາມ. ຍ້ອນ​ມີ​ອາຊີບ​ນີ້, ຊີວິດຂອງຄອບຄົວ​​ປ້າ​ຈຶ່ງ​​ດີ​ພໍ​ສົມຄວນ.

ຂ້າພະ​ເຈົ້າ​ເຮັດ​ອາຊີ​ບນີ້​ນັບ​ແຕ່ອາຍຸ 17-18 ປີມາ​ຮອດ​ປະຈຸ​ບັນ. ​ແຕ່​ລະ​ມື້​ຜະລິດ​ເຂົ້າ​ເໝົ້າ​ໄດ້ 40-60 ກິ​ໂລກຼາມ, ບາງ​ເທື່ອ​ແມ່ນ​ຜະລິດໄດ້ 60-80 ກິ​ໂລກຼາມ/ວັນ. ​ໃນ​ເມື່ອ​ກ່ອນ​ສ່ວນ​ຫຼາຍ​ແມ່ນ​ຜະລິດໃນ​ໂອກາດ​ງານບຸນ Okombok, ​ແຕ່​ປະຈຸ​ບັນ​​ແມ່ນຜະລິດຕະຫຼອດ​ປີ, ຍາມ​ໃດ​ກໍ່​ມີ​ລູກ​ຄ້າ​ມາ​ຊື້​ເພື່ອ​ຂາຍ​ໃນຊອກ​ຈັງ, ວິ້ງ​ລອງ, ນະຄອນ​ໂຮ່ຈີ​ມິນ “.

ໝູ່ບ້ານຜະລິດເຂົ້າເໝົ້າບາຊໍຕ້ອນຮັບບຸນ Okombok - ảnh 2

ເຂົ້າເໝົ້າບາຊໍຈ່າວິງ
(ພາບອິນເຕີແນດ)

ອາຊີບ​ຜະລິດ​ເຂົ້າ​ເໝົ້າ​ລຳບາກ​ຫຼາຍ, ຕ້ອງ​ນອນ​ເດິກ, ຕື່ນ​ເຊົ້າ, ​ ​ແລະ ​ໃຊ້​ເຫື່ອ​ແຮງ​ຫຼາຍ​, ​ເຂົ້າ​ເໝົ້າຈຶ່ງຫອມ ​ແລະ ​ແຊບ. ຄິດ​ສະ​ເລ່ຍໜ່ວຍ​ໜຶ່ງ​ລວມມີ 4 ຄົນ​, ​ເຮັດ​ວຽກ​ໃນ​ເວລາ 8-9 ຊົ່ວ​ໂມງ/ວັນ, ສາມາດຜະລິດ​ເຂົ້າ​ເໝົ້າ​ໄດ້ 60-80 ກິ​ໂລກຼາມ. ດ້ວຍ​ລາຄາ 360​.000-​380.000 ດົ່ງ/20 ກິ​ໂລກຼາມ. ພາຍຫຼັງລົບ​ຄ່າ​ໃຊ້​ຈ່າຍທັງໝົດແລ້ວ, ລາຍ​ຮັບຂອງ​ແຕ່ລະຄົນ​ບັນລຸ​ພຽງ​ກວ່າ 150.000 ດົ່ງ/ວັນ​ເທົ່າ​ນັ້ນ. ​ເຖິງ​ວ່າ​ລຳບາກ, ​ແຕ່​ຍ້ອນ​ສົ້ນ​ອອກ​ເປັນ​ປົກກະຕິ, ດັ່ງ​ນັ້ນໝູ່​ບ້ານອາຊີບ​​ບາ​ຊໍ ໄດ້ມີນັບ​ສິບ​ຄອບຄົວ​ທີ່​ມີ 3-4 ​ເຊັ່ນ​ຄົນເຮັດ​ອາຊີບນີ້​. ທ່ານ ​ແທກ​ມຽນ, ​ເຮັດ​ອາຊີບ​ຜະລິດເຂົ້າເໝົ້າມາ​ເປັນ​ເວລາ​ເກືອບ 30 ປີ​ແລ້ວ, ​ໃຫ້​ຮູ້​ວ່າ:

ຂ້າພະ​ເຈົ້າ​ເລີ່​ມ​ເຮັດ​ວຽກ​ແຕ່​ເວລາ 24 ​ໂມງ​ມື້​ນີ້​ເຖິງ 8 ​ໂມງ​ເຊົ້າ​ມື້​ຕໍ່​ມາ, ມີ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ​ບໍ່​ຕ້ອງ​ໄປ​ເຮັດ​ວຽກ​ຢູ່​ບ່ອນ​ອື່ນ. ຂ້າພະ​ເຈົ້າ​ຜະລິດ​ເຂົ້າ​ເໝົ້າ​ມາ​ເປັນ​ເວລາ​ຫຼາຍ​ສິບ​ປີ​ແລ້ວ, ດັ່ງ​ນັ້ນ​ກໍ່ລຶ້ງ​ເຄີຍ​​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ​ອີກ“.

ໝູ່ບ້ານຜະລິດເຂົ້າເໝົ້າບາຊໍຕ້ອນຮັບບຸນ Okombok - ảnh 3

ການຜະລິດເຂົ້າເໝົ້າບາຊໍ
(ພາບອິນເຕີແນດ)

ກ່ອນ​ນີ້​ສິບ​ກວ່າ​ປີ, ທັງ​ຕາ​ແສງ​ຍິ​ເຈື່ອງ, ​ເມືອງ​ເດົ່າງາ​ງ ມີ​ພຽງ 20 ກວ່າ​ຄອບຄົວ​ເຮັດ​ອາຊີບ​ນີ້​ເທົ່າ​ນັ້ນ, ສ່ວນ​ຫຼາຍ​ແມ່ນ​ຮັບ​ໃຊ້​ຄວາມ​ຕ້ອງການຂອງປະຊາຊົນ​ໃນ​ແຂວງ. ແຕ່​ປະຈຸ​ບັນ, ​ໃນ​ໝູ່​ບ້ານ​ອາຊີບ​ຫັດຖະກຳ​ນີ້​ມີ​ນັບ​ຮ້ອຍ​ຄອບຄົວ​ຫັນ​ມາ​ຜະລິດ​ເຂົ້າ​ເໝົ້າ​ຕາມ​ລະດູ​ການ ​ແລະ ມີ​ເກືອບ 50 ຄອບຄົວ​ຜະລິດ​ເຂົ້າ​ເໝົ້າ​ຕະຫຼອດ​ປີ. ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ເຕົ້າ​ໂຮມ​ຢູ່​ບ້ານ​ບາ​ຊໍ ​ແລະ ບ້ານ​ຕົ້ວ.

​ເພື່ອ​ແນ​ໃສ່​ຊ່ວຍ​ໝູ່​ບ້ານ​ເປັນ​ເຈົ້າ​ການ​ກວ່າອີກ​ໃນ​ຂອດ​ວັດຖຸ​ດິບ ​ແລະ ຜະລິດ​ຕະພັນ​ເຂົ້າ​ເໝົ້າ, ທ້ອງ​ຖີ່​ນພວມ​ຜັນ​ຂະຫຍາຍ​ການວາງແຜນ​ກຳນົດ​ເຂດ​ປູກ​ເຂົ້າໜຽວ ​ແລະ ຂົນຂວາຍ​ບັນດາ​ຄອບຄົວ​ຜະລິດ​ເຂົ້າ​ເໝົ້າ​ເຂົ້າ​ຮ່ວມ​ສະຫະກອນ ​ແລະ ຈົດ​ທະບຽນ​ສ້າງ​ເຄື່ອງໝາຍ​ການ​ຄ້າ “​ເຂົ້າ​ເໝົ້າ​ບາ​ຊໍ“. ທ່ານ ​ແທກ​ງອກ​ງງີ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຍີ້​ເຈື່ອງ, ​ໃຫ້​ຮູ້​ວ່າ:

ໝູ່​ບ້ານ​ຜະລິດ​ເຂົ້າ​ເໝົ້າ​ບາ​ຊໍ​ພວມ​ພັດທະນາ​ດີ​ທີ່​ສຸດ, ​ແຕ່​ຍ້ອນ​ບໍ່​ທັນ​ມີ​ເຄື່ອງໝາຍ​ການ​ຄ້າ, ບໍ່​ທັນ​ໂຄສະນາ​ຢ່າງ​ກວ້າງຂວາງ, ດັ່ງ​ນັ້ນ​ປະຈຸບັນແຂວງ ​ແລະ ທ້ອງ​ຖີ່​ນພວມ​ມີ​ແຜນ​ນະ​ໂຍບາຍ​ສ້າງ​ເຄື່ອງໝາຍ​ການ​ຄ້າ, ​ເພື່ອ​ເຮັດ​ໃຫ້​ຫຼາຍ​ຄົນຮູ້​ຈັກ​ເຖິງ​ຜະລິດ​ຕະພັນ​ຂອງ​ຕົນ, ນອກ​ນັ້ນ​ພວກ​ຂ້າພະ​ເຈົ້າ​ກໍ່​ຖ່າຍ​ທອດວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ກໍ່​ຄື​ເອົາ​ໃຈ​ໃສ່​ກວ່າ​ອີກ​ເຖິງ​ລະບອບ​ນະ​ໂຍບາຍ​ທີ່​ມີ​ຕໍ່​ໝູ່​ບ້ານ​ອາຊີບ​ອີກ“.

ກ່ອນ​ນີ້​ເຂົ້າ​ເໝົ້າ​ແມ່ນ​ຜະລິດ​ຕະພັນ​ເພື່ອ​ຖະຫວາຍ​ບູຊາ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ເທວະ​ດາ​ພະຈັນ, ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ຂະ​ແມ, ​ແຕ່​ປະຈຸ​ບັນ​ເຂົ້າ​ເໝົ້າ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ແຂວງ​ຈ່າ​ວິ​ງ. ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ກ່ຽວ​ກັບນະ​ໂຍບາຍ, ​ເຕັກນິກ, ສົ້ນ​ອອກ​ຜະລິດ​ຕະພັນ​ຂອງອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ​ແລະ ຍ້ອນ​ມີ​ບັນດາ​ຜູ້​ທີ່​ໄດ້​ຕິດ​ພັນ​ກັບ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ນີ້. ເຂົ້າ​ເໝົ້າ​ຈ່າ​ວິ​ງນັບ​ມື້​ນັບ​ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມຈາກປະຊາຊົນເປັນຈຳນວນ ຫຼວງຫຼາຍ. ​


ຕອບກັບ

ຂ່າວ/ບົດ​ອື່ນ